ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

​ກທອ ປາຖະກະຖາ ສອງ​ວັນ​ປະຫວັດສາດ ສຳຄັນ​ຂອງ​ຊາດ
ເວລາອອກຂ່າວ: 2022-12-09 09:33:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 156 | ຄວາມນິຍົມ:



ວັນ​ທີ 1 ທັນວາ 2022 ນີ້, ກອງ​ບັນຊາ​ການ​ທະຫານ​ອາກາດ ໄດ້​ຈັດ​ຕັ້ງ​ປາຖະກະຖາ​ວັນຊາດ ​ທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນ​ຄ້າຍ​ວັນ​ເກີດ​ປະທານ​ໄກສອນ ພົມວິຫານ ຄົບຮອບ 102 ປີ ໂດຍ​ການ​ເປັນ​ປະທານ ແລະ ປາຖະກະຖາ​ຂອງ ​ສະຫາຍ ພົນ​ຈັດຕະວາ ບຸນ​ມາ ຈັນທະ​ວົງສາ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ອາກາດ, ມີ​ຄະນະ​ພັກ-ຄະນະ​ບັນຊາ ພ້ອມ​ດ້ວຍ​ພະນັກງານ-ນັກຮົບ​ເຂົ້າ​ຮ່ວມ. ສະຫາຍ ພົນ​ຈັດຕະວາ ບຸນ​ມາ ຈັນທະ​ວົງສາ ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ໝາຍ​ສຳຄັນ ແລະ ມູນເຊື້ອ​ອັນ​ອົງອາດ​ກ້າຫານ​ຂອງ​ບັນ​ພະ​ບູ​ລຸດ​ຂອງ​ປວງ​ຊົນ​ລາວ​ບັນດາ ເຜົ່າ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ໄດ້​ສາມັກຄີ​ກັນ​ຕໍ່ສູ້​ຢ່າງ​ພິລະ​ອາດ​ຫານ​ຕ້ານ​ການ​ຮຸກ​ຮານ ແລະ ການ​ປົກຄອງ​ຂອງ​ຈັກກະພັດ​ລ່າ​ເມືອງຂຶ້ນ​ແບບ​ເກົ່າ ແລະ ແບບ​ໃໝ່ ສາມາດ​ປົດ​ປ່ອຍປະ​ເທດ​ຊາດ​ໄດ້​ຢ່າງ​ມີ​ໄຊ ແລະ ສະ​ຖາ​ປາ​ນາ​ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ​ ຂຶ້ນ​ຢ່າງ​ສະຫງ່າ​ຜາ​ເຜີຍ ​ໃນ​ວັນ​ທີ 2 ທັນວາ 1975, ວັນ​ທີ 2 ທັນວາ ແມ່ນ​ວັນ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ສຳລັບ​ທົ່ວ​ພັກ, ທົ່ວ​ລັດ ແລະ ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ ມັນ​ແມ່ນ​ວັນ​ແຫ່ງ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ໃນ​ປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ເປັນ​ພັນໆ​ປີ​ຂອງ​ຊາດ​ລາວ​ເຮົາ, ທີ່​ປະຊາຊົນ​ລາວ​ບັນດາເຜົ່າ​ໄດ້​ມີ​ອິດສະຫຼະພາບ ແລະ ໄດ້​ເປັນ​ເຈົ້າ​ຂອງ​ປະເທດ​ທີ່ແທ້​ຈິງ, ວັນ​ແຫ່ງ​ການ​ກ້າວ​ສູ້​ຍຸກ​ສະໄໝ​ໃໝ່​ແຫ່ງ​ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະ​ພາບ ວັດທະນາ​ຖາວອນ ແລະ ມີ​ຜົນສຳເລັດ​ໃນ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ. ໃນ​ຕະຫຼອດ​ໄລຍະ 47 ປີ​ທີ​ຜ່ານ​ມາ​ແຫ່ງ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ໄດ້ ເຕີບ​ໃຫຍ່​ເຂັ້ມແຂງ​ຂະ ຫຍາຍຕົວທາງ​ດ້ານ​ການເມືອງ, ດ້ານ​ເສດຖະກິດ, ວັດທະນາ​ທຳ-ສັງຄົມ ແລະ ການ​ຕ່າງປະເທດ​ນັບ​ມື​ຂະຫຍາຍຕົວ​ດີ​ຂຶ້ນ​ເປັນ​ກ້າວ​ໃນ​ເວທີ​ປະຊາ​ຄົມ​ໂລກ. ພ້ອມ​ນີ້, ກໍ​ໄດ້​ເລົ່າ​ເຖິງ​ການ​ດຳລົງ​ຊີວິດ ແລະ ການເຄື່ອນໄຫວ​ປະຕິວັດ​ຂອງ​ປະທານ​ໄກສອນ​ພົມວິຫານ ແລະ ຜົນງານ, ຄຸນງາມຄວາມດີ​ຂອງ​ນັກ​ປະຕິວັດ​ວິລະ​ບຸລຸດ​ທີ່​ຍິ່ງ​ໃຫຍ່​ຂອງ​ຊາດ, ຜູ້ນຳ​ທີ​ແສນ​ເຄົາລົບ​ຮັກ​ຂອງ​ພັກ-ລັດ​ທີ່​ປີ​ຊາ​ສາມາດ, ອັນ​ສະຫຼາດ​ສ່ອງ​ໃສ, ສະ​ດຸງ​ໄວ​ຄ່ອງ​ແຄ້ວ, ມີ​ໄຫວ​ພິບ​ອັນ​ແຫຼມ​ຄົມ, ມີ​ນໍ້າໃຈ​ຕໍ່ສູ້​ເດັດ​ດຽວ​ໜຽວ​ແໜ້ນ ແລະ ເປັນ​ຜູ້ນຳ​ທີ່​ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ​ອັນ​ສູງ​ສົ່ງ, ມີ​ທັດສະນະ​ມະຫາຊົນ​ກວ້າງຂວາງ, ເປັນ​ຜູ້ນຳ​ທີ່​ດຸ​ໜັ້ນ, ດຳລົງ​ຊີວິດ​ແບບ​ງ່າຍ​ດ່າຍ, ປະຢັດ ແລະ ບໍລິສຸດ​ປອດ​ໃສ ແລະ ເພິ່ນ​ຍັງ​ເປັນ​ຜູ້​ວາງ​ແນວທາງ, ເປັນ​ແບບຢ່າງ ປະຕິບັດ​ແນວທາງ​ການ​ຕ່າງປະເທດ​ຢ່າງ​ຖຶກ​ຕ້ອງ​ເຮັດ​ໃຫ້ ​ສປປ ລາວ ມີ​ບົດບາດ​ອັນ​ສຳຄັນ​ຢູ່​ໃນ​ເວທີ​ປະຊາ​ຄົມ​ໂລກ​ຮູ້ຈັກ​ຫຼາຍ​ຂຶ້ນ. ທັງ​ນີ້​, ເພື່ອ​ເປັນ​ການ​ສຶກ​ສາ​ອົບຮົມ​ການເມືອງ​ນຳພາ-ແນວ​ຄິດ ໃຫ້​ພະນັກງານ- ນັກຮົບ​ກຳ​ໄດ້​ເນື້ອ​ໃນ, ຄວາມ​ໝາຍ, ​ຄວາມ​ສຳຄັນ ມູນເຊື້ອ 2 ວັນ​ປະ​ວັນ​ສາດ​ທີ​ສຳຄັນ​ຂອງ​ຊາດ ​ຂອງ​ພັກ ແລະ ເປັນ​ການ ຮໍ່າຮຽນ​ເອົາ​ແບບຢ່າງ​ຄຸນງາມຄວາມດີ, ຄຸນສົມບັດ, ສິນ​ທຳ​ປະຕິວັດ​ຂອງ​ນັກ​ປະຕິວັດ​ຂອງ​ ພັກ-ລັດ, ທາດ​ແທ້​ມູນເຊື້ອ​ປະຕິວັດ, ຄວາມ​ຈົ່ງ​ຮັກ​ພັກດີ​ອັນ​ສູງ​ສົ່ງ, ຄວາມ​ເດັດ​ໜຽວ​ແໜ້ນ​ອັນ​ສະຫຼາດ​ສ່ອງ​ໃສ, ແບບແຜນ​ການ​ນຳພາ​ບັນຊາ ແລະ ແບບແຜນ​ດຳ ລົງ​ຊີວິດ​ທີ​ປອດ​ໃສ່, ບົດຮຽນ​ອັນ​ລ້ຳ​ຄ່າ ແລະ ພ້ອມ​ກັນ ເສີ່ມ​ສ້າງ​ມູນເຊື້ອ​ຂອງ​ຊາດ​ຂອງ​ພັກ ກໍ​ຄື​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ​ໃຫ້​ຈະເລີນ​ຮຸ່ງເຮືອງ​ຕະຫຼອດ​ໄປ. ໂດຍ: ສີ​ທາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ