ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະ​ອຳນວຍ​ການ​ວິທະຍາຄານ ນາຍ​ທະຫານ​ບົກກົມ​ມະ​ດຳ ເຂົ້າ​ອວຍພອນ ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ
ເວລາອອກຂ່າວ: 2023-01-25 09:24:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 192 | ຄວາມນິຍົມ:



ໃນ​ວັນ​ທີ 18 ມັງກອນ 2023 ນີ້, ສະຫາຍ ​ພົນ​ຈັດຕະວາ ຖາວອນ ແກ້ວ​ອິນ​ທະ​ວົງ ເລຂາ​ຄະນະ​ພັກ ຫົວໜ້າ​ການເມືອງ ວິທະຍາຄານ ນາຍ​ທະຫານ​ບົກ ກົມ​ມະ​ດຳ ພ້ອມ​ດ້ວຍ​ຄະນະ ໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນ ​ເຂົ້າ​ອວຍພອນ ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ, ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ​ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023), ໂດຍ​ການ​ຕ້ອນຮັບ​ຂອງ ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ພ້ອມ​ດ້ວຍ​ຄະນະ. ໃນ​ໂອກາດ​ນີ້, ສະຫາຍຫົວໜ້າ​​ການເມືອງ​ວິທະຍາຄານນາຍ​ ​ທະຫານ​ບົກ ກົມ​ມະ​ດຳ ກໍ​ໄດ້​ກ່າວ​ຄຳ​ອວຍພອນ​ໄຊ​ອັນ​ປະ​ປະເສີດ​ມາ​ຍັງ​ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ ພ້ອມ​ດ້ວຍ​ຄອບຄົວ​ຈົ່ງ​ມີ​ສຸຂະພາບ​ແຂງແຮງ, ມີ​ອາຍຸ​ໝັ້ນ​ຂັວນ​ຍືນ, ສືບຕໍ່​ນຳພາ-ຊີ້ນໍາ​ກອງທັບ​ປະຊາຊົນ​ລາວ​ໃຫ້ ກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ພ້ອມ​ກັນ​ນັ້ນ, ສະຫາຍ ຍັງ​ໄດ້​ລາຍ​ງານ​ໃຫ້​ຊາບ​ການ​ປະຕິບັດ​ໜ້າທີ່​ການເມືອງ​ຂອງ​ກອງທັບ ​ກໍຄືວິທະຍາຄານ ຕະຫຼອດ​ໄລຍະ​ຜ່ານ​ມາ, ເຊິ່ງ​ຍາມ​ໃດ​ກໍ​ມີ​ຄວາມຈົງ​ຮັກ​ພັກດີ, ມີ​ຄວາມ​ຕັ້ງ​ຕໍ່​ບໍ​ລິສຸດ​ຕໍ່​ພັກ ແລະ ຕໍ່​ປະເທດ​ຊາດ, ຕັ້ງໜ້າ​ປະຕິບັດ​ສອງ​ໜ້າທີ່​ຍຸດ​ທະ​ສາດ​ຕາມ​ການ ມອບ​ໝາຍ​ຂອງ​ພັກ ແລະ ຂອງ​ກອງທັບ, ໂດຍ​ສຸມ​ໃສ່​ປະຕິບັດ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດວາງ​ອອກ, ໄດ້​ສຸມ​ໃສ່​ເຮັດ​ໃຫ້​ວິທະຍາຄານ ແລະ ບ້ານ​ອ້ອມ​ຂ້າງ ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ສັງຄົມ​ມີ​ຄວາມ​ສະຫງົບ​ປອດ​ໄພ ແລະ ໄດ້​ປະຕິບັດ​ໜ້າທີ່​ຕາມ​ການ​ມອບໝາຍ​ຂອງ​ຂັ້ນ​ເທີງ​ຢ່າງ​ເຂັ້ມ​ງວດ, ນອກຈາກ​ນີ້, ຍັງ​ໄດ້​ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ກຳລັງ, ສຸມ​ໃສ່​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ​ໃຫ້​ນາຍ ແລະ ພົນທະຫານ, ນັກຮຽນ-ນັກ​ສຶກ​ສາ​ທົ່ວ​ວິທະຍາຄານ ໃຫ້​ມີ​ຄວາມ​ຈົງ​ຮັກ​ພັກດີ ແລະ ຕັ້ງ​ຕໍ່​ບໍລິສຸດ​ຕໍ່​ພັກ-ລັດ, ສືບຕໍ່​ປະຕິບັດ​ໜ້າທີ່​ການເມືອງຂອງ​ກອງທັບ, ເອົາໃຈໃສ່​ເຝິກອົບຮົມ-ຫັດ​ແອບ​ຍົກ​ສູງ​ລະດັບ​ຄວາມ​ສາມາດ​ໃນ​ການ​ກຽມພ້ອມສູ້​ຮົບ, ແລະ ຍັງ​ໄດ້​ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ກົມ​ກອງ​ໃຫ້​ນັບ​ມື້​ເຕີບໃຫຍ່​ຂະຫຍາຍຕົວ ແລະ ມີ​ແບບແຜນ​ທັນ​ສະໄໝ​ຂຶ້ນ​ເປັນ​ກ້າວ. ຂ່າວ-ພາບ: ລຸນ​ທອງ ສີ​ບຸນ​ເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ