ພົບປະໂອ້ລົມນັກສຶກສາຮຽນກໍ່ສ້າງນັກສະແດງ ຢູ່ ສ ສ ຫວຽດນາມ
ເວລາອອກຂ່າວ: 2023-02-01 09:02:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 74 | ຄວາມນິຍົມ:
ວັນທີ 25 ມັງກອນ 2023 ນີ້, ກອງສິລະປະກອນກອງທັບ ໄດ້ຈັດພິທີພົບປະໂອ້ລົມນັກສຶກສາ ຮຽນກໍ່ສ້າງ ນັກສະແດງ ຢູ່ ສ ສ ຫວຽດນາມເນື່ອງໃນໂອກາດພັກປີໃໝ່ຫວຽດນາມ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສຸວັນນີ ດວງປະເສີດ ຫົວໜ້າການເມືອງ ກອງສິລະປະກອນກອງທັບ ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດນັກສຶກສາເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ແອນ້ອຍ ພອຍທຳມະວົງສາ ຫົວໜ້າຄະນະນັກສຶກສາ ໄດ້ລາຍງານ ສະພາບການເຄື່ອນໄຫວຂອງນັກສຶກສາທີ່ກຳລັງສຶກສາຢູ່ ສ ສ ຫວຽດ
ນາມໃນໄລຍະທີ່ຜ່ານມາ, ນັກສຶກສາສ່ວນຫຼາຍ ມີທັດສະນະຫຼັກໝັ້ນອັນຖືກຕ້ອງ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ປະຕິບັດລະບຽບວິໄນ ຂອງກອງທັບໄດ້ດີ ເວົ້າລວມ, ເວົ້າສະເພາະ ແມ່ນການປະຕິບັດຂໍ້ກຳນົດ ກົດລະບຽບຂອງໂຮງຮຽນທີ່ຕົນກຳລັງສຶກສາຮ່ຳຮຽນຢູ່ໄດ້ດີສົມຄວນ ແລະ ຍັງມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນເປັນຢ່າງດີ. ໃນໄລຍະຜ່ານມາ ແຕ່ລະສະຫາຍມີຄວາມດຸໝັ່ນ ໃນການສຶກສາຮ່ຳຮຽນແຕ່ລະວິຊາ ຂອງໃຜລາວໄດ້ເປັນຢ່າງດີ ແລະ ມີການເຝິກຊ້ອມໃນແຕ່ລະມື້ ຂຶ້ນຫ້ອງໄດ້ຖືກຕາມເວລາ ຕາມຕາຕະລາງ ຂອງໂຮງຮຽນໄດ້ວາງອອກ. ໂອກາດນີ້, ສະຫາຍ ພັນໂທ ສຸວັນນີ ດວງປະເສີດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນັກສຶກສາທີ່ກຳລັງສຶກສາຢູ່ ສສ ຫວຽດນາມ ພ້ອມທັງເນັ້ນໜັກໃຫ້ນັກສຶກສາຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານທີ່ດີ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ປະຕິບັດຂໍ້ກຳນົດ, ກົດລະບຽບຂອງໂຮງ
ຮຽນ ແລະ ກອງທັບວາງອອກ, ພ້ອມກັນນຳເອົາບົດຮຽນທີ່ໄດ້ຮ່ຳຮຽນມາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ, ປະກອບສ່ວນເຂົ້າໃນການພັດທະນາກົມກອງຂອງຕົນໃຫ້ໜັກແໜ້ນ, ເຂັ້ມແຂງໃນທຸກດ້ານ, ແທດເໝາະກັບສະພາບຄວາມເປັນຈິງຂອງ ໜ້າທີ່ການເມືອງໃນໄລຍະໃໝ່.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ