ຊຸກຍູ້ການຂຸດຄົ້ນເພື່ອຊອກຫາຮອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາຢູ່ແຂວງຫົວພັນ
ເວລາອອກຂ່າວ: 2019-02-21 08:50:39 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 1409 | ຄວາມນິຍົມ: ![]()
ໃນລະຫວ່າງວັນທີ 11-14 ກຸມພາ 2019 ທີ່ຜ່ານມາ, ທ່ານ
ພົນຕີ ຄໍາສີ ວົງຄໍາຊາວ, ຫົວໜ້າ
ຫ້ອງວ່າການກະຊວງປ້ອງກັນ ປະເທດ, ຄະນະຊີ້ນໍາວຽກງານ ຊອກຫາສິ່ງເສດເຫຼືອຂອງທະ ຫານອາເມຣິກາທີ່ຫາຍສາບສູນ ໃນປາງສົງຄາມຢູ່ລາວ (MIA), ພ້ອມດ້ວຍຄະນະຈາກກະຊວງ ການຕ່າງປະເທດ ແລະ ກະຊວງ ປ້ອງກັນປະເທດເດີນທາງໄປ ຕິດຕາມການປະຕິບັດງານຮ່ວມ ໃນພາກສະໜາມລະຫວ່າງ
ລາວ-ອາເມຣິກາ ໃນການສໍາຫຼວດ
ແລະ ຂຸດຄົ້ນເພື່ອຊອກຫາຮ່ອງ
ຮອຍ ແລະ ສິ່ງເສດເຫຼືອຂອງທະ ຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ຄັ້ງທີ 2
ປະຈໍາສົກປີ 2018-2019, ຢູ່
ແຂວງຫົວພັນ.
ການເດີນທາງໄປຢ້ຽມຢາມ ຂອງຄະນະດັ່ງກ່າວໃນຄັ້ງນີ້ແມ່ນ
ເພື່ອເປັນການກະຕຸກຊຸກຍູ້ໃຫ້ກໍາ ລັງໃຈແກ່ພະນັກງານທີ່ພວມປະ ຕິບັດໜ້າທີ່ຢູ່ພາກສະໜາມ ແລະ ຖືໂອກາດລົງຕິດຕາມກວດກາ ສະພາບການປະຕິບັດງານຮ່ວມ ດ້ານມະນຸດສະທໍາ ລາວ-ອາເມ
ຣິກາ ເພື່ອຊອກຫາສິ່ງເສດ ເຫຼືອຂອງທະຫານອາເມຣິກາທີ່ ຫາຍສາບສູນໃນປາງສົງຄາມ ຢູ່ລາວຕາມເງື່ອນໄຂ ແລະ ຄວາມ
ອາດສາມາດຕົວຈິງຂອງຝ່າຍ ລາວ.
ໃນໂອກາດນີ້, ຄະນະໄດ້ໂອ້ ລົມບັນດາພະນັກງານວິຊາການຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະ ອໍານາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ຫຼັງຈາກນັ້ນ, ຄະນະໄດ້ເຄື່ອນໄຫວຢ້ຽມຢາມຈຸດຂຸດຄົ້ນກໍລະນີ 0079, 0084 ເຂດບ້ານນາແທ່ນ ແລະ 0690 ເຂດບ້ານບັກ, ເມືອງວຽງໄຊ, ແຂວງຫົວພັນ, ເຊິ່ງໄດ້ຮັບການ ຕ້ອນຮັບຈາກທີມງານຮ່ວມລາວ-ອາເມຣິກາຢ່າງພ້ອມພຽງ ພ້ອມ ທັງໄດ້ຮັບຟັງການລາຍງານກ່ຽວ ກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການປະຕິບັດວຽກງານຢູ່ແຕ່ ລະຈຸດຂຸດຄົ້ນຈາກຫົວໜ້າພາກສະ ໜາມຂອງທັງຝ່າຍລາວ ແລະ ອາເມຣິກາໂດຍການປະຕິບັດງານ ຮ່ວມສອງຝ່າຍໃນພາກສະໜາມ ຄັ້ງນີ້ກໍຄືຫຼາຍຄັ້ງທີ່ຜ່ານມາໄດ້ ດໍາເນີນດ້ວຍບັນຍາກາດອັນສ້າງ ສັນ ແລະ ປະສົບຜົນສໍາເລັດເປັນ ຢ່າງດີ.
ຕະຫຼອດໄລຍະ 3 ທົດສະວັດ
ກວ່າທີ່ຜ່ານມາ, ລັດຖະບານ ກໍຄື
ປະຊາຊົນລາວໄດ້ໃຫ້ການຮ່ວມ ມືເປັນຢ່າງດີເທົ່າທີ່ເປັນໄປໄດ້ໃນ ວຽກງານມະນຸດສະທໍາດັ່ງກ່າວ ແກ່ຝ່າຍສະຫະລັດອາເມຣິກາ, ແນໃສ່ຊອກຄົ້ນ ແລະ ນໍາເອົາສິ່ງ ເສດເຫຼືອຂອງທະຫານອາເມຣິກາ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວສົ່ງຄືນໃຫ້ຄອບຄົວຂອງ
ເຂົາເຈົ້າ, ອັນເປັນການປະກອບ ສ່ວນເຂົ້າໃນການເສີມສ້າງສາຍ ພົວພັນ ແລະ ການຮ່ວມມືລະ ຫວ່າງສອງປະເທດໃຫ້.
ເຖິງວ່າຈະປະສົບກັບອຸປະສັກ ແລະ ສິ່ງທ້າທາຍຫຼາຍຢ່າງກໍ ຕາມ, ການປະຕິບັດງານຮ່ວມກັນ ດັ່ງກ່າວກໍໄດ້ຮັບຜົນສໍາເລັດທີ່ ເປັນຢ່າງໜ້າຊື່ນຊົມຕະຫຼອດມາ. ທັງນີ້ກໍຍ້ອນມີການຮ່ວມມືຂອງ ລັດຖະບານ, ເຈົ້າໜ້າທີ່ກ່ຽວຂ້ອງ ຂອງລາວທຸກໆຂັ້ນແຕ່ສູນກາງ ຮອດທ້ອງຖິ່ນ ກໍຄືການປະກອບ ສ່ວນອັນສໍາຄັນ ແລະ ຂາດບໍ່ໄດ້ ຂອງປະຊາຊົນລາວບັນດາເຜົ່າ, ເຊິ່ງສ່ອງແສງເຖິງນະໂຍບາຍມະ ນຸດສະທໍາອັນສະເໝີຕົ້ນສະເໝີ ປາຍຂອງລັດຖະບານ ແຫ່ງ ສາ
ທາລະນະລັດ ປະຊາທິປະໄຕ ປະ
ຊາຊົນລາວ ທີ່ມີຕໍ່ສະຫະລັດອາເມ
ຣິກາ, ໂດຍສະເພາະແມ່ນຕໍ່ຄອບ ຄົວ ແລະ ຍາດພີ່ນ້ອງຂອງຜູ້ຫາຍສາບສູນໃນປາງສົງຄາມຢູ່ລາວ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















