ກອງພັນໃຫຍ່ 605 ແຂ່ງຂັນ ສິລະປະ-ວັນນະຄະດີ ສະໝັກຫຼິ້ນ
ເວລາອອກຂ່າວ: 2023-01-31 13:45:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 47 | ຄວາມນິຍົມ:
ວັນທີ 26 ມັງກອນ 2023 ນີ້, ກອງພັນໃຫຍ່ 605 ໄດ້ຈັດກິດຈະກຳແຂ່ງຂັນສິລະປະ-ວັນນະຄະດີສະໝັກຫຼິ້ນ ຄັ້ງທີ II, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 74 ປີ, ໂດຍການເປັນປະ
ທານຂອງ ສະຫາຍ ພັນເອກ ບົວຄຳ ສາມາວົງ ຫົວໜ້າການເມືອງ ກອງພັນໃຫຍ່ 605 ມີຄະນະພັກ-ຄະນະບັນຊາ, ພະແນກການ, ກົມກອງ, ຄະນະກຳມະການ, ພະນັກງານ-ນັກຮົບ ພ້ອມດ້ວຍນັກສິລະປະສະໝັກຫຼິ້ນເຂົ້າຮ່ວມຮັບຊົມ.
ການແຂ່ງຂັນສິລະປະ-ວັນນະຄະດີສະໝັກຫຼິ້ນຄັ້ງນີ້, ເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ເວົ້າສະ
ເພາະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີໃຫ້ມີບັນຍາກາດຟົດຟື້ນກວ້າງຂວາງ, ມີເນື້ອໃນຄວາມໝາຍເລິກເຊິ່ງ, ສຳລັບການແຂ່ງຂັນໃນຄັ້ງນີ້
ມີຜູ້ເຂົ້າຮ່ວມແຂ່ງຂັນ 15 ສະຫາຍ, ຍິງ 2 ສະຫາຍ. ຜ່ານການແຂ່ງຂັນຕົວຈິງປະເພດເພງດ່ຽວ ລາງວັນຊະນະເລີດໄດ້ແກ່ ສະຫາຍ ຊັ້ນ1 ອານຸສິດ ສີສຸມັງ ຈາກ
ກອງຮ້ອຍວັດແທກໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 400.000 ກີບ, ຮອງຊະນະເລີດອັນດັບ I ໄດ້ແກ່ ສະຫາຍ ສິບໂທ ໂອເລ້ ຈັນທະລັງສີ ຈາກ ກອງພັນທີ
3 ໄດ້ຮັບລາງວັນເງິນສົດ 200.000 ກີບ, ຮອງຊະນະເລີດອັນດັບ II ໄດ້ແກ່ ສະຫາຍ ຮ້ອຍໂທ ຕຸ້ຍດາວທອນ ປັນຍາວົງ ຈາກກອງຮ້ອຍວັດແທກ ກອງ
ພັນໃຫຍ່ 605 ໄດ້ຮັບລາງວັນເງິນສົດ 100.000 ກີບ ພ້ອມທັງມອບລາງວັນຊົມເຊີຍໃຫ້ 12 ສະຫາຍ ອີກດ້ວຍ. ທັງນີ້, ເພື່ອເປັນການປຸກລະດົມຊຸກຍູ້ຈິດໃຈ ພະນັກງານ-ນັກຮົບ ໄດ້ສະແດງຄວາມສາມາດ, ພອນສະຫວັນ ແລະ ພອນສະແຫວງຂອງຕົນເຂົ້າໃນວຽກງານຂະບວນການດ້ານຕ່າງໆຂອງກົມກອງ, ທັງເປັນການຄັດເລືອກເອົາພະນັກງານ-ນັກຮົບທີ່ຮ້ອງດີ-ຮ້ອງມ່ວນເຂົ້າຮ່ວນແຂ່ງຂັນສິລະ
ປະ-ວັນນະຄະດີສະໝັກຫຼິ້ນທົ່ວກອງທັບ ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ ທີ່ກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງ
ທັບຈະໄດ້ຈັດຂຶ້ນໃນຕໍ່ໜ້າ, ທັງເປັນຊຸກຍູ້ສົ່ງເສີມທາງດ້ານແນວຄິດ, ຈິດໃຈຂອງພະນັກງານ-ນັກຮົບໃຫ້ມີແນວຄິດອຸນອຽນທຸ່ນທ່ຽງ, ມີຄວາມເບີກບານມ່ວນຊື່ນ, ມີຄວາມບຸກບືນຫ້າວຫັນ ເຮັດສຳເລັດໜ້າທີ່ການເມືອງຂອງຕົນຕາມການຈັດຕັ້ງມອບໝາຍໃຫ້.
ໂດຍ: ໜູແດງ ລາດສະແກ້ວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ