
ກອງສິລະປະກອນກອງທັບ ສະຫຼຸບການສະແດງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-02-26 09:23:06 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 1060 | ຄວາມນິຍົມ:
ກອງສິລະປະກອງກອງທັບ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານສິລະປະ ການສະແດງ ແລະ ການເຂົ້າຮ່ວມ ສະແດງສະເຫຼີມສະຫຼອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໃນວັນທີ 22 ກຸມພາ 2019 ນີ້, ຢູ່ທີ່ສະໂມສອນ ກົມໃຫຍ່ການເມືອງກອງທັບ ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງ ຫົວໜ້າກົມໃຫຍ່ການເມືອງກອງ ທັບ, ມີຄະນະພັກ-ຄະນະບັນຊາ,
ຜູ້ຕາງໜ້າຈາກກອງກາຍະສິນ ແຫ່ງຊາດ,ໂຮງຮຽນສິລະປະ ແຫ່ງຊາດ, ແຂກຖືກເຊີນພ້ອມ ດ້ວຍພະນັກງານ-ນັກຮົບ ແລະ ນັກສະແດງທົ່ວກົມກອງເຂົ້າ ຮ່ວມ.
ສະຫາຍ ພັນໂທ ບຸນເລັ່ງ ຈັນທະລັງສີ ຫົວໜ້າການທະຫານກອງສິລະປະກອນກອງທັບ ໄດ້ຂຶ້ນສະຫຼຸບການເຄື່ອນໄຫວວຽກງານສິລະປະການສະແດງ ໃນໄລຍະຜ່ານມາ. ຜ່ານການຈັດ ຕັ້ງເຝິກຊ້ອມນັບແຕ່ທ້າຍເດືອນ ກໍລະກົດ 2018 ຈົນສຳເລັດການສະເຫຼີມສະຫຼອງວັນສ້າງ
ຕັ້ງກອງທັບປະຊາຊົນລາວ ຄົບ
ຮອບ 70 ປີ ໃນວັນທີ 20 ມັງ ກອນ 2019 ນັ້ນ, ຄະນະພັກ-ຄະ
ນະບັນຊາແຕ່ລະຂັ້ນ, ຄະນະຮັບ ຜິດຊອບຊີ້ນຳລວມແມ່ນມີຄວາມ ຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ
ທີ່ໄດ້ຮັບມອບໝາຍ, ເປັນເຈົ້າ ການນຳພາຈັດຕັ້ງປະຕິບັດ, ມີ
ຄວາມເປັນເອກະພາບ, ມີຄວາມ ສາມັກຄີພາຍໃນແໜ້ນ, ອົດທົນ ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທີ່ທ້າທາຍຫຼາຍປະການ ພ້ອມ ກັນເຮັດສຳເລັດໜ້າທີ່ທີ່ຂັ້ນເທິງ ມອບໝາຍໃຫ້ເປັນຢ່າງດີ, ເປັນ ຕົ້ນແມ່ນໄດ້ເປັນເຈົ້າການໃນການ
ສ້າງແຜນ, ສ້າງໂຄງຮ່າງການສະ
ແດງ, ສຸມສະຕິປັນຍາຄວາມຮູ້ ຄວາມສາມາດເຂົ້າໃນການປະ ດິດຄິດແຕ່ງບົດເພງ, ຂັບລຳ, ບົດຟ້ອນ, ປະສານດົນຕີ, ກຳກັບ
ແລະ ຄວບຄຸມລາຍການສະ
ແດງເຮັດໃຫ້ມີລາຍການສະແດງ ມີສີສັນອັນໃໝ່, ເຊິ່ງສະແດງອອກ
ໃນການສ້າງລາຍການສະແດງ ສິລະປະ-ວັດທະນະທຳເຊັ່ນ: ບົດ
ເປີດສາກ 1 ລາຍການ, ເພງ
ຮ້ອງດ່ຽວ-ຮ້ອງລວມໝູ່ຍິງຊາຍ 7 ລາຍການ, ຟ້ອນເອກະລາດ 5 ລາຍການ, ຂັບລຳທ້ອງຖິ່ນ 3 ລາຍການ ແລະ ປິດສາກ 1 ລາຍການ. ບັນດາລາຍການດັ່ງ ກ່າວລ້ວນແຕ່ໄດ້ນຳໄປສະແດງ ຜ່ານການນຳພັກ-ລັດ ແລະ ບັນ ດາທ່ານໃນຄະນະນຳກະຊວງ ແລະ ນຳໄປສະແດງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໃນຄັ້ງນີ້ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມ ແລະ ໄດ້ຮັບການຍ້ອງຍໍຈາກ
ຂັ້ນເທິງເປັນຢ່າງດີ.
ໃນໂອກາດດັ່ງກ່າວຍັງໄດ້ຈັດ ຕັ້ງພິທີມອບໃບຍ້ອງຍໍສັນລະເສີນ ຜົນງານໃຫ້ແກ່ກ້ອນກຳລັງສວນ ສະໜາມ, ຄະນະຊີ້ນຳ ແລະ ພາກ ສ່ວນຮັບໃຊ້ທີ່ໄດ້ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນງານສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ. ເຊິ່ງ
ໃນນີ້ໄດ້ປະດັບຫຼຽນໄຊພິລາດ ອາດຫານຊັ້ນ III ຈຳນວນ 66 ສະ
ຫາຍ, ໃບຍ້ອງຍໍກະຊວງປ້ອງກັນ
ປະເທດຈຳນວນ 53 ສະຫາຍ ແລະ
ໃບຍ້ອງຍໍກົມໃຫຍ່ການເມືອງ
ກອງທັບ ຈຳນວນ 98 ສະຫາຍ.
ໂດຍ: ນ.ຈ່ອຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ