ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 08 ກໍລະກົດ 2025

  

ຫວຽດນາມ ມາ​ແຮງ ແຕ່​ໄທ​ມີ​ສະຖິຕິ​ດີ​ກວ່​​າ​ໃນ AFF Cup
ເວລາອອກຂ່າວ: 2023-01-13 08:54:14 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 513 | ຄວາມນິຍົມ:



ໃນ​ການ​ແຂ່ງຂັນ​ບານເຕະ AFF Cup ຕາມ​ສຳນັກ​ຂ່າວ VnExpress ໃຫ້​ສະຖິຕິ​ໃນ​ການ​ແຂ່ງຂັນ​ເອ​ເອ​​ຟ​ຊີ ຄັບ​ຜ່ານ​ມາ, ໄທ​ເປັນ​ຜູ້ນຳ​ໜ້າ​ໃນ​ການ​ແຂ່ງຂັນ​ດ້ວຍ 16 ປະຕູ, ຫຼາຍ​ກວ່າ​ຫວຽດນາມ 2 ປະຕູ. ໄທ​ມີ​ນັກ​ເຕະ​ທີ່​ກຳລັງນຳ​ໜ້າ​ໃນ​ການ​ຍິງ​ປະຕູ​ຫຼາຍ​ກ່ວ​​າ​ກໍ​ຄື ທີລະ​ສິນ ແດງ​ດາ, ທີ່​ຍິງ​ໄດ້ 6 ປະຕູ​ໃນ 6 ນັດ, ຫຼາຍ​ກວ່າ ຫງຽ້ນ ຕຽນ​ລິງ ຂອງ​ຫວຽດນາມ. ນອກ​ນີ້, ​ໄທ​ຍັງ​ມີນັກ​ເຕະ​ທີ່​ໂດດ​ເດັ່ນ​ຫຼາຍ​ຄົນ​ໃນ​ເອ​ເອ​​ຟ​ຊີ ຄັບ 2022 ​ເຊັ່ນ: ເທຣນ​ທອນ, ເທບ​ສິລິ ແລະ ເອກ​ນິທິ​ປັນຍາ. ໂດຍ​ສະເພາະ​ແມ່ນ​ທີລະ​ທອນ​ກໍ​ມາ​ແຮງ 3 ນັກ​ເຕະ​ທີ່​ຍິງ​ໄດ້​ຫຼາຍ​ທີ່​ສຸດ​ຫຼັງ​ຮອບ​ຮອງ​ຊະນະ​ເລີດ ຫຼາຍ​ກ່ວ​​າ ນັກ​ເຕະ​ຫວຽດນາມ ທີ່​ຍິງ​ໄດ້​ຫຼາຍ​ທີ່​ສຸດ​ແມ່ນ ທຽນ​ລິງ ທີ່​ມີ​ໂອກາດ 11 ຄັ້ງ, ແຕ່​ຜົນງານ​ຂອງ​ລາວ​ແມ່ນ​ມີ 2 ປະຕູ. ແຕ່​ຫວຽດນາມ ເປັນ​ທີມ​ທີ່​ກຳລັງ​ມາ​ແຮງ​ໃນ​ຍຸກນີ້ ພວກ​ເຂົາ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃນ​ຜົນງານ​ຜ່ານ​ມາ ໃນ​ຂະນະ​ທີ່​ພວກ​ເຂົາ​ເປັນ​ອັນ​ດັບ​ໜຶ່ງ​ຂອງ​ສາຍ, ດ້ວຍ​ການ​ຊະນະ​ລວດ 6 ນັດ​ຜ່ານ​ມາ, ບໍ່​ມີ​ປະຕູ​ເສຍ . ນັດ​ສຸດ​ທ້າຍ​ຂອງ ເອ​ເອ​​ັຟ​ຊີ ຄັບ 2022 ຈະ​ແຂ່ງຂັນ​ສອງ​ນັດ​ແບບ​ໄປ​ກັບ ນັດ​ທີ 1 ຈະ​ແຂ່ງຂັນ​ທີ່​ຫວຽດນາມ​ໃນ​ເວລາ 19:30 ໂມງ ຂອງ​ວັນ​ສຸກ ທີ 13 ມັງກອນ 2023 ທີ່​ສະໜາມກິ ລາ ມິນ​ດີງ. ການ​ແຂ່ງຂັນ​ນັດ​ທີ 2 ຈະ​ແຂ່ງຂັນ​ຢູ່​ໄທ ຈະ​ຈັດ​ຂຶ້ນ​ໃນ​ອີກ 3 ມື້ຕໍ່ມາ, ທີ່​ສະໜາມກິ ລາ ມ.ປ ທຸມ​ທັນ ກອງ​ເຊຍ​ທັງ​ສອງ​ທິມ​ລໍ​ຊົມ​ເຊຍ​ວ່າ, ທິມ​ໃດ​ຈະ​ໄດ້​ແຊມ​ຄັ້ງ​ນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ