
ກອງປະຊຸມທາງໄກ ສອງອົງການໄອຍະການທະຫານຂັ້ນສູງ ລາວ-ກຸຍບາ
ເວລາອອກຂ່າວ: 2022-12-09 09:35:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:
ກອງປະຊຸມທາງໄກອົງການໄອຍະການທະຫານຂັ້ນສູງລາວ ແລະ ອົງການໄອຍະການທະຫານຂັ້ນສູງ ແຫ່ງ ສ. ກຸຍບາ ໄດ້ຈັດຂຶ້ນໃນວັນທີ 7 ທັນວາ 2022 ນີ້, ຢູ່ທີ່ອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ ຝ່າຍລາວນຳໂດຍ ທ່ານ ພົນຈັດຕະວາ ສີໄຫວ ໄມພອນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການທະຫານຂັ້ນສູງ ແຫ່ງ ສປປ ລາວ ພ້ອມຄະນະ, ຝ່າຍກຸຍບານຳໂດຍ ທ່ານ ພັນເອກ ຈວນ ລາໂດ ລິດໂຊ ໂຄລາໂຊ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການທະຫານຂັ້ນສູງ ແຫ່ງ ສ.ກຸຍບາ ພ້ອມຄະນະ ໂດຍການເຂົ້າຮ່ວມຂອງ ທ່ານ ວັນທາ ແສງເມືອງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ.ກູບາ ແລະ ທ່ານ ນາງ ເອນ
ນາ ບານເດດ, ເອກອັກຄະລັດຖະທູດ ແຫ່ງ ສ ກູບາ ປະຈຳ ສປປ ລາວ.
ກອງປະຊຸມໃນຄັ້ງນີ້, ເປັນກອງປະຊຸມທີ່ມີຄວາມໝາຍສຳຄັນ ແລະ ເປັນກອງປະຊຸມຄັ້ງທຳອິດ ທີ່ສອງອົງການໄອຍະການທະຫານຂັ້ນສູງ ລາວ-ກຸຍບາ, ກຸຍບາ-ລາວ ໄດ້ມີໂອກາດເປີດກອງປະຊຸມພົບປະທາງໄກຮ່ວມກັນ ເພື່ອເປັນການພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຂົງເຂດວຽກງານອົງການໄອຍະການ, ລະບົບການຈັດຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ພ້ອມນີ້, ຝ່າຍລາວ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ທາງດ້ານຂໍ້ມູນ
ຂ່າວສານ, ທາງດ້ານວິຊາການ ແລະ ວຽກງານອື່ນໆກ່ຽວກັບວຽກງານອົງການໄອຍະການທະຫານຂັ້ນສູງ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບໝາກຜົນສູງກວ່າເກົ່າ ການພົບປະແລກປ່ຽນໃນຄັ້ງນີ້ເປັນການປະ ກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມືທີ່ເປັນມູນເຊື້ອຂອງສອງຊາດ, ສອງກອງທັບ ແລະ ປະຊາຊົນສອງຊາດ ຄໍຄືສອງອົງການໄອຍະການທະຫານຂັ້ນສູງລາວ-ກຸຍບາ, ກຸຍບາ-ລາວ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງຂຶ້ນເລື້ອຍໆ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ