ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກິດຈະກຳ​ເນື່ອງ​ໃນ​ໂອກາດ​ສະເຫຼີມສະຫຼອງ ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ​ຄົບຮອບ 74 ປີ
ເວລາອອກຂ່າວ: 2023-02-01 09:06:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 184 | ຄວາມນິຍົມ:



ໃນ​ໄລຍະ​ເດືອນ​ມັງກອນ​ຜ່ານ, ມີ​ຫຼາຍ​ກົມ​ກອງ​ໄດ້​ຈັດ​ກິດຈະກຳ​ຕ່າງໆ ເປັນຕົ້ນ​ແມ່ນ: ກິດຈະກຳ​ຢ້ຽມຢາມ, ອວຍພອນ​ເຊິ່ງ​ກັນ ແລະ ກັນ, ກິດຈະກຳ​ແຂ່ງຂັນ​ກິ ລາ, ສິລະ​ປະ-ວັນນະຄະດີ ແລະ ທັດສະນະ​ສຶກ​ສາ ມູນເຊື້ອ​ຂອງ​ກອງທັບ​ປະຊາຊົນ​ລາວ ເພື່ອ​ພ້ອມ​ກັນ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ ໃຫ້​ມີ​ບັນຍາກາດ​ເບີກບານ​ມ່ວນຊື່ນ​ກວ້າງຂວາງ ແລະ ມີ​ເນື້ອ​ໃນ​ຄວາມ​ໝາຍ​ເລິກເຊິ່ງ. + ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ: ສະຫາຍ ພັນ​ເອກ ຊຽງ​ເພັງ ບົວ​ລະ​ວົງ ຫົວໜ້າ​ການ​ທະຫານກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ພ້ອມ​ດ້ວຍ​ຄະນະ ໄດ້​ຕ້ອນຮັບ​ການ​ເຂົ້າ​ອວຍພອນ​ຂອງພາກສ່ວນ​ຕ່າງໆ​ໃນ​ນັ້ນ​ມີ: ອົງ​ການຈັດຕັ້ງ​ມະຫາຊົນ​ແຂວງ​ ນຳພາ​ໂດຍ​ທ່ານ ນາງ ສົມ​ສຸກ ໄຊ​ພະຈັນ ປະທານ​ສະຫະພັນ​ແມ່ຍິງ​ແຂວງ ແລະ ທ່ານ ພອນ​ສຸຈິດ ສີ​ລາ​ວົງ ເລຂາ​ຄະນະ​ບໍລິ ຫານ​ງານ​ຊາວ​ໜຸ່ມ​ແຂວງ, ມີ​ສະຫະພັນ​ນັກຮົບ​ເກົ່າ​ແຂວງ, ສະຫະພັນ​ກຳມະບານ​ແຂວງ, ແນວ​ລາວ​ສ້າງ​ຊາດ​ແຂວງ, ທະນາຄານ​ພັດທະນາ​ລາວ​ສາຂາ​ແຂວງ​ຜົ້ງ​ສາລີ, ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ທີ່​ຮັບ​ເງິນ​ຝາກ​ສິນ​ຊັບ​ເມືອງ ເໜືອ​ຈຳກັດ ແລະ ບໍລິສັດ​ສະ​ຕາ​ໂທລະ​ຄົມ (ຢູ​ນີ​ເທວ) ສາຂາ​ແຂວງ​ຜົ້ງ​ສາລີ. + ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາ: ໄດ້​ຕ້ອນຮັບ​ການ​ເຂົ້າ​ອວຍພອນ​ຂອງ​ພາກສ່ວນ​ຕ່າງໆ. ​ໃນ​ນັ້ນມີ, ຫ້ອງ​ວ່າການ​ປົກຄອງ​ແຂວງ, ສະພາ​ປະຊາຊົນ​ແຂວງ, ອົງການ​ໄອ​ຍະ​ການ​ແຂວງ, ພາສີ​ປະຈຳ​ແຂວງ, ສ່ວຍ​ສາ​ອາກອນ​ປະຈຳ​ແຂວງ, ພະແນກການ​ເງິນ​ແຂວງ, ສູນ​ປະສານ​ງານ​ຝ່າຍ​ຈີນ​ຊຽງ​ກົກ, ພະ​ແນກ​ຊັບ​ພະຍາ​ການ​ທຳ​ມະ​ຊາດ ແລະ ສິ່ງແວດລ້ອມ​ແຂວງ, ບໍລິສັດ ຊັກ​ເຊັດ​ມໍ, ພະ​ແນກ​ຍຸຕິ​ທຳ​ແຂວງ, ພະ​ແນກ​ໂຍທາ​ແຂວງ, ພະແນກການ​ຕ່າງປະເທດ​ແຂວງ, ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ແຂວງ, ພະ​ແນກ​ສຶກ​ສາ ແລະ ກິລາ​ແຂວງ, ສະຫະພັນ​ແມ່ຍິງ​ແຂວງ, ສະຫະພັນ​ນັກຮົບ​ເກົ່າ​ແຂວງ, ສະຫະພັນ​ກຳມະບານ​ແຂວງ, ພະ​ແນກ​ອຸດສາຫະກຳ​ການ​ຄ້າ​ແຂວງ, ທະນະ​ຄານ​ເອ​ຊີ​ລີ​ດາ, ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ແຂວງ, ອົງການ​ປົກຄອງ​ເມືອງ​ສິງ, ພະ​ແນກ​ໄປສະນີ​ຄົມມະນາຄົມ ແລະ ການ​ສື່ສານ​ແຂວງ, ຄະນະ​ຄຸ້ມ​ຄອງ​ເສດຖະກິດ​ພິເສດ​ບໍ່​ເຕນ​ແດນ​ງາມ, ທະນະ​ຄານ​ການ​ຄ້າ​ຕ່າງປະເທດ, ພະ​ແນກ​ພາຍ​ໃນ​ແຂວງ, ພະ​ແນກ​ກະສິກຳ ແລະ ປ່າໄມ້​ແຂວງ, ພະ​ແນກ​ແຜນການ ແລະ ການ​ລົງທຶນ​ແຂວງ, ທະນະ​ຄານ​ພັດທະນາ​ລາວ, ບໍລິສັດ​ຮຸ່ງ​ອາ​ລຸນ​ຂົນສົ່ງ, ​ສະຖາບັນຈຸ​ລະ​ພາກ​ສິນ​ຊັບ​ເມືອງ​ເໜືອ, ຄະນະ​ໂຄສະນາ​ອົບຮົມ​ແຂວງ, ຄະນະ​ຈັດ​ຕັ້ງ​ແຂວງ, ຄະນະ​ກວດກາ​ພັກ-ອົງການ​ກວດກາ​ລັດ ແຂວງ ແລະ ບໍລິສັດ​ສະ​ຕາ​ໂທລະ​ຄົມ,ໂດຍ​ການ​ຕ້ອນຮັບ​ຂອງ ​ສະຫາຍ ພົນ​ຈັດຕະວາ ອິນ​ແກ້ວ ມະນີ​ຈັນ ຫົວໜ້າ​ການ​ທະຫານ ແລະ ສະຫາຍ ພັນ​ເອກ ຫຸມພັນ ແກ້ວ​ວັງ​ລາດ ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ແຂວງ ພ້ອມ​ດ້ວຍ​ຄະນະ. + ກອງ​ບັນຊາ​ການ​ທະຫານ​ເມືອງ​ທ່າ​ພະ​ບາດ ແຂວງ​ບໍ​ລິ​ຄຳ​ໄຊ: ສະຫາຍ ພັນ​ໂທ ກ້ອຍ ວົງສາ​ມາດ ຫົວໜ້າການ​ທະຫານ ກອງ​ບັນຊາ​ການ​ທະຫານ​ເມືອງ​ທ່າ​ພະ​ບາດ ພ້ອມ​ດ້ວຍ​ຄະນະ ໄດ້​ຕ້ອນຮັບ​ການ​ເຂົ້າ​ອວຍພອນ​ຂອງ​ຫ້ອງການ​ອຸດສາ ຫະກຳ-ການ​ຄ້າ​ເມືອງ​ທ່າ​ພະ​ບາດ. + ກອງ​ພົນ​ທີ 5: ນຳພາ​ໂດຍ​ສະຫາຍ ພັນ​ເອກ ອຸດອນ ພົມ​ມະ​ໄຊ ຫົວໜ້າ​ຫ້ອງ​ພະລາທິການ ​ກອງ​ພົນ​ທີ 5 ພ້ອມ​ຄະນະ ໄດ້​​ເຄື່ອນ​ໄຫວ​ຢ້ຽມຢາມ​ໂຮງໝໍ​ກອງ ​ພົນ ເພື່ອ​ໃຫ້​ກຳລັງ​ໃຈ​ພະນັກງານ-ແພດ​ໝໍ​ທີ່​ພວມ​ປະຕິ ບັດ​ໜ້າທີ່​ໃນ​ການ​ປິ່ນປົວ​ຄົນ​ເຈັບ​ທີ່​ມາ​ໃຊ້​ບໍລິການ​ຢູ່​ໂຮງໝໍ, ດ້ານ​ໜຶ່ງ​ກໍ​ເພື່ອ​ເປັນ​ການ​ໃຫ້​ກຳລັງ​ໃຈ​ພະນັກງານ-ນັກຮົບ ກໍ​ຄື ປະຊາຊົນ ທີ່​ພວມ​ປິ່ນປົວ​ຢູ່​ໂຮງໝໍ​ກອງ​ພົນ​ໃຫ້​ມີ​ກຳລັງ​ໃຈ​ໃນ​ການ​ຮັກສາ​ຕົວ​ໃຫ້​ຫາຍ​ດີ​ເປັນ​ປົກກະຕິ. + ໜ່ວຍ​ສິລະ​ປະ​ສະໝັກ​ຫຼິ້ນ ​ກອງ​ພົນ​ທີ 2: ໄດ້​ສະແດງ​ສິລະ​ປະ ເພື່ອ​ສ້າງ​ບັນຍາກາດ​ຟົດຟື້ນ​ເນື່ອງ​ໃນໂອກາດ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ​ຄົບຮອບ 74 ປີ, ເຊິ່ງ​ມີ​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ພົນ, ພະນັກງານ-ນັກຮົບ, ຕະຫຼອດ​ຮອດປະຊາຊົນ​ບ້ານ​ອ້ອມ​ຂ້າງ​ເຂົ້າ​ຮ່ວມ​ຮັບ​ຊົມ​ຢ່າງ​ຫຼວງຫຼາຍ, ສຳລັບ​ລາຍການ​ທີ່​ ນຳ​ມາ​ສະແດງ​ລວມ​ມີ​ຂັບ​ລຳ​ທ້ອງຖິ່ນ, ຮ້ອງເພງ, ບົດ​ຟ້ອນ ແລະ ລາຍ​ການສະແດງ​ອື່ນໆ. + ອະດີດ​ຫົວໜ້າ​ການເມືອງ ​ກອງ​ພົນ​ທີ 4: ສະຫາຍ ພັນ​ເອກ ຄຳ​ໄຂ ວິໄລ​ເຄືອ ອະດີດ​ຫົວໜ້າ​ການເມືອງ ກອງ​ພົນ​ທີ 4, ໄດ້​ເຂົ້າ​ຢ້ຽມຢາມ​ກອງ​ພົນ, ໂດຍ​ມີ​ ສະຫາຍ ພົນ​ຈັດຕະວາ ສົມ​ຈິດ ກິດ​ຕິ​ຍະ​ລາດ ຫົວໜ້າ​ການເມືອງ ພ້ອມ​ດ້ວຍ​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ພົນ​ໃຫ້ການ​ຕ້ອນຮັບ, ສະຫາຍ ອະດີດ​ຫົວໜ້າ​ການ ເມືອງ ​ກອງ​ພົນ​ທີ 4 ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ ທີ່​ຄະນະ​ພັກ-ຄະນະ​ບັນຊາ​ຕະຫຼອດ​ຮອດ​ພະນັກງານ-ນັກຮົບ​ກອງ​ພົນ ສ້າງໄດ້​ໃນ​ໄລຍະ​ຜ່ານ​ມາ, ບົນ​ພື້ນຖານ ແມ່ນເຮັດ​ໃຫ້​ສະພາບ​ພາຍ​ໃນ​ຂອບ​ເຂດ​ກົມ​ກອງ​ຮັບຜິດຊອບ​ມີ​ຄວາມ​ສະຫງົບ​ໜັກ​ແໜ້ນ. ຈາກ​ນັ້ນ, ​ອະດີດຫົວໜ້າ​ການ​ທເມືອງ ກອງ​ພົນ​ທີ 4 ຍັງ​ໄດ້​ມອບ​ວັດຖຸ​ປັດ​ໄຈ​ເງິນສົດ 5.000.000 ກີບ ໃຫ້​ກອງ​ພົນ​ທີ 4 ເພື່ອ​ປະກອບສ່ວນ​ຊຸກຍູ້​ເຂົ້າ​ໃນ​ການ​ປັບປຸງ​ພັດທະນາ​ກົມ​ກອງ ແລະ ນຳໄປ​ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ລວມ​ຂອງ​ກົມ​ກອງ​ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ. + ໜ່ວຍ​ງານ​ສາຍຮູບເງົາ​ຂອງ​ພະ​ແນກ​ຖະແຫຼງ​ຂ່າວວັດທະນະທຳ ແລະ ທ່ອງທ່ຽວ ແຂວງ​ຈຳປາ​ສັກ: ນຳ​ໂດຍ ​ທ່ານ ສຸພັນ ພົນ​ຊຽງ​ສາ ຮອງຫົວໜ້າພະ​ແນກຖະແຫຼງ​ຂ່າວ, ວັດທະນະທຳ ແລະ ທ່ອງ​ທ່ຽວ ແຂວງ​ຈຳປາ​ສັກ ພ້ອມ​ດ້ວຍ ​ທີມ​ງານ ໄດ້​ເຄື່ອນ​ໄຫວ​ສາຍຮູບເງົາ​ຢູ່​ ກອງ​ພົນ​ທີ 5, ໂດຍ​ມີ​ ສະຫາຍ ພັນ​ເອກ ສີ​ປະເສີດ ເຜີຍ​ຄຳ​ສິງ ຫົວໜ້າ​ການເມືອງ ​ກອງ​ພົນ​ທີ 5 ພ້ອມ​ຄະນະ​ພັກ-ຄະນະ ​ບັນຊາ ຕະຫຼອດ​ຮອດ​ພະນັກງານ-ນັກຮົບ, ກົມ​ກອງ​ອ້ອມ​ຂ້າງ​ເຂົ້າ​ຮ່ວມ​ຮັບ​ຊົມ, ສຳລັບ​ຟີມຮູບເງົາ​ທີ່​ນຳ​ມາ​ສະແດງ​ໃນ​ຄັ້ງ​ນີ້ ລວມ​ມີ​ຮູບເງົາ​ປະຫວັດສາດ ແລະ ການ​ຕໍ່ສູ້​ກູ້​ຊາດ​ຂອງ​ກອງທັບ​ປະຊາຊົນ​ລາວ. + ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ: ນຳ​ໂດຍ​ ສະຫາຍ ພັນ​ເອກ ສົມ​ພັນ ເຮືອງ​ພະຈັນ ຫົວໜ້າ​ຫ້ອງ​ການເມືອງ ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ພ້ອມ​ດ້ວຍ​ຄະນະ ໄດ້ເຄື່ອນ​ໄຫວ​ຢ້ຽມຢາມ ​ໂຮງໝໍ 30 ຕຽງ ໂດຍ​ມີ ​ສະຫາຍ ພັນ​ໂທ ນາງ ຂັນ​ແສ່ວ ກົມ​ບຸດ​ຕະ​ວົງ ຫົວໜ້າ​ການ​ທະ ຫານ​ໂຮງໝໍ 30 ຕຽງ, ພ້ອມ​ດ້ວຍ​ພະນັກງານ​ແພດ-ໝໍ​ໃຫ້ການ​ຕ້ອນຮັບ, ການ​ຢ້າມ​ຢາມ​ຄັ້ງ​ນີ້, ສະແດງ​ເຖິງ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຂອງ​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ​ທະຫານ​ແຂວງ​ທີ່​ມີ​ຕໍ່​ພະນັກງານ-ນັກຮົບ ແລະ ຄອບຄົວ ກໍ​ຄື ​ປະຊາຊົນ​ທີ່​ເຈັບເປັນ​ເຂົ້າ​ມາ​ປິ່ນປົວ​ຢູ່​ໂຮງໝໍ​ດັ່ງກ່າວ ເພື່ອ​ໃຫ້​ເຂົາເຈົ້າ​ໄດ້​ມີ​ກຳລັງ​ໃຈ​ຮັກສາ​ຕົນ​ເອງ​ໃຫ້​ຫາຍ​ຈາກ​ການ​ເຈັບ​ປ່ວຍ ເພື່ອ​ກັບ​ຄືນ​ຫາ​ຄອບຄົວ ແລະ ກົມ​ກອງ, ພ້ອມ​ທັງ​ໄດ້​ມອບ​ວັດຖຸ​ວັດ​ໄຈ​ໃຫ້​ພະນັກ ງານ-ແພດ​ໝໍ ແລະ ຄອບຄົວ​ພະນັກງານ​ທີ່​ມາ​ປິ່ນປົວ​ຢູ່​ໂຮງໝໍ​ອີກ​ດ້ວຍ. + ສູນ​ເຝິກອົບຮົມ​ເຫຼົ່າ​ຮົບ​ລົດ​ຕັງ-ຍານ​ເກາະ 620: ໄດ້​ຈັດ​ກິດຈະກຳ​ແຂ່ງຂັນ​ກິລາ ເພື່ອ​ສ້າງ​ຂະ​ບວນ​ການຂ່ຳນັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ​ຄົບຮອບ 74 ປີ, ສຳລັບ​ກິລາ​ທີ່​ນຳ​ມາ​ແຂ່ງຂັນ​ໃນ​ຄັ້ງ​ນີ້, ມີ 4 ປະເພດ​ຄື: ບານສົ່ງ​ຊາຍ, ກະຕໍ້, ເປ​ຕັງ ແລະ ກິລາ​ການ​ທະຫານ ແລ່ນ​ມ້າງ​ປະກອບ​ປືນ​ອາ​ກາ, ໂດຍ​ການ​ເປັນ​ປະທານ​ຂອງ ​ສະຫາຍ ພັນ​ໂທ ສີ​ພາ ຫຼ້າ​ປະເສີດ ຫົວໜ້າ​ພະແນກການ​ເມືອງ ​ສູນ​ເຝິກ​ດັ່ງກ່າວ. + ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ: ທ່ານ ນາງ ອາລີ ບົວ​ຈູມ ຫົວໜ້າ​ພະ​ແນກ​ພາຍ​ໃນ ແຂວງ​ຄຳມ່ວນ ພ້ອມ​ດ້ວຍ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ແຂວງ, ຄະນະ​ອຳນວຍ​ການ​ໂຮງຮຽນ, ຄູ-ອາຈານ ໂຮງຮຽນ​ປະຖົມ ລາວ-ຍີ່ປຸ່ນ, ໂຮງຮຽນ​ປະຖົມ​ໂພນ​ສະອາດ, ໂຮງຮຽນ​ປະຖົມ​ສີ​ໂຄດ​ຕະບອງ ໂຮງຮຽນ​ສາທາລະນະ​ສຸກ ​ແຂວງ ແລະ ໂຮງຮຽນ​ເຕັກນິກ​ວິຊາ​ຊີບ​ແຂວງ ໄດ້​ນຳພາ​ສະມາຊິກ​ຊາວ​ໜຸ່ມ ເຍົາວະ​ຊົນ ແລະ ອາ​ນຸຸ​ຊົນ​ທັນວາ ຈຳນວນ 130 ນ້ອງ, ເຂົ້າ​ທັດສະນະ​ສຶກ​ສາ​ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ, ຈຸດປະສົງ ກໍ​ເພື່ອ​ເຮັດ​ໃຫ້​ສະມາຊິກ​ຊາວ​ໜຸ່ມ-ເຍົາວະ​ຊົນ-ອະນຸຊົນ ໄດ້​ຮຽນ​ຮູ້​ເຖິງ​ປະຫວັດ​ຄວາມ​ເປັນ​ມາ​ຂອງ​ກຳລັງ​ປະກອບ​ອາວຸດ ແລະ ມູນເຊື້ອ​ອັນ​ພິລະ​ອາດ​ຫານ​ຂອງ​ກອງທັບ​ປະຊາຊົນ​ລາວ​ຕະຫຼອດ​ໄລຍະ 74 ປີຜ່ານມາ. ສັງ​ລວມ​ໂດຍ: ນາງ ຍ້ອມ​ເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ