ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງ​ປະຊຸມ​ທາງໄກ​ ສອງ​ອົງການ​ໄອ​ຍະ​ການ​ທະຫານ​ຂັ້ນ​ສູງ ລາວ-ກຸຍ​ບາ
ເວລາອອກຂ່າວ: 2022-12-09 09:35:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 346 | ຄວາມນິຍົມ:



ກອງ​ປະຊຸມ​ທາງໄກ​ອົງການ​ໄອ​ຍະ​ການ​ທະຫານ​ຂັ້ນ​ສູງ​ລາວ ແລະ ອົງການ​ໄອ​ຍະ​ການ​ທະຫານ​ຂັ້ນ​ສູງ ແຫ່ງ ສ. ກຸຍ​ບາ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ທັນວາ 2022 ນີ້, ຢູ່​ທີ່​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ແຫ່ງ ​ສປປ ລາວ ຝ່າຍ​ລາວ​ນຳ​ໂດຍ ທ່ານ ພົນ​ຈັດຕະວາ ສີໄຫວ ໄມ​ພອນ ຮອງ​ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ຫົວໜ້າ​ອົງການ​ໄອ​ຍະ​ການ​ທະຫານ​ຂັ້ນ​ສູງ ແຫ່ງ ​ສປປ ລາວ ພ້ອມ​ຄະນະ, ຝ່າຍ​ກຸຍ​ບານຳ​ໂດຍ ທ່ານ ພັນ​ເອກ ຈວນ ລາ​ໂດ ລິດ​ໂຊ ໂຄ​ລາ​ໂຊ ຮອງ​ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ຫົວໜ້າ​ອົງການ​ໄອ​ຍະ​ການ​ທະຫານ​ຂັ້ນ​ສູງ ແຫ່ງ ສ.ກຸຍ​ບາ ພ້ອມ​ຄະນະ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ​ທ່ານ ວັນ​ທາ ແສງ​ເມືອງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ ​ສປປ ລາວ ປະຈຳ ສ.ກູ​ບາ ແລະ ທ່ານ ນາງ ເອນ​ ນາ ບານ​ເດດ, ເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ ສ ກູ​ບາ ປະຈຳ ​ສປປ ລາວ. ກອງ​ປະຊຸມ​ໃນ​ຄັ້ງ​ນີ້, ເປັນ​ກອງ​ປະຊຸມ​ທີ່​ມີ​ຄວາມ​ໝາຍ​ສຳຄັນ ແລະ ເປັນ​ກອງ​ປະຊຸມ​ຄັ້ງ​ທຳອິດ ທີ່​ສອງ​ອົງການ​ໄອ​ຍະ​ການ​ທະຫານ​ຂັ້ນ​ສູງ ລາວ-ກຸຍ​ບາ, ກຸຍ​ບາ-ລາວ ໄດ້​ມີ​ໂອກາດ​ເປີດ​ກອງປະຊຸມ​ພົບ​ປະ​ທາງໄກ​ຮ່ວມ​ກັນ ເພື່ອ​ເປັນ​ການ​ພົບ​ປະ​ແລກປ່ຽນ​ບົດຮຽນ​ເຊິ່ງ​ກັນ ແລະ ກັນ ໃນ​ຂົງເຂດ​ວຽກ​ງານ​ອົງການ​ໄອ​ຍະ​ການ, ລະບົບ​ການຈັດຕັ້ງ, ພາລະ​ບົດບາດ, ສິດ ແລະ ໜ້າທີ່ພ້ອມ​ນີ້, ຝ່າຍ​ລາວ ໄດ້​ສະເໜີ​ໃຫ້​ສອງ​ຝ່າຍ​ສືບຕໍ່​ແລກປ່ຽນ​ບົດຮຽນ​ເຊິ່ງ​ກັນ ແລະ ກັນ ທາງ​ດ້ານ​ຂໍ້​ມູນ​ ຂ່າວສານ, ທາງ​ດ້ານ​ວິຊາ​ການ ແລະ ວຽກ​ງານ​ອື່ນໆ​ກ່ຽວ​ກັບ​ວຽກ​ງານ​ອົງການ​ໄອ​ຍະ​ການ​ທະຫານ​ຂັ້ນ​ສູງ ເພື່ອ​ເຮັດ​ໃຫ້​ວຽກ​ງານ​ດັ່ງກ່າວ​ໄດ້​ຮັບ​ໝາກຜົນ​ສູງ​ກວ່າ​ເກົ່າ ການ​ພົບ​ປະ​ແລກປ່ຽນ​ໃນ​ຄັ້ງ​ນີ້​ເປັນ​ການ​ປະ ກອບ​ສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ແລະ ການ​ພົວພັນ​ຮ່ວມ​ມື​ທີ່​ເປັນ​ມູນເຊື້ອ​ຂອງ​ສອງ​ຊາດ, ສອງ​ກອງທັບ ແລະ ປະຊາຊົນ​ສອງ​ຊາດ ຄໍ​ຄື​ສອງ​ອົງການ​ໄອ​ຍະ​ການ​ທະຫານ​ຂັ້ນ​ສູງ​ລາວ-ກຸຍ​ບາ, ກຸຍ​ບາ-ລາວ ໃຫ້​ນັບ​ມື້​ນັບ​ຈະເລີນ​ງອກ​ງາມ​ຍິ່ງ​ຂຶ້ນ​ເລື້ອຍໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ