
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານພະລາທິການທົ່ວກອງທັບປະຈຳປີ 2018
ເວລາອອກຂ່າວ: 2019-02-22 09:04:40 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 825 | ຄວາມນິຍົມ:
ກອງປະຊຸມສະຫຼຸບຖອດຖອນ ບົດຮຽນວຽກງານພະລາທິການ ທົ່ວກອງທັບ ປະຈໍາປີ2018 ແລະ
ວາງທິດທາງແຜນການປີ 2019
ໄດ້ດໍາເນີນມາເປັນເວລາ 2 ວັນ
ແລະ ໄດ້ສຳເລັດຜົນລົງຢ່າງຈົບ ງາມໃນຕອນແລງຂອງວັນທີ 20
ກຸມພາ 2019 ໂດຍໃຫ້ກຽດ ເຂົ້າ ຮ່ວມໂອ້ລົມຕໍ່ກອງປະຊຸມຂອງ ສະຫາຍ ພົນເອກ ຈັນສະໝອນ
ຈັນຍາລາດ ກຳມະການກົມການ
ເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ເຂົ້າ
ຮ່ວມຂອງສະຫາຍ ພົນຕີ ປອ ວົງ
ຄໍາ ພົມມະກອນ ກໍາມະການຄະ ນະ
ປະຈໍາພັກກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ພະລາ
ທິການກອງທັບ, ມີຄະນະນໍາກະ ຊວງປ້ອງກັນ ປະເທດ, ຄະນະ ນໍາ
4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ກົມໃຫຍ່ພະລາ ທິການປ້ອງກັນຄວາມສະຫງົບ ແລະ ຜູ້ແທນກອງປະຊຸມຈາກ ກົມກອງຕ່າງໆໃນກຳລັງຫລວງ-
ກຳລັງທ້ອງຖິ່ນທັງອ້ອມຂ້າງສູນ ກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການຂຶ້ນ ຜ່ານສະຫຼຸບລາຍງານໂດຍຫຍໍ້ ຂອງ ສະຫາຍ ພົນຈັດຕະວາ ປອ ວົງສັກ ພັນທະວົງ ກໍາມະການຄະ ນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິ
ການກອງທັບ ຕໍ່ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ, ກອງ
ປະຊຸມສະຫຼຸບຖອດຖອນບົດຮຽນ
ວຽກງານພະລາທິການ-ການ ເງິນທົ່ວກອງທັບປະຈໍາປີ 2018 ໄດ້ດໍາເນີນຕາມວາລະທີ່ໄດ້ກຳ ນົດໄວ້ຢ່າງເຄັ່ງຮ້ອນ ແລະ ດ້ວຍ
ຄວາມຮັບຜິດຊອບສູງຂອງສະ ຫາຍປະທານ, ຄະນະປະທານ
ພ້ອມດ້ວຍບັນດາສະຫາຍຜູ້ແທນ ກອງປະຊຸມ, ໃນນີ້ກອງປະຊຸມໄດ້
ພ້ອມກັນຄົ້ນຄວ້າ ແລະ ເອກະພາບ ກັນຮັບຮອງເອົາບົດສະຫຼຸບຕີລາ ຄາດ້ານດີ-ດ້ານອ່ອນໃນການຈັດ ຕັ້ງປະຕິບັດວຽກງານພະລາທິ ການ-ການເງິນ ໃນສົກປີ 2018 ຜ່ານມາ ແລະ ຮັບຮອງເອົາທິດ ທາງແຜນການວຽກງານພະລາທິ
ການ-ການເງິນ ສໍາລັບປີ 2019, ບົນພື້ນຖານປະກອບຄຳຄິດຄຳ ເຫັນຂອງສະຫາຍຜູ້ແທນກອງປະ ຊຸມຢ່າງເລິກເຊິ່ງເຖິງຖອງ, ກົງ
ໄປກົງມາ ໂດຍໄດ້ຍົກໃຫ້ເຫັນ
ດ້ານດີ-ຕັ້ງໜ້າ ເພື່ອສືບຕໍ່ເສີມຂະ ຫຍາຍ ແລະ ດ້ານອ່ອນ-ຄົງຄ້າງ ເພື່ອແກ້ໄຂໃຫ້ດີຂຶ້ນຕໍ່ໄປ, ແຕ່ເຖິງ
ຢ່າງໃດກໍຕາມຍ້ອນໄດ້ຮັບການ ຊີ້ນຳຢ່າງໃກ້ຊິດຈາກກະຊວງ ປ້ອງກັນປະເທດ, ການເອົາໃຈໃສ່ ດ້ວຍຫົວຄິດປະດິດສ້າງຂອງບັນ ດາກົມວິຊາສະເພາະ, ການຄຸ້ມ ຄອງນໍາໃຊ້ຢ່າງຮັດກຸມຂອງຄະ ນະພັກ-ຄະນະບັນຊາ ໂດຍສະ ເພາະແມ່ນຜູ້ສັ່ງການເອກຂອງ ກົມກອງຕະຫຼອດຮອດພະນັກ
ງານວິຊາສະເພາະໄດ້ມີຄວາມ ຮັບຜິດຊອບສູງຕໍ່ໜ້າທີ່ການ ເມືອງຂອງຕົນ ຈຶ່ງເຮັດໃຫ້ການ ຮັບປະກັນຕາມລະບອບອັດຕາ ທາງດ້ານການເງິນເຊັ່ນ: ເງິນ ເດືອນ, ເງິນກິນ, ເງິນຊື້ເຂົ້າແມ່ນ ໄດ້ຮັບປະກັນໄດ້ຕາມແຜນການ 100%, ສ່ວນຮ່ວງອື່ນໆກໍສາ ມາດເບີກຈ່າຍໄດ້ຕາມແຜນວຽກ
ຂອງກົມກອງ ແລະ ຕາມຮ່ວງ ງົບປະມານທີ່ສະໜອງໃຫ້, ພ້ອມ ນີ້ການຮັບປະກັນດ້ານອື່ນໆ ເປັນ
ຕົ້ນ: ເຄື່ອງນຸ່ງຫົ່ມ, ນໍ້າມັນເຊື້ອ
ໄຟ, ເສນາຮັກ, ຂົນສົ່ງ, ກໍ່ສ້າງ
ແລະ ອື່ນໆກໍສາມາດຮັບປະກັນ ໄດ້ໂດຍພື້ນຖານເຮັດໃຫ້ບັນດາ ກົມກອງ, ທ້ອງຖິ່ນສາມາດເຄື່ອນ
ໄຫວປະຕິບັດໜ້າທີ່ໃນການກໍ່ ສ້າງກໍາລັງ, ເຝິກແອບຮໍ່າຮຽນ, ກຽມພ້ອມສູ້ຮົບ ແລະ ເຄື່ອນໄຫວ ສູ້ຮົບໄດ້ເປັນປົກກະຕິ, ແຕ່ຄຽງ ຄູ່ກັບດ້ານດີ-ຕັ້ງໜ້າ, ກອງປະຊຸມ ກໍຍັງໄດ້ຍົກໃຫ້ເຫັນດ້ານອ່ອນ-ຄົງຄ້າງ, ໄດ້ພ້ອມກັນຄົ້ນຄວ້າ
ຢ່າງເລິກເຊິ່ງເຖິງຖອງເຖິງສາເຫດທີ່ພາໃຫ້ເກີດຈຸດດີດັ່ງກ່າວ ແລະ ໄດ້ເອກະພາບກັນວາງມາດ ຕາການ ເພື່ອຈະພ້ອມກັນສູ້ຊົນ ຜ່ານຜ່າ ແລະ ແກ້ໄຂໃຫ້ມັນດີໃນປີຕໍ່ໜ້າໃຫ້ສໍາເລັດຜົນ.
ໃນໂອກາດເຂົ້າຮ່ວມກອງປະ ຊຸມສະຫຼຸບຖອດຖອນບົດຮຽນ ວຽກງານພະລາທິການທົ່ວກອງ ທັບປະຈໍາປີ 2018 ແລະ ທິດທາງ
ແຜນການປີ 2019 ຂອງກົມ ໃຫຍ່ພະລາທິການກອງທັບ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ມີ ຄໍາເຫັນໂອ້ ລົມຕໍ່ກອງປະຊຸມ ເພື່ອນໍາໄປຈັດ ຕັ້ງປະຕິບັດໃນທິດທາງແຜນການ ປະຈຳປີ 2019 ວ່າ: ວຽກງານ
ຮັບປະກັນພະລາທິການເປັນໃຈ ກາງໃນການຈັດຕັ້ງຜັນຂະຫຍາຍ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງ ກັນປະເທດວາງອອກ, ເປັນໜ້າທີ່ ໃຫຍ່ທີ 3, ຈຶ່ງຮຽກຮ້ອງມາຍັງ ຄະນະນຳທຸກພາກສ່ວນ, ໂດຍສະ
ເພາະຜູ້ສັ່ງການເອກ, ຫົວໜ້າ ພະລາທິການທຸກຂັ້ນຕ້ອງເຊີດຊູ ບົດບາດການຊີ້ນໍາ-ບັນຊາສ້າງ ຄວາມຕັດສິນໃຈບຸກບືນຜ່ານ
ຜ່າຄວາມຫຍຸ້ງຍາກຕ່າງໆນາໆ
ດ້ວຍການເຊີດຊູນໍ້າໃຈເປັນເຈົ້າ ຕົນເອງ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ, ຕ້ານທັດສະນະແນວຄິດ ເອື່ອຍອີງ, ລໍຖ້າແຕ່ການເບີກຈ່າຍ ຂອງຂັ້ນເທິງ, ຍົກສູງຄວາມຮັບ ຜິດຊອບການເມືອງຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມທີ່ພັກ - ລັດວາງອອກ, ເພື່ອ
ປະກອບສ່ວນຢ່າງແຂງແຮງເຂົ້າ ໃນໂຄງການແກ້ໄຂຄວາມທຸກ ຍາກຂອງລັດຖະບານ, ສ້າງໃຫ້ ກອງທັບຮັ່ງມີເຂັ້ມແຂງທາງດ້ານເສດຖະກິດ, ຢ່າງເປັນຮູບປະທຳ ຄຽງຄູ່ກັບການເອົາໃຈໃສ່ໃນ ການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ພາຫະນະ, ວັດຖຸ, ເງິນຄໍາ ຕາມລະບອບອັດຕາທີ່ຂັ້ນເທິງກໍາ ນົດ, ຄຸ້ມຄອງນໍາໃຊ້ຕົວເລກງົບ ປະ
ມານທີ່ໄດ້ຮັບແບ່ງປັນໃຫ້ແໜ້ນ
ໜາຮັດກຸມ, ນໍາໃຊ້ຖືກເປົ້າໝາຍ, ຖືກຮ່ວງ, ປະຢັດ ແລະ ເພີ່ມທະວີ
ວຽກງານກວດກາ, ກວດວຽກ ງານວິຊາສະເພາະພະລາທິການ ໃຫ້ເປັນປົກກະຕິ, ຮັບປະກັນ
ຄວາມໂປ່ງໃສ ແລະ ສາມາດ
ກວດສອບໄດ້, ແກ້ໄຂຊີວິດການ ເປັນຢູ່ຂອງນາຍ ແລະ ພົນທະ
ຫານ, ສືບຕໍ່ຍູ້ແຮງຂະບວນການ ຜະລິດ ໂດຍເສີມຂະຫຍາຍທ່າ
ແຮງ ແລະ ຄວາມສາມາດບົ່ມ ຊ້ອນຂອງແຕ່ລະກົມກອງ-ທ້ອງ
ຖິ່ນໃຫ້ແຂງແຮງ ແລະ ກວ້າງ ຂວາງ, ສ້າງໃຫ້ມີພະນັກງານສືບ
ທອດປ່ຽນແທນຕໍ່ເນື່ອງ ເພື່ອຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ຮັບປະກັນການລ້ຽງດູທັບ,ກໍ່ສ້າງ
ປັບປຸງເຫຼົ່າຮົບພະລາທິການກ້າວ ຂຶ້ນສູ່ແບບແຜນ ແລະ ທັນສະໄໝ ເທື່ອລະກ້າວ.
ໂດຍ: ຄຳປະສົງ ລາດຊະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ