ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 30 ພຶດສະພາ 2023



ຮອງນາຍົກລັດຖະມົນຕີ ເນັ້ນ​ໃຫ້​ກຳລັງ ​ປກຊ-​ປກສ ບັນດາ​ແຂວງ​ຍົກ​ສູງ​ຄວາມ​ຮັບຜິດຊອບຕໍ່ໜ້າ​ທີ່​ການເມືອງ​ຂອງ​ຕົນ
ເວລາອອກຂ່າວ: 2023-01-09 09:03:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 379586236 | ຄວາມນິຍົມ:



ໃນ​ໂອກາດ​ເຂົ້າ​ຮ່ວມ ກອງ​ປະຊຸມ​ວຽກ​ງານ ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ 3 ແຂວງ​ພາກ​ເໜືອ, 1 ນະຄອນຫຼວງ ແລະ 2 ກອງ​ພົນ (ແຂວງ​ຫຼວງ​ພະ​ບາງ, ໄຊ​ຍະ​ບູ​ລີ, ວຽງ​ຈັນ, ນະຄອນຫຼວງ ແລະ ກອງ​ພົນ​ທີ 1, ທີ 2) ປະຈຳ​ປີ 2022 ແລະ ວາງ​ທິດ​ທາງ​ແຜນການ​ປີ 2013 ໃນ​ວັນ​ທີ 3 ມັງກອນ 2023 ຜ່ານ​ມາ, ສະຫາຍ ພົນ​ເອກ ວິໄລ ຫຼ້າ​ຄຳ​ຟອງ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ, ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ສູນ​ກາງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະ ຊວງປ້ອງ​ກັນ​ຄວາມ​ສະຫງົບ ໄດ້​ເນັ້ນ​ໃຫ້​ກຳລັງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ຢູ່​ບັນດາ​ແຂວງ, ອົງ​ການຈັດຕັ້ງ​ກ່ຽວຂ້ອງ ຈົ່ງ​ພ້ອມ​ກັນ​ເພີ່ມ​ທະວີ​ຍົກ​ສູງ​ຄວາມ​ຮັບຜິດຊອບຕໍ່ໜ້າ​ທີ່​ການເມືອງ​ອັນ​ມີ​ກຽດ​ສະຫງ່າ​ຂອງ​ຕົນ ທີ່​ພັກ, ລັດ ແລະ ປະ ຊາຊົນ​ມອບ​ໝາຍ​ໃຫ້. ພ້ອມ​ກັນ​ ຈັດ​ຕັ້ງ​ປະຕິບັດ​ວຽກ​ງານປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ທົ່ວ​ປວງ​ຊົນ​ຮອບດ້ານ ເພື່ອ​ຮັບ ປະກັນ​ໃຫ້​ປະເທດ​ຊາດ ກໍ​ຄື 3 ແຂວງ ແລະ ນະຄອນຫຼວງ​ວຽງ​ຈັນ ສືບຕໍ່​ມີ​ຄວາມ​ສະຫງົບ, ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ ເມືອງ, ສັງຄົມ​ມີ​ຄວາມ​ເປັນ​ລະ ບຽບ​ຮຽບ​ຮ້ອຍ, ປະຊາຊົນ​ມີ​ຄວາມ​ຜາ​ສຸກ, ສ້າງ​ບາດກ້າວ​ການ​ພັດທະນາ​ໃຫ້​ບັນລຸ​ຕາມ​ເປົ້າ​ໝາຍ​ທີ່​ພັກ, ລັດ ແລະ ປະຊາຊົນ​ມອບ​ໝາຍ​ໃຫ້​ໃນ​ສະເພາະ​ໜ້າ ແລະ ຍາວ​ນານ. ສະຫາຍ ພັນ​ເອກ ວີ​ລ່ຽມ ວົງ ​ທິ​ສານ ຮອງ​ປະທານ​ຜູ້​ປະຈຳ ການ​ຄະນະ​ກຳມະການ ​ປກຊ-​ປກສ ແຂວງ​ຫຼວງ​ພະ​ບາງ, ຫົວ ໜ້າ​ການ​ທະຫານ ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ ໄດ້​ໃຫ້​ຮູ້​ວ່າ: ໃນ​ໄລຍະ​ຜ່ານ​ມາ, ພາຍ​ໃຕ້​ການນຳພາ-​ຊີ້​ນຳ​ຂອງ​ກົມ​ການເມືອງ​ສູນ​ກາງ​ພັກ​ລັດຖະບານ, ໂດຍ​ສະເພາະ​ແມ່ນ​ການນຳພາ​-​ຊີ້​ນຳຂອງ​ຄະນະ​ກຳມະການ ​ປກຊ-​ປກສ ຂັ້ນ​ສູນ​ກາງ, ແຂວງ ແລະ ໄດ້​ຮັບ​ການ​ຮ່ວມ​ມື​ຈາກ​ບັນດາ​ອົງ​ການຈັດຕັ້ງ, ອົງການ​ປົກຄອງ​ແຕ່​ລະ​ຂັ້ນ, ການ​ປະກອບສ່ວນ​ຂອງ​ປະຊາຊົນ​ບັນດາເຜົ່າ​ທຸກ​ຊັ້ນ​ຄົນ ແລະ ຄວາມ​ບຸກ​ບືນ​ສູ້​ຊົນ​ຂອງ​ກຳລັງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ສາມາດ​ຍາດ​ໄດ້ຜົນ​ງານ​ດ້ານ​ດີ​ຫຼາຍ​ດ້ານ, ສະແດງ​ອອກ​ໃນ​ການ​ເຮັດ​ໃຫ້​ປະເທດ​ຊາດ​ມີ​ຄວາມ​ສະຫງົບ ໂດຍ​ສະເພາະ 3 ແຂວງ ແລະ ນະຄອນຫຼວງ​ວຽງ​ຈັນ​ມີ​ຄວາມ​ສະຫງົບ, ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ​ຢ່າງ​ໜັກ​ແໜ້ນ ສັງຄົມ​ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ, ລະບົບ​ການເມືອງ​ຢູ່​ຂັ້ນ​ຮາກ​ຖານ​ໄດ້​ຮັບການປັບປຸງເສດ​ຖະກິດໄດ້​ຮັບການພັດທະນາ ແລະ ຂະຫຍາຍຕົວຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາເຜົ່າໄດ້​ພັດທະນາ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ, ກຳລັງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ນັບ​ມື້​ເຕີບ​ໃຫຍ່​ເຂັ້ມແຂງ ຮັບປະກັນ​ໃຫ້​ແກ່​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ​ກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະຊາຊົນ​ບັນດາເຜົ່າ​ມີ​ຄວາມ​ສາມັກຄີ​ປອງ​ດອງ ແລະ ພ້ອມ​ກັນ​ປະກອບສ່ວນ​ຢ່າງ​ແຂງແຮງ​ເຂົ້າ​ໃນ​ການ​ເຮັດ​ໜ້າທີ່​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບຢູ່​ຂັ້ນ​ທ້ອງຖິ່ນ​ຂອງ​ຕົນ​ຢ່າງ​ເປັນ​ຂະ​ບວນ​ກວ້າງຂວາງ. ໃນ​ວັນ​ດຽວ​ກັນ, ສະຫາຍ ພົນ​ເອກ ວິໄລ ຫຼ້າ​ຄຳ​ຟອງ ໄດ້​ຕາງໜ້າ​ໃຫ້​ຄະນະ​ກຳມະການ ​ປກຊ-​ປກສ ສູນ​ກາງ ມອບ​ເຄື່ອງໃຊ້​ຫ້ອງການ​ມີ: ປິ່ນ​ເຕີ 1 ໜ່ວຍ ແລະ ຈັກ​ກ໊ອບ​ປີ້ 1 ໜ່ວຍ ໃຫ້​ຫ້ອງການ ​ປກຊ-​ປກສ ແຂວງ​ຫຼວງ​ພະ​ບາງ ເພື່ອ​ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ວິຊາ​ສະເພາະໃຫ້​ມີ​ຄວາມ​ສະດວກ ແລະ ວ່ອງໄວ​ກວ່າ​ເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ