
ຄະນະຜູ້ແທນແພດທະຫານລາວ ສຳເລັດການເຂົ້າຮ່ວມກອງປະຊຸມແພດທະຫານອາຊຽນ-ບວກທີ່ມຽນມາ
ເວລາອອກຂ່າວ: 2019-02-26 08:42:40 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 917 | ຄວາມນິຍົມ:
ຄະນະຜູ້ແທນແພດທະຫານ
ລາວ ເຊິ່ງນຳໂດຍສະຫາຍ ພັນ
ໂທ ດຣ ສີທະວົງ ບຸນປຣະສົງ
ຮອງຫົວໜ້າກົມເສນາຮັກກົມ ໃຫຍ່ພະລາທິການກອງທັບປະ
ຊາຊົນລາວ ໄດ້ເຂົ້າຮ່ວມກອງ
ປະຊຸມວາງແຜນຂັ້ນສຸດທ້າຍ ຂອງໜ່ວຍງານຊ່ຽວຊານແພດ ທະຫານອາຊຽນ-ບວກ (ປະເທດ ຄູ່ເຈລະຈາຂອງອາຊຽນ) ໃນລະ ຫວ່າງວັນທີ 16-21 ກຸມພາ 2019
ທີ່ປະເທດ ມຽນມາ ເພື່ອກະກຽມໃຫ້ແກ່ ການເຝິກຊ້ອມໃຫຍ່ໃນວຽກງານ
ການແພດພາກສະໜາມໃນການ ກອບກູ້ໄພພິບັດທີ່ຈະຈັດຂຶ້ນຢ່າງ ເປັນທາງການທີ່ປະເທດອິນເດຍ ໃນເດືອນມີນາ 2019 ໂດຍການ ເປັນປະທານຮ່ວມຂອງມຽນມາ ແລະ ອິນເດຍ.
ພ້ອມກັນນັ້ນ ທີ່ກອງປະຊຸມ; ຄະນະຜູ້ແທນແພດທະຫານລາວ, ຍັງໄດ້ເຂົ້າຮ່ວມກອງປະຊຸມວິທະ ຍາສາດການແພດທະຫານອາ ຊຽນຄັ້ງທີ 2 ເຊິ່ງທາງກົມການ
ແພດທະຫານປະເທດມຽນມາ ເປັນຜູ້ຈັດຂຶ້ນໃນຄັ້ງນີ້, ໃນນັ້ນຄະ
ນະຜູ້ແທນແພດທະຫານລາວ
ຍັງໄດ້ນຳເອົາບົດຄົ້ນຄວ້າທີ່ເປັນ
ຜົນງານການວິໄຈແມງໄມ້ທີ່ນຳ ເຊື້ອພະຍາດຢູ່ພາກເໜືອຂອງ
ລາວສະເໜີຕໍ່ກອງປະຊຸມ ເຊິ່ງ
ກໍໄດ້ຮັບການຕີລາຄາສູງຈາກ
ວົງການແພດຂອງປະເທດເພື່ອນ
ມິດໃນອາຊຽນ ແລະ ປະເທດຄູ່
ເຈລະຈາຂອງອາຊຽນທີ່ເຂົ້າ
ຮ່ວມກອງປະຊຸມໃນຄັ້ງນີ້; ນອກ
ຈາກກອງປະຊຸມສໍາຄັນນີ້ແລ້ວ
ຍັງໄດ້ມີການວາງສະແດງອຸປະ
ກອນການແພດທີ່ທັນສະໄໝຈາກ
ຫຼາຍບໍລິສັດທີ່ຜະລິດເຄື່ອງມືການ
ແພດມີຊື່ສຽງຂອງໂລກ ແລະ
ຍັງທ່ຽວຊົມສະຖານທີ່ທາງດ້ານ
ເສດຖະກິດ ແລະ ວັດທະນະທຳ ຈຳນວນໜຶ່ງ.
ຜົນສຳເລັດຂອງກອງປະຊຸມ ວາງແຜນຂັ້ນສຸດທ້າຍຂອງໜ່ວຍ
ງານຊ່ຽວຊານແພດທະຫານອາ
ຊຽນ-ບວກ (ກັບປະເທດຄູ່ເຈລະ ຈາຂອງອາຊຽນ) ໃນເທື່ອນີ້ແມ່ນ ໄດ້ມີການແລກປ່ຽນບົດຮຽນ
ປະສົບການນຳກັນ ແລະ ທຸກໆປະ
ເທດຈະກຽມຄວາມພ້ອມໃນການ
ສົ່ງແພດ ແລະ ພະຍາບານເຂົ້າ
ຮ່ວມເຝິກຊ້ອມພາກສະໜາມ
ຄັ້ງໃຫຍ່ທີ່ປະເທດອິນເດຍທີ່ຈະ
ຈັດຂຶ້ນໃນລະຫວ່າງວັນທີ 8-6 ມີ
ນາ 2019 ແລະ ແພດທະຫານ ລາວກໍຈະສົ່ງເຂົ້າຮ່ວມ 5 ຄົນ.
ກອງປະຊຸມໜ່ວຍງານຊ່ຽວ ຊານແພດທະຫານອາຊຽນ - ບວກ (ກັບປະເທດຄູ່ເຈລະຈາຂອງອາ ຊຽນ) ເປັນຂໍ້ລິເລີ່ມຂອງກອງ ປະຊຸມລັດຖະມົນຕີປ້ອງກັນປະ ເທດອາຊຽນ - ບວກ ໃນປີ 2010
ທີ່ຮາໂນ້ຍ ສສ ຫວຽດນາມ ເຊິ່ງ ເລີ່ມຕົ້ນມີ 5 ຂົງເຂດວິຊາການໃນການຮ່ວມມືທາງທະຫານນໍາກັນຄື: ການຊ່ວຍເຫຼືອມະນຸດສະທໍາ-ບັນເທົາທຸກໄພພິບັດ, ການຮັກ ສາສັນຕິພາບສາກົນ, ຄວາມໝັ້ນ
ຄົງທາງທະເລ, ການຕໍ່ຕ້ານການ
ກໍ່ການຮ້າຍ, ການແພດທະຫານ ແລະ ປັດຈຸບັນໄດ້ມີການຮັບຮອງ ເພີ່ມຕື່ມອີກ 2 ຂົງເຂດ ຄື: ການ
ທໍາລາຍລະເບີດເພື່ອມະນຸດສະ
ທໍາ ແລະ ຄວາມປອດໄພທາງ ຄອມພີວເຕີ ເຊິ່ງໃນຜ່ານມາໄດ້
ມີການຈັດຕັ້ງກອງປະຊຸມຮ່ວມ ໃນຮອບທີ 1 ເມື່ອປີ 2011-2013 ທີ່ປະເທດສິງກະໂປ ແລະ ຍີ່ປຸ່ນເປັນປະທານຮ່ວມ; ຮອບທີ 2 ປີ 2014-2016 ໂດຍ
ປະເທດໄທ ແລະ ສະຫະພັນ ຣັດ ເຊຍ ເປັນປະທານຮ່ວມ ແລະ
ໃນຮອບທີ 3 (ຮອບປັດຈຸບັນ) 2017-2019 ພາຍໃຕ້ການເປັນ ປະທານຮ່ວມຂອງປະເທດອິນ ເດຍ ແລະ ມຽນມາ.
ໃນໂອກາດດັ່ງກ່າວ; ສະຫາຍ
ພັນໂທ ດຣ ສີທະວົງ ບຸນປຣະ
ສົງ ຍັງໄດ້ແຈ້ງໃຫ້ຮູ້ວ່າ: ການເຂົ້າ
ຮ່ວມຂອງຊ່ຽວຊານແພດທະ ຫານຂອງ ສປປ ລາວໃນແຕ່ລະ ຄັ້ງລ້ວນແຕ່ມີຄວາມສໍາຄັນຍິ່ງຕໍ່ ພາລະກິດການຊ່ວຍເຫຼືອອັນຮີບ ດ່ວນໃນວຽກງານການຊ່ວຍເຫຼືອ
ບັນເທົາທຸກໄພພິບັດ, ດ້ານການ
ແພດທະຫານ, ການທໍາລາຍລະ ເບີດເພື່ອມະນຸດສະທໍາ, ຄວາມ ປອດໄພທາງຄອມພິວເຕີ ແລະ ບັນຫາອື່ນທີ່ປິ່ນອ້ອມບັນຫາໄພ ພິບັດ, ການແພດສຸກເສີນ ເຊິ່ງ ໃນປັດຈຸບັນມັນໄດ້ກາຍເປັນໜ້າ ທີ່ອັນຮີບດ່ວນ, ຈໍາເປັນ ແລະ ຕ້ອງກຽມຄວາມພ້ອມໃນການ ຕອບໂຕ້ ແລະ ຊ່ວຍເຫຼືອກູ້ໄພ
ທີ່ອາດເກີດຂຶ້ນ ເພາະໃນຂະນະ ນີ້ໂລກພວມມີໄພຂົ່ມຂູ່ຈາກການ ປ່ຽນແປງຂອງດິນຟ້າ, ອາກາດ
ເຊິ່ງມັນຍິ່ງເລັັ່ງທວງໃຫ້ພວກເຮົາ ຕ້ອງມີຄວາມຮູ້, ມີປະສົບການ ດ້ານເຕັກນິກ, ເຄື່ອງມື-ພາຫະນະ, ອຸປະກອນທີ່ມີຄວາມພ້ອມເພື່ອ ຮັບມື ແລະ ກອບກູ້ເອົາປະຊາຊົນອອກຈາກສະພາບດັ່ງກ່າວໂດຍໄວ ເພາະໄພພິບັດທໍາມະຊາດນັ້ນ ບໍ່ມີຜູ້ໃດ ຫຼື ຝ່າຍໃດຈະພະຍາກອນ ລ່ວງໜ້າໄດ້ເມື່ອມັນເກີດຂຶ້ນແລ້ວ
ກໍຈະມີຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງມວນມະນຸດ; ສະນັ້ນມີແຕ່ການກຽມພ້ອມຮັບ
ມືເທົ່ານັ້ນຈະສາມາດຫຼຸດຜ່ອນ ຄວາມສູນເສຍນີ້ໄດ້ໃນລະດັບໃດ ໜຶ່ງ.
ໂດຍ: ຣັດສະໝີ ດວງສັດຈະ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ