ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫຼາຍ​ພາກສ່ວນ​ເຂົ້າ​ອວຍພອນ ​ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ ຄົບຮອບ 74 ປີ
ເວລາອອກຂ່າວ: 2023-01-31 09:14:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 229 | ຄວາມນິຍົມ:



ກາງ​ເດືອນ ມັງກອນ 2023 ນີ້, ຫຼາຍ​ພາກສ່ວນ​ເຂົ້າ​ອວຍ ພອນ​ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ ​ຄົບຮອບ 74 ປີ.ໃນ​ນີ້​ມີ ຄະນະ​ພັກ-ຄະນະ​ອຳນວຍ​ການ ວິທະຍາຄານ​ການແພດ​ກອງທັບ ນຳ​ໂດຍ ສະຫາຍ ພົນ​ຈັດຕະວາ ສຸ​ລິ​ວົງ ລັດ​ວິໄລ ຫົວໜ້າ​ການເມືອງ ວິທະຍາຄານ​ການແພດ​ກອງທັບ ພ້ອມ​ດ້ວຍ​ຄະນະ ໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນ ເຂົ້າ​ອວຍພອນ ສະຫາຍ ພົນ​ຕີ ຄຳ​ເພັດ ສີ​ຊາ​ນົນ ຫົວໜ້າ​ກົມ​ໃຫຍ່​ພະລາທິການ​ກອງທັບ, ທ່ານ ວັນ​ທາ ຊົງ​ຊະນະ ຮອງ​ອຳນວຍ​ການ​ໂຮງແຮມ​ເໝືອງ​ແທ່ງ ເຂົ້າ​ອວຍພອນ ສະຫາຍ ພົນ​ຕີ ສາຍໃຈ ກົມ​ມະ​ສິດ ຫົວໜ້າ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ, ສະຫາຍ ແສນ​ສັກ ສຸ​ລິ​ສັກ ຮອງ​ເຈົ້າແຂວງ ແຂວງ​ສະຫວັນ​ນະ​ເຂດ ເຂົ້າ​ອວຍພອນ ສະຫາຍ ພົນ​ຈັດຕະວາ ສີ ທະວີ​ໄຊ ຫົວໜ້າ​ການເມືອງ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ​ພ້ອມ​ຄະນະ, ສະຫາຍ ທອງ​ສະຫວັນ ວົງ​ສຳ​ພັກ ຮອງ​ເລຂາ​ພັກ​ແຂວງ ແຂວງ​ວຽງ​ຈັນ ໄດ້​ເຂົ້າ​ອວຍ ພອນ​ ສະຫາຍ ພົນ​ຈັດຕະວາ ບຸນ​ມາ ວົງ​ດາລາ​ແສນ ຫົວໜ້າ​ການ​ທະຫານ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ພ້ອມ​ຄະນະ, ສະຫາຍ ພົນ​ຈັດຕະວາ ພູ​ວັນ ພິມ​ມະ​ຈັນ ຫົວໜ້າ​ການ ເມືອງ​ທະຫານ​ແຂວງ​ສາລະ​ວັນພ້ອມ​ຄະນະ ໄດ້​ເຄື່ອນ​ໄຫວ​ຢ້ຽມຢາມ​ພະນັກງານ​ກອງຮ້ອຍ​ທະຫານ​ຊາຍ​ແດນ 512. ໂອກາດ​ນີ້, ແຕ່​ລະ​ຄະນະ​ກໍໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ​ມາ​ຍັງ​ຄະນະ​ພັກ-ຄະນະ​ບັນຊາ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ທີ່​ເຫັນ​ໄດ້​ຄວາມ​ໝາຍ​ຄວາມ​ສຳຄັນ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ ແລະອວຍພອນ​ຄະນະ​ພັກ-ຄະນະ​ບັນຊາ​ຕະຫຼອດ​ຮອດ​ພະນັກງານ-ນັກຮົບ​ທຸກ​ສະຫາຍ​ຈົ່ງ​ມີ​ສຸຂະພາບ​ແຂງແຮງ ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ, ສືບຕໍ່​ອອກແຮງ​ແຂ່ງຂັນ​ກັນ​ສ້າງ​ຜົນງານ​ພັດທະນາ​ກົມ​ກອງ​ໃຫ້​ມີ​ຄວາມ​ກ້າວໜ້າ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ຂ່າວ​ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ກາງ​ເດືອນ ມັງກອນ 2023 ນີ້, ສະຫາຍ​ ພົນ​ຈັດຕະວາ ໄພ​ວັນ ຈັນທະ​ພົມມາ ຫົວໜ້າ​ການເມືອງກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ພ້ອມ​ຄະນະ ໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນ​ເຂົ້າ​ອວຍພອນ ສະຫາຍ ພັນ​ເອກ ຟໍ​ວັນ​ທົງ ຫົວໜ້າ​ຫ້ອງ​ກາ​ນທີ່ປຶກສາ​ທູດ​ປ້ອງ​ກັນ​ຊາດ ​ສສ ຫວຽດນາມ ປະຈຳ ​ສປ​ປລາວ ເນື່ອງ​ໃນ​ວັນ​ບຸນປີໃໝ່​ຫວຽດນາມ ແລະ ສະຫາຍ ພົນ​ຈັດຕະວາ ບຸນ​ມາ ວົງ​ດາລາ​ແສນ ຫົວໜ້າ​ການ​ທະຫານ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ​ພ້ອມ​ຄະນະ ໄດ້​ເຂົ້າ​ອວຍພອນ​ຄະນະ​ກອງ​ບັນຊາ​ການ​ທະຫານ​ເຂດ 4, ບໍລິສັດ​ໂກ​ເອັກ​ໂກ, ກອງ​ບັນຊາ​ການ​ທະຫານ​ແຂວງ​ເຫງະ​ອານ ​ສສ ຫວຽດນາມ ໃນ​ໂອກາດ​ບຸນປີໃໝ່ (ເຕັດ​ຫວຽດ) ເຊັນ​ດຽວ​ກັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ