
ແຂວງຫົວພັນ ຈັດພິທີເປີດຫຼຽນໄຊວິລະຊົນຈຳລອງ
ເວລາອອກຂ່າວ: 2022-12-09 09:47:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 11 | ຄວາມນິຍົມ:
ພິທີເປີດຫຼຽນໄຊວິລະຊົນຈຳ ລອງຫົວພັນວິລະຊົນ ໄດ້ຈັດຂຶ້ນ ໃນວັນທີ 7 ທັນວາ 2022 ຢູ່ທີ່ ເດີ່ນສວນມິດຕະພາບ ລາວຮຸ່ງຫົວພັນ-ແທັງຮວ່າແຂວງຫົວ ພັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ ກຳມະການກົມການສູນກາງພັກ ນາຍົກລັດ ຖະມົນຕີແຫ່ງ ສປປ ລາວ, ມີທ່ານ ວັນໄຊ ແພງຊຸມມາ ກຳມະການ ສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຫົວພັນ, ມີບັນດາການນຳແຂວງ, ການນຳເມືອງ, ພະ ນັກງານ, ທະຫານ-ຕຳຫຼວດ, ມີອຳນາດການປົກຄອງບ້ານຕະ ຫຼອດຮອດປະຊາຊົນໃນເທສະ ບານເມືອງຊຳເໜືອເຂົ້າຮ່ວມນຳ. ທ່ານ ອານົງລັກ ແສງສຸລິຍາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຊຳເໜືອຕາງໜ້າເຈົ້າຂອງໂຄງການກໍ່ສ້າງໄດ້ລາຍງານໂດຍຫຍໍ້ກ່ຽວກັບໂຄງ ການດັ່ງກ່າວ: ການກໍ່ສ້າງຫຼຽນ ໄຊວິລະຊົນຈຳລອງ ຫົວພັນວິລະຊົນແມ່ນໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 24 ມັງກອນ 2022 ຫາວັນທີ 23 ກັນຍາ 2022 ແມ່ນໃຫ້ສຳເລັດ, ການກໍ່ສ້າງແທ່ນເສົາຕັ້ງຫຼຽນຈຳລອງ, ຜະລິດຫຼຽນຈຳລອງ, ແກະກີບດອກບົວໃສ່ຂອບຫຼ່ຽມເສົາ ແລະ ປັ້ນຮູບນູນໃສ່, ກໍ່ສ້າງເສົາຮອງຮັບຈຳລອງຫຼຽນວິລະຊົນ ເປັນຮູບ 10 ຫຼຽ່ມ, ເປັນໂຄງສ້າງເບຕົງເສີມເຫຼັກ, ກໍ່ດິນຈີ່ຕັນ ແລະ ຕົບແຕ່ງເປັນລວດລາຍເອກະລັກຕ່າງໆ. ລວມມູນຄ່າໃນການກໍ່ສ້າງທັງໝົດ 569.206.000 ກີບ. ແຫຼ່ງທຶນການກໍ່ສ້າງແມ່ນໄດ້ມາຈາກການປະກອບສ່ວນຂອງບັນດານັກທຸລະກິດ, ຜູ້ປະກອບການ, ພໍ່ຄ້າຊາວຂາຍ ແລະ ທຶນສົມທົບຂອງແຂວງຈຳນວນໜຶ່ງ. ໂອກາດດຽວກັນນີ້, ທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫົວພັນ ຍັງມີຄຳເຫັນຕໍ່ພິທີເປີດນຳໃຊ້ຫຼຽນຈຳລອງວິລະຊົນວ່າ: ຫຼຽນຈຳລອງຫົວພັນວິລະຊົນ ແມ່ນເປັນສັນຍາລັກຂອງແຂວງຫົວພັນ ສ່ອງແສງໃຫ້ເຫັນເຖິງຄວາມອົງອາດກ້າຫານໃນການຕໍ່ສູ້ປົດປ່ອຍຊາດໃນໄລຍະກ່ອນ ແລະ ການກໍ່ສ້າງພັດທະນາທາງດ້ານວັດທະນາທຳ - ສັງຄົມ ແລະ ເສດຖະກິດຂອງຊາວແຂວງຫົວ ໃນແຕ່ລະໄລຍະ. ເປັນສູນການຮຽນຮູ້ໃຫ້ນັກຮຽນຮູ້ປັນຍາຊົນ, ປະຊາຊົນບັນດາເຜົ່າຮ່ຳຮຽນເອົາມູນເຊື້ອຄຸນງາມຄວາມດີຂອງບັນດານັກຮົບ ແລະ ປະຊາຊົນບັນດາດເຜົ່າ ທີ່ໄດ້ເສຍສະລະຊີວິດເພື່ອຊາດເພື່ອປະຊາຊົນໃນໄລຍະກ່ອນ. ໂອກາດນີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ໃຫ້ກຽດເປີດແຜນປ້າຍນຳໃຊ້ຫຼຽນຈຳລອງວິລະຊົນ ແລະ ຕີຄອງ 9 ບາດເພື່ອຄວາມເປັນສິລິມຸງຄຸນອີກດ້ວຍ. ພາບ-ຂ່າວ: ສົມເພັດ ວິໄລຄຳ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ