ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອົງການອະນາໄມໂລກສະແດງຄວາມເປັນຫ່ວງ ດ້ານສາທາລະນະສຸກຂອງໂລກ
ເວລາອອກຂ່າວ: 2023-02-01 09:10:44 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ສໍານັກຂ່າວຊິນຮວາໃຫ້ຮູ້ ເມື່ອວັນ​ທີ 30 ມັງກອນ​ນີ້ວ່າ: ອົງ ການ​ອະນາ​ໄມ​ໂລກ​ໄດ້​ອອກ​ຖະ​ ແຫຼ​ງ ການ​ເຖິງວ່າ​ພະຍາດ​ລະ ບາດ​ຮອບ​ໃໝ່​ອາດ​ຈະ​ກ້າວ​ເຂົ້າ​ສູ່​ຈຸດ​ຫັນ​ປ່ຽນ​ກໍ່ຕາມ, ​ແຕ່​ມັນ​ຍັງ​ຖື​ເປັນ "ພາວະ​ສຸກ​ເສີນ​ດ້ານ​ສາທາລະນະ​ສຸກ​ທີ່​ສາກົນ​ເປັນ​ຫ່ວງ". ຄະນະກໍາມະການສຸກເສີນ ຂອງອົງການອະນາໄມໂລກ ໄດ້ ຈັດກອງປະຊຸມການປະເມີນປະ ຈໍາໄຕມາດເປັນປົກກະຕິກ່ຽວ ກັບການລະບາດຂອງພະຍາດ ໃນບໍ່ດົນນີ້, ອົງການອະນາໄມ ໂລກ ໄດ້ສະເໜີຂໍ້ແນະນຳຫຼາຍ ສະບັບຕໍ່ຜູ້ອຳນວຍການໃຫຍ່ ກ່ຽວກັບສະພາບການລະບາດ ຂອງພະຍາດດັ່ງກ່າວ, ເປັນ ຕົ້ນ ແມ່ນການປ້ອງກັນ ແລະ ຄວບ ຄຸມໃນອະນາຄົດ. ຖືວ່າ ເປັນ "ພາວະສຸກເສີນດ້ານສາທາລະ ນະສຸກທີ່ເປັນຄວາມກັງ ວົນຂອງ ສາກົນ" ນີ້​ແມ່ນ​ການ ​ເຕືອນ​ໄພ​ລະດັບ​ສູງ​ສຸດ​ທີ່ອົງ ການອະນາ ໄມໂລກສາມາດ​ອອກ​ ໄດ້​ພາຍ​ໃຕ້​ລະບຽບ​ການ​ສຸຂະພາບ​ສາກົນ. ໃນກອງປະຊຸມດັ່ງກ່າວ, ສະ ມາຊິກຄະນະກໍາມາທິການໄດ້ ສະແດງຄວາມເປັນຫ່ວງຕໍ່ຄວາມ ສ່ຽງທີ່ເກີດຈາກພະຍາດລະບາດ ຢ່າງຕໍ່ເນື່ອງ, ເນື່ອງຈາກຈຳນວນ ຜູ້ເສຍຊີວິດຈາກພະຍາດ ໂຄວິດ-19 ຍັງຄົງຢູ່ໃນລະດັບສູງ ເມື່ອ ທຽບໃສ່ກັບພະຍາດຕິດຕໍ່ທາງ ເດີນຫາຍໃຈອື່ນໆ, ການຄຸ້ມຄອງ ວັກຊີນຍັງບໍ່ພຽງພໍໃນປະເທດທີ່ ມີລາຍໄດ້ຕ່ຳ, ປານກາງ ແລະ ມີຄວາມສ່ຽງສູງ. ຍັງມີຄວາມ ບໍ່ແນ່ນອນກ່ຽວກັບການປະກົດ ຕົວຂອງເຊື້ອໄວຣັດຊະນິດໃໝ່. ປັດຈຸບັນການລະບາດຂອງພະ ຍາດມາຮອດຈຸດປ່ຽນແປງແລ້ວ, ແຕ່ພະຍາດດັ່ງກ່າວຍັງສາມາດ ເຮັດໃຫ້ເກີດຄວາມເສຍຫາຍ ຢ່າງຫຼວງຫຼາຍຕໍ່ສຸຂະພາບຂອງ ມະນຸດ ແລະ ລະບົບສຸຂະພາບ ແຫ່ງຊາດ, ເພາະສະນັ້ນພວກ ເຮົາຍັງຈະຕ້ອງຫັນເຂົ້າສູ່ພາວະ ສຸກເສີີນດ້ານສາທາລະນະສຸກ ທົ່ວໂລກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ