ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການເຄື່ອນໄຫວ​ຂອງ​ກົມ​ກອງ​ຕ່າງໆ​ໄລຍະ​ຕົ້ນ​ເດືອນ​ມັງກອນ 2023
ເວລາອອກຂ່າວ: 2023-01-30 09:18:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 485 | ຄວາມນິຍົມ:



ການ​ນຳ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ: ນຳ​ໂດຍ ​ສະຫາຍ ພັນ​ເອກ ສີ​ວິ​ໄຊ ເພັງ​ສັນຕິ​ສຸກ ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ ພ້ອມ​ດ້ວຍ​ຄະນະ, ໄດ້​ເຂົ້າ​ຢ້ຽມຢາມ​ໂຮງໝໍ​ບໍ​ລິເວນ 107 ກອງທັບ, ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ​ ຄົບຮອບ 74 ປີ, ທັງ​ເປັນ​ການສະແດງ​ຄວາມ​ຂອບໃຈ ທີ່​ທາງ​ໂຮງໝໍ​ໄດ້​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ປະກອບສ່ວນ​ຮັກສາ​ສຸຂະພາບ​ຂອງ​​ປະຊາຊົນ ແລະ ພະນັກງານ-ນັກຮົບ​ໃນ​ຖັນ​ແຖວ​ກອງທັບ​ໃຫ້​ມີ​ສຸຂະພາບ​ແຂງແຮງ, ສາມາດ​ເຮັດ​ສຳເລັດ​ໜ້າທີ່​ປ້ອງ​ກັນ​ຊາດ​ໄດ້​ຢ່າງ​ເຂັ້ມ ແຂງ, ໂດຍ​ມີ​ ສະຫາຍ ພັນ​ເອກ ​ດຣ ໄພ​ວັນ ຈັນທະ​ສຸກ ອຳນວຍ​ການ​ໂຮງໝໍ​ບໍລິເວນ 107 ພ້ອມ​ດ້ວຍ​ຄະນະ​ໃຫ້ການ​ຕ້ອນຮັບ. ຫ້ອງ​ການເມືອງ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ ເລກ 1: ໄດ້​ສະຫຼຸບ​ຖອດ​ຖອນ​ບົດຮຽນ ວຽກ​ງານ​ຮອບດ້ານ​ປະຈຳປີ 2022, ໃນ​ໄລ ຍະ​ຜ່ານ​ມາ ຄະ​ນະ​ພັກ-ຄະນະ​ບັນ ຊາ ໄດ້​ເອົາໃຈໃສ່​ຊີ້​ນຳ-ນຳພາ​ຈັດ​ຕັ້ງ​ປະຕິບັດ​ຂົງເຂດ​ວຽກ​ງານ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະ ເທດ​ວາງ​ອອກ, ຖື​ສຳຄັນ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ, ຊຸກຍູ້​ການ​ປະຕິບັດ​ລະບຽບ​ວິໄນ ແລະ ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ກອງທັບ​ຢ່າງ​ເຂັ້ມ​ງວດ, ຊຸກຍູ້​ຂະ​ບວນ​ການ​ດ້ານ​ຕ່າງໆ​ ຂອງ​ກົມ​ກອງ ໂດຍ​ສະເພາະ​ຂະ​ບວນ​ການ​ກິລາ, ສິລະ​ປະ-ວັນນະຄະດີ, ຂະ​ບວນ​ການ​ປະດັບ​ປະດາ​, ອະນາໄມ​ສະຖານທີ່​ຄ້າຍ​ຄູ, ຂະ​ບວນ​ການ​ອົບຮົມ-ຫັດ​ແອບການເມືອງ-ການ​ທະຫານ, ຂະ​ບວນ​ການ​ເພີ່ມ​ພູນ​ຜະລິດຜົນ ແລະ ວຽກ​ງານ​ອື່ນໆ ​ທີ່​ປິ່ນ​ອ້ອມ​ໜ້າທີ່​ການເມືອງ​ຂອງ​ຫ້ອງ​ໄດ້​ຮັບ​ການຈັດຕັ້ງ​ປະ ຕິບັດ​ມີ​ຜົນສຳເລັດ​ທີ່​ເປັນ​ພື້ນຖານ​ຫຼາຍ​ດ້ານ ພ້ອມ​ກັນ​ນັ້ນ, ກໍ​ໄດ້​ວາງ​ທິດ​ທາງ​ແຜນການ​ປະຈຳ​ປີ 2023. ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ສົມບູນ: ໄດ້​ບັ້ນ​ປິດ​ອົບຮົມ​ວຽກ​ງານ​ປ້ອງ​ກັນ​ພາຍ​ໃນ ໄລຍະ​ສັ້ນ ຊຸດ​ທີ II ປະຈຳ​ປີ 2022 ຢູ່​ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ, ໂດຍ​ການ​ເປັນ​ປະທານ​ຂອງ ​ສະຫາຍ ພັນ​ເອກ ໝອນ​ຄຳ ດວງ​ສະຫວັນ ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ສົມບູນ. ໃນ​ພິທີ​ ສະຫາຍ ຮ້ອຍ​ໂທ ສົມ​ພູ ພົມມະ​ຈັນ ຊ່ວຍ​ວຽກ​ພະ​ແນກ​ປ້ອງ​ກັນ​ພາຍ​ໃນໄດ້​ສະຫຼຸບ​ຖອດ​ຖອນ​ບົດຮຽນ​​ການ​ປະຕິບັດ​ແຜນການ​ອົບຮົມ​ວຽກ​ງານ​ປ້ອງ​ກັນ​ພາຍ​ໃນ ໄລຍະ​ສັ້ນ ປະຈຳ​ປີ 2022, ເຊິ່ງ​ຜ່ານ​ການ​ອົບຮົມ​ຕົວ​ຈິງ​ສາມາດ​ຕີ​ລາຄາ​ຜົນ​ ໄດ້​ຮັບ​ທາງ​ດ້ານ​ທິດ​ສະ​ດີ-ຫຼັກ ການ​ກວມ​ເອົາ 92%. ຈາກນັ້ນ, ໄດ້​ມອບ​ໃບຢັ້ງຢືນ​ໃຫ້​ແກ່​ນັກສຳ​ມະ​ນາ​ກອນ ທີ່​ສຳເລັດ​ບັ້ນ​ເຝິກອົບ ຮົມ​ໃນ​ຄັ້ງ​ນີ້. ຄະນະ​ຜູ້​ແທນ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ: ນຳພາ​ໂດຍ​ ສະຫາຍ ພັນ​ໂທ ບຸນ​ເລີດ ບຸບຜາ​ວັນ ຫົວໜ້າ​ການ​ທະຫານ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ພ້ອມ​ດ້ວຍ​ຄະນະ ໄດ້​ເດີນທາງ​ໄປ​ຢ້ຽມຢາມ ແລະ ນຳ​ເອົາ​ກະຕ່າ​ຂອງຂວັນ​ໄປ​ອວຍພອນກອງ​ບັນຊາການ​ທະ ຫານ​ເຂດ 4, ກອງ​ບັນຊາ​ການ​ທະຫານ​ແຂວງ​ຮ່າ​ຕິ່ງ ແລະ ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ ແຂວງ ຮ່າ​ຕິ່ງ ​ສສ ຫວຽດນາມ ເນື່ອງ​ໃນ​ໂອກາດ​ສະເຫຼີມສະຫຼອງ​ ບຸນປີໃໝ່​ປະຈຳ​ຊາດ​ຂອງ ​ສສ ຫວຽດນາມ, ໂດຍ​ມີ​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ກົມ​ກອງ​ໃຫ້ ການ​ຕ້ອນ ຮັບ​ຢ່າງ​ອົບ​ອຸ່ນ. ຫ້ອງ​ພະລາທິການ ທະຫານ​ແຂວງ​ວຽງ​ຈັນ: ໄດ້​ເປີດ​ຂະ​ບວນ​ການ​ແຂ່ງຂັນ​ກິລາບານສົ່ງ​ຊາຍ ເພື່ອ​ສ້າງຂະ​ບວນ​ການຂ່ຳນັບຮັບ ​ຕ້ອນ​ວັນ​ສ້າງຕັ້ງ​ກອງທັບ​ປະ ຊາຊົນ​ລາວ ຄົບຮອບ 74 ປີ ແລະ ຂໍ່ານັບ​ຮັບຕ້ອນການດຳເນີນ​ ກອງ​ປະຊຸມ​ໃຫຍ່​ຂອງ​ຄະນະ​ພັກ, ໜ່ວຍ​ພັກ ຫ້ອງ​ພະລາທິການທີ່​ ຈະ​ໄຂ​ຂຶ້ນ​ໃນ​ມໍ່ໆ​ນີ້ ໃຫ້​ມີ​ບັນ ຍາກາດ​ຟົດຟື້ນ​ກວ້າງຂວາງ, ໂດຍ​ມີ​ທີມ​ນັກ​ກິລາ​​ຫ້ອງ​ພະລາ ທິການ, ຫ້ອງ​ເສນາ​ທິ​ການ, ຫ້ອງ​ການເມືອງ, ຫ້ອງການ​ບໍລິຫານ, ກອງຮ້ອຍ 203, ກອງ​ປະຕິບັດ​ງານ 219 ແລະ ຈາກ​ກອງຮ້ອຍ​ກໍ່ສ້າງເຂົ້າ​ຮ່ວມ​ແຂ່ງຂັນ, ເປັນ​ປະທານ​ໃນ​ພິທີ​ດັ່ງກ່າວ​ໂດຍ​ ສະ ຫາຍ ພັນ​ໂທ ທອງ​ໄຊ ພັນ​ສະ ໄໝ ຫົວໜ້າ​ຫ້ອງ​ພະ​ລາ​ທິການ​ ທະຫານ​ແຂວງ​ວຽງ​ຈັນ. ຫ້ອງການ ກົມ​ໃຫຍ່​ເຕັກນິກ​ກອງທັບ: ໄດ້​ສະຫຼຸບ​ການຈັດ ຕັ້ງ​ປະຕິບັດ​ວຽກ​ງານ​ປະຈຳ​ປີ 2022 ແລະ ວາງທິດ​ທາງ​ແຜນ ການປີ 2023, ໃນ​ໄລຍະ 1 ປີ ຜ່ານມາ ຫ້ອງການ​ ກົມ​ໃຫຍ່ເຕັກ ນິກສາມາດ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ ໃນ​ການ​ເປັນ​ເສນາ​ທິ​ການ​ດ້ານ​ການ​ປະສານ​ງານ​ກັບ​ບັນດາ​ອົງການ, ກົມກອງ ແລະ ການຈັດຕັ້ງອື່ນໆ, ກວດກາ, ບັນທຶກ, ຮັບ-ສົ່ງ​ເອກະສານ​ ເຂົ້າ-ອອກ ໃຫ້​ແກ່​ກົມ​ໃຫຍ່​ເຕັກນິກ​ກອງທັບ ໃນ​ນີ້, ບັນທຶກ​ເອກະ​ສານ​ຂາ​ເຂົ້າ 3.403 ສະບັບ, ຂາ​ອອກ 645 ສະບັບ, ຈັດ​ສົ່ງເອ ກະສານ ແລະ ບັດ​ເຊີນ​ຕ່າງໆ 31 ສະບັບ, ສຳ​ເນົາ​ເອກະ ສານ 4.057 ສະບັບ ແລະ ຈັດ​ພິມ​ເອກະສານ​ຕ່າງໆ​ຕາມ​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ. ກອງຮ້ອຍ​ທະຫານ​ຊາຍ​ແດນ 134: ໄດ້​ສະຫຼຸບ​ການເຄື່ອນໄຫວ​ວຽກ​ງານ​ຮອບດ້ານ​ປະຈຳ​ປີ 2022 ແລະ ວາງ​ທິດ​ທາງ​ແຜນ ການ​ປີ 2023. ໃນ​ໄລຍະ 1 ປີ ຜ່ານມາ, ກົມ​ກອງ​ໄດ້​ຖື​ສຳຄັນ​ວຽກ​ງານ​ເຮັດ​ໃຫ້​ສະພາບມີ​ຄວາມ​ສະຫງົບ, ຈັດ​ຕັ້ງ​ລະບົບ​ປະຈຳການ 3 ຂັ້ນ​ຢ່າງ​ເຂັ້ມ​ງວດ ເພື່ອ​ຮັບປະກັນ​ການ​ກຽມພ້ອມ​ສູ້​ຮົບ, ຈັດ​ຕັ້ງ​ກຳລັງ​ເຄື່ອນ​ໄຫວ​ລາດຕະເວນ​ຕາມ​ຂອບ​ເຂດ​ກົມ​ກອງ​ຮັບຜິດຊອບ, ໂດຍ​ສະເພາະ​ແມ່ນ​ລຽບ​ຕາມ​ບໍລິເວນ​ຊາຍແດນ​ ເພື່ອຕ້ານ ແລະ ສະກັດ​ກັ້ນ​ປະກົດ​ການ​ຫຍໍ້ທໍ້​ໃນ​ສັງຄົມ ສາມາດ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ​ປອດ​ໄພ​ໂດຍ​ພື້ນຖານຄຽງ​ຄູ່​ກັນ​ນັ້ນ, ກົມ​ກອງ​ຍັງ​ໄດ້​ເອົາໃຈໃສ່​ປັບປຸງ​ພັດທະນາ​ກົມ​ກອງ, ຊຸກຍູ້​ພະນັກງານ-ນັກຮົບ ​ປູກຝັງ-ລ້ຽງ ສັດ​ ເພື່ອ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ກົມ​ກອງ​ໃຫ້​ນັບ​ມື້​ດີ​ຂຶ້ນ​ເປັນ​ກ້າວໆ ແລະ ສາມາດ​ສ້າງ​ລາຍ​ຮັບຈາກ​ແຫຼ່ງ​ຕ່າງໆ​ໄດ້​ທັງ​ໝົດ 96 ລ້ານ​ກວ່າ​ກີບ. ກອງ​ບັນຊາ​ການ​ທະຫານ ​ເມືອງ​ວາປີ ແຂວງ​ສາລະ​ວັນ: ໄດ້​ ເປີດ​ຊຸດ​ອົບຮົມ-ຫັດ​ແອບການ ເມືອງ-ການ​ທະຫານໃຫ້ກຳລັງ​ກອງ​ຫຼອນ ກອງຮ້ອຍ​ທີ 3 ຈຸດ​ສຸມ​ບ້ານ​ວາປີ, ໂດຍ​ມີ​ກຳລັງກອງ ​ຫຼອນ 187 ສະຫາຍ ຈາກ 11 ບ້ານ ທີ່​ຂຶ້ນ​ກັບ​ຈຸດ​ສຸມ ບ້ານ​ວາປີ ເຂົ້າ​ຮ່ວມ, ເປົ້າ​ໝາຍ​ ​ເພື່ອ​ ແນໃສ່​ຍົກ​ລະດັບ​ຄວາມຮູ້ ຄວາມ ​ສາມາດ ດ້ານ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ, ທິດ​ສະ​ດີ​ຫຼັກການ​ດ້ານ​ສິລະ​ປະ ຍຸດ-ຍຸດທະວິທີ ແລະ ພາກ​ປະຕິ​ບັດ​ຕົວ​ຈິງ ໃຫ້​ກຳລັງ​ກອງ​ຫຼອນ ກອງຮ້ອຍ​ທີ 3 ເພື່ອ​ຮັບປະກັນ​ໃຫ້​ແກ່​ການເຄື່ອນໄຫວ​ວຽກ​ງານ ​ປກຊ-​ປກສ ຢູ່​ທ້ອງຖິ່ນ​ຂອງ​ຕົນ ມີ​ການ​ຮັບປະກັນ​ດີ. ສູນ​ເຝິກອົບຮົມ​ກອງ​ພົນ​ທີ 4: ທ່ານ ຄຳ​ສອນ ເນົາວະ​ລາດ ຫົວໜ້າ​ພະ​ແນກ​ບໍລິຫານ-ຈັດ​ຕັ້ງ ບໍລິສັດ​ຊີມັງລາວ ສະຫວັນ​ນະ ​ເຂດ (ຈຳກັດ) ໄດ້​ນຳ​ເອົາເຄື່ອງ ​ກິລາ​ຈຳນວນ 16 ຊຸດ ລວມມູນ​ ຄ່າ 1.000.000 ກີບ ​ມອບໃຫ້​ ສູນ​ດັ່ງກ່າວ ເພື່ອປະກອບສ່ວນ​ຊຸກຍູ້​ຂະ​ບວນ​ການ​ກິລາ ເນື່ອງ​ໃນ​ໂອກາດ​ສ້າງ​ຂະ​ບວນການ​ຂໍ່ານັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ, ໂດຍ​ການ​ກ່າວ​ຮັບ​ຂອງ ​ສະຫາຍ ພັນ​ໂທ ສົມ​ສະໜຸກ ພິນ​ສະຫວັນ ຫົວ ໜ້າ​ການເມືອງ ສູນເຝິກອົບຮົມ​ກອງ​ພົນ​ທີ 4 ພ້ອມ​ດ້ວຍ​ຄະນະ. ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ: ໄດ້​ເປີດ​ຂະບວນ ​ການ​ແຂ່ງຂັນ​ກິລາ​ມວນ​ຊົນ ແລະ ກິລາ​ການທະຫານ ປະຈຳ​ປີ 2022 ເພື່ອ​ສ້າງຂະບວນ ​ການ​ຂໍ່ານັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ ແລະ ວັນ​ສ້າງຕັ້ງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ຄົບຮອບ 64 ປີ​ໃຫ້​ມີ​ບັນ ຍາກາດ​ຟົດຟື້ນ​ກວ້າງຂວາງ, ສຳລັບ​ກິລາ​ທີ່​ນຳ​ມາ​ແຂ່ງຂັນປະ ເພດ​ກິລາ​ມວນ​ຊົນ​ມີ: ບານເຕະ​ອາວຸໂສ, ບານເຕະ​ຊາວ​ໝຸ່ມ, ​ບານສົ່ງ​ອາວຸໂສ, ບານສົ່ງ​ຊາວ​ໜຸ່ມ​ຊາຍ, ບານສົ່ງ​ຍິງ, ​ກະ​ຕໍ້ ແລະ ກິລາເປຕັງ, ສ່ວນກິລາ​ການ​ທະ ຫານ​ລວມ​ມີ: ບົດ​ຍິງ ເປົ້າ​ຈານ, 3 ວິຊາການທະຫານ​ສົມທົບແລະ ກິລາ​ນັກຮົບ​ແຂງແຮງ, ມີ​ນັກ​ກິລາ​ເຂົ້າ​ຮ່ວມ​ແຂ່ງຂັນ​ທັງ​ໝົດ 119 ທີມ. ສັງລວມໂດຍ: ນາງ ຍ້ອມ​ເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ