ກົມພົວພັນຕ່າງປະເທດ ສະຫຼຸບວຽກງານການນໍາພາ ປະຈໍາປີ 2022
ເວລາອອກຂ່າວ: 2023-01-30 09:41:28 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 395 | ຄວາມນິຍົມ:
ກອງປະຊຸມສະຫຼຸບວຽກງານ
ການນຳພາຂອງຄະນະພັກ-ຄະ
ນະບັນຊາກົມພົວພັນຕ່າງປະເທດປະຈຳປີ 2022 ແລະ ວາງທິດທາງແຜນການນຳພາ ປະຈຳປີ 2023 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 27 ມັງກອນ 2023 ນີ້, ໂດຍ
ການເປັນປະທານຂອງ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກຳ
ມະການຄະນະພັກກະຊວງ ຫົວ
ໜ້າຫ້ອງວ່າການກະຊວງປ້ອງ
ກັນປະເທດ, ມີພົນຈັດຕະວາ ບຸນເດື່ອງ ພັນສົດໃສ ຫົວໜ້າກົມພົວພັນຕ່າງປະເທດ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງພາຍໃນກົມກອງເຂົ້າຮ່ວມ.
ສະຫາຍ ພັນເອກ ໂສວັດ ສັນ ຕິສຸກ ຮອງຫົວໜ້າກົມພົວພັນຕ່າງປະເທດ ໄດ້ຂຶ້ນຜ່ານບົດສະ
ຫຼຸບການນຳພາຂອງຄະນະພັກ-ຄະນະບັນຊາຂອງກົມພົວພັນຕ່າງ
ປະເທດ, ໂດຍຄະນະກົມພົວພັນຕ່າງປະເທດ ໄດ້ຖືເອົາການຊີ້ນຳ-
ນຳພາ ແລະ ສຶກສາອົບຮົມແນວຄິດການເມືອງໃຫ້ສະມາຊິກພັກ
ແລະ ນັກຮົບຂອງຕົນ ເປັນປົກກະ
ຕິ, ຖືເອົາກອງປະຊຸມໜ່ວຍພັກ,
ກອງປະຊຸມດຳເນີນຊີວິດການ
ເມືອງປະຈຳເດືອນ ເປັນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ຊຸກຍູ້ສະມາຊິກພັກທຸກສະຫາຍ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ກອງທັບ ເຊິ່ງເຮັດໃຫ້ສະມາຊິກພັກທຸກສະຫາຍມີຄວາມຮັບຮູ້, ເຂົ້າໃຈ ແລະ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ກໍຄືການຈັດຕັ້ງທຸກຂຶ້ນ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄຸນທາດການເມືອງ, ມີຄຸນສົມບັດ ສິນທຳປະຕິວັດ, ມີຄວາມຈົງຮັກພັກດີຕໍ່ພັກ, ຊາດ ແລະ ກອງທັບ. ຍາມໃດໜ່ວຍພັກ ກໍໄດ້ເອົາໃຈໃສ່ວຽກ
ງານບຳລຸງກໍ່ສ້າງພະນັກງານ
ດ້ວຍການຊອກຫາແຫຼ່ງທຶນ ເພື່ອ
ຍົກລະດັບຄວາມຮູ້, ຄວາມສາ
ມາດທາງດ້ານທິດສະດີ, ດ້ານວິ
ຊາສະເພາະ ແລະ ພາສາຕ່າງ
ປະເທດ ຢູ່ພາຍໃນ ແລະ ຕ່າງປະ
ເທດໃຫ້ກ່ແກ່ພະນັກງານພາຍໃນກົມ, ເພື່ອສ້າງພະນັກງານສືບທອດປຽ່ນແທນໄດ້ຢ່າງຕໍ່ເນື່ອງ. ໃນປີ 2022 ຜ່ານມາ, ໄດ້ສົ່ງພະ
ນັກງານໄປຮຽນ ແລະ ເຝິກອົບ
ຮົມ ຢູ່ພາຍໃນ 10 ສະຫາຍ ແລະ
ຕ່າງປະເທດ 04 ສະຫາຍ, ໜ່ວຍພັກໄດ້ຕີລາຄາແບ່ງຄຸນນະພາບແບບສະມາຊິກພັກ ແລະ ໜ່ວຍພັກຄື: ມີສະມາຊິກພັກແຂງຈຳ
ນວນ 58 ສະຫາຍ ເທົ່າກັບ 98.4%, ກາງ 01 ສະຫາຍ ເທົ່າກັບ 1.6%, ໜ່ວຍພັກ 98% ຈັດເປັນໜ່ວຍພັກແຂງ, ໜ່ວຍພັກກົມພົວພັນຕ່າງປະເທດ ໄດ້ຮັບຮອງເປັນໜ່ວຍປອດໃສ ເຂັ້ມແຂງ ໜັກນແໜ້ນ ປະຈຳປິ 2022.
ສຳລັບທິດທາງແຜນການປີ 2023 ຄະນະພັກ-ຄະນະບັນຊາກົມພົວພັນຕ່າງປະເທດ ຈະສືບຕໍ່ ນຳພາໜ່ວຍພັກ, ສະມາຊິກພັກ ແລະ ນັກຮົບ ສຸມໃສ່ຄົ້ນຄວ້າຮ່ຳ
ຮຽນ, ເຊື່ອມຊຶມແນວທາງນະ
ໂຍບາຍ, ມະຕິຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ-ກົດໝາຍຂອງລັດ ແລະ ລະບຽບການຕ່າງໆຂອງກອງທັບ ໂດຍສະ ເພາະມະຕິກອງປະຊຸມໃຫຍ່ຂອງພັກສະໄໝທີ XI ແລະ ມະຕິກອງ
ປະຊຸມໃຫຍ່ ຄັ້ງທີ V ຂອງອົງ
ຄະນະພັກກະຊວງປ້ອງກັນປະ
ເທດ. ຫັນເອົາແນວທາງນະໂຍ
ບາຍຂອງພັກ, ມະຕິຄຳສັ່ງຂັ້ນເທິງ ໃຫ້ເປັນແຜນການຂອງໜ່ວຍ
ພັກໃຫ້ສອດຄ່ອງກັບໜ້າທີ່ການ
ເມືອງຂອງກົມກອງ, ພ້ອມຊີ້ນຳ-ນຳພາຈັດຕັ້ງປະຕິບັດຕົວຈິງ
ໃຫ້ມີຜົນສຳເລັດ ແລະ ມີປະສິດທິພາຍສູງ, ຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດໃນ 5 ຫຼັກການ 3
ທິດນຳໃນການປັບປຸງກໍ່ສ້າງພັກ.
ເພີ່ມທະວີຄວາມຮັບຜິດຊອບນຳ
ພາການດຳເນີນຊີວິດການເມືອງ, ປະຕິບັດຫຼັກການລວມສູນ ປະ
ຊາທິປະໄຕ ແລະ ເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນ. ກຳນົດແຜນການ ເຄື່ອນໄຫວຂອງ
ໜ່ວຍພັກແຕ່ລະໄລຍະ, ເອົາໃຈ
ໃສ່ກວດກາ, ສະຫຼຸບຖອດຖອນບົດຮຽນ ປະຕິບັດລະບອບສ່ອງແສງ ໃຫ້ຄະນະພັກຂັ້ນເທິງຢ່າງເປັນປົກກະຕິ. ເອົາໃຈໃສ່ຊີ້ນຳ-ນຳ
ພາ ການປະຕິບັດກົດລະບຽບຢ່າງ
ເຂັ້ມງວດ, ສຶກສາອົບຮົມເພື່ອປ້ອງກັນສະມາຊິກພັກ ໃຫ້ເປັນປົກກະຕິ ແລະ ເດັດຂາດບໍ່ໃຫ້ມີສະມາຊິກພັກອ່ອນແອ ແລະ ເສຍທາດຂາດຄຸນ.
ໂດຍ: ນ. ວິໄລພອນ ສອນມະນີລາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ