
ສະຫຼຸບວຽກງານຄຸ້ມຄອງໄພພິບັດ ປະຈຳປີ 2022 ແລະ ວາງແຜນການຄຸ້ມຄອງໄພພິບັດ ປີ 2023
ເວລາອອກຂ່າວ: 2023-01-09 08:58:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 379586067 | ຄວາມນິຍົມ:
ກະຊວງປ້ອງກັນປະເທດໄດ້ ຈັດກອງປະຊຸມສະຫຼຸບວຽກງານຄຸ້ມຄອງໄພພິບັດ ປະຈຳປີ 2022 ແລະ ວາງແຜນການຄຸ້ມຄອງໄພພິບັດ ປີ 2023 ຂຶ້ນ, ໃນວັນ
ທີ 6 ມັງກອນ 2023 ນີ້, ຢູ່ທີ່ສະໂມສອນ ຫ້ອງວ່າການ ກະຊວງປ້ອງກັນປະ ເທດ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງ
ລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດ ກະຊວງປ້ອງ
ກັນປະເທດ, ມີຄະນະກຳມະການຄຸ້ມຄອງໄພພິບັດ ກປທ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ, ຫົວໜ້າກອງເສນາທິການ ຄະນະກຳມະການຄຸ້ມຄອງໄພພິບັດ ກປທ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານຄຸ້ມຄອງໄພພິບັດ ປະຈຳປີ 2022 ແລະ ວາງແຜນການຄຸ້ມຄອງໄພພິບັດ 2023 ວ່າ: ໃນ 1 ປີ ຜ່ານມາ, ກະຊວງປ້ອງກັນປະເທດໄດ້ເປັນເຈົ້າການສົມທົບກັບບັນດາກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ເຮັດວຽກງານກຽມພ້ອມ, ປ້ອງກັນ, ຫຼຸດຜ່ອນ ແລະ ຕອບໂຕ້ໄພພິບັດໃຫ້ທັນກັບສະພາບການ ແລະ ມີປະສິດທິຜົນ, ໂດຍສະເພາະແມ່ນກົມກອງທະຫານຢູ່ແຕ່ລະທ້ອງຖິ່ນໄດ້ເປັນເຈົ້າການນຳພາ ແລະ ຊ່ວຍເຫຼືອປະຊາຊົນໃນເຂດທີ່ມີຄວາມສ່ຽງທີ່ຈະເກີດໄພພິບັດ; ນັບແຕ່ ວັນທີ 6 ມັງກອນ-1 ພະຈິກ 2022 ໄພພິບັດໄດ້ເກີດຂຶ້ນຢູ່ ສປປ ລາວ ລວມມີໄພທຳມະຊາດ 4 ເຫດການຕົ້ນຕໍຄື: ລົມພາຍຸພັດ; ໄຟໄໝ້; ຟ້າຜ່າ ແລະ ນໍ້າຖ້ວມເຊິ່ງເກີດໄພພິບັດ 78 ຄັ້ງ. ໃນ 15 ແຂວງທີ່ໄດ້ຮັບຜົນກະທົບ. ໃນນັ້ນ, ແຂວງທີ່ໄດ້ຮັບຜົນກະທົບໜັກມີຄື: ນະຄອນຫຼວງວຽງຈັນ; ແຂວງຜົ້ງສາລີ; ຫຼວງນ້ຳທາ; ອຸດົມໄຊ; ບໍ່ແກ້ວ; ຫຼວງພະບາງ; ຫົວພັນ; ໄຊຍະບູລີ; ຊຽງຂວາງ; ບໍລິຄຳໄຊ;ສະຫວັນນະເຂດ; ສາລະວັນ; ຈຳປາສັກ; ເຊກອງ ແລະ ແຂວງອັດຕະປື. ແຕ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງແມ່ນເມືອງຫຼາ, ເມືອງນາໝໍ້ ແລະ ເມືອງງາ ແຂວງອຸດົມໄຊ, ລວມມູນຄ່າເສຍຫາຍທັງໝົດ1,300,194,858,293 ກີບ (ໜຶ່ງພັນສາມຮອ້ຍຕື້ ໜຶ່ງຮ້ອຍເກົ້າສິບສີ່ລ້ານ, ແປດຮ້ອຍຫ້າສິບແປດພັນສອງຮ້ອຍເກົ້າສິບສາມກີບ).
ຈາກນັ້ນ, ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດ ກປທ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍ ການແຕ່ງຕັ້ງຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ (ສະບັບປັບປຸງໃໝ່ ), ໃນກອງປະຊຸມ ປະທານ ແລະ ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ ກໍໄດ້ປະກອບຄຳຄິດເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າ, ຍົກໃຫ້ເຫັນດ້ານດີ ທີ່ເຮັດໄດ້ ແລະ ຊອກວິທີການປັບປຸງແກ້ໄຂບັນຫາທີ່ຍັງຄົງຂ້າງ ໃຫ້ດີຂຶ້ນ.
ໂອກາດນີ້, ສະຫາຍປະທານ ກໍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍທຸກພາກສ່ວນທີ່ໄດ້ສຸ່ມຈິດໃຈໃສ່ວຽກງານດັ່ງກ່າວສາມາດບັນລຸໄດ້ຕາມເປົ້າໝາຍທີ່ຄາດການໄວ້. ພ້ອມທັງຮຽກຮ້ອງໃຫ້ບັນດາຄະນະກຳມະການຄຸ້ມຄອງໄພພິບັດແຕ່ລະຂັ້ນ, ແຕ່ລະກົມກອງຈົ່ງມີຄວາມເປັນເຈົ້າການຕິດຕາມກຳແໜ້ນສະພາບການປ່ຽນແປງດິນຟ້າອາກາດ ແລະ ຕ້ອງມີແຜນການປອ້ງກັນ, ຫຼຸດຜ່ອນຄວາມສ່ຽງໄພພິບັດ ກ່ອນຈະເກີດໄພພິບັດ ເອົາໃຈໃສ່ປະສານສົມທົບແໜ້ນກັບອົງການປົກຄອງທ້ອງຖີ່ນ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງຢ່າງເປັນປົກກະຕິ, ຕໍ່ເນື່ອງ ເພື່ອເສີມຂະຫຍາຍກຳລັງແຮງບົ່ມຊອ້ນຢູ່ທ້ອງຖິ່ນໃຫ້ຫຼາຍ, ເພີ່ມທະວີການໂຄສະນາ, ສຶກສາອົບຮົມໃຫ້ປະຊາຊົນຮັບຮູ້ໄດ້ໄພອັນຕະລາຍຂອງໄພພິບັດ.
ໂດຍ: ອານຸສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ