ປາຖະກະຖາມູນເຊື້ອວັນສ້າງຕັ້ງ ສະຫະພັນກຳມະບານລາວ ຄົບຮອບ 67 ປີ
ເວລາອອກຂ່າວ: 2023-02-01 08:58:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 267 | ຄວາມນິຍົມ:
ວັນທີ 31 ມັງກອນ 2023 ນີ້, ຫ້ອງການກຳມະບານກອງ ທັບ ໄດ້ຈັດຕັ້ງປາຖະກະຖາມູນ ເຊື້ອວັນສ້າງຕັ້ງສະຫະພັນກຳ ມະບານລາວ ຄົບຮອບ 67 ປີ (1 ກຸມພາ 1956-1 ກຸມພາ 2023), ໂດຍການເປັນປະທານຂອງ ສະຫາຍ ພອນສານ ວິໄລເມັ່ງ ຮອງປະທານສູນກາງ ສະຫະພັນກຳມະບານລາວ, ມີສະ ຫາຍ ພັນເອກ ບຸນຄ່ອງ ອຸດທະ ຈັນດີ ຫົວໜ້າຫ້ອງການກຳມະບານກອງທັບ, ມີຄະນະຫ້ອງການກົມໃຫຍ່, ຫ້ອງການເມືອງ 4 ກົມໃຫຍ່, ຫ້ອງວ່າການກະຊວງ, ຫ້ອງການຊາວໜຸ່ມ, ຫ້ອງການສະຫະພັນແມ່ຍິງ, ຄະນະພັກ-ຄະນະອຳນວຍການບໍລິສັດ-ລັດວິສາຫະກິດ, ໂຮງຈັກ, ໂຮງງານ ແລະ ກຳມະບານຮາກຖານ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ພອນສານ ວິໄລເມັ່ງ ໄດ້ທົບທວນຫວນຄືນມູນເຊື້ອການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກຳມະບານລາວ ຕະຫຼອດໄລຍະ 67 ປີ ຜ່ານມາ, ເຊິ່ງສູນກາງພັກໄດ້ມີມະຕິຕົກລົງສ້າງຕັ້ງຫ້ອງການກຳມະບານລາວຂຶ້ນ ໃນວັນທີ 1 ກຸມພາ 1956 ຢູ່ເຂດທີ່ໝັ້ນແຂວງຫົວພັນ, ຈຸດປະສົງເພື່ອສືບຕໍ່ໂຄສະນາຂົນຂວາຍ, ເຕົ້າໂຮມກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າໃຫ້ມີຄວາມຕື່ນຕົວປະຕິວັດ, ມີນ້ຳໃຈຮັກຊາດ, ທັດສະນະຊົນຊັ້ນກຳມະກອນ, ຄວາມຕື່ນຕົວທາງດ້ານຊົນຊັ້ນຢ່າງຈະແຈ້ງ, ເປັນຕົວແທນໃຫ້ແກ່ການປົກປ້ອງສິດຜົນປະໂຫຍດອັນຊອບທຳໃຫ້ແກ່ກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ, ເປັນເຈົ້າການໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ. ຕະຫຼອດໄລຍະຜ່ານມາ ສູນກາງພັກໄດ້ເອົາໃຈໃສ່ປັບປຸງອົງການຈັດຕັ້ງສະຫະພັນກຳມະບານລາວໃຫ້ມີຄວາມໜັກແໜ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ໜ້າທີ່ຕົ້ນຕໍຂອງກຳມະບານ ໄດ້ຖືເອົາວຽກງານໂຄສະນາການປະຕິບັດແນວທາງນະໂຍບາຍຂອງພັກແຕ່ລະໄລຍະເປັນເນື້ອໃນໃຈກາງຂອງການເຄື່ອນໄຫວສ້າງຂະບວນການຕ່າງໆ, ທຸກສິ່ງທຸກຢ່າງເພື່ອຮັບໃຊ້ແນວໜ້າ, ຕີເອົາຊະນະສັດຕູ ແລະ ປົກປັກຮັກສາເຂດປົດປ່ອຍໃຫ້ເຂັ້ມແຂງ, ສຶກສາອົບຮົມມະຫາຊົນ, ເຮັດຫຼ້ອນໜ້າທີ່ວິຊາສະເພາະ, ລົງຂົນຂວາຍກໍ່ສ້າງຮາກຖານ, ເຂົ້າຮ່ວມການກໍ່ສ້າງກຳລັງໃນກົມກອງທ້ອງຖິ່ນຕ່າງໆ, ປຸກລະດົມຊຸກຍູ້ຂະບວນການຕໍ່ສູ້ຂອງມະຫາຊົນໃຫ້ຟົດຟື້ນຢ່າງຕໍ່ເນື່ອງ ໂດຍຍຶດໝັ້ນແນວທາງນະໂຍບາຍຂອງພັກ “ສັນຕິພາບ ເອກະລາດ ປະຊາທິປະໄຕ ແລະ ເອກະພາບ” ພາຍໃຕ້ການນຳພາຂອງພັກ, ອົງການຈັດຕັ້ງສະຫະພັນກຳມະບານລາວໄດ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານຈຳນວນ ແລະ ຄຸນນະພາບ, ໄດ້ສືບຕໍ່ປັບປຸງພາລະບົດບາດ, ໜ້າທີ່ແບບແຜນວິທີເຮັດວຽກ, ປັບປຸງໂຄງປະກອບບຸກຄະລາກອນ, ກຳນົດຕຳແໜ່ງງານໃຫ້ມີຄວາມສອດຄ່ອງກວ່າເກົ່າ, ເອົາໃຈໃສ່ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກຳມະບານໄປສູ່ຂົງເຂດຫົວໜ່ວຍທຸລະກິດເອກະຊົນ ແລະ ການລົງທຶນຂອງຕ່າງປະເທດ, ໄດ້ປະກອບສ່ວນຢ່າງສົມກຽດເຂົ້າໃນການປຸກລະດົມ, ສຶກສາອົບຮົມຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວ ເປັນເຈົ້າການໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ພັກໄດ້ຕີລາຄາສູງຕໍ່ການອຸທິດອັນໃຫຍ່ຫຼວງຂອງຊົນຊັ້ນກຳມະກອນ ແລະ ອົງການກຳມະບານລາວໃນໄລຍະທີ່ຜ່ານມາ ພາຍໃຕ້ການນຳພາອັນຖືກຕ້ອງສ່ອງໃສຂອງພັກ ແລະ ຢັ້ງຢືນວ່າ: “ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວມີຄຸນສົມບັດສິນທຳປະຕິວັດອັນຈົບງາມ, ມີຈິດໃຈຮັກຊາດ, ຄວາມສາມາດ ແລະ ຫົວຄິດປະດິດສ້າງ, ຈົງຮັກພັກດີຢ່າງເດັດຂາດຕໍ່ພັກ ແລະ ພາລະກິດປະຕິວັດຂອງປະຊາຊົນບັນດາເຜົ່າ” ຕໍ່ສູ້ກັບສັດຕູທຸກໂຕຢ່າງອົງອາດກ້າຫານ ແລະ ເດັດຂາດບໍ່ຍອມຈຳນົນ, ມີຄວາມຮັກແພງເພື່ອນຮ່ວມຊາດ ແລະ ສະຫາຍດ້ວຍຄວາມຈິງໃຈ, ສາມັກຄີມິດຕະພາບ ແລະ ບໍລິສຸດຜຸດຜ່ອງຕໍ່ອ້າຍນ້ອງເພື່ອນມິດ. ພ້ອມກັນນັ້ນ, ກໍຍັງຢັ້ງຢືນວ່າ: ອົງການກຳມະບານເປັນອົງການເຕົ້າໂຮມກຳມະກອນ-ລັດຖະກອນ ທີ່ເປັນກຳລັງຫຼວງໃນພາລະກິດຫັນເປັນອຸດສາຫະກຳສັງຄົມນິຍົມ, ເປັນໂຮງຮຽນຂອງລັດທິສັງຄົມນິຍົມ ແລະ ລັດທິກອມມູນິດ, ເປັນຜູ້ປຸກລະດົມ, ສຶກສາອົບຮົມ ແລະ ປະຕິບັດສິດເປັນເຈົ້າລວມໝູ່ສັງຄົມນິຍົມພາຍໃຕ້ຄັນທຸງ ແຫ່ງການນຳພາຂອງພັກປະຊາຊົນປະຕິວັດລາວ.
ໂດຍ: ບົວລາ ສໍລາວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ