ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຖະແຫຼງ​ຂ່າວກ່ຽວກັບການແຕ່ງຕັ້ງ ​ສະມາຊິກ​ລັດຖະບານ
ເວລາອອກຂ່າວ: 2023-01-31 09:17:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 241 | ຄວາມນິຍົມ:



ທ່ານ ນາງ ສູນ​ທອນ ໄຊ​ຍະ​ຈັກ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ໄດ້​ຖະແຫຼງ​ຂ່າວ​ຜົນ​ການຄົ້ນຄວ້າ​ພິຈາລະນາ ແລະ ຮັບຮອງ​ເອົາ​ບັນຫາ​ຟື້ນ​ຖາ​ສຳຄັນ​ໃນ​ກອງ​ປະຊຸມ​ສະໄໝ​ສາມັນ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ປະຈຳ​ເດືອນ ມັງກອນ 2023, ໃນວັນ​ທີ 30 ມັງກອນ 2023 ນີ້. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ໄດ້​ກ່າວ​ວ່າ: ອີງ​ຕາມ​ຂໍ້​ຕົກລົງ​ຂອງ​ກອງ​ປະຊຸມ​ກົມ​ການເມືອງ​ສູນ​ກາງພັກ​ ຮ່ວມ​ກັບຄະນະ​ເລຂາທິການ​ສູນ​ກາງ​ພັກ ວັນ​ທີ 25 ມັງກອນ 2023; ອີງ​ຕາມ​ຄຳ​ສະເໜີ​ຂອງ​ນາຍົກລັດຖະມົນຕີ ສະບັບ​ເລກ​ທີ 09/​ນຍ, ລົງ​ວັນ​ທີ 26 ມັງກອນ 2023. ກອງ​ປະຊຸມ​ສະໄໝ​ສາມັນ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ປະຈຳ​ເດືອນ ມັງກອນ 2023 ໄດ້​ດຳເນີນ​ເປັນ​ເວລາ 2 ວັນ​ເຕັມ ໃນ​ວັນ​ທີ 30-31 ມັງກອນ 2023 ພາຍ​ໃຕ້​ການ​ນຳພາ​ຂອງ ທ່ານ ​ປອ ໄຊ​ສົມ​ພອນ ພົມວິຫານ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ປະທານ​ສະພາ​ແຫ່ງ​ຊາດ, ໂດຍ​ມີ​ບັນດາ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ບັນດາ​ທ່ານ​ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ເຂົ້າ​ຮ່ວມ ຈຳນວນ 15 ທ່ານ; ຜ່ານ​ການ​ຄົ້ນຄວ້າ​ພິຈາລະນາ, ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ເລິກເຊິ່ງ​ຖີ່​ຖ້ວນ​ຂອງ​ບັນດາ​ທ່ານ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຕໍ່​ຄຳ​ສະເໜີ​ຂອງ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ການ​ພິຈາລະນາ​ຮັບຮອງ​ເອົາ​ການ​ຍົກຍ້າຍ ແລະ ແຕ່ງຕັ້ງ​ສະມາຊິກ​ລັດຖະບານ ຢູ່​ໃນ​ກອງ​ປະຊຸມ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ປະຈຳ​ເດືອນ ມັງກອນ 2023 ໃນ​ວາລະ​ຕອນ​ເຊົ້າ​ຂອງ​ວັນ​ທີ 30 ມັງກອນ 2023 ໄດ້​ຕົກລົງ ຄື​ດັ່ງນີ້: 1) ຍົກຍ້າຍ ທ່ານ ວຽງ​ສະ​ຫວັດ ສີ​ພັນ​ດອນ ລັດຖະມົນຕີ​ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ໄປ​ຮັບ​ ໜ້າທີ່​ໃໝ່ ຢູ່​ແຂວງ​ຫຼວງ​ນ້ຳ​ທາ. 2) ຍົກຍ້າຍ ທ່ານ ບຸນ​ໂຈມ ອຸບົນ​ປະເສີດ ລັດຖະມົນຕີກະຊວງ​ການ​ເງິນ ໄປ​ຮັບ​ໜ້າທີ່​ໃໝ່ ຢູ່​ແຂວງ​ສະຫວັນ​ນະ​ເຂດ. 3) ຍົກຍ້າຍ ທ່ານ ດາວ​ວົງ ພອນ​ແກ້ວ ລັດຖະມົນຕີ​ກະຊວງ​ພະລັງງານ ແລະ ບໍ່​ແຮ່ ໄປ​ຮັບ​ໜ້າທີ່​ໃໝ່​ຢູ່​ແຂວງ​ສາລະ​ວັນ. 4) ແຕ່ງຕັ້ງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງ​ສະຫວັນ​ນະ​ເຂດ ມາ​ຮັບ​ໜ້າທີ່​ໃໝ່ ເປັນ​ລັດຖະມົນຕີ​ກະຊວງ​ການ​ເງິນ. 5) ແຕ່ງຕັ້ງ ທ່ານ ໂພ​ໄຊ ໄຊ​ຍະ​ສອນ ເຈົ້າແຂວງ​ສາລະ​ວັນ ມາ​ຮັບ​ໃໝ່​ທີ່​ໃໝ່ ເປັນ​ລັດຖະມົນຕີ ກະຊວງ​ພະລັງງານ ແລະ ບໍ່​ແຮ່. 6) ແຕ່ງຕັ້ງ ທ່ານ ງາມ​ປະສົງ ເມືອງ​ມະນີ ເປັນ​ລັດຖະມົນຕີ​ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ. ຄຽງ​ຄູ່​ກັບ​ການ​ພິຈາລະນາ ແລະ ຮັບຮອງ​ເອົາ​ບັນຫາ​ສຳຄັນ​ພື້ນຖານ​ຂອງ​ປະເທດ​ຊາດ​ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ, ໃນ​ໄລຍະ​ດຳເນີນ​ກອງ​ປະຊຸມ ຈະ​ໄດ້​ຄົ້ນຄວ້າ​ພິຈາລະນາຮັບ​ຟັງ​ຜົນ​ການຮຽບ​ຮຽງກົດໝາຍ ຈຳນວນ 12 ສະບັບ ທີ່​ໄດ້​ຮັບຮອງ​ເອົາ​ການສະໄໝ​ສາມັນ ​ເທື່ອ​ທີ 4 ຂອງ​ສະພາແຫ່ງ​ຊາດ ຊຸດ​ທີ IX, ຮັບ​ຟັງ​ການ​ລາຍ​ງານ​ສະພາບ​ການ​ປັບປຸງ​ແຜນການ​ສ້າງ​ກົດໝາຍ ປີ 2023- 2025, ຄົ້ນຄວ້າ​ພິຈາລະນາ​ບາງ​ຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳ ແລະ ຄົ້ນຄວ້າ​ພິຈາລະນາ​ວຽກ​ງານ​ພາຍ​ໃນສະພາ​ແຫ່ງ​ຊາດ ເຊັ່ນ: ພິຈາລະນາ​ວຽກ​ງານ ຂອງ​ບັນດາ​ກຳມາ​ທິ​ການ, ຄະນະ​ເລຂາທິການ ແລະ ສະຖາ​ບັນ​ຄົ້ນ ຄວ້າ​ນິຕິ​ກຳ​ສະພາ​ແຫ່ງ​ຊາດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ