
ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງພັກ-ລັດ ຫວຽດນາມ ຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ
ເວລາອອກຂ່າວ: 2019-02-26 08:53:18 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 654 | ຄວາມນິຍົມ:
ຕອບສະໜອງຕາມຄຳເຊີນ ຂອງສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກປະຊາຊົນປະ ຕິວັດລາວ, ປະທານປະເທດ ແຫ່ງ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຫງວຽນ ຟູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູ ນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມ
ນິຍົມ ຫວຽດນາມ ພ້ອມດ້ວຍຄະ
ນະຜູ້ແທນຂັ້ນສູງຂອງພັກ-ລັດ
ແຫ່ງ ສາທາລະນະລັດ ສັງຄົມ
ນິຍົມ ຫວຽດນາມ ໄດ້ເດີນທາງ ມາຢ້ຽມຢາມສັນຖະວະໄມຕີ ສປປ
ລາວ ຢ່າງເປັນທາງການແຕ່ວັນ ທີ 24-25 ກຸມພາ 2019.
ພິທີຕ້ອນຮັບ ສະຫາຍ ຫງວຽນ ຟູ ຈ້ອງ ຢ່າງເປັນທາງການໄດ້ຈັດ
ຂຶ້ນຢ່າງສົມກຽດທີ່ທຳນຽບປະ ທານປະເທດ ໂດຍມີ ສະຫາຍ ບຸນ
ຍັງ ວໍລະຈິດ ເລຂາທິການໃຫຍ່
ຄະນະບໍລິຫານງານສູນກາງພັກ
ປະຊາຊົນປະຕິວັດລາວ, ປະທານ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ບັນດາສະຫາຍການນຳ ຂັ້ນສູງຂອງລາວເຂົ້າຮ່ວມຢ່າງ ພ້ອມພຽງ.
ສະຫາຍ ບຸນຍັງ ວໍລະຈິດ ໄດ້ ນຳພາສະຫາຍ ຫງວຽນ ຟູ ຈ້ອງ ໄປຍັງແທ່ນກຽດຕິຍົດ ເພື່ອເຄົາ ລົບທຸງຊາດຫວຽດນາມ ແລະ ລາວ ຕາມລຳດັບ, ຫຼັງຈາກນັ້ນ ສະຫາຍ ບຸນຍັງ ວໍລະຈິດ ນຳພາ ສະຫາຍ ຫງວຽນ ຟູ ຈ້ອງ ກວດ ແຖວທະຫານກອງກຽດຕິຍົດກອງທັບປະຊາຊົນລາວ ແລະ ແນະນຳຄະນະຕ້ອນຮັບທາງ ການຝ່າຍລາວ ແລະ ຄະນະຜູ້ ແທນຝ່າຍຫວຽດນາມ.
ພາຍຫຼັງສຳເລັດພິທີຕ້ອນຮັບ
ຢ່າງເປັນທາງການທີ່ທຳນຽບ
ປະທານປະເທດແລ້ວ, ສະຫາຍ
ບຸນຍັງ ວໍລະຈິດ ພ້ອມດ້ວຍການ ນຳຂັ້ນສູງພັກ-ລັດ ສປປ ລາວ ໄດ້ດຳເນີນການພົບປະເຈລະຈາ ກັບ ສະຫາຍ ຫງວຽນ ຟູ ຈ້ອງ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ-ລັດ ສສ ຫວຽດນາມ, ເຊິ່ງຄະ
ນະຝ່າຍຫວຽດນາມ ມີສະຫາຍ ຫງວຽນຟູຈ້ອງ, ເລຂາທິການ
ໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະ
ທານປະເທດ ແຫ່ງ ສາທາລະ ນະລັດ ສັງຄົມນິຍົມ ຫວຽດນາມ; ສະຫາຍ ນາງ ຕ່ອງທິຟ້ອງ, ກໍາ
ມະການກົມການເມືອງສູນກາງ
ພັກ, ຮອງປະທານຜູ້ປະຈໍາການ ສະພາແຫ່ງຊາດ; ສະຫາຍ ນາງ
ເຈືອງທິມາຍ, ກໍາມະການກົມ
ການເມືອງສູນກາງພັກ, ເລຂາ
ທິການສູນກາງພັກ, ຫົວໜ້າຄະ ນະຂົນຂວາຍປະຊາຊົນສູນກາງ ພັກ; ສະຫາຍ ຟາມບິ່ງມິງ, ກໍາ
ມະການກົມການເມືອງສູນກາງ
ພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ; ສະຫາຍ ຫງວຽນວັນເນນ, ເລຂາທິການສູນກາງພັກ, ຫົວ ໜ້າຫ້ອງວ່າການສູນກາງພັກ ພ້ອມດ້ວຍບັນດາສະຫາຍການນຳ ຂອງຂະແໜງການກ່ຽວຂ້ອງຂັ້ນ ສູນກາງ ແລະ ທ້ອງຖິ່ນຫວຽດ ນາມ. ຄະນະຝ່າຍລາວ ມີສະ ຫາຍ ບຸນຍັງ ວໍລະຈິດ, ເລຂາ ທິການໃຫຍ່ຄະນະບໍລິຫານງານ ສູນກາງພັກ ປປ ລາວ, ປະທານ ປະເທດແຫ່ງ ສປປ ລາວ; ສະ ຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນ
ກາງພັກ, ປະທານສູນກາງແນວ ລາວສ້າງຊາດ; ສະຫາຍ ຄຳພັນ
ພົມມະທັດ, ກຳມະການກົມການ
ເມືອງສູນກາງພັກ, ເລຂາທິການ
ສູນກາງພັກ, ຫົວໜ້າຫ້ອງວ່າການ ສູນກາງພັກ; ສະຫາຍ ພົນໂທ ແສງນວນ ໄຊຍະລາດ, ເລຂາ
ທິການສູນກາງພັກ, ຮອງປະທານ
ສະພາແຫ່ງຊາດ; ສະຫາຍ ສົມດີ
ດວງດີ, ກຳມະການສູນກາງພັກ,
ຮອງນາຍົກລັດຖະມົນຕີ, ລັດຖະ
ມົນຕີກະຊວງການເງິນ ພ້ອມ
ດ້ວຍບັນດາສະຫາຍການນຳຂອງ
ຂະແໜງການກ່ຽວຂ້ອງຂັ້ນສູນ
ກາງ ແລະ ທ້ອງຖິ່ນຂອງລາວ.
ໃນການພົບປະເຈລະຈາ, ສະ
ຫາຍ ບຸນຍັງ ວໍລະຈິດ ກ່າວສະ ແດງຄວາມຍິນດີຕ້ອນຮັບ ແລະ
ຕີລາຄາສູງທີ່ ສະຫາຍ ຫງວຽນ
ຟູຈ້ອງ ໄດ້ເລືອກເອົາ ສປປ ລາວ ເປັນປະເທດທຳອິດໃນການເຄື່ອນ ໄຫວຕ່າງປະເທດພາຍຫຼັງຖືກ ເລືອກຕັ້ງເປັນເລຂາທິການໃຫຍ່, ປະທານປະເທດ ສສ ຫວຽດນາມ ມາຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ເຊິ່ງໄດ້ນຳເອົາໄມຕີຈິດມິດຕະ ພາບ ແລະ ຄວາມຮັກແພງທີ່ເຕັມໄປດ້ວຍມິດຈິດມິດໃຈອັນດູດດື່ມ, ສະໜິດສະໜົມຖານສະຫາຍອ້າຍ ນ້ອງ ແລະ ຄວາມສາມັກຄີພິເສດ
ຈາກພັກ-ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງມາສູ່ ພັກ-ລັດ ແລະ ປະຊາຊົນລາວ. ສະຫາຍ ບຸນຍັງ ວໍລະຈິດ ໄດ້ຕີລາຄາສູງ ການມາຢ້ຽມຢາມຂອງ ສະຫາຍ
ຫງວຽນຟູຈ້ອງ ເລຂາທິການ ໃຫຍ່, ປະທານປະເທດ ສສ ຫວຽດ
ນາມ ແລະ ຖືເປັນການປະກອບ
ສ່ວນສຳຄັນເຂົ້າໃນການເພີ່ມ
ພູນຄູນສ້າງສາຍພົວພັນມິດຕະ
ພາບອັນຍິ່ງໃຫຍ່, ຄວາມສາມັກ ຄີແບບພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະ ທານ ສຸພານຸວົງ ທີ່ເຄົາລົບຮັກ ເປັນຜູ້ສ້າງ, ຖະນຸຖະໜອມ ແລະ
ໄດ້ຮັບການເສີມຂະຫຍາຍ ໂດຍ
ບັນດາການນຳຮຸ່ນຕ່າງໆ, ບັນ
ດານັກຮົບປະຕິວັດ ແລະ ປະຊາ
ຊົນສອງປະເທດ ຈົນໄດ້ກາຍ ເປັນມໍລະດົກລວມອັນລໍ້າຄ່າຂອງ
ສອງຊາດ, ເປັນກົດເກນແຫ່ງການ ຄົງຕົວ ແລະ ຂະຫຍາຍຕົວຂອງ ສອງປະເທດ, ເປັນໜຶ່ງໃນປັດໄຈຕັດສິນໄຊຊະນະຂອງການປະຕິ ວັດຂອງແຕ່ລະປະເທດ.
ສະຫາຍ ຫງວຽນຟູຈ້ອງ ໄດ້ ສະແດງຄວາມປິຕິຊົມຊື່ນເປັນ ຢ່າງຍິ່ງທີ່ໄດ້ນຳພາຄະນະຜູ້ແທນ ຂັ້ນສູງພັກ-ລັດ ສສ ຫວຽດນາມ ເດີນທາງມາຢ້ຽມຢາມສັນຖະວະ
ໄມຕີ ສປປ ລາວ ຢ່າງເປັນທາງ
ການເປັນຄັ້ງທຳອິດ ພາຍຫຼັງທີ່
ໄດ້ຮັບເລືອກຕັ້ງເປັນປະທານປະ
ເທດ ແຫ່ງ ສສ ຫວຽດນາມ ໃນ
ກອງປະຊຸມສະພາແຫ່ງຊາດເທື່ອ ທີ 6 (ສະໄໝທີ XIV) ໃນປີ 2018 ຜ່ານມາ ເຊິ່ງເປັນການ ສະແດງເຖິງຄວາມມີຊີວິດຊີວາ ແຫ່ງສາຍພົວພັນມິດຕະພາບອັນ
ເປັນມູນເຊື້ອ, ຄວາມສາມັກຄີພິ
ເສດ, ການຮ່ວມມືຮອບດ້ານລະ ຫວ່າງ ຫວຽດນາມ-ລາວ, ພ້ອມ ທັງສະແດງຄວາມຂອບອົກຂອບ ໃຈຢ່າງສູງຕໍ່ການຕ້ອນຮັບຢ່າງ
ອົບອຸ່ນ, ສົມກຽດ ບົນນ້ຳໃຈໄມ ຕີຈິດມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດຖານສະ ຫາຍອ້າຍນ້ອງອັນສະໜິດສະໜົມ ຂອງບັນດາສະຫາຍການນຳຂັ້ນ ສູງພັກ-ລັດ ແລະ ປະຊາຊົນລາວ ທີ່ມີຕໍ່ຄະນະ.
ການນຳຂັ້ນສູງຂອງສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະ ພາບການທີ່ພົ້ນເດັ່ນຂອງແຕ່ລະ ພັກ, ແຕ່ລະປະເທດ ນັບແຕ່ຕົ້ນສະ ໄໝຂອງກອງປະຊຸມໃຫຍ່ຂອງ ແຕ່ລະພັກເປັນຕົ້ນມາ, ຕີລາຄາ
ການພົວພັນຮ່ວມມືລະຫວ່າງ
ສອງພັກ, ສອງລັດ ໃນໄລຍະທີ່
ຜ່ານມາ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າເພື່ອ ນຳເອົາການພົວພັນຮ່ວມມືແບບ ພິເສດ ລະຫວ່າງ ສອງພັກ, ສອງ ລັດ ແລະ ປະຊາຊົນສອງປະເທດ ກ້າວໄປສູ່ຈຸດສູງອັນໃໝ່, ໂດຍ ສະເພາະໄດ້ຕີລາຄາສູງຕໍ່ຜົນ ສຳເລັດຮອບດ້ານ, ສຳຄັນຂອງ ແຕ່ລະປະເທດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງຫຼ້າ ສຸດຂອງພັກຕົນ ແລະ ສະແດງ ຄວາມເຊື່ອໝັ້ນວ່າພາຍໃຕ້ການນຳພາອັນຖືກຕ້ອງຂອງພັກທັງສອງ, ພາລະກິດປ່ຽນແປງໃໝ່ຢູ່ແຕ່ລະປະເທດຈະສືບຕໍ່ມີຜົນ ສຳເລັດໃໝ່, ນຳເອົາປະເທດຊາດ ກ້າວຂຶ້ນຢ່າງໜັກແໜ້ນ ໂດຍສະ ເພາະແມ່ນການປະຕິບັດມະຕິ ຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ປປ ລາວ ແລະ ຄັ້ງທີ XII ຂອງພັກກອມມູນິດຫວຽດນາມ ເພື່ອກ້າວໄປສູ່ການກະກຽມດຳ ເນີນກອງປະຊຸມໃຫຍ່ຄັ້ງຕໍ່ໄປ ຂອງພັກຕົນໃຫ້ປະສົບຜົນສຳ ເລັດຕົວຈິງ. ການນຳຂັ້ນສູງຂອງ ລາວ-ຫວຽດນາມ ໄດ້ສະແດງ
ຄວາມຂອບໃຈ ແລະ ຮູ້ບຸນຄຸນ
ເຊິ່ງກັນ ແລະ ກັນທີ່ໄດ້ໃຫ້ການ ສະໜັບສະໜູນ ແລະ ຊ່ວຍເຫຼືອ ເຊິ່ງກັນມາໂດຍຕະຫຼອດທັງໃນ ໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນຢູ່ແຕ່ລະປະເທດ.
ພາຍຫຼັງການພົບປະສອງຝ່າຍ, ສະຫາຍ ບຸນຍັງ ວໍລະຈິດ ແລະ
ສະຫາຍ ຫງວຽນ ຟູ ຈ້ອງ ໄດ້
ເປັນສັກຂີພະຍານໃນການລົງ ນາມບັນດາເອກະສານຮ່ວມມືລະ
ຫວ່າງສອງປະເທດ ຈຳນວນ 09
ສະບັບ, ໃນນັ້ນມີ ສັນຍາວ່າດ້ວຍ ການຮ່ວມມືດ້ານການເງິນ; ບົດ ບັນທຶກສັນຍາວ່າດ້ວຍການກໍ່
ສ້າງ ແລະ ນຳໃຊ້ເສັ້ນທາງລົດໄຟ ຫວຸ້ງອ້າງ-ວຽງຈັນ; ສັນຍາວ່າ ດ້ວຍການຮ່ວມມືດ້ານການພັດທະ ນາໂຄງການພະລັງງານໄຟຟ້າ ແລະ ບໍ່ແຮ່ ແລະ ບົດບັນທຶກ,ຂໍ້ ຕົກລົງຈຳນວນໜຶ່ງກ່ຽວກັບການ ຮ່ວມມືລະຫວ່າງສອງປະເທດ.
ໃນເຊົ້າວັນທີ 24 ກຸມພາ 2019 ພາຍຫຼັງສຳເລັດການພົບ ປະສອງຝ່າຍແລ້ວ, ສະຫາຍ
ຫງວຽນຟູຈ້ອງ, ເລຂາທິການ ໃຫຍ່, ປະທານປະເທດ ແຫ່ງ ສສ
ຫວຽດນາມ ແລະ ຄະນະຜູ້ແທນ ຂັ້ນສູງພັກ-ລັດ ສສ ຫວຽດນາມ ໄດ້ພົບປະຢ້ຽມຢາມ ສະຫາຍ
ທອງລຸນ ສີສຸລິດ ກຳມະການກົມ
ການເມືອງສູນກາງພັກ, ນາຍົກ
ລັດຖະມົນຕີ ແຫ່ງ ສປປ ລາວ ທີ່ ສຳນັກງານນາຍົກລັດຖະມົນຕີ; ພົບປະຢ້ຽມຢາມ ສະຫາຍ ນາງ
ປານີ ຢາທໍ່ຕູ້ ກຳມະການກົມ ການເມືອງສູນກາງພັກ, ປະທານ
ສະພາແຫ່ງຊາດ ທີ່ສຳນັກງານ ສະພາແຫ່ງຊາດ. ໃນການພົບປະ, ການນຳຂັ້ນສູງຂອງສອງປະເທດ ໄດ້ຕີລາຄາສູງຕໍ່ໝາກຜົນການ ພົບປະເຈລະຈາ ລະຫວ່າງ ສອງ
ເລຂາທິການໃຫຍ່, ປະທານປະ ເທດລາວ ແລະ ຫວຽດນາມ ໃນ
ການຢ້ຽມຢາມ ສປປ ລາວ ຂອງ
ສະຫາຍ ຫງວຽນຟູຈ້ອງ ແລະ
ຄະນະ ຄັ້ງນີ້, ຕີລາຄາການພົວ ພັນຮ່ວມມືລະຫວ່າງສອງລັດ
ຖະບານ ແລະ ສະພາແຫ່ງຊາດ
ທັງສອງ. ສະຫາຍນາຍົກລັດ ຖະມົນຕີ ແລະ ປະທານສະພາ
ແຫ່ງຊາດ ຕ່າງກໍໄດ້ສະແດງ
ຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່
ການສະໜັບສະໜູນ ແລະ ຊ່ວຍ
ເຫຼືອອັນລ້ຳຄ່າ, ໃຫຍ່ຫຼວງມີປະ
ສິດທິຜົນ ແລະ ທັນການຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມີໃຫ້ແກ່ພັກ, ລັດ ແລະ ປະຊາ ຊົນລາວຕະຫຼອດໄລຍະ ຜ່ານມາ. ສະຫາຍ ຫງວຽນຟູຈ້ອງ ພ້ອມ ຄະນະຍັງໄດ້ໄປຢ້ຽມຢາມໂຄງ ການກໍ່ສ້າງຫໍສະພາແຫ່ງຊາດ ລາວ ເຊິ່ງເປັນຂອງຂວັນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ໃຫ້ແກ່ພັກ, ລັດ ແລະ ປະຊາຊົນ
ລາວ ແລະ ຢ້ຽມຢາມ ສະຫາຍ
ຈູມມາລີ ໄຊຍະສອນ ອະດີດເລ
ຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ.
ໃນຕອນຄໍ່າວັນທີ 24 ກຸມພາ
2019, ສະຫາຍ ບຸນຍັງ ວໍລະ
ຈິດ ໄດ້ເປັນເຈົ້າພາບຈັດງານ ລ້ຽງເພື່ອເປັນກຽດແກ່ສະຫາຍ
ຫງວຽນຟູຈ້ອງ ແລະ ຄະນະຜູ້
ແທນຂັ້ນສູງພັກ-ລັດ ສສ ຫວຽດ
ນາມ ທີ່ທຳນຽບປະທານປະເທດ. ໃນບົດປາໄສກ່າວໃນງານລ້ຽງ, ສະຫາຍ ບຸນຍັງ ວໍລະຈິດ ເລຂາ
ທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງ ຄວາມຂໍ່ານັບຮັບຕ້ອນ ແລະ ຕີ ລາຄາສູງຕໍ່ການມາຢ້ຽມຢາມ ຂອງ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່, ປະທານປະ ເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະ ພ້ອມທັງສະແດງ ຄວາມຊົມເຊີຍຕໍ່ຜົນສຳເລັດຂອງ ການພົບປະເຈລະຈາສອງຝ່າຍ ເຊິ່ງຈະເປັນການປະກອບສ່ວນ ນຳເອົາການພົວພັນພິເສດກ້າວ
ສູ່ຈຸດສູງອັນໃໝ່; ສະຫາຍ ບຸນ
ຍັງ ວໍລະຈິດ ໄດ້ສະແດງຄວາມ ຊົມເຊີຍ ແລະ ຕີລາຄາສູງຕໍ່ບັນ ດາຜົນສຳເລັດທີ່ສຳຄັນໃຫຍ່ຫຼວງ ຮອບດ້ານທີ່ປະຊາຊົນຫວຽດ ນາມອ້າຍນ້ອງຍາດມາໄດ້ພາຍ
ໃຕ້ການນຳພາອັນສະຫຼາດສ່ອງ ໃສຂອງພັກກອມມູນິດຫວຽດ
ນາມ ທີ່ມີ ສະຫາຍ ຫງວຽນຟູ ຈ້ອງ ເປັນຜູ້ນຳໜ້າ ເຊິ່ງໄດ້ເຮັດ ໃຫ້ປະເທດຊາດຫວຽດນາມມີສະ
ຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ, ເສດຖະກິດ ຂະຫຍາຍຕົວເກີນຄາດໝາຍ, ຖານະບົດບາດຂອງຫວຽດນາມ ໄດ້ຮັບການຍົກສູງຂຶ້ນຢ່າງເດັ່ນ ຊັດໃນເວທີພາກພື້ນ ແລະ ສາກົນ; ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະ ແດງຄວາມຂອບອົກຂອບໃຈ ຢ່າງຈິງໃຈ ແລະ ຄວາມຮູ້ບຸນຄຸນ ອັນເລິກເຊິ່ງຕໍ່ພັກ, ລັດຖະບານ
ແລະ ປະຊາຊົນຫວຽດນາມອ້າຍ ນ້ອງທີ່ໄດ້ໃຫ້ການສະໜັບສະ ໜູນຊ່ວຍເຫຼືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນແກ່ພາລະ ກິດຕໍ່ສູ້ກູ້ຊາດລາວໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດຂອງລາວໃນປັດຈຸບັນ ພ້ອມ
ທັງຢືນຢັນວ່າຈະພ້ອມກັນກັບ ພັກ, ລັດ ແລະ ປະຊາຊົນຫວຽດ ນາມອ້າຍນ້ອງສືບຕໍ່ເພີ່ມທະວີ ແລະ ເສີມຂະຫຍາຍມູນເຊື້ອ ແຫ່ງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ໄດ້ຜ່ານການທົດສອບດ້ວຍເລືອດເນື້ອ ແລະ ການເວລາ ເປັນເວລາຫຼາຍທົດສະວັດນັ້ນ ໃຫ້ໝັ້ນຄົງຄະນົງແກ່ນຕະຫຼອດ
ໄປ ແລະ ອວຍພອນໃຫ້ປະຊາ ຊົນຫວຽດນາມອ້າຍນ້ອງ ຈົ່ງ
ສືບຕໍ່ຍາດໄດ້ຜົນສຳເລັດໃໝ່ໃຫຍ່ ຫຼວງກວ່າເກົ່າໃນພາລະກິດສ້າງ ສາພັດທະນາປະເທດຊາດ, ປະ ຕິບັດມະຕິກອງປະຊຸມໃຫຍ່ ຄັ້ງ
ທີ XII ຂອງພັກໃຫ້ປາກົດຜົນ ເປັນຈິງ.
ສະຫາຍ ຫງວຽນຟູຈ້ອງ ເລ
ຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ ສະແດງ ຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ມາຢ້ຽມຢາມ ສປປ ລາວ
ເປັນປະເທດທຳອິດ ພາຍຫຼັງທີ່ ຖືກເລືອກຕັ້ງເປັນ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນກອງ ປະຊຸມສະພາແຫ່ງຊາດເທື່ອທີ 6 (ສະໄໝທີ XIV) ຜ່ານມາ, ເຊິ່ງສະແດງໃຫ້ເຫັນເຖິງຄວາມ ໃກ້ຊິດສະໜິດສະໜົມ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ສອງພັກ, ສອງລັດ ແລະ ປະຊາ ຊົນສອງປະເທດ ເຊິ່ງໄດ້ກາຍ ເປັນມູນເຊື້ອອັນດີງາມມາແຕ່ ດົນນານ; ໄດ້ຕີລາຄາການພົວພັນ ຮ່ວມມືສອງຝ່າຍທີ່ຍາດໄດ້ຜົນ ສຳເລັດໃນຫຼາຍດ້ານ ແລະ ຈະ
ພ້ອມກັບສະຫາຍລາວສືບຕໍ່ເພີ່ມ
ທະວີສາຍພົວພັນມິດຕະພາບອັນ
ເປັນມູນເຊື້ອ, ຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ສືບຕໍ່ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ. ສະຫາຍ ຫງວຽນຟູຈ້ອງ ເລຂາ ທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ຕີລາ ຄາສູງ ແລະ ຊົມເຊີຍບັນດາຜົນ ສຳເລັດທີ່ສຳຄັນຫຼາຍດ້ານທີ່ປະ
ຊາຊົນລາວອ້າຍນ້ອງຍາດມາໄດ້ ຕະຫຼອດໄລຍະທີ່ຜ່ານມາ ພາຍ ໃຕ້ການນຳພາອັນຖືກຕ້ອງຂອງ ພັກປະຊາຊົນປະຕິວັດລາວ ແລະ
ອວຍພອນໃຫ້ພັກ, ລັດ ແລະ ປະ
ຊາຊົນລາວຈົ່ງຈັດຕັ້ງປະຕິບັດ
ມະຕິກອງປະຊຸມໃຫຍ່ ຄັ້ງທີ X
ຂອງພັກປະຊາຊົນປະຕິວັດລາວ ຢ່າງມີໄຊ ບັນລຸເປົ້າໝາຍສ້າງ ປະເທດລາວຕາມທິດປະຊາຊົນ ຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງ ຄົມມີຄວາມປອງດອງ, ຍຸຕິທຳ ແລະ ສີວິໄລ.
ຕາມແຜນການຢ້ຽມຢາມ ສປປ ລາວ ຄັ້ງນີ້, ໃນວັນທີ 25
ກຸມພາ 2019 ນີ້, ສະຫາຍ ຫງວຽນ ຟູ ຈ້ອງ ພ້ອມດ້ວຍ ຄະນະເດີນທາງໄປວາງພວງ ມາລາທີ່ອະນຸສາວະລີນັກຮົບ ນິລະນາມ; ຢ້ຽມຢາມສະຖານ ທູດຫວຽດນາມ ແລະ ໃນຕອນ ເຊົ້າຂອງວັນດຽວກັນ, ສະຫາຍ
ຫງວຽນ ຟູ ຈ້ອງ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂ່ຳນັບຂອງສະຫາຍ ໄຊສົມພອນ ພົມວິຫານ ກຳມະ
ການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງ ຊາດ ແລະ ສະຫາຍ ວິໄລວົງ ບຸດ
ດາຄຳ ກຳມະການສູນກາງພັກ, ປະທານກຳມາທິການແຜນການ, ການເງິນ ແລະ ກວດສອບສະ ພາແຫ່ງຊາດ ທັງເປັນປະທານ ສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ.
ການຢ້ຽມຢາມສັນຖະວະໄມ ຕີ ສປປ ລາວ ຢ່າງເປັນທາງການ ຂອງ ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່, ປະທານປະ
ເທດແຫ່ງ ສສ ຫວຽດນາມ ໃນ ຄັ້ງນີ້ເປັນການປະກອບສ່ວນສຳ ຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບທີ່ຍິ່ງ ໃຫຍ່, ຄວາມສາມັກຄີພິເສດແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ຫວຽດນາມ, ນຳເອົາການພົວພັນພິເສດ ລາວ-ຫວຽດນາມ ກ້າວສູ່ຈຸດສູງອັນໃໝ່.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ