
ເຮັດຢ່າງມີຈຸດສຸມຈຶ່ງເຮັດໃຫ້ການປະຕິບັດ 2 ວາລະແຫ່ງຊາດມີຜົນສຳເລັດ
ເວລາອອກຂ່າວ: 2022-12-09 09:42:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 20 | ຄວາມນິຍົມ:
ໂດຍອີງໃສ່ 3 ຫຼັກການທີ່ໄດ້ກຳນົດໄວ້ ໃນວາລະແຫ່ງຊາດ
ເຊິ່ງປະກອບມີ: ຫຼັກການເດັດ ຂາດ, ໂປ່ງໃສ ແລະ ເປັນມືອາຊີບ ເພື່ອສ້າງເງື່ອນໄຂຊຸກຍູ້ການຂະ ຫຍາຍຕົວຂອງຖານການຜະລິດ ແລະ ບໍລິການພາຍໃນ, ສ້າງຖານລາຍຮັບທີ່ເຂັ້ມແຂງ ແລະ ປະຢັດ
ງົບປະມານ ແນໃສ່ແກ້ໄຂສະພາບຄ່ອງຂອງເສດຖະກິດ ແລະ ຫຼຸດ ຜ່ອນຄວາມກົດດັນດ້ານໜີ້ສິນສາທາລະນະ.
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລາຍງານໃນກອງປະຊຸມໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 8 ທັນວາ 2022 ບາງຕອນວ່າ: ຜ່ານການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງ ຍາກດ້ານເສດຖະກິດ-ການເງິນ ນັບແຕ່ເດືອນສິງຫາ 2021 ເຖິງ
ປັດຈຸບັນ ໂດຍໄດ້ອີງໃສ່ 3 ຫຼັກ
ການດັ່ງກ່າວເຫັນວ່າມີຜົນສຳ
ເລັດຫຼາຍດ້ານ ເປັນຕົ້ນຫຼັກການຄວາມເດັດຂາດ, ລັດຖະບານ ໄດ້ຕັດສິນໃຈຈັດຕັ້ງປະຕິບັດບັນດາໂຄງການທົດລອງຂຸດຄົ້ນແຮ່ທາດ, ໂຄງການທົດລອງຂຸດຄົ້ນ
ແລະ ແລກປ່ຽນຊື້-ຂາຍເງິນຄິບ
ໂຕຣ ແລະ ປະຕິຮູບວິທີການເກັບ
ລາຍຮັບທີ່ມີການຮົ່ວໄຫຼຈຳນວນ
ໜຶ່ງ ເຊິ່ງໄດ້ສ້າງເງື່ອນໄຂໃນການ
ມອບພັນທະງົບປະມານເພີ່ມຂຶ້ນ
ຈຳນວນໜຶ່ງ ພ້ອມນັ້ນ, ຍັງເດັດ ຂາດຈຳກັດລາຍຈ່າຍງົບປະມານ
ບໍລິຫານທີ່ບໍ່ຈຳເປັນ ແລະ ຟຸມເຟືອຍ ລວມທັງໄດ້ປັບປຸງການຄຸ້ມຄອງລົດຂອງລັດຕາມທິດປະຢັດ, ເດັດຂາດແກ້ໄຂບັນຫາຕິດພັນກັບການຄຸ້ມຄອງເງິນຕາຕ່າງປະເທດ ໂດຍສະເພາະຈຳ ກັດບັນດາຮ້ານແລກປ່ຽນໃຫ້ຄ່ອຍໆໝົດໄປ ແລະ ຫັນໄປສູ່ຮ້ານ
ແລກປ່ຽນຕົວແທນ, ໜ່ວຍບໍລິ ການ (ປ່ອງບໍລິການ) ຂອງທະ
ນາຄານທຸລະກິດ, ສຸມໃສ່ປະຕິຮູບລັດວິສາຫະກິດ ແລະ ທະນາຄານທຸລະກິດລັດທີ່ດຳເນີນທຸລະກິດ
ບໍ່ມີປະສິດຜົນກ້າວໄປສູ່ຮູບແບບ
ໃໝ່ທີ່ບໍ່ສ້າງໜີ້ສິນໃຫ້ລັດຖະ ບານ; ຕັດສິນໃຈປັບປຸງກົນໄກ
ການອະນຸມັດການລົງທຶນ ເປັນ ຕົ້ນການປັບປຸງຮູບແບບການອະ ນຸມັດການລົງທຶນໃໝ່. ພ້ອມນັ້ນ, ຍັງເດັດຂາດໃນການຫຼຸດຈຳນວນກົງຈັກລັດ ແລະ ຈຳກັດໂກຕ້າພະ ນັກງານໃໝ່ ຕາມທິດກະທັດຮັດ ແລະ ປະຢັດ.
ສຳລັບຫຼັກການຄວາມໂປ່ງໃສ, ລັດຖະບານ ໄດ້ເປີດໂອກາດ
ຮັບຟັງຄຳຄິດຄຳເຫັນຈາກພາກ
ສ່ວນຕ່າງໆຕໍ່ການຈັດຕັ້ງຜັນຂະ
ຫຍາຍວາລະແຫ່ງຊາດໃນໄລຍະ
ຜ່ານມາ ເພື່ອເປັນຂໍ້ມູນໃນການ
ປັບປຸງບັນດາວຽກຈຸດສຸມຂອງ
ວາລະແຫ່ງຊາດໃຫ້ໄປຕາມແຜນ ການ ພ້ອມນັ້ນ, ໃນໂຄງການຕ່າງໆທີ່ມີຄວາມສຳຄັນ ກໍໄດ້ແຕ່ງ
ຕັ້ງຄະນະສະເພາະກິດ ເພື່ອຄັດເລືອກເອົາບໍລິສັດທີ່ມີມາດຖານເງື່ອນໄຂເຂົ້າມາດຳເນີນການ
ລວມທັງມີການປະມູນຕາມມາດ
ຖານເງື່ອນໄຂຂອງແຕ່ລະໂຄງ
ການທີ່ໄດ້ກຳນົດໄວ້, ພ້ອມທັງ ໄດ້ພະຍາຍາມຫັນເປັນທັນສະໄໝໃນການຄຸ້ມຄອງການເກັບລາຍ
ຮັບ ແລະ ລາຍຈ່າຍງົບປະມານ ເຊິ່ງສະແດງອອກໃນການຂະ ຫຍາຍການນຳໃຊ້ເຄື່ອງມືທັນສະໄໝລະບົບແຈ້ງອາກອນ
(TaxRis) ແລະ ພາສີ (ASY
CUDA) ແລະ ການນຳໃຊ້ລະ
ບົບຊຳລະດ້ານລາຍຮັບຜ່ານລະ ບົບທະນາຄານຫຼາຍຂຶ້ນ.
ພ້ອມນັ້ນ, ໄດ້ຊຸກຍູ້ໃຫ້ແຕ່ລະພາກສ່ວນທີ່ຕິດພັນການຄຸ້ມຄອງຖານລາຍຮັບເຊື່ອມໂຍງຂໍ້ມູນ ເພື່ອຂະຫຍາຍຖານລາຍຮັບທີ່ມີ
ທ່າແຮງ ແລະ ໝັ້ນຄົງ ເປັນຕົ້ນທີ່ດິນ, ຊັບສິນລັດ ແລະ ຫົວໜ່ວຍແຮງງານ. ສ່ວນດ້ານຫຼັກການຄວາມເປັນມືອາຊີບ ໄດ້ອອກມະ
ຕິ 07/ລບ ວ່າດ້ວຍ ການແບ່ງ
ຄວາມຮັບຜິດຊອບໃນການຈັດ
ຕັ້ງຜັນຂະຫຍາຍມະຕິຂອງສະພາ
ແຫ່ງຊາດກ່ຽວກັບການແກ້ໄຂ
ຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ແລະ ຈັດຕັ້ງປະຕິ
ບັດຄຳສັ່ງ 01/ກມສພ, ມະຕິ 03/
ສພຊ ເພື່ອຊຸກຍູ້ບັນດາຂະແໜງ
ການທັງຂັ້ນສູນກາງ ແລະ ທ້ອງ
ຖິ່ນປະຕິບັດວຽກຈຸດສຸມຂອງຕົນ,
ພ້ອມທັງກຳນົດມາດຖານເງື່ອນ
ໄຂຕ່າງໆສຳລັບການຈັດຕັ້ງປະ
ຕິບັດແຕ່ລະໂຄງການ. ນອກນີ້, ຍັງໄດ້ຍາດແຍ່ງຄວາມຄິດເຫັນ ຂອງຜູ້ປະກອບການ ລວມທັງຈາກຊ່ຽວຊານຂອງເພື່ອນມິດຕ່າງໆ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ
ດ້ວຍຮູບການຕ່າງໆທີ່ເໝາະສົມ
ແລະ ໄດ້ປັບປຸງ, ສັບຊ້ອນພະນັກ ງານໃນແຕ່ລະລະດັບທີ່ມີຄວາມຮູ້ຄວາມສາມາດເຂົ້າສູ່ຕຳແໜ່ງທີ່
ສຳຄັນໃນແຕ່ລະຂະແໜງການຕົ້ນຕໍທີ່ຮັບຜິດຊອບວຽກງານຈຸດສຸມຂອງວາລະແຫ່ງຊາດ ຈຶ່ງເຮັດໃຫ້ຜົນສຳເລັດຫຼາຍດ້ານ.
ໂດຍ: ຈັນທະວົງ ອຸ່ນວິໄລຫົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ