ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ແຂວງຫົວພັນ ຈັດພິທີເປີດຫຼຽນໄຊວິລະຊົນຈຳລອງ
ເວລາອອກຂ່າວ: 2022-12-09 09:47:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 217 | ຄວາມນິຍົມ:



​ພິທີ​ເປີດ​ຫຼຽນ​ໄຊວິລະຊົນຈຳ ລອງ​ຫົວພັນວິລະ​ຊົນ​ ໄດ້ຈັດຂຶ້ນ ໃນວັນທີ 7 ທັນວາ 2022 ຢູ່​ທີ່​ ເດີ່ນ​ສວນ​ມິດຕະພາບ​ ລາວ​ຮຸ່ງ​ຫົວພັນ-ແທັງ​ຮວ່າແຂວງຫົວ ພັນ ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ພັນ​ຄຳ ວິພາ​ວັນ ກຳມະການ​ກົມ​ການ​ສູນ​ກາງ​ພັກ ນາຍົກລັດ ຖະມົນຕີ​ແຫ່ງ ສປ​ປ ລາວ, ມີ​ທ່ານ ວັນ​ໄຊ ແພງ​ຊຸມ​ມາ ກຳມະການ ສູນ​ກາງ​ພັກ ເລຂາ​ພັກ​ແຂວງ ເຈົ້າແຂວງໆ​ຫົວພັນ, ມີ​ບັນດາ​ການ​ນຳ​ແຂວງ, ການ​ນຳ​ເມືອງ, ພະ ນັກງານ, ທະຫານ-ຕຳຫຼວດ, ມີ​ອຳນາດ​ການ​ປົກຄອງ​ບ້ານ​ຕະ ຫຼອດ​ຮອດ​ປະຊາຊົນ​ໃນ​ເທສະ ບານ​ເມືອງ​ຊຳ​ເໜືອ​ເຂົ້າ​ຮ່ວມ​ນຳ. ທ່ານ ອາ​ນົງລັກ ແສງ​ສຸລິຍາ ກຳມະການ​ພັກ​ແຂວງ ເລຂາ​ພັກ​ເມືອງ ເຈົ້າເມືອງ​ຊຳ​ເໜືອ​ຕາງ​ໜ້າ​ເຈົ້າ​ຂອງ​ໂຄງການ​ກໍ່ສ້າງ​ໄດ້​ລາຍ​ງານ​ໂດຍ​ຫຍໍ້​ກ່ຽວ​ກັບ​ໂຄງ ການ​ດັ່ງກ່າວ: ການ​ກໍ່ສ້າງຫຼຽນ ໄຊວິລະຊົນ​ຈຳລອງ ຫົວພັນ​ວິລະ​ຊົນແມ່ນ​ໄດ້​ເລີ່ມ​ລົງມື​ກໍ່ສ້າງແຕ່​ວັນ​ທີ 24 ມັງກອນ 2022 ຫາວັນ​ທີ 23 ກັນຍາ 2022 ແມ່ນ​ໃຫ້​ສຳເລັດ, ການ​ກໍ່ສ້າງ​ແທ່ນ​ເສົາ​ຕັ້ງ​ຫຼຽນ​ຈຳລອງ, ຜະລິດ​ຫຼຽນ​ຈຳລອງ, ແກະ​ກີບ​ດອກ​ບົວ​ໃສ່​ຂອບ​ຫຼ່ຽມ​ເສົາ ແລະ ປັ້ນ​ຮູບ​ນູນ​ໃສ່, ກໍ່ສ້າງ​ເສົາ​ຮອງ​ຮັບ​ຈຳລອງ​ຫຼຽນ​ວິລະ​ຊົນ ເປັນ​ຮູບ 10 ຫຼຽ່ມ, ເປັນ​ໂຄງ​ສ້າງ​ເບ​ຕົງ​ເສີມ​ເຫຼັກ, ກໍ່​ດິນຈີ່​ຕັນ ແລະ ຕົບແຕ່ງ​ເປັນ​ລວດລາຍເອກະລັກ​ຕ່າງໆ. ລວມ​ມູນ​ຄ່າ​ໃນ​ການ​ກໍ່ສ້າງ​ທັງ​ໝົດ 569.206.000 ກີບ. ແຫຼ່ງ​ທຶນ​ການ​ກໍ່ສ້າງ​ແມ່ນ​ໄດ້​ມາ​ຈາກ​ການ​ປະກອບສ່ວນ​ຂອງ​ບັນດາ​ນັກທຸລະກິດ, ຜູ້​ປະກອບ​ການ, ພໍ່ຄ້າ​ຊາວ​ຂາຍ ແລະ ທຶນ​ສົມທົບ​ຂອງ​ແຂວງ​ຈຳນວນ​ໜຶ່ງ. ໂອກາດ​ດຽວ​ກັນ​ນີ້, ​ທ່ານ ວັນ​ໄຊ ແພງ​ຊຸມ​ມາ ກຳມະການ​ສູນ​ກາງ​ພັກ ເລຂາ​ພັກ​ແຂວງ ເຈົ້າແຂວງ​ຫົວພັນ ຍັງ​ມີ​ຄຳ​ເຫັນ​ຕໍ່​ພິທີ​ເປີດ​ນຳ​ໃຊ້​ຫຼຽນ​ຈຳລອງ​ວິລະ​ຊົນວ່າ: ຫຼຽນ​ຈຳລອງ​ຫົວພັນ​ວິລະ​ຊົນ ແມ່ນ​ເປັນ​ສັນຍາ​ລັກ​ຂອງ​ແຂວງ​ຫົວພັນ ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ອົງອາດ​ກ້າຫານ​ໃນ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ໃນ​ໄລຍະ​ກ່ອນ ແລະ ການ​ກໍ່ສ້າງ​ພັດທະນາ​ທາງ​ດ້ານ​ວັດທະນາ​ທຳ - ສັງຄົມ ແລະ ເສດຖະກິດ​ຂອງ​ຊາວ​ແຂວງ​ຫົວ ໃນ​ແຕ່​ລະ​ໄລຍະ. ເປັນ​ສູນ​ການ​ຮຽນ​ຮູ້​ໃຫ້​ນັກຮຽນ​ຮູ້​ປັນຍາ​ຊົນ, ປະຊາຊົນ​ບັນດາເຜົ່າ​ຮ່ຳຮຽນ​ເອົາ​ມູນເຊື້ອ​ຄຸນງາມຄວາມດີ​ຂອງ​ບັນດາ​ນັກຮົບ ແລະ ປະຊາຊົນ​ບັນ​ດາດ​​ເຜົ່າ ທີ່​ໄດ້​ເສຍ​ສະລະ​ຊີວິດ​ເພື່ອ​ຊາດ​ເພື່ອ​ປະຊາຊົນ​ໃນ​ໄລຍະ​ກ່ອນ. ໂອກາດ​ນີ້, ທ່ານ ພັນ​ຄຳ ວິພາ​ວັນ ນາຍົກລັດຖະມົນຕີ ແຫ່ງ ​ສປ​ປ ລາວ ຍັງ​ໄດ້​ໃຫ້​ກຽດ​ເປີດ​ແຜນ​ປ້າຍ​ນຳ​ໃຊ້​ຫຼຽນ​ຈຳລອງ​ວິລະ​ຊົນ ແລະ ຕີ​ຄອງ 9 ບາດ​ເພື່ອ​ຄວາມ​ເປັນ​ສິລິ​ມຸງຄຸນ​ອີກ​ດ້ວຍ. ພາບ-ຂ່າວ: ສົມ​ເພັດ ວິໄລ​ຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ