ຄະນະນຳກອງພົນທີ 1 ອວຍພອນ ບໍລິສັດ ໂກເອໂກ ທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ
ເວລາອອກຂ່າວ: 2023-02-01 09:18:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 57 | ຄວາມນິຍົມ:
ໃນວັນທີ 21 ມັງກອນ 2023 ນີ້, ສະຫາຍ ພັນເອກ ວົງຈັນ ພັນຈັນທະມານ ຫົວໜ້າການເມືອງ ກອງພົນທີ 1 ພ້ອມຄະນະ ເຂົ້າອວຍພອນບໍລິສັດໂກເອໂກ ທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ປະຈຳແຂວງໄຊສົມບູນ ເນື່ອງໃນໂອກາດບຸນປີໃໝ່ຫວຽດນາມ ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ໂຮຊີ
ແມັງ ປະທານ ບໍລິສັດ ຂຸດຄົ້ນບໍ່ແຮ່ ແລະ ຫຼອມເຫຼັກ ວຽງຈັນ (ໂກເອໂກ) ພ້ອມນີ້, ສະຫາຍ ກໍໄດ້ກ່າວສະແດງຄວາມຂອບໃຈ ຢ່າງສູງຕໍ່ ຄະນະພັກ-ຄະນະນຳກອງພົນທີ 1 ທີ່ໄດ້ນຳເອົາກະຕ່າຂອງຂວັນ ແລະ ຄຳອວຍພອນໄຊອັນປະເສີດມາອວຍພອນໃນຄັ້ງນີ້ເຊິ່ງສະແດງເຖິງນ້ຳໃຈ, ໄມຕີຈິດ, ມິດຕະພາບ, ຄວາມສາມັກຄີຮັກແພງແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ, ສອງກອງທັບ ລາວ-ຫວຽດນາມ ໂດຍສະເພາະລະຫວ່າງກອງພົນທີ 1 ກັບບໍລິສັດ ໂກເອໂກເຊິ່ງເປັນກົມກອງທີ່ໄດ້ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດມາ.
ໂດຍ: ໂກຮັງ ພັນທະວົງ
ພາບ: ຂາວ ທິດາກອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ