ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປາຖະກະຖາ​ມູນເຊື້ອ​ວັນ​ສ້າງຕັ້ງ​ ສະຫະພັນ​ກຳມະບານ​ລາວ ຄົບຮອບ 67 ປີ
ເວລາອອກຂ່າວ: 2023-02-01 08:58:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 254 | ຄວາມນິຍົມ:



ວັນ​ທີ 31 ມັງກອນ 2023 ນີ້, ຫ້ອງການ​ກຳມະບານ​ກອງ ທັບ ໄດ້​ຈັດ​ຕັ້ງ​ປາຖະກະຖາ​ມູນ ເຊື້ອ​ວັນ​ສ້າງຕັ້ງ​ສະຫະພັນ​ກຳ ມະບານ​ລາວ ຄົບຮອບ 67 ປີ (1 ກຸມພາ 1956-1 ກຸມພາ 2023), ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພອນ​ສານ ວິໄລ​ເມັ່ງ ຮອງ​ປະທານສູນ​ກາງ​ ສະຫະພັນ​ກຳມະບານ​ລາວ, ມີ​ສະ ຫາຍ ພັນ​ເອກ ບຸນ​ຄ່ອງ ອຸດທະ​ ຈັນ​ດີ ຫົວໜ້າ​ຫ້ອງການ​ກຳມະບານ​ກອງທັບ, ມີ​ຄະນະ​ຫ້ອງການ​ກົມ​ໃຫຍ່, ຫ້ອງ​ການເມືອງ 4 ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ, ຫ້ອງການ​ຊາວ​ໜຸ່ມ, ຫ້ອງການ​ສະຫະພັນ​ແມ່ຍິງ, ຄະນະ​ພັກ-ຄະນະ​ອຳນວຍ​ການ​ບໍລິສັດ-ລັດ​ວິ​ສາ​ຫະ​ກິດ, ໂຮງ​ຈັກ, ໂຮງງານ ແລະ ກຳມະບານ​ຮາກ​ຖານ ເຂົ້າ​ຮ່ວມ. ໃນ​ພິທີ, ສະຫາຍ ພອນ​ສານ ວິໄລ​ເມັ່ງ ໄດ້​ທົບ​ທວນ​ຫວນ​ຄືນ​ມູນເຊື້ອ​ການ​ກຳເນີດ, ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ສະຫະພັນ​ກຳມະບານ​ລາວ ຕະຫຼອດ​ໄລຍະ 67 ປີ ຜ່ານ​ມາ, ເຊິ່ງ​ສູນ​ກາງ​ພັກ​ໄດ້​ມີ​ມະຕິ​ຕົກລົງ​ສ້າງຕັ້ງ​ຫ້ອງການ​ກຳມະບານ​ລາວ​ຂຶ້ນ ໃນ​ວັນ​ທີ 1 ກຸມພາ 1956 ຢູ່​ເຂດ​ທີ່​ໝັ້ນ​ແຂວງ​ຫົວພັນ, ຈຸດປະສົງ​ເພື່ອ​ສືບຕໍ່​ໂຄສະນາ​ຂົນຂວາຍ, ເຕົ້າໂຮມ​ກຳມະກອນ, ຊາວ​ຜູ້​ອອກແຮງ​ງານ​ລາວ​ບັນດາເຜົ່າ​ໃຫ້​ມີ​ຄວາມ​ຕື່ນ​ຕົວ​ປະຕິວັດ, ມີ​ນ້ຳໃຈ​ຮັກ​ຊາດ, ທັດສະນະ​ຊົນ​ຊັ້ນ​ກຳມະກອນ, ຄວາມ​ຕື່ນ​ຕົວ​ທາງ​ດ້ານ​ຊົນ​ຊັ້ນ​ຢ່າງ​ຈະແຈ້ງ, ເປັນ​ຕົວແທນ​ໃຫ້​ແກ່​ການ​ປົກ​ປ້ອງ​ສິດຜົນປະໂຫຍດ​ອັນ​ຊອບ​ທຳ​ໃຫ້​ແກ່​ກຳມະກອນ, ຊາວ​ຜູ້​ອອກແຮງ​ງານ​ລາວ​ບັນດາເຜົ່າ, ເປັນ​ເຈົ້າ​ການ​ໃນ​ການ​ຕໍ່ສູ້​ກູ້​ຊາດ, ປົກ​ປັກ​ຮັກສາ ແລະ ພັດທະນາ​ປະເທດ​ຊາດ​ຕາມ​ເສັ້ນທາງ​ກ້າວ​ຂຶ້ນ​ສັງຄົມ​ນິຍົມ. ຕະຫຼອດ​ໄລຍະ​ຜ່ານ​ມາ ສູນ​ກາງ​ພັກ​ໄດ້​ເອົາໃຈໃສ່​ປັບປຸງ​ອົງ​ການຈັດຕັ້ງ​ສະຫະພັນ​ກຳມະບານ​ລາວ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ ແລະ ເຕີບ​ໃຫຍ່​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ. ໜ້າທີ່​ຕົ້ນຕໍ​ຂອງ​ກຳມະບານ ໄດ້​ຖື​ເອົາ​ວຽກ​ງານ​ໂຄສະນາ​ການ​ປະຕິບັດ​ແນວທາງ​ນະໂຍບາຍ​ຂອງ​ພັກ​ແຕ່​ລະ​ໄລຍະ​ເປັນ​ເນື້ອ​ໃນ​ໃຈ​ກາງຂອງ​ການເຄື່ອນໄຫວ​ສ້າງ​ຂະ​ບວນ​ການ​ຕ່າງໆ, ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ຮັບ​ໃຊ້​ແນວ​ໜ້າ, ຕີ​ເອົາ​ຊະນະ​ສັດຕູ ແລະ ປົກ​ປັກ​ຮັກສາ​ເຂດ​ປົດ​ປ່ອຍ​ໃຫ້​ເຂັ້ມແຂງ, ສຶກ​ສາ​ອົບຮົມ​ມະຫາຊົນ, ເຮັດ​ຫຼ້ອນ​ໜ້າທີ່​ວິຊາ​ສະເພາະ, ລົງ​ຂົນຂວາຍ​ກໍ່ສ້າງຮາກ​ຖານ, ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ກຳລັງ​ໃນ​ກົມ​ກອງ​ທ້ອງຖິ່ນ​ຕ່າງໆ, ປຸກລະດົມ​ຊຸກຍູ້​ຂະ​ບວນ​ການ​ຕໍ່ສູ້​ຂອງ​ມະຫາຊົນໃຫ້​ຟົດຟື້ນ​ຢ່າງ​ຕໍ່​ເນື່ອງ ໂດຍ​ຍຶດ​ໝັ້ນ​ແນວທາງ​ນະໂຍບາຍ​ຂອງ​ພັກ “ສັນຕິພາບ ເອກະລາດ ປະຊາທິປະໄຕ ແລະ ເອກະ​ພາບ” ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ອົງ​ການຈັດຕັ້ງ​ສະຫະພັນ​ກຳມະບານ​ລາວ​ໄດ້​ເຕີບ​ໃຫຍ່​ຂະຫຍາຍຕົວ​ທາງ​ດ້ານ​ຈຳນວນ ແລະ ຄຸນ​ນະ​ພາບ, ໄດ້​ສືບຕໍ່​ປັບປຸງ​ພາລະ​ບົດບາດ, ໜ້າທີ່​ແບບແຜນ​ວິທີ​ເຮັດ​ວຽກ, ປັບປຸງ​ໂຄງ​ປະກອບ​ບຸກ​ຄະລາ​ກອນ, ກຳນົດ​ຕຳແໜ່ງ​ງານ​ໃຫ້​ມີ​ຄວາມ​ສອດຄ່ອງ​ກວ່າ​ເກົ່າ, ເອົາໃຈໃສ່​ຂະຫຍາຍ​ການຈັດຕັ້ງ ແລະ ສະມາຊິກ​ກຳມະບານ​ໄປ​ສູ່​ຂົງເຂດ​ຫົວໜ່ວຍ​ທຸລະ​ກິດ​ເອກະ​ຊົນ ແລະ ການ​ລົງທຶນ​ຂອງ​ຕ່າງປະເທດ, ໄດ້​ປະກອບສ່ວນ​ຢ່າງສົມ​ກຽດ​ເຂົ້າໃນ​ການ​ປຸກລະດົມ, ສຶກ​ສາ​ອົບຮົມ​ຊົນ​ຊັ້ນ​ກຳມະກອນ ແລະ ຊາວ​ຜູ້​ອອກແຮງ​ງານ​ລາວ ເປັນ​ເຈົ້າ​ການ​ໃນ​ການ​ປົກ​ປັກ​ຮັກສາ ແລະ ພັດທະນາ​ປະເທດ​ຊາດ. ພັກ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ອຸທິດ​ອັນ​ໃຫຍ່​ຫຼວງ​ຂອງ​ຊົນ​ຊັ້ນ​ກຳມະກອນ ແລະ ອົງການ​ກຳມະບານ​ລາວ​ໃນ​ໄລຍະ​ທີ່​ຜ່ານ​ມາ ພາຍ​ໃຕ້​ການ​ນຳພາ​ອັນ​ຖືກຕ້ອງ​ສ່ອງ​ໃສ​ຂອງ​ພັກ ແລະ ຢັ້ງຢືນ​ວ່າ: “ຊົນ​ຊັ້ນ​ກຳມະກອນ ແລະ ຊາວ​ຜູ້​ອອກແຮງ​ງານ​ລາວ​ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ​ອັນ​ຈົບງາມ, ມີ​ຈິດໃຈ​ຮັກ​ຊາດ, ຄວາມ​ສາມາດ ແລະ ຫົວຄິດ​ປະດິດ​ສ້າງ, ຈົງ​ຮັກ​ພັກດີ​ຢ່າງ​ເດັດຂາດ​ຕໍ່​ພັກ ແລະ ພາລະກິດ​ປະຕິວັດ​ຂອງ​ປະຊາຊົນ​ບັນດາເຜົ່າ” ຕໍ່ສູ້​ກັບ​ສັດຕູ​ທຸກ​ໂຕ​ຢ່າງ​ອົງອາດ​ກ້າຫານ ແລະ ເດັດຂາດ​ບໍ່​ຍອມ​ຈຳນົນ, ມີ​ຄວາມ​ຮັກແພງ​ເພື່ອນ​ຮ່ວມ​ຊາດ ແລະ ສະຫາຍ​ດ້ວຍ​ຄວາມ​ຈິງ​ໃຈ, ສາມັກຄີ​ມິດຕະພາບ ແລະ ບໍລິສຸດ​ຜຸດ​ຜ່ອງ​ຕໍ່​ອ້າຍ​ນ້ອງ​ເພື່ອນ​ມິດ. ພ້ອມ​ກັນ​ນັ້ນ, ກໍ​ຍັງ​ຢັ້ງຢືນ​ວ່າ: ອົງການ​ກຳມະບານ​ເປັນ​ອົງການ​ເຕົ້າໂຮມ​ກຳມະກອນ-ລັດຖະກອນ ທີ່​ເປັນ​ກຳລັງ​ຫຼວງ​ໃນ​ພາລະກິດ​ຫັນ​ເປັນ​ອຸດສາຫະກຳ​ສັງຄົມ​ນິຍົມ, ເປັນ​ໂຮງຮຽນ​ຂອງ​ລັດທິ​ສັງຄົມ​ນິຍົມ ແລະ ລັດທິ​ກອມ​ມູ​ນິດ, ເປັນ​ຜູ້​ປຸກລະດົມ, ສຶກ​ສາ​ອົບຮົມ ແລະ ປະຕິບັດ​ສິດ​ເປັນ​ເຈົ້າ​ລວມ​ໝູ່​ສັງຄົມ​ນິຍົມ​ພາຍ​ໃຕ້​ຄັນ​ທຸງ ແຫ່ງ​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ. ໂດຍ: ບົວ​ລາ ສໍ​ລາ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ