ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກໍລະກົດ 2025

  

ສຳເລັດ​ການ​ແຂ່ງຂັນ​ກິລາ ແລະ ສິລະ​ປະ ນັກຮຽນ ປະຈຳ​ສົກຮຽນ 2022-2023 ທົ່ວ​ເມືອງ​ປາກ​ອູ
ເວລາອອກຂ່າວ: 2023-01-12 08:33:45 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 460 | ຄວາມນິຍົມ:



ເມືອງ​ປາກ​ອູ ແຂວງ​ຫຼວງ​ພະ​ບາງ ສຳເລັດ​ການ​ແຂ່ງຂັນ​ກິລາ ແລະ ສິລະ​ປະ-ວັນນະຄະດີ ລະ ດັບ​ນັກຮຽນ ປະຈຳ​ສົກຮຽນ 2022-2023 ທົ່ວ​ເມືອງ ເພື່ອ​ໃຫ້​ ນ້ອງ​ນັກຮຽນ​ໃຊ້​ເວລາ​ຫວ່າງ​ເປັນ​ປະໂຫຍດ​ຫ່າງ​ໄກ​ສິ່ງ​ເສບ​ຕິດ ແລະ ສ້າງ​ບັນດາ​ນັກ​ສິລະ​ປະ-ວັນນະຄະດີ ທີ່​ມີ​ພອນ​ສະຫວັນ ເພື່ອ​ຕາງໜ້າ​ໃຫ້​ເມືອງ​ໄປ​ແຂ່ງ​ກັບ​ເມືອງ​ອື່ນ ແລະ ກ້າວ​ຂຶ້ນ​ໄປ​ຮັບ​ໃຊ້​ຊາດ ໃນ​ອະນາຄົດ. ການ​ແຂ່ງຂັນ​ກິລາ​ດັ່ງກ່າວ ໄດ້​ ມີ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ສະໜາມ ກິລາ​ໂຮງຮຽນ​ມັດທະຍົມ​ສົມບູນ​ບ້ານ​ຝາຍ ເມືອງ​ປາກ​ອູ, ໂດຍ​ມີ ທ່ານ ຫຸມແພງ ວິລະ​ໄຊ ຮອງ​ເຈົ້າເມືອງ​ປາກ​ອູ ແລະ ທ່ານ ນາງ ບົວລອຍ ອິດ​ທິ​ພອນ ຮອງ​ຫົວໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິລາ​ແຂວງ​ຫຼວງ​ພະ​ບາງ ພ້ອມ​ດ້ວຍ​ຄະນະ​ນຳ​ຫ້ອງການ​ສຶກ​ສາ​ທິ​ການ ແລະ ກິລາ​ເມືອງ, ຄະນະ​ອຳນວຍ​ການ​ໂຮງຮຽນ, ສະມາຄົມ​ພໍ່​ແມ່​ນັກຮຽນ ແລະ ນັກ ຮຽນເຂົ້າ​ຮ່ວມ​ຢ່າງພ້ອມພຽງ. ໂອກາດ​ນີ້, ທ່ານ ຫຸມແພງ ວິລະ​ໄຊ ໄດ້​ກ່າວ​ມີ​ຄຳ​ເຫັນ​ວ່າ: ການ​ຈັດການ​ແຂ່ງຂັນ​ກິລາ​ຄັ້ງ​ນີ້ ແມ່ນ​ເພື່ອ​ເປັນ​ການ​ປະຕິບັດ​ຕາມ 3 ລັກສະນະ ແລະ 5 ຫຼັກ​ມູນ​ຂອງ​ການ​ສຶກ​ສາ ທີ່​ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາວາງ​ອອກໃຫ້​ປະກົດ​ຜົນ​ເປັນ​ຈິງ ເທື່ອ​ລະ​ກ້າວ. ນອກຈາກ​ນັ້ນ​ກໍ​ເພື່ອ​ດຳເນີນ​ໄປ​ຕາມ​ແຜນ​ກິດຈະກຳ​ປະຈຳ​ປີ​ຂອງ​ແຕ່​ລະ​ໂຮງຮຽນ​ໃນ​ທົ່ວ​ເມືອງ ແນໃສ່​ເຮັດ​ໃຫ້​ນ້ອງ​ ນັກຮຽນ​ມີ​ຄວາມ​ສາມາດ​ໃນ​ການສະແດງ​ອອກ​ເປັນຕົ້ນ​ແມ່ນ​ການ​ຫຼິ້ນ​ກິລາ, ຮ້ອງເພງ, ການ​ຟ້ອນ ແລະ ຂັບ​ລຳ. ຄຽງ​ຄູ່​ກັນ​ນີ້, ກໍ​ເພື່ອ​ໃຫ້​ນ້ອງ​ນັກຮຽນ​ໃຊ້​ເວລາ​ຫວ່າງໃຫ້​ເປັນ​ປະໂຫຍດ,​ຫ່າງ​ໄກ ​ສິ່ງ​ເສບ​ຕິດ ແລະ ສ້າງ​ບັນດາ​ນັກ​ສິລະ​ປະ-ວັນນະຄະດີ ທີ່​ມີ​ພອນ​ສະຫວັນ​ເພື່ອ​ຕາງໜ້າ​ໃຫ້​ເມືອງ​ໄປ​ແຂ່ງ​ກັບ​ເມືອງ​ອື່ນ ແລະ ພ້ອມ​ກັນ​ກ້າວ​ຂຶ້ນ​ໄປ​ຮັບ​ໃຊ້​ຊາດໃນ​ອະນາຄົດ. ຜ່ານ​ການ​ແຂ່ງຂັນ​ກິລາ 6 ປະເພດ ແລະ ສິລະ​ປະ-ວັນນະຄະ ດີ 2 ລາຍການ ຜົນ​ປະກົດ​ວ່າ: ກິລາ​ເຕະບານ​ຊາຍ ຊະນະ​ເລີດ ​ ມສ ເມືອງ​ປາກ​ອູ, ຮອງ​ຊະນະ​ເລີດ 2 ມ. ຕົ້ນ ຫາດ​ປາງ ແລະ ອັນ​ດັບ​ທີ 3 ມ. ຕົ້ນ ນາ​ສະຫວ່າງ; ກະຕໍ້​ຊາຍ ຊະນະ​ເລີດ ​ມສ ບ້ານ​ຝາຍ, ຮອງ​ຊະນະ​ເລີດ 2 ມ. ຕົ້ນ ຫາດ​ປາງ ແລະ ອັນ​ດັບ​ທີ 3 ​ມສ ເມືອງ​ປາກ​ອູ; ກະຕໍ້​ຍິງ ຊະນະ​ເລີດ ມ. ຕົ້ນ ຫາດ​ປາງ, ຮອງ​ຊະນະ​ເລີດ ​ມສ ໂພນ​ສະຫວ່າງ ແລະ ອັນ​ດັບ​ທີ 3 ​ມສ ບ້ານ​ຝາຍ; ເປ​ຕັງ​ຍິງ ຊະນະ​ເລີດ ​ມສ ເມືອງ​ປາກ​ອູ, ຮອງ​ຊະນະ​ເລີດ ມ.ຕົ້ນ ຫ້ວຍ​ໂອດ ແລະ ອັນ​ດັບ​ທີ 3 ມ.ຕົ້ນ ນາ​ສະຫວ່າງ; ເປ​ຕັງ​ຊາຍ ຊະນະ​ເລີດ ​ມສ ໂພນ​ສະຫວ່າງ, ຮອງ​ຊະນະ​ເລີດ ​ມສ ບ້ານ​ຝາຍ ແລະ ອັນ​ດັບ​ທີ 3 ​ມສ ເມືອງ​ປາກ​ອູ; ໝາກ​ຂ່າງ​ຊາຍ ຊະນະ​ເລີດ ​ມສ ໂພນ​ສະຫວ່າງ, ຮອງ​ຊະນະ​ເລີດ ​ມສ ເມືອງ​ປາກ​ອູ ແລະ ອັນ​ດັບ​ທີ 3 ມ.ຕົ້ນ ຫາດ​ປາງ; ໜ້າ​ເກັກ​ຊາຍ ຊະນະ​ເລີດ ​ມສ ເມືອງ​ປາກ​ອູ, ຮອງ​ຊະນະ​ເລີດ ​ມສ ໂພນ​ສະຫວ່າງ ແລະ ອັນ​ດັບ​ທີ 3 ມ. ຕົ້ນ ຫ້ວຍ​ໂອດ; ເຕັ້ນ​ຍາວ​ຍິງ ຊະນະ​ເລີດ ມ.ຕົ້ນ ບ້ານ​ປາກ​ອູ 1, ຮອງ​ຊະນະ​ເລີດ ​ມສ ໂພນ​ສະຫວ່າງ ແລະ ອັນ​ດັບ​ທີ 3 ມ.ຕົ້ນ ບ້ານ​ປາກ​ອູ 2; ເຕັ້ນ​ຍາວ​ຊາຍ ຊະນະ​ເລີດ ມ.ຕົ້ນ ນາ​ສະຫວ່າງ, ຮອງ​ຊະນະ​ເລີດ ບ້ານ​ປາກ​ອູ ແລະ ອັນ​ດັບ​ທີ 3 ມ.ຕົ້ນ ຫາດ​ປາງ. ສ່ວນ​ຜົນ​ການ​ແຂ່ງຂັນ​ສິລະ​ປະ-ວັນນະຄະດີ ປະເພດ​ບົດ​ເພງ ຊະນະ​ເລີດ ​ມສ ໂພນ​ສະຫວ່າງ 1, ຮອງ​ຊະນະ​ເລີດ ມ.ຕົ້ນ ຫ້ວຍ​ໂອດ ແລະ ອັນ​ດັບ​ທີ 3 ​ມສ ໂພນ​ສະຫວ່າງ 2; ປະເພດ​ບົດ​ຟ້ອນ ຊະນະ​ເລີດ ​ມສ ບ້ານ​ຝາຍ, ຮອງ​ຊະນະ​ເລີດ ​ມສ ເມືອງ​ປາກ​ອູ ແລະ ອັນ​ດັບ​ທີ 3 ມ.ຕົ້ນ ຫ້ວຍ​ໂອດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ