ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສສຊ ສືບຕໍ່​ປະກອບ​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານຂອງ​ລັດຖະບານ
ເວລາອອກຂ່າວ: 2022-12-08 09:08:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 214 | ຄວາມນິຍົມ:



ວັນ​ທີ 7 ທັນວາ 2022 ສະ ມາຊິກ​ສະພາ​ແຫ່ງ​ຊາດ​ຈາກແຕ່​ລະ​ເຂດ​ສືບຕໍ່​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຕໍ່​ບົດ​ລາຍ​ງານຂອງ​ລັດຖະ ບານ​ຢູ່​ກອງ​ປະຊຸມ​ສະໄໝ​ສາມັນ ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ 9 ເຊິ່ງ​ກອງ​ປະຊຸມໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ໄຊ​ສົມ​ພອນ ພົມວິຫານ ປະທານ​ສະ ພາ​ແຫ່ງ​ຊາດ. ການ​ປະກອບຄຳ​ ຄິດ​ຄຳ​ເຫັນມີ​ຄວາມ​ຄຶກຄື້ນ​ສົມ ຄວນ ເນື່ອງ​ຈາກ​ສະມາຊິກ​ສະພາ​ແຫ່ງ​ຊາດ ໄດ້​ຜັດປ່ຽນ​ກັນ​ຂຶ້ນ​ສະ ເໜີ​ຫຼາຍ​ບັນຫາ​ສຳຄັນ ເພື່ອ​ໃຫ້​ລັດຖະບານເລັ່ງ​ແກ້​ໄຂ​ເພາະ​ເຫັນ​ວ່າ​ໄລຍະ​ຜ່ານ​ມາ​ການຈັດຕັ້ງປະ ຕິບັດ​ບໍ່​ທັນ​ໄດ້​ດີ​ເທົ່່າ​ທີ່​ຄວນ ເປັນ ຕົ້ນ: ການ​ອອກ​ໃບ​ຕາດິນ, ບັນ ຫາ​ຄູ​ເຫຼືອ​ບໍ່​ພໍ, ການ​ຍົກຍ້າຍ​ຂອງ​ ປະຊາຊົນ​ບໍ່​ຖືກຕ້ອງ​ຕາມ​ລະບຽບ​ ການ, ການ​ປັບປຸງ​ບັນດາ​ເສັ້ນ ທາງ​ຂອງ​ແຕ່​ລະ​ແຂວງ, ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​​ປະ​ຊາ​ຊົນ, ການ​ຊຸກຍູ້​ສົ່ງເສີມ​ການ​ຜະລິດ​ພາຍ​ໃນ ແລະ ອື່ນໆ. ທ່ານ ສົມ​ຈິດ ຫັບ​ລາ​ກອນ, ສະມາຊິກ​ສະພາ​ແຫ່ງ​ຊາດ​ຈາກ​ເຂດ​ເລືອກ​ຕັ້ງ​ທີ 2 ແຂວງ​ຜົ້ງສາລີປະກອບ​ຄຳ​ເຫັນ​ສະເໜີ​ໃຫ້​ລັດຖະບານ​ເອົາໃຈໃສ່​ແກ້ໄຂບັນ ຫາການ​ອອກ​ໃບ​ຕາດິນ, ລັດຖະ ບານ​ຄວ​ນປັບ​ປຸງ​ດ້ານ​ບຸກ​ຄະລາ​ກອນ ແລະ ເຄື່ອງມື​ອຸ​​ປະ​ກອນ​ທີ່​ຈຳເປັນ​ໃຫ້​ຫຼາຍ​ຂຶ້ນ ແລະ ມີ​​ປະ​ສິດທິ​ຜົນກວ່າ​ເກົ່າ ເພື່ອ​ເຮັດ​ໃຫ້ການ​ຈັດ​ເກັບ​ລາຍ​ຮັບ​ໃນ​ດ້ານ​ນີ້​ໃຫ້​ດີ​ຂຶ້ນກວ່າ​ເກົ່າ. ທ່ານ ສາຍທອງ ໄຊ​ຍະ​ວົງ, ສະມາຊິກ​ສະພາ​ແຫ່ງ​ຊາດ​ຈາກ​ເຂດເລືອກ​ຕັ້ງ​ທີ 15 ແຂວງ​ຈຳ​​ປາ​ສັກ ສະເໜີ​ໃຫ້​ລັດ​ຖະບານເອົາ ໃຈໃສ່ແກ້​ໄຂ​ບັນຫາ​ການ​ສຶກ​ສາ​ຢູ່​ເຂດ​ທີ່​ມີ​ຄວາມ​ຫຍຸ້ງຍາກ ໂດຍ​ສະເພາະ​ຢູ່​ເມືອງ​ໂຂງ ມີ​ຫຼາຍ​ໂຮງ ຮຽນ​ນັກຮຽນ​ຢູ່​ບາງ​ຈຸດ​ຕ້ອງ​ໄດ້​ ໄປຮຽນ ​ຢູ່​ຈຸດ​ດຽວ​ຍ້ອນ​ມີ​ບັນຫາ​ເລື່ອງ​ຄູ​ຂາດ ເຮັດ​ໃຫ້​ສ້າງ​ຄວາມ ຫຍຸ້ງຍາກ​ຫຼາຍ​ສຳລັບ​ນັກຮຽນ​ໃນ​ການ​ໄປ​ຮຽນ​ໜັງສື​ໃນ​ແຕ່​ລະ​ວັນ. ທ່ານ ຄຳ​ຟອງ ອິນ​ມາ​ນີ, ສະມາ ຊິກ​ສະພາ​ແຫ່ງ​ຊາດ​ຈາກເຂດ ​ເລືອກ​ຕັ້ງ​ທີ 3 ແຂວງ​ຫຼວງນ້ຳ​ ທາ ປະກອບ​ຄຳເຫັນໂດຍສະ ແດງ​ຄວາມເຫັນ​ດີ​ນຳລັດຖະບານ ​ທີ່​ວາງ​ຄາດໝາຍ​ເຮັດ​ໃຫ້​ເສດ ຖະກິດ​ຂອງ​​ປະ​ເທດ​ຂະຫຍາຍຕົວ 4,5 ສ່ວນ ຮ້ອຍ​ໃນ​ປີໜ້າເພາະ ​ເໝາະ​ສົມ​ກັບ​ຄວາມ​ເປັນ​ຈິງ ແຕ່​ສຳຄັນ​ທີ່​ສຸດ ຕ້ອງ​ມີມາດ​ຕະ​ການ ຈັດຕັ້ງ​ປະຕິບັດ​ໃຫ້​ຮັດກຸມ​ທີ່​ສຸດ. ຕາມ​ວາລະ​ດຳເນີນ​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ 9, ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ ແມ່ນ​ຈະ​ສຳເລັດ​ໃນ​ພາກ​ເຊົ້າ​ນີ້,ສວ່ນ​ພາກ​ບ່າຍ ກອງ​ປະຊຸມຈະ​ຮັບຟັງ​ ການ​ອະທິບາຍ​ຊີ້​ແຈງຈາກບັນ ດາ​ຜູ້ຕາງໜ້າກະຊວງທີ່​ກ່ຽວ ຂ້ອງ, ເປັນຕົ້ນ​ແມ່ນ​ລັດຖະມົນຕີ​ກະຊວງແຜນການ ແລະ ການ​ລົງ ທຶນ, ກະຊວງການ​ເງິນ, ກະຊວງ ການ​ຄ້າກະຊວງກະສິກຳ ແລະ ປ່າໄມ້ ແລະ ຜູ້​ວາ່​ການທະນາ ຄານ. ໂດຍ: ຈັນທະ​ວົງ ອຸ່ນ​ວິໄລ​ຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ