ວຕກ ປິດຊຸດອົບຮົມບຳລຸງວຽກງານ ເສນາເຕັກນິກ ຊຸດທີ V
ເວລາອອກຂ່າວ: 2023-02-01 09:00:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 262 | ຄວາມນິຍົມ:
ວັນທີ 26 ມັງກອນ 2023 ນີ້, ວິທະຍາຄານເຕັກນິກການທະຫານ (ວຕກ) ໄດ້ປິດຊຸດອົບຮົມບຳລຸງວຽກງານເສນາເຕັກນິກ ລະບົບ 6 ເດືອນ ປະຈຳສົກຮຽນ 2022-2023, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ກຳມະການຄະນະປະຈຳພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ, ສູນເຝິກຫັດທົດລອງ, ກອງພັນນັກສຶກສາ, ຄູ-ອາຈານ, ກົມກອງກ່ຽວຂ້ອງ ຕະຫຼອດຮອດພະນັກງານບຳລຸງ ເຂົ້າຮ່ວມ.
ສະຫາຍ ພັນເອກ ຈັນສະໝອນ ລັດສະໄໝ ຮອງຫົວໜ້າອຳນວຍການ ຫົວໜ້າຫ້ອງອົບຮົມ ວິທະຍາຄານເຕັກນິກການທະຫານ ໄດ້ຜ່ານບົດສະຫຼຸບຕີລາຄາຜົນສຳເລັດການບຳລຸງວຽກງານເສນາເຕັກນິກ ຊຸດທີ V ໂດຍປະຕິບັດຕາມແຜນຍຸດທະສາດພັດທະນາຊັບພະຍາກອນມະນຸດຂອງພັກ-ລັດ ແລະ ຕິດພັນກັບການປະຕິ ບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງກະຊວງປ້ອງກັນປະເທດວາງອອກ ກໍຄືວິໄສທັດຮອດປີ 2030 ແຜນພັດທະນາວິທະຍາຄານເຕັກນິກການທະຫານ 10 ປີ (2021-2030) ແລະ ແຜນ
ພັດທະນາວຽກງານອົບຮົມ-ກໍ່ສ້າງ 5 ປີ ( 2021-2025) ໃຫ້ປະກົດຜົນເປັນຈິງ, ປະກອບສ່ວນປັບປຸງກໍ່ສ້າງກອງທັບໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ກາຍເປັນກອງທັບປະຕິວັດທີ່ມີແບບແຜນທັນສະໄໝ, ກຽມພ້ອມເຮັດໜ້າທີ່ການເມືອງໃນໄລຍະໃໝ່.
ຜ່ານການຄົ້ນຄວ້າຮໍ່າຮຽນຕະຫຼອດຊຸດຮຽນເຫັນວ່າຖືກຕ້ອງຕາມຂໍ້ກຳນົດ, ກົດລະບຽບ, ພາ ລະບົດບາດ ແລະ ບັນລຸໄດ້ຕາມຈຸດປະສົງຄາດໝາຍທີ່ວາງໄວ້, ມີຄວາມເປັນເອກະພາບທາງດ້ານທິດສະດີ ແລະ ຫຼັກການດຳເນີນວຽກງານເສນາເຕັກນິກຂັ້ນຕ່າງໆໃຫ້ເຂົ້າສູ່ລະບົບລະບຽບຫຼັກການໂດຍພື້ນຖານ. ໃນນີ້, ພະ
ນັກງານບຳລຸງເສນາເຕັກນິກມີຈຳນວນ 30 ສະຫາຍ ເຊິ່ງມາຈາກກຳລັງຫຼວງ ແລະ ກຳລັງທ້ອງຖິ່ນທົ່ວປະເທດ ສາມາດຕີລາຄາແບ່ງປະເພດນັກຮຽນຂັ້ນດີຫຼາຍ 4 ສະຫາຍ, ຂັ້ນດີ 26 ສະຫາຍ. ພ້ອມດຽວກັນນີ້ກໍໄດ້ມອບໃບຢັ້ງຢືນໃຫ້ແຕ່ລະສະຫາຍ.
ຂ່າວໃຫ້ຮູ້ຕື່ມອີກວ່າ: ກ່ອນໜ້ານີ້ບໍ່ດົນ, ວິທະຍາຄານເຕັກນິກການທະຫານ (ວຕກ) ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກ ປະຈຳປີ 2022 ແລະ ວາງທິດທາງແຜນການປະຈຳປີ 2023 ເຊິ່ງຜ່ານການຈັດຕັ້ງນຳພາ-ຊີ້ນຳ ໃນໄລຍະ 1 ປີຜ່ານມາ ສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນຫຼາຍດ້ານ. ພ້ອມດຽວກັນນັ້ນ, ກໍໄດ້ຄົ້ນຄວ້າເອກະພາບຕໍ່ວຽກງານທີ່ສຳຄັນຈຳນວນໜຶ່ງເຊັ່ນ: ການຜ່ານບົດແນະນຳແຜນການ ແລະ ມະຕິຕົກລົງ ວ່າດ້ວຍການກຳນົດເວລາ ແລະ ການເຂົ້າຮ່ວມເປັນປະທານກອງປະຊຸມໃຫຍ່ສະມາຊິກພັກຂອງບັນດາໜ່ວຍພັກຮາກຖານ ແລະ ການຄາດກະຊັບຊ້ອນພະນັກງານ ພ້ອມທັງຄົ້ນຄວ້າລາຍຊື່ພະນັກງານຂໍຍົກຍ້າຍມາຢູ່ ວຕກ ເຊິ່ງໃນກອງປະຊຸມບັນດາຄະນະບໍລິຫານງານພັກ ຍັງໄດ້ຮັບຮອງເອົາ ທິດທາງແຜນການ ແລະ ເນື້ອໃນກອງປະຊຸມຢ່າງເປັນເອກະ ສັນ.
ໂດຍ: ນາງ ໄຂຄຳ ພົມມະສານ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ