ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດ​ການ​ແຕ່ງຕັ້ງ​ຄະນະ​ບັນຊາ ກອງ​ສິລະ​ປະກອນ​ກອງທັບ
ເວລາອອກຂ່າວ: 2022-12-08 09:07:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 274 | ຄວາມນິຍົມ:



ພິທີ​ປະກາດ​ການ​ແຕ່ງຕັ້ງ ຄະນະ​ບັນຊາ ກອງ​ສິລະ​ປະກອນ​ກອງທັບ, ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ທັນວາ2022 ນີ້, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ສະຫາຍ ພົນ​ຕີ ວໍລະ​ສານ ວິລັດ​ດາ​ວົງ ກຳມະການ​ຄະນະ​ປະຈຳ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ຕາງໜ້າ​ຈາກ​ກົມ​ໂຄສະນາ​ອົບຮົມ​ກົມ​ໃຫຍ່​ການເມືອງ​ກອງທັບ, ກົມ​ກອງ​ທີ່​ເຮັດ​ວຽກ​ງານ​ສື່ ແລະ ຄະນະ​ພັກ-ຄະນະ​ບັນຊາ ກອງ​ສິລະ​ປະກອນ​ກອງທັບ​ຕະຫລອດ​ຮອດ​ພະນັກງານ​ຫຼັກ​ແຫຼ່ງ​ເຂົ້າ​ຮ່ວມ. ໃນ​ພິທີ, ສະຫາຍ ພັນ​ໂທ ສຸກ​ສາຄອນ ຈັນ​ຍາ​ຫານ ຮອງ​ຫົວໜ້າ​ພະ​ແນກ​ພະນັກງານຫ້ອງ​ການເມືອງ ​ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ ​ການ​ແຕ່ງຕັ້ງ​ຄະນະ​ບັນຊາ ກອງ​ສິລະ​ປະກອນ​ກອງທັບ, ໃນ​ນັ້ນ, ແຕ່ງຕັ້ງ​ສະຫາຍ ພັນ​ໂທ ຈັນ​ທີ ບຸດ​ດາ​ແກ້ວ ເປັນ​ຮອງ​ຫົວໜ້າ​ ການເມືອງ, ສະຫາຍ ພັນ​ໂທ ອຸດົມ ບຸດ​ຕະ​ວົງ ເປັນ​ຮອງ​ຫົວໜ້າ​ການ​ທະຫານ ແລະ ແຕ່ງຕັ້ງ​ສະຫາຍ ພັນ​ໂທ ພູ​ທອງ ເພັດ​ສີ​ບຸນ ເປັນ​ຮອງ​ຫົວໜ້າ​ກອງຮັບຜິດຊອບ​ວຽກ​ງານ​ວິຊາ​ການກອງ​ສິລະ​ປະກອນ​ກອງທັບ, ພ້ອມ​ກັນ​ນັ້ນ, ກໍ​ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ​ວ່າ​ດ້ວຍ​ການ​ປະດັບ​ຊັ້ນ​ນາຍ​ທະຫານ​ໃຫ້​ນັກຮຽນ​ທີ່​ຮຽນ​ຈົບ​ຈາກ ​ສສ ຫວຽດນາມ ສົກ​ປີ 2022 ຈຳນວນ 3 ສະຫາຍ, ໃນ​ນັ້ນ, ປະດັບ​ຊັ້ນ​ຮ້ອຍ​ໂທ 2 ສະຫາຍແລະ ປະດັບ​ຊັ້ນ​ຮ້ອຍ​ຕີ 1 ສະຫາຍ. ໂອກາດ​ນີ້, ສະຫາຍ ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ມີ​ຄຳ​ເຫັນ​ຫຼາຍ​ບັນຫາ​ສຳຄັນ ພ້ອມ​ທັງ​ໄດ້​ເນັ້ນ​ໜັກ​ໃຫ້​ຜູ້​ທີ່​ໄດ້​ຮັບ​ໜ້າທີ່​ໃໝ່ ແລະ ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ໃໝ່ ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການເມືອງ​ຂອງ​ຕົນ, ຕັ້ງໜ້າ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ທາງ​ດ້ານ​ອຸດົມ​ການ​ປະຕິວັດ, ຄຸນ​ທາດ​ການເມືອງ, ຄຸນສົມ ບັດ​ສິນ​ທຳ​ປະຕິວັດ, ເອົາໃຈໃສ່​ພັດທະນາ​ແບບແຜນ​ວິທີ​ເຮັດ​ວຽກ​ແບບ​ວິທະຍາສາດ​ທັນ​ສະໄໝ, ມີ​ຫົວຄິດ​ປະດິດ​ສ້າງ, ເຮັດ​ວຽກ​ເປັນ​ໝູ່​ຄະນະ, ຕຳ​ນິ​ກໍ່ສ້າງ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ເພື່ອ​ພ້ອມ​ກັນ​ກ້າວໜ້າ, ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ພາຍ​ໃນ​ໝູ່​ຄະນະ, ມີ​ທັດສະນະ​ມະຫາຊົນ​ກວ້າງຂວາງ, ພ້ອມ​ກັນ​ນັ້ນ, ກໍ​ຕ້ອງ​ເອົາໃຈໃສ່​ຄົ້ນຄວ້າ, ປັບປຸງ, ອອກ​ແບບ​ລາຍ​ການສະແດງ​ໃຫ້​ມີ​ລັກສະນະ​ກອງທັບ ແລະ ມີ​ເນື້ອ​ໃນ​ຄວາມ​ໝາຍ​ເລິກເຊິ່ງ, ສືບຕໍ່​ປະຕິບັດ​ນະໂຍບາຍ​ດ້ານ​ຕ່າງໆ​ຕໍ່​ພະນັກງານ-ນັກຮົບ​ໃຫ້​ສອດຄ່ອງ, ເອົາໃຈໃສ່​ຕໍ່​ວຽກ​ງານ​ປ້ອງ​ກັນ​ພາຍ​ໃນ, ເປັນ​ເຈົ້າ​ການ​ຕ້ານ ແລະ ສະກັດ​ກັ້ນ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆບໍ່​ໃຫ້​ເກີດ​ຂຶ້ນ​ກັບ​ກົມ​ກອງ. ໂດຍ: ນາງ ຍ້ອມ​ເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ