
ລົດແກ້ວ ພ້ອມທຸ້ມສຸດຕົວ ຫວັງທຳລາຍສະຖິຕິ ຍາດໄດ້ຫຼຽນໃດໜຶ່ງ ໃນ ຊີເກມ ທີ່ກຳປູເຈຍ
ເວລາອອກຂ່າວ: 2023-01-13 08:54:43 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 435 | ຄວາມນິຍົມ:
ນາງ ລົດແກ້ວ ອິນທະກຸມ ມານ ນັກກິລາແລ່ນສາວປອດເຫຼັກເຈົ້າຂອງ 2 ຫຼຽນທອງ ປະ
ຫວັດສາດ ຈາກລາຍການແລ່ນ 10.000 ແມັດ ແລະ ແລ່ນ 1.500
ແມັດຍິງ ງານມະຫະກຳກິລາຊີເກມ ຄັ້ງທີ 27 ທີ່ປະເທດມຽນມາ ປີ 2013 ແລະ ງານມະຫະກຳ
ກິລາຊີເກມ ຄັ້ງທີ 29 ທີ່ປະເທດ ມາເລເຊຍ ປີ 2019 ແລະ 2 ຫຼຽນຄຳ ງານກິລາມະ ຫາວິທະຍາໄລອາຊຽນ ພ້ອມຈະ ທຸ້ມສຸດຕົວເພື່ອຍົກລະດັບຕົນເອງ ໃຫ້ດີກວ່າເກົ່າ ຫວັງທຳລາຍສະ ຖິຕິໄດ້ຫຼຽນໃດໜຶ່ງ ໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ ຮັບກຽດເປັນເຈົ້າພາບ ໃນເດືອນພຶດສະພາ 2023.
ຫຼັງຈາກ ນາງ ລົດແກ້ວ ອິນທະກຸມມານ ຮັກສາມູນເຊື້ອໃນການໄດ້ 2 ຫຼຽນງານມະຫະ ກຳ
ກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງ
ຂວາງ ເກມ ມາໃໝ່ໆໝາດໆ ໄດ້
ກ່າວວ່າ: ປີ 2023 ນີ້ ນ້ອງມີ ລາຍ
ການແຂ່ງຂັນຫຼາຍລາຍ ການ ໂດຍສະເພາະລາຍການສຳ ຄັນທຳອິດເລີຍ ແມ່ນງານກິລາມະຫາ
ວິທະຍາໄລທົ່ວປະເທດໄທ ຄັ້ງທີ 48 ລະຫວ່າງວັນທີ 22-30
ມັງກອນ 2023 ເຊິ່ງເປັນລາຍ
ການທົດສອບສະຖິຕິຕົວນ້ອງເອງ ເພື່ອຈະໄລ່ລ່າຄວາມໄຝ່ຝັນ
ທີ່ຢາກສ້າງປະຫວັດສາດເປັນກຽດ ແລະ ຊື່ສຽງໃຫ້ແກ່ປະເທດຊາດ ໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ປະເທດກຳ
ປູເຈຍ ແນ່ນອນວ່າ ຫາກຢາກສ້າງ
ຜົນງານໄດ້ຄືແນວນັ້ນ ສິ່ງ ສຳຄັນທີ່ສຸດກໍຕ້ອງເຮັດວຽກໃຫ້ໜັກຂຶ້ນອີກໂດຍເລີ່ມເຝິກຊ້ອມໃໝ່ຕັ້ງແຕ່ຕົ້ນປີ 2023 ເປັນຕົ້ນໄປ ໂດຍນຳເອົາປະສົບການ ແລະ ບົດຮຽນທີ່ສາມາດຖອດຖອນໄດ້ຈາກຮ່າໂນ້ຍ ເກມ ຍົກລະດັບຕົນເອງໃຫ້ສູງກວ່າເກົ່າ ເພື່ອຈະ ທຳລາຍສະຖິຕິໃຫ້ສູງຂຶ້ນ. ນອກ ຈາກນັ້ນ, ໃນປີນີ້ ນ້ອງກໍຍັງຕັ້ງ
ເປົ້າໝາຍຈະໄລ່ລ່າແຊັມລາຍ ການ ບໍ່ແກ້ວ, ລາຍການ ບຸຣິລຳ, ລາຍການ ຂອນແກ່ນ ແລະ ວຽງຈັນຮາບ ມາຣາທອນ ອີກດ້ວຍ.
ສຳລັບ ລົດແກ້ວ ອິນທະກຸມ
ມານ ເກີດທີ່ບ້ານໝື່ນໝັ້ນເມືອງ
ທຸລະຄົມ ແຂວງວຽງຈັນ ປັດຈຸ ບັນຄອບຄົວຍ້າຍໄປຢູ່ບ້ານວັດຫຼວງ ເມືອງປາກຊ່ອງ ແຂວງຈຳປາສັກ ແຕ່ ລົດແກ້ວ ກໍເປັນພະນັກງານປະຈຳຂອງຄະນະກຳມະການໂອແລມປິກແຫ່ງຊາດ ໂດຍເລີ່ມຫຼິ້ນກິລາແລ່ນ-ລານມາແຕ່ອາຍຸ 15 ປີ ແຕ່ປີ 2010 ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະເປັນແມ່ຍິງລາວຄົນທຳອິດທີ່ສາມາດສ້າງປະຫວັດສາດໜ້າໃໝ່ໃຫ້ວົງການແລ່ນ-ລານລາວ ດ້ວຍການປ້ອງກັນແຊັມ 2 ຫຼຽນຄຳ ເຖິງ 2 ຄັ້ງຕິດຕໍ່ກັນ ໃນງານມະຫະກຳກິລາມະຫາວິທະຍາໄລ ອາຊຽນ ຄັ້ງທີ 17 ທີ່ເມືອງປາແລມບັງ ປະເທດອິນໂດເນເຊຍ ແລະ ງານມະຫະກຳກິລາມະຫາວິທະຍາໄລ ອາຊຽນ ຄັ້ງທີ 18 ທີ່ປະເທດສິງກະໂປ.
ສ່ວນຜົນງານໃນງານກິລາຊີເກມ ກໍສາມາດຍາດໄດ້ 2 ຫຼຽນທອງ ເຊິ່ງເປັນຜົນງານຄັ້ງປະຫວັດສາດແລ່ນ-ລານລາວເຊັ່ນກັນ ກໍຄື ງານກິລາຊີເກມ ຄັ້ງທີ 27 ທີ່ປະເທດມຽນມາ ປີ 2013 ແລະ ງານກິລາຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ປີ 2017 ສ່ວນປີ 2019 ເຂົ້າຮ່ວມແຂ່ງຂັນຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ (ບໍ່ສາມາດຍາດຫຼຽນໄດ້) ກ່ອນປີ 2020 ແລະ ກາງປີ 2022 ບໍ່ໄດ້ມີການ
ເຄື່ອນໄຫວ ຍ້ອນມີການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ກ່ອນຕົ້ນປີ 2022 ໄດ້ມີການແຂ່ງຂັນຊີເກມ ຄັ້ງທີ 31
ທີ່ປະເທດຫວຽດນາມ ໄດ້ອັນດັບ 4 ລາຍການ 1.500 ແມັດຍິງ ແລະ 5.000 ແມັດຍິງ. ນອກ
ນັ້ນ, ກໍຍັງໄດ້ແຊັມຫຼາຍລາຍການໃນໄລຍະທ້າຍປີ 2022 ເຊັ່ນ: ແລ່ນຂ້າມຂອງ ນະຄອນພະນົມ ໄລຍະທາງ 21 ກິໂລແມັດ, ແຊັມ
ງານສາມລ່ຽມຄຳ ໄລຍະທາງ 21 ກິໂລແມັດ, ງານຂອນແກ່ນ ໄລຍະທາງ 21 ກິໂລແມັດ, ພັດ
ທະຍາມາຣາທອນ ໄລຍະທາງ
21 ກິໂລແມັດ ແລະ 10 ກິໂລ
ແມັດ, ວຽງຈັນ ມາຣາທອນ ໄລຍະ
ທາງ 21 ກິໂລແມັດ ແລະ ຜົນ
ງານຫຼ້າສຸດໃນງານກິລາແຫ່ງ
ຊາດ ໄດ້ 2 ຫຼຽນຄຳ ລາຍການ
800 ແມັດ ແລະ 1.500 ແມັດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ