ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບໍລິສັດ​ລັດ​ພັດ​ທະນະ​ຊົນນະບົດ​ ມອບ​ເງິນ​ໃຫ້​ກະຊວງ​ປ້ອງ​ກັນ​ປະເທດ
ເວລາອອກຂ່າວ: 2023-02-01 09:06:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 251 | ຄວາມນິຍົມ:



ວັນ​ທີ 31 ມັງກອນ 2023 ນີ້, ບໍລິສັດ​ລັດ​ພັດ​ທະນະ​ຊົນນະບົດ​ໄດ້​ນຳ​ເງິນ​ຈຳນວນ 200.000.000 ກີບ. ມາ​ມອບ​ໃຫ້​ກະຊວງ​ປ້ອງ​ກັນ​ປະເທດ, ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ (20 ມັງກອນ 1949 - 20 ມັງກອນ 2023). ກ່າວ​ມອບ​ໂດຍ ສະຫາຍ ພັນ​ເອກ ສຸກ​ນິ​ລັນ ຄຳ​ພິລາ​ວົງ ຜູ້ອຳນວຍການ​ບໍລິສັດ​ລັດ​ພັດ​ທະນະ​ຊົນນະບົດ ແລະ ກ່າວ​ຮັບ​ໂດຍ ສະຫາຍ ພົນ​ໂທ ທອງ​ລອຍ ສິລິ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ. ໃນ​ໂອກາດ​ນີ້, ສະຫາຍ ພົນ​ໂທ ທອງ​ລອຍ ສິລິ​ວົງ ໄດ້​ກ່າວ​ສະແດງ​ຄວາມຂອບໃຈ​ຕໍ່​ຄະນະ​ພັກ-ຄະນະ​ອຳນວຍ​ການ​ບໍລິສັດ​ລັດ​ພັດ​ທະນະ​ຊົນນະບົດ​ທີ່​ເຫັນ​ໄດ້​ຄວາມ​ໝາຍ, ຄວາມ​ສຳຄັນ​ຂອງ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ແລະ ໄດ້​ນຳ​ເອົາ​ເງິນ​ຈຳນວນ​ດັ່ງກ່າວ​ມາ​ມອບ​ໃຫ້​ກະຊວງປ້ອງ​ກັນ​ປະເທດ, ອັນ​ເປັນ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ກອງທັບ​ໃຫ້​ມີ​ຄວາມ​ເຕີບ​ໃຫຍ່​ເຂັ້ມແຂງ ແລະ ທັນ​ສະໄໝ. ໂດຍ: ບຸນ​ຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ