ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງ​ປະຊຸມ​ວ່າ​ດ້ວຍ ​ການ​ຮ່ວມ​ມື ລະຫວ່າງ ແຂວງ​ຈຳປາ​ສັກ ກັບ ແຂວງ​ເປຣະ​ວິ​ເຮຍ ຄັ້ງ​ທີ IX
ເວລາອອກຂ່າວ: 2023-01-30 09:40:07 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 365 | ຄວາມນິຍົມ:



ກອງ​ປະຊຸມ ວ່າ​ດ້ວຍ​ການ​ຮ່ວມ​ມື ຄັ້ງ​ທີ IX ລະຫວ່າງ ແຂວງ​ຈຳປາ​ສັກ ແຫ່ງ ​ສປປ ລາວ ກັບ ແຂວງ ເປຣະ​ວີ​ເຮຍ ແຫ່ງ ຣາ​ຊະ​ອານາຈັກ ກຳປູເຈຍ ໄດ້​ຈັດ​ຂື້ນ​ໃນ ວັນ​ທີ 23 ມັງກອນ 2023 ທີ່​ແຂວງ​ຈຳປາ​ສັກ. ໂດຍ​ການ ເປັນ​ປະທານ​ຮ່ວມ​ຂອງ ທ່ານ ວິໄລ​ວົງ ບຸດ​ດາ​ຄຳ ເຈົ້າແຂວງ​ຈຳປາ​ສັກ ແລະ ທ່ານ ກິມ ເຣີດ​ທິ ເຈົ້າແຂວງ​ເປຣະ​ວິ​ເຮຍ; ມີ ທ່ານ ກົງສຸນ​ໃຫຍ່ແຫ່ງ​ຣາ​ຊະ​ອານາຈັກ​ກຳປູເຈຍ ປະຈຳ​ນະຄອນ​ປາກ​ເຊ; ກົງສຸນ​ໃຫຍ່​ແຫ່ງ ​ສປປ ລາວ ປະຈຳ​ແຂວງ​ຊຽງ​ແຕງ; ບັນດາ​ທ່ານ​ຄະນະ​ຜູ້​ແທນ ຂອງ​ສອງ​ຝ່າຍ​ເຂົ້າ​ຮ່ວມ. ທ່ານ ວິໄລ​ວົງ ບຸດ​ດາ​ຄຳ ເຈົ້າແຂວງ​ຈຳປາ​ສັກ ໄດ້​ກ່າວ​ໃນ​ກອງ​ປະຊຸມ​ບາງ​ຕອນ​ສຳ​ຄັນວ່າ: ກອງ​ປະຊຸມ​ວ່າ​ດ້ວຍ​ການ​ຮ່ວມ​ມື ລະຫວ່າງ ແຂວງ​ຈຳປາ​ສັກ ກັບ ແຂວງ​ເປຣະ​ວິ​ເຮຍ ຄັ້ງ​ທີ IX ແລະ ຄັ້ງ​ຜ່ານໆ​ມາ​ນັ້ນ ໄດ້​ເປັນ​ສັນຍາ​ລັກ​ແຫ່ງ​ການ​ພົວພັນ​ຮ່ວມ​ມື​ທີ່​ມີ​ມາ​ແຕ່​ດົນ​ນານ ລະຫວ່າງ​ສອງ​ແຂວງ​ໃຫ້​ຄົງ​ຢູ່​ຕະຫຼອດ​ໄປ ແລະ ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ພັດທະນາ​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ ແລະ ຍັງ​ສະແດງ​ໃຫ້​ເຫັນ​ເຖິງ​ການ​ຮ່ວມ​ມື​ທີ່​ເຂົ້າ​ອົກ, ເຂົ້າໃຈ​ເຊິ່ງ​ກັນ ແລະ ກັນ​ເພື່ອ​ຮ່ວມ​ແກ້​ໄຂ​ບັນຫາ​ຕ່າງໆ​ທີ່​ເກີດ​ຂຶ້ນ​ຕາມ​ຂອບ​ເຂດ​ຊາຍ​ແດນ ເຮັດ​ໃຫ້​ບໍລິເວນ​ຊາຍ​ແດນ​ສ່ວນ​ໃຫຍ່​ມີ​ຄວາມ​ສະຫງົບ​ດີ​ຂຶ້ນ, ເຊິ່ງ​ປະກອບສ່ວນ​ເຮັດ​ໃຫ້​ບັນຍາກາດ​ການ​ພົວພັນ​ຮ່ວມ​ມື ລະຫວ່າງ​ສອງ​ປະເທດ​ເວົ້າ​ລວມ, ເວົ້າ​ສະເພາະ ລະຫວ່າງ ແຂວງ​ຈຳປາ​ສັກ ແລະ ແຂວງ​ເປຣະ​ວິ​ເຮຍ ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​ຕໍ່​ ເນື່ອງ.ໃນ​ກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ແລກປ່ຽນ​ຄວາມ​ຄິດ​ເຫັນ ແລະ ທົບ​ທວນຄືນ​ການຈັດຕັ້ງ​ປະຕິບັດ​ບົດ​ບັນທຶກ​ກອງ​ປະຊຸມ ວ່າ​ດ້ວຍ​ການ​ຮ່ວມ​ມື ຄັ້ງ​ທີ VIII ໃນ​ປີຜ່ານມາ ພ້ອມ​ນັ້ນ ຄະນະ​ຜູ້​ແທນ ສອງ​ຝ່າຍ ໄດ້​ຕີ​ລາຄາ​ສູງ​ຕໍ່​ຜົນງານ​ການ​ຮ່ວມ​ມື ແລະ ເຫັນ​ວ່າ​ກົນ​ໄກ​ການ​ຮ່ວມ​ມື​ໃນ​ໄລຍະ​ຜ່ານ​ມາ​ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ​ເປັນ​ຮູບ​ປະ​ທຳ​ຫຼາຍ​ຂຶ້ນ ເຊິ່ງ​ເຮັດ​ໃຫ້​ສອງ​ຝ່າຍ​ໄດ້​ຮ່ວມ​ກັນ​ແກ້​ໄຂ​ບັນຫາ​ຕາມ​ບໍລິເວນ​ຊາຍ​ແດນ ໃຫ້​ມີ​ຄວາມ​ສະຫງົບ ແລະ ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ຕາມ​ຊາຍ​ແດນ ລາວ-ກຳປູເຈຍ. ສອງ​ຝ່າຍ ໄດ້​ລົງ​ນາມ​ບົດ​ບັນທຶກ ວ່າ​ດ້ວຍ​ການ​ຮ່ວມ​ມື ຄັ້ງ​ທີ IX, ໂດຍ​ເປັນ​ເອກະ​ພາບ​ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ການ​ຮ່ວມ​ມື​ໃນ​ດ້ານ​ຕ່າງໆ ເຊັ່ນ: ການ​ຮ່ວມ​ມື​ຮັກສາ​ຄວາມ​ສະຫງົບ ແລະ ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ຕາມ​ຊາຍ​ແດນ ສອງ​ຝ່າຍ​ເປັນ​ເອກະ​ພາບ​ປະຕິບັດ​ຕາມ ບົດ​ບັນທຶກ​ວ່າ​ດ້ວຍ​ການ​ຮ່ວມ​ມື ລະຫວ່າງ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ແຫ່ງ ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ກັບ ກະຊວງ​ພາຍ​ ໃນ ແຫ່ງ ຣາ​ຊະ​ອານາຈັກ​ກຳປູ ເຈຍ ປະຈຳ​ປີ 2022, ສືບຕໍ່​ຮ່ວມ​ມື​ກັນ ໃນ​ການ​ປ້ອງ​ກັນ​ສະກັດ​ກັ້ນ​ທຸກ​ການເຄື່ອນໄຫວ ການ​ກໍ່​ການ​ຮ້າຍ ແລະ ອາ​ຊະ​ຍາ​ກຳ​ຂ້າມ​ຊາຍ​ແດນ, ເປັນ​ເອກະ​ພາບ​ໃນ​ການ​ສືບຕໍ່​ອຳນວຍ​ຄວາມ​ສະດວກ ແລະ ປ້ອງ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ຄະນະ​ຜູ້​ແທນ ແລະ ປະຊາຊົນ​ຂອງ​ສອງ​ປະເທດ; ການ​ຮ່ວມ​ມື​ປ້ອງ​ກັນ ແລະ ສະກັດ​ກັ້ນ​ຢາ​ເສບ​ຕິດ ຕາມ​ຊາຍ​ແດນ. ນອກຈາກ​ນັ້ນ ສອງ​ຝ່າຍ ຍັງ​ເປັນ​ເອກະ​ພາບ​ໃນ ການ​ຮ່ວມ​ມື​ດ້ານ​ເສດຖະກິດ-ສັງຄົມ ເປັນຕົ້ນ: ວຽກ​ງານ​ໂຍທາ​ທິ​ການ ແລະ ຂົນສົ່ງ; ວຽກ​ງານ​ກະສິກຳ ສອງ​ຝ່າຍ​ເອກະ​ພາບ​ໃນ​ການ​ສະກັດ​ກັ້ນ ແລະ ປາບ​ປາມ​ຕໍ່​ຜູ້​ລະເມີດ​ທີ່​ນຳ​ໃຊ້​ອຸປະກອນ​ທີ່​ຜິດ​ກົດໝາຍ​ໃນ​ການ​ຫາ​ປາ ແລະ ສັດ​ນ້ຳ​ຕາມ​ລຳ​ແມ່ນ້ຳ​ຂອງ ແລະ ແມ່ນ້ຳ​ສາຂາ​ຕ່າງໆ, ຊຸກຍູ້​ໃຫ້ ມີ​ການ​ແລກປ່ຽນ​ລະບົບ​ຂໍ້​ມູນ​ການ​ຕະຫຼາດ ຜະລິດ​ຕະ​ພັນ​ກະສິກຳ, ສະກັດ​ກັ້ນ​ການ​ລັກລອບ​ນຳ​ສັດ ເຂົ້າ-ອອກ, ຜະລິດ​ຕະ​ພັນ​ທີ່​ມາ ​ຈາກ​ສັດ ແລະ ຮ່ວມ​ມື​ກັນ​ອະນຸ ລັກສັດປ່າ, ສັດ​ນ້ຳ ເພື່ອ​ແລກ ປ່ຽນ​ຂໍ້​ມູນ​ຂ່າວສານ ກ່ຽວ​ກັບ ສັດປ່າ, ສັດ​ນ້ຳ ທີ່​ໃກ້​ຈະ​ສູນພັນ; ວຽກ​ງານ​ພະລັງງານ ແລະ ໄຟຟ້າ ສືບຕໍ່​ໂຄງການ​ກໍ່ສ້າງ​ສາຍ​ສົ່ງ​ໄຟຟ້າ 500 KV ເພື່ອ​ເຊື່ອມ​ຕໍ່​ແຂວງ​ຊຽງ​ແຕງ ແລະ ແຂວງ​ເປຣະ​ວີ​ເຮຍ, ສະໜັບສະໜູນ​ໃຫ້​ ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ ແລະ ໄຟຟ້າ​ກຳປູເຈຍ ຮ່ວມ​ມື​ກັນ​ໃນ​ການ​ສຶກ​ສາ​ເພີ່ມ​ປະລິມານ​ການ​ສົ່ງ​ພະລັງງານ​ໄຟຟ້າ ແລະ​ຍັງ​ມີ ວຽກ​ງານ​ດ້ານ​ອຸດສາຫະກຳ ແລະ ການ​ຄ້າ; ວຽກ​ງານ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ; ວຽກ​ງານ​ການ​ສຶກ​ສາ-ກິລາ, ສາທາລະນະ​ສຸກ ແລະ ດ້ານ​ມະນຸດສະທຳ ສອງ​ຝ່າຍ​ເຫັນ​ດີ​ໃຫ້​ໜ່ວຍ​ງານ​ກູ້​ໄພ​ຂອງ​ສອງ​ຝ່າຍ​ປະສານ​ງານ​ກັນ​ໃນ​ກໍລະນີ​ເກີດ​ອຸບັດ​ຕິ​ເຫດ ແລະ ເກີດ​ໄພພິບັດ​ທາງ​ທຳ​ມະ​ຊາດ ເພື່ອ​ຊ່ວຍເຫຼືອ​ກັນ ແລະ ອື່ນໆ. ໂດຍ: ດາ​ວົງ ບຸດ​ຕະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ