
ກທອ ປາຖະກະຖາ ສອງວັນປະຫວັດສາດ ສຳຄັນຂອງຊາດ
ເວລາອອກຂ່າວ: 2022-12-09 09:33:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 10 | ຄວາມນິຍົມ:
ວັນທີ 1 ທັນວາ 2022 ນີ້, ກອງບັນຊາການທະຫານອາກາດ ໄດ້ຈັດຕັ້ງປາຖະກະຖາວັນຊາດ ທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 102 ປີ ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນຈັດຕະວາ ບຸນມາ ຈັນທະວົງສາ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ບຸນມາ ຈັນທະວົງສາ ໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນ ແລະ ມູນເຊື້ອອັນອົງອາດກ້າຫານຂອງບັນພະບູລຸດຂອງປວງຊົນລາວບັນດາ
ເຜົ່າພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານ ແລະ ການປົກຄອງຂອງຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜາເຜີຍ ໃນວັນທີ 2 ທັນວາ 1975, ວັນທີ 2 ທັນວາ ແມ່ນວັນທີ່ມີຄວາມໝາຍຄວາມສຳຄັນສຳລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ມັນແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ເປັນພັນໆປີຂອງຊາດລາວເຮົາ, ທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດທີ່ແທ້ຈິງ, ວັນແຫ່ງການກ້າວສູ້ຍຸກສະໄໝໃໝ່ແຫ່ງສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ ແລະ ມີຜົນສຳເລັດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນຕະຫຼອດໄລຍະ 47 ປີທີຜ່ານມາແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດໄດ້ ເຕີບໃຫຍ່ເຂັ້ມແຂງຂະ
ຫຍາຍຕົວທາງດ້ານການເມືອງ, ດ້ານເສດຖະກິດ, ວັດທະນາທຳ-ສັງຄົມ ແລະ ການຕ່າງປະເທດນັບມືຂະຫຍາຍຕົວດີຂຶ້ນເປັນກ້າວໃນເວທີປະຊາຄົມໂລກ. ພ້ອມນີ້, ກໍໄດ້ເລົ່າເຖິງການດຳລົງຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະທານໄກສອນພົມວິຫານ ແລະ ຜົນງານ, ຄຸນງາມຄວາມດີຂອງນັກປະຕິວັດວິລະບຸລຸດທີ່ຍິ່ງໃຫຍ່ຂອງຊາດ, ຜູ້ນຳທີແສນເຄົາລົບຮັກຂອງພັກ-ລັດທີ່ປີຊາສາມາດ, ອັນສະຫຼາດສ່ອງໃສ, ສະດຸງໄວຄ່ອງແຄ້ວ, ມີໄຫວພິບອັນແຫຼມຄົມ, ມີນໍ້າໃຈຕໍ່ສູ້ເດັດດຽວໜຽວແໜ້ນ ແລະ ເປັນຜູ້ນຳທີ່ມີຄຸນສົມບັດສິນທຳປະຕິວັດອັນສູງສົ່ງ, ມີທັດສະນະມະຫາຊົນກວ້າງຂວາງ, ເປັນຜູ້ນຳທີ່ດຸໜັ້ນ, ດຳລົງຊີວິດແບບງ່າຍດ່າຍ, ປະຢັດ ແລະ ບໍລິສຸດປອດໃສ ແລະ ເພິ່ນຍັງເປັນຜູ້ວາງແນວທາງ, ເປັນແບບຢ່າງ ປະຕິບັດແນວທາງການຕ່າງປະເທດຢ່າງຖຶກຕ້ອງເຮັດໃຫ້ ສປປ ລາວ ມີບົດບາດອັນສຳຄັນຢູ່ໃນເວທີປະຊາຄົມໂລກຮູ້ຈັກຫຼາຍຂຶ້ນ. ທັງນີ້, ເພື່ອເປັນການສຶກສາອົບຮົມການເມືອງນຳພາ-ແນວຄິດ ໃຫ້ພະນັກງານ- ນັກຮົບກຳໄດ້ເນື້ອໃນ, ຄວາມໝາຍ, ຄວາມສຳຄັນ ມູນເຊື້ອ 2 ວັນປະວັນສາດທີສຳຄັນຂອງຊາດ ຂອງພັກ ແລະ ເປັນການ ຮໍ່າຮຽນເອົາແບບຢ່າງຄຸນງາມຄວາມດີ, ຄຸນສົມບັດ, ສິນທຳປະຕິວັດຂອງນັກປະຕິວັດຂອງ ພັກ-ລັດ, ທາດແທ້ມູນເຊື້ອປະຕິວັດ, ຄວາມຈົ່ງຮັກພັກດີອັນສູງສົ່ງ, ຄວາມເດັດໜຽວແໜ້ນອັນສະຫຼາດສ່ອງໃສ, ແບບແຜນການນຳພາບັນຊາ ແລະ ແບບແຜນດຳ
ລົງຊີວິດທີປອດໃສ່, ບົດຮຽນອັນລ້ຳຄ່າ ແລະ ພ້ອມກັນ ເສີ່ມສ້າງມູນເຊື້ອຂອງຊາດຂອງພັກ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຕະຫຼອດໄປ.
ໂດຍ: ສີທາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ