
ຕາງໜ້າຄະນະ ກອງບັນຊາການທະຫານ ເຂດ 5 ກອງທັບປະຊາຊົນຫວຽດນາມ ອວຍພອນ ກອງພົນທີ 5
ເວລາອອກຂ່າວ: 2022-12-09 09:15:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 84 | ຄວາມນິຍົມ:
ວັນທີ 2 ທັນວາ 2022, ສະຫາຍ ພັນໂທ ຟານກັວນຮຸ່ງ ຮອງຫົວໜ້າອຳນວຍການ ບໍລິສັດ ມິດຕະພາບ 206 ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານ ເຂດ 5 ກອງທັບປະຊາຊົນຫວຽດນາມ ເຂົ້າອວຍພອນຄະນະກອງພົນທີ 5 ກອງທັບປະຊາຊົນລາວ ເນື່ອງໃນໂອກາດ ວັນຊາດ ທີ 2 ທັນ ວາ ຄົບຮອບ 47 ປີ, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານ ກອງພົນທີ 5 ພ້ອມດ້ວຍ ຄະນະ.
ສະຫາຍ ພັນໂທ ຟານ ກັວນຮຸ່ງ ໄດ້ກ່າວຄວາມອວຍພອນໄຊ ອັນປະເສີດຕໍ່ຄະນະພັກ-ຄະນະບັນຊາ ກອງພົນທີ 5 ຈົ່ງມີສຸຂະພາບແຂງແຮງ ພ້ອມກັນເຮັດສຳ ເລັດໜ້າທີ່ໃນການພັດທະນາກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ.
ສະຫາຍ ພັນເອກ ຂັນທີ ສະໜາມອຸ່ນ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ ສະຫາຍ ພັນໂທ ຟານ ກັວນຮຸ່ງ ພ້ອມດ້ວຍຄະນະທີ່ມາອວຍພອນໃນຄັ້ງນີ້, ປີ 2022 ເປັນປີທີ່ເຕັມໄປດ້ວຍຄວາມໝາຍ ຄວາມສຳຄັນສຳລັບທັງສອງປະ
ເທດທີ່ຮ່ວມກັນສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ເພື່ອລະນຶກເຖິງ 2 ວັນປະຫວັດສາດສຳຄັນຂອງສອງຊາດຄື: ວັນ
ສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດ ຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ, ເປັນການປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບ ພິເສດ ແລະ ການຮ່ວມມືຮອບ ດ້ານ ລະຫວ່າງ ສອງພັກ-ລັດ, ກອງທັບ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ກອງພົນທີ 5 ກອງທັບປະຊາຊົນລາວ ກັບ ກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ໃຫ້ໝັ້ນຄົງຖະນົງແກ່ນຕະຫຼອດກາລະນານ.
ໂດຍ: ທອງປານ ສີດາໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ