ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບາງ​ບັ້ນ​ຮົບ​ທີ່​ດຸເດືອດ​ຂອງ​ ສະຫາຍ ພັນ​ໂທ ພັນທະ​ນິດ ແສງ​ສະຫວ່າງ ນັກຮົບ​ແຂ່ງຂັນ
ເວລາອອກຂ່າວ: 2023-02-01 09:23:00 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 53 | ຄວາມນິຍົມ:



ສະຫາຍ ພັນ​ໂທ ພັນທະ​ນິດ ແສງ​ສະຫວ່າງ ນັກຮົບ​ແຂ່ງຂັນ​ແຫ່ງ​ຊາດ, ອະດີດ​ຫົວໜ້າ​ຫ້ອງການ​ບໍລິຫານ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໄດ້​ເລົ່າ​ບາງ​ເຫດການ​ບັ້ນ​ສູ້​ຮົບ​ທີ່​ເດັ່ນ, ດຸເດືອດ​ຂ້ຽວຂາດ​ເອົາ​ເປັນ​ເອົາ​ຕາຍ​ໃນ​ສະໝໍລະພູມ​ສູ້​ຮົບ​ຂອງ​ຕົນ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ​ ຄົບຮອບ 74 ປີ​ວ່າ: ການເຄື່ອນໄຫວ​ສູ້​ຮົບ​ຂອງ​ຂ້າພະເຈົ້າແມ່ນ​ມີ​3 ໄລຍະ ແລະ ໄລຍະ​ທີ 4 ແມ່ນ​ເຮັດ​ໜ້າທີ່​ປ້ອງ​ກັນ​ຜູ້ນຳ​ທີ່​ມາ​ບັນຊາ​ສູ້​ຮົບ​ກົດ​ໜີບ​ໃຫ້​ຝ່າຍ​ວຽງ​ຈັນ​ຍອມ​ເຊັນ​ສັນຍາ​ວຽງ​ຈັນ ໃນ​ວັນ​ທີ 21 ມີນາ 1973 ເຊິ່ງ​ມີ​ລາຍ​ລະອຽດ​ແຕ່​ລະ​ໄລຍະ​ດັ່ງນີ້: ບັ້ນ​ຕີ​ປົດ​ປ່ອຍ​ແຂວງ​ຫົວພັນ ປີ 1960-1961: ໃນ​ເວລາ​ນັ້ນ, ຂ້າພະເຈົ້າ ສັງກັດ​ຢູ່​ໝູ່​ທີ 2 ໝວດ 2 ກອງຮ້ອຍ​ທີ 1 ກອງພັນ​ທີ 1 ມີ​ອ້າຍ​ບຸນ​ກອງ​ເປັນ​ນາຍ​ໝູ່, ອ້າຍ​ບຸນ​ເນັງ​ເປັນ​ຮອງຫົວໜ້າ​ໝູ່, ອ້າຍ​ສົມ​ໃຈ ເປັນ​ຫົວໜ້າ​ໝວດ, ອ້າຍ​ບຸນ​ຍັງ ວໍລະ​ຈິດ ເປັນ​ຮອງ​ຫົວໜ້າໝວດ, ອ້າຍ​ຄູນ​ເປັນ​ຫົວໜ້າ​ກອງຮ້ອຍ, ອ້າຍ​ບຸນ​ທົດ​ເປັນ​ຮອງຫົວໜ້າ​ກອງຮ້ອຍ, ອ້າຍສວຍ ​ເປັນ​ຫົວໜ້າ​ກອງພັນ. ຂ້າພະເຈົ້າ​ໄດ້​ເຂົ້າຮ່ວມ​ຕີ​ສັດຕູ​ຢູ່​ເຂດ​ບ້ານສົບເບົາ 1 ຄັ້ງ, ຕີ​ຢູ່​ເມືອງແອດ 4 ຄັ້ງ ປົດ​ປ່ອຍ​ໄດ້​ໝົດ​ເຂດ​ລ່ອງ​ມ້າ ຫຼັງ​ຈາກ​ນັ້ນ​ເດີນທາງ​ຜ່ານນາ​ສະ​ລາ, ສະ​ເລີຍ, ເມືອງ​ເປິນ, ຫົວ​ເມືອງ, ເມືອງ​ລາບ ເພື່ອ​ລົງ​ສົມທົບ​ກອງພັນ​ທີ 2 ແລະ ກຳລັງ​ເປັນກາງ​ຮັກ​ຊາດ​ເຂົ້າ​ປົດ​ປ່ອຍ​ທົ່ງ​ໄຫ​ຫີນ​ຊຽງ​ຂວາງ. ຕົ້ນ​ເດືອນ​ພະຈິກ 1960 ເວລາ​ທີ່​ກຳລັງ​ພວກ​ເຮົາ​ໄດ້​ເດີນທາງ​ຮອດ​ເມືອງ​ລາບ-ສົບ​ອໍ້ອ້າຍ​ນ້ອງ​ເປັນໄຂ້​ມາ​ເລ​ເຣຍ 8 ສະຫາຍ, ຜູ້​ບັນຊາ​ໄດ້​ສັງ​ໃຫ້​ຢຸດ​ພັກ​ເຊົ່າ​ຢູ່​ເຂດ​ນັ້ນ​ກ່ອນ, ພໍດີ​ກັບ​ສັດຕູ​ໄດ້​ເຫັນ​ກຳລັງ​ພວກ​ເຮົາ​ກ່ອນ ແລະ ສະກັດ​ລັດ​ຍິງ​ໝູ່​ສືບ​ຂ່າວ​ທີ່​ບັນຊາ​ໂດຍ​ສະຫາຍ ຊາ ເປັນ​ຫົວໜ້າ​ໝູ່​ສືບ​ຂ່າວ​ຖືກ​ຍິງ​ເສຍ​ຊີວິດ ແລະ ອ້າຍ​ນ້ອງ​ຖືກ​ບາດເຈັບ 2 ສະຫາຍ. ເມື່ອ​ເປັນ​ຄື​ແນວ​ນັ້ນ ອ້າຍ ບຸນ​ຍັງ ວໍລະ​ຈິດ ໄດ້​ສັ່ງ​ໃຫ້​ກຳລັງ​ພວກ​ເຮົາ ແລະ ປະຊາຊົນ​ເຂດ​ນັ້ນ​ເຂົ້າ​ກອບ​ກູ້​ເອົາ​ອ້າຍ​ນ້ອງ​ສືບ​ຂ່າວ. ວັນ​ທີ 25 ພະຈິກ 1960 ສັດຕູ​ໃຊ້​ກຳລັງ​ຈາກ​ທິດ​ບວມ​ຫຼົງ​ແຂວງ​ຊຽງ​ຂວາງ​ຂຶ້ນ​ຍຶດ​ເອົາ​ຈຸດ​ສູງ​ບ້ານ​ຖ້ຳ​ລາ ໃນ​ເວລາ 10 ໂມງ​. ໃນ​ເວລາ​ນັ້ນ ໝວດ 2 ກອງ ຮ້ອຍ​ທີ 1 ຈັ້ງ​ທ່າ​ຢູ່​ຫ່າງ​ຈາກ​ບ້ານ​ຖ້ຳ​ລາ​ປະມານ 1 ກິໂລແມັດ ໄດ້​ຮັບ​ຂ່າວ​ວ່າ​ສັດຕູ​ໄດ້​ຍຶດ​ບ້ານ​ຖ້ຳ​ລາ​ໝົດ​ແລ້ວ, ກອງຮ້ອຍ​ໄດ້​ສັ່ງ​ໃຫ້​ໝວດ​ທີ 1 ອ້າຍ​ຄຳ​ລຽງ ແລະ ໝວດ​ທີ 2 ເຄື່ອນ​ເຂົ້າ​ທາງ​ທິດເໜືອ​ບ້ານ​ຖ້ຳ​ລາ​ສັງເກດ​ຕິດຕາມ​ການເຄື່ອນໄຫວ​ຂອງ​ສັດຕູ​ຢ່າງ​ໃກ້ຊິດ​ເພື່ອ​ຕີ​ຍຶດ​ບ້ານ​ຖ້ຳ​ລາ​ຄືນ​ໃຫ້​ໄດ້. ເວລາ 17 ໂມງ​ ​ທັງ 2 ໝວດ​ເຄື່ອນ​ໄປ​ທາງ​ທິດເໜືອ​ບ້ານ​ຖ້ຳ​ລາ​ຕິດຕາມ​ສັດຕູ​ຈົນ​ຮອດ​ເວລາ 12:00 ໂມງ​ ທ່າມກາງ​ອາກາດ​ທີ່​ໜາວ​ເຢັນ​ໃນ​ປ່າດົງ​ຕຶບໜາ​ເຂດ​ຊາຍ​ແດນ​ຊຳ​ເໜືອ-ຊຽງ​ຂວາງ. ເມື່ອ​ໄປ​ຮອດ​ຈຸດ​ທີ່​ໝາຍ​ໝວດ 2 ກອງຮ້ອຍ​ທີ 1 ໄດ້​ເລັດ​ລອດ​ເຂົ້າ​ປະຊິດ​ຕີນ​ປ້ອມ​ສັດຕູ​ຍຶດ​ສະໜາມ ແລະ ຂະຫຍາຍ​ຮູບ​ແຖວ​ສູ້​ຮົບ​ຕາມ​ຄຳ​ສັ່ງ​ຂອງ​ຜູ້​ບັນຊາ​ກອງຮ້ອຍ, ໝວດ 2 ເປັນ​ກຳລັງ​ບຸກ​ຕີ​ປີກ​ຈຸດ​ໜັກ, ການ​ຂະຫຍາຍ​ຮູບ​ແຖວ ແລະ ຂຸດ​ຂຸມ​ຄອງ​ສູ້​ຮົບ​ສຳເລັດ​ໃນ​ເວລາ 1 ໂມງ​. ສະເພາະຂ້າພະເຈົ້າ​ ແລະ ນາຍ​ໝູ່ ບຸນ​ກອງ ຈັດ​ວາງ​ໃຫ້​ຂຸດ​ຂຸມ​ຕິດ​ກັບ​ກົກ​ໄມ້​ໃຫຍ່​ຢູ່​ຫ່າງ​ຈາກ​ຮອງ​ຫົວໜ້າໝູ່ ບຸນເນັງ ປະມານ 10 ແມັດ, ຫ່າງ​ຈາກ​ຂຸມ​ຄອງ​ສູ້​ຮົບ​ຮອງ​ຫົວໜ້າ​ໝວດ​ອ້າຍ ບຸນ​ຍັງ ວໍລະ​ຈິດ ປະມານ 20 ແມັດ. ຮອດ​ເວລາ 5 ໂມງ​​ມື້ຕໍ່ມາ​ສຽງ​ປືນ​ແຕກ​ເປັນ​ສັນຍານ​ບຸກ​ໂຈມ​ຕີ​ສັດຕູ​ດັງ​ຂຶ້ນ, ນາຍ​ໝວດ​ສັ່ງ​ໃຫ້​ບຸກ​ຕີ​ສັດຕູ​ຢ່າງ​ແຂງແຮງ, ເວລາ​ນັ້ນ​ສັດຕູ​ສຸມ​ກຳລັງ​ໄຟ​ປືນ​ກົນ​ໜັກ, ກົນ​ກາງ, ປືນ​ຄົກ 60 ​ມມ, ຄົກ 81 ​ມມ, ປືນ​ເດ​ກາ 82 ​ມມ ຢ່າງ​ໜັກ​ທີ່​ສຸດ, ລູກປືນ​ໃຫຍ່​ສັດຕູ​ຖືກ​ງ່າໄມ້​ໃຫຍ່​ຫັກ​ລົງ​ໃສ່​ຂຸມ​ຄອງ​ບ່ອນ​ຂ້າພະເຈົ້າ​ຢູ່​ຫຼາຍ​ງ່າ ຍ້ອນ​ສັດຕູ​ຄິດ​ວ່າ​ເປັນ​ບ່ອນ​ກຳລັງ​ຈຸດ​ໜັກ​ຂອງ​ກຳລັງ​ອິດສະຫຼະ. ອ້າຍ ບຸນ​ຍັງ ວໍລະ​ຈິດ ຫຼຽວ​ເຫັນ​ຈຸດ​ທີ່​ຂ້າພະເຈົ້າ​ຢູ່​ເປັນ​ຈຸດ​ທີ່​ສັດຕູ​ຍິງ​ສຸມ​ໃສ່​ຢ່າງ​ໜັກ​ທີ່​ສຸດ ດັ່ງນັ້ນ ອ້າຍ ບຸນ​ຍັງ ວໍລະ​ຈິດ ຈຶ່ງ​ຮ້ອງ​ໃສ່​ວ່າ: ພັນທະ​ນິດ! ອອກ​ຈາກ​ຂຸມ​ຄອງ​ມາ​ຫາ​ອ້າຍ​ໄວ. ເມື່ອ​ໄດ້​ຍິນ​ສຽງ​ເອີ້ນ​ຄື​ແນວ​ນັ້ນ ຂ້າພະເຈົ້າ​ກໍ​ກະໂດດ​ອອກ​ຈາກ​ຂຸມ​ຄອງ​ສູ້​ຮົບ​ຂອງ​ຕົນ​ແລ່ນ​ໄປ​ຫາ​ຂຸມ​ຄອງ​ສູ້​ຮົບ​ຂອງ​ອ້າຍ ບຸນ​ຍັງ ວໍລະ​ຈິດ ທັນທີ. ທັນໃດ​ນັ້ນ ອ້າຍ​ບຸນ​ຍັງ ວໍລະ​ຈິດ ກໍແລ່ນ​ອອກ​ຈາກ​ຂຸມ​ຄອງ​ຂອງ​ເພິ່ນ​ແລ້ວ​ມາ​ຈັບ​ເອົາ​ແຂນ​ຂ້າພະເຈົ້າ ແລະ ກອດ​ເອົາ​ຕົວ​ຂ້າພະເຈົ້າ​ລົງ​ຂຸມ​ຄອງ​ສູ້​ຮົບ​ຂອງ​ເພິ່ນ​ຢ່າງ​ປອດ​ໄພ. ສຽງ​ປືນ​ບຸກ​ຕີ​ຂອງ​ສັດຕູ​ດັ່ງ​ສະ​ນັ່ນ​ຈົນ​ຫູດັບ​ຕັບ​ໃໝ້​ທົ່ວ​ບໍລິເວນ​ພູ​ດັ່ງກ່າວ ການ​ບຸກ​ຕີ​ຂອງ​ກຳລັງ​ພວກເຮົາ​ຢ່າງ​ໜັກ ແລະ ການ​ຕອບ​ໂຕ້​ຄືນ​ຂອງ​ກຳລັງ​ສັດຕູ​ດຳເນີນ​ໄປ​ໄລຍະ​ສັ້ນ​ປະມານ 10 ກວ່າ​ນາທີ​ສຽງ​ປືນ​ຂອງ​ສັດຕູ​ອ່ອນ​ລົງ​ເປັນ​ສັນຍານ​ວ່າ​ສັດຕູ​ບໍ່​ໄຫວ​ແລ້ວ, ສຽງ​ເປົາ​ແກ​ຂອງ​ນາຍ​ໝູ່ ບຸນ​ຍອຍ ດັງ​ຂຶ້ນ​ຜູ້​ບັນຊາ​ກອງຮ້ອຍ ອ້າຍ​ບຸນ​ທົດ ຮ້ອງ​ສັ່ງ​ອ້າຍ​ນ້ອງ​ຕະລຸມບອນ! ສຽງຮ້ອງ​ຕະລຸມບອນ​ຂອງ​ອ້າຍ​ນ້ອງ​ໝວດ 2 ດັງ​ຂຶ້ນ​ຢ່າງ​ກ້ອງ​ກັງວານ​ໄປ​ທົ່ວ​ສະໜາມຮົບ, ພວກ​ສັດຕູ​ແລ່ນ​ແຕກ​ໄປ​ທາງ​ທິດໃຕ້​ບ້ານ​ຖ້ຳ​ລາ, ຈຳນວນໜຶ່ງ​ຖືກ​ດັບ​ສູນ​ກັບ​ທີ່, ຈຳນວນ​ຖືກ​ບາດເຈັບ. ຂ້າພະເຈົ້າ​ເອງ ແລະ ຮອງ​ຫົວໜ້າ​ໝວດ ບຸນ​ເນັງ, ທ້າວ​ຄູນ​ ກັບ​ຫົວໜ້າ​ໝວດ​ສົມ​ໃຈ ໄລ່​ຕີ​ສັດຕູ​ໄປ​ຕາມ​ສັນພູ​ລົງ​ໃສ່​ຫ້ວຍ​ນ້ອຍ​ທີ່​ຮົກເຮື້ອ​ດ້ວຍ​ໄມ້​ແຮ່, ປ່າ​ແຂມສັດຕູ​ຢ້ານ​ຫຼາຍ​ກິ້ງ​ລົງ​ຕົກ​ຜາ​ຫີນ, ພວກ​ເຂົາ​ຖິ້ມ​ບ່າ​ໂລ​ຖົງ​ເຄື່ອງ ແລະ ປືນ​ຫຼາຍ​ກະບອກ. ກຳລັງ​ພວກ​ເຮົາ​ນຳໄປ​ຮອດ​ສັນພູ​ປ່າ​ຫຍ້າ​ຄາ​ເຫັນ​ພວກ​ສັດຕູ​ລັດ​ບຸ​ປ່າ​ຈະ​ອອກ​ມາ​ໃສ່​ທາງ ຫົວໜ້າ​ໝວດ​ສົມ​ໃຈ ເຫັນ ແລະ ສັ່ງ​ໃຫ້​ທະຫານ​ຍິງ​ທັນທີ, ສັດຕູ​ຕາຍ​ຕື່ມ​ອີກ 2 ຄົນ ບາດເຈັບ​ຈຳນວນ​ໜື່ງ. ຫຼັງ​ຈາກ​ເກັບ​ກວດ​ສະໜາມ​ແລ້ວ​ກຳລັງ​ພວກ​ເຮົາ​ໄດ້​ກັບ​ຄືນ​ມາ​ສູນ​ບັນຊາ​ກອງຮ້ອຍ​ຢູ່​ບ້ານ​ຖ້ຳ​ລາ ແລະ ມື້ຕໍ່ມາ​ໄດ້​ກັບ​ຄືນ​ໄປ​ບ້ານ​ນາ​ຄັງ. ວັນ​ທີ 28 ພະຈິກ 1960 ໄດ້​ເຂົ້າ​ຮ່ວມ​ຕີ​ຕ້ານ​ສັດຕູ​ທີ່​ຫຼອນ​ເຂົ້າ​ມາຕີ​ກຳລັງ​ພວກ​ເຮົາ​ຢູ່​ສັນພູ​ບ້ານ​ນາ​ຄັງ ແຕ່​ກຳລັງ​ພວກ​ເຮົາ​ໄດ້​ຕອບ​ຕ້ານ​ຄືນ​ຢ່າງ​ອົງອາດ ແລະ ຮັກສາ​ເຂດ​ທີ່​ໝັ້ນ​ສັນພູ​ນາ​ຄັງ​ໄວ້​ໄດ້, ພ້ອມ​ທັງ​ຮັກສາ​ກຳລັງ​ປອດ​ໄພ​ດີ. ມື້ຕໍ່ມາ​ ທ່ານ ສະໝານ ວິ​ຍະ​ເກດ ໄດ້​ນຳພາ​ກອງຮ້ອຍ​ທີ 1 ຂອງ​ກອງພັນ​ທີ 1, ກອງຮ້ອຍ​ທີ 4 ແລະ ກຳລັງ​ທະຫານ​ໃໝ່​ຂອງ​ແຂວງ​ຫົວພັນ ເຄື່ອນ​ທັບ​ໄປ​ທາງ​ນາ​ກຸດ-ນາ​ທອດ ຈະ​ເຂົ້າ​ສົມທົບ​ກອງພັນ​ທີ 2 ເຂົ້າ​ຍຶດ​ເມືອງ​ຄຳ. ແຕ່​ຍ້ອນ​ການ​ເດີນທາງ​ບໍ່​ທັນ​ກັນ​ຈຶ່ງ​ພັກ​ທັບ​ຢູ່​ເທິງ​ບ້ານ​ນາ​ທອດເມື່ອ​ຮອດ​ເວລາ 7 ໂມງ​ເຊົ້າ ສັດຕູ​ເຄື່ອນ​ກຳລັງ​ມາ​ຕາມ​ຫຼັງ, ເວລາ​ນັ້ນ​ຜູ້​ບັນຊາ​ຂັ້ນ​ກອງຮ້ອຍ, ຂັ້ນ​ໝວດຍັງ​ພວມ​ປະຊຸມ​ກັນ​ຢ່າງ​ຮິບ​ດ່ວນ ທາມ​ກາງ​ການ​ນຳພາ-ຊີ້​ນຳ​ຂອງ​ທ່ານ ສະໝານ ວິ​ຍະ​ເກດ. ບັງເອີນ​ສັດຕູ​ທີ່​ເຄື່ອນ​ທັບ​ມາ​ຕາມ​ຫຼັງ​ພວກ​ເຮົາ​ມາ​ເຫັນ​ທະຫານ​ເຮົາ​ກຳລັງ​ປະຊຸມ​ກັນ​ຢູ່​ນັ້ນ ພວກ​ມັນ​ກໍ່​ບຸກ​ຕີ​ເຂົ້າ​ໃສ່​ກຳລັງ​ພວກ​ເຮົາ​ທີ່​ກຳລັງ​ປະຊຸມ​ກັນ​ທັນທີ. ທຳ​ອິດ​ໝວດ​ທີ 1, ໝວດ​ທີ 2 ກອງຮ້ອຍ​ທີ 1 ບໍ່​ທັນ​ຕອບ​ຕ້ານ​ຄິດ​ວ່າ​ແມ່ນ​ກຳລັງ​ທະຫານ​ເຮົາ​ສອງ​ກອງຮ້ອຍ​ທີ່​ມາ​ນຳ​ຫຼັງ, ພວກ​ມັນ​ບຸກ​ເຂົ້າ​ຢ່າງ​ໜັກ​ຈຶ່ງ​ຮູ້​ວ່າ​ແມ່ນ​ສັດຕູ, ຈາກ​ນັ້ນ​ຜູ້​ບັນຊາ​ກອງຮ້ອຍ​ກໍໄດ້​ອອກ​ຄຳ​ສັ່ງ​ຕ່າວ​ໂຈມ​ຕີ​ຄືນ​ຢ່າງ​ແຂງແຮງ, ພວກ​ມັນ​ບຸກ​ເຂົ້າ​ມາ​ບໍ່​ໄດ້​ຈຶ່ງ​ຂຶ້ນ​ຢຶດ​ປ້ອມ​ສູງ​ເບື້ອງ​ຊ້າຍ​ທາງ​ທີ່​ມາ​ແຕ່​ນາ​ຄັງ (ເຮັດ​ໃຫ້​ຫົວໜ້າ​ກອງຮ້ອຍ​ທີ 1 ອ້າຍ​ຄູນ ແລະ ຫົວໜ້າ​ໝວດ​ອ້າຍ​ສົມ​ໃຈ ແລະ ອ້າຍ​ນ້ອງ​ໝວດ​ທີ 1 ຖືກເສຍ​ຊີວິດ​ໃນ​ຕອນ​ນັ້ນ). ເວລາ​ຕໍ່​ມາ​ສຽງ​ປືນ​ມິດ​ໄປໝູ່ 2, ໝວດ 2 ໄດ້​ຮັບ​ຄຳ​ສັ່ງ​ຈາກ​ຜູ້​ບັນຊາ​ຂຶ້ນ​ຍຶດ​ເອົາ​ປ້ອມ​ພູ​ສູງ​ຕໍ່ໜ້າ​ບ່ອນ​ພັກ​ທັບ​ຄືນ. ຕື່ນ​ເຊົ້າ​ມາ​ປະມານ 4-5 ໂມງ ເຫັນ​ຄົນ​ຍ່າງ​ທາງ​ໜ້າ​ປ້ອມ. ສະຫາຍ ບຸນ​ກອງ ຜູ້​ບັນຊາ​ໝູ່ ໄດ້​ສັ່ງ​ໃຫ້​ຂ້າພະເຈົ້າ​ລົງ​ພູ​ດ່ວນ​ໄປ​ລາຍ​ງານ​ຜູ້​ບັນຊາ​ກອງຮ້ອຍ. ຫຼັງ​ຈາກ​ລາຍ​ງານ​ແລ້ວ​ກໍ່​ກັບ​ຄືນ​ປ້ອມ​ຍາມ​ບັງເອີນ​ສັດຕູ​ເຫັນ​ກຳລັງ​ພວກ​ເຮົາ, ພວກ​ມັນ​ໄດ້​ຍິງ​ປືນ​ສຸມ​ໃສ່​ເຮັດ​ໃຫ້​ອ້າຍ​ນ້ອງ​ເສຍ​ຊີວິດ 1 ສະຫາຍ. ພວກ​ເຮົາ​ໄດ້​ຕີ​ຕ້ານ​ຄືນ​ເຮັດ​ໃຫ້​ພວກ​ມັນ​ແຕກ​ກະ​ແຈກ​ກະຈາຍ​ເຫັນ​ແຕ່​ກອງ​ເລືອດ​ພວກ​ມັນ 4 ຈຸດ ແລະ ຕາຍ​ກັບ​ທີ 1 ຄົນ. ຮອດ​ວັນ​ທີ 31 ພະຈິກ 1960 ກຳລັງ​ພວກ​ເຮົາ​ໄດ້​ເຄື່ອນ​ທັບ​ຮອດ​ບ້ານ​ຈໍ​ຮອກ​ກາງ ເມືອງ​ຄຳ ກາຍ​ປົດ​ບວມ​ລົງ​ໄປ​ສົມທົບ​ກອງພັນ​ທີ 2 ຕາມ​ແຜນການ​ໄດ້​ຢ່າງ​ປອດ​ໄພ. ປະຕິບັດ​ຕາມ​ຄຳ​ສັ່ງ​ຂອງ​ເສນາ​ທິ​ການ​ກອງ​ບັນຊາ​ການ​ທະຫານ​ສູງ​ສຸດ ລົງ​ມາ​ຊ່ວຍ​ແຂວງ​ວຽງ​ຈັນ ປີ 1968-1969. ອີງ​ຕາມ​ຄຳ​ສັ່ງ​ຂອງ​ເສນາ​ທິ​ການ​ກອງ​ບັນຊາ​ການ​ທະຫານ​ສູງ​ສຸດ, ສະຫາຍ ວີ​ສອນ ຫົວໜ້າ​ເຄ​ມີ​ຫ້ອງ​ເສນາ​ທິ​ການ​ກອງ​ບັນຊາ​ການ​ທະຫານ​ສູງ​ສຸດ ໄດ້​ເອົາ​ຄຳ​ສັ່ງ​ແຈ້ງ​ລົງ​ມາ​ຫາ​ກອງ​ບັນຊາ​ການ​ເຂດ​ຊຽງ​ຂວາງ ມອບ​ໃຫ້​ຂ້າພະເຈົ້າ ຮັບຜິດຊອບ​ອ້າຍ​ນ້ອງ​ເຄ​ມີ ຈຳນວນ 6 ສະຫາຍ ລົງ​ສົມທົບ​ກັບ​ກຳລັງ​ທ້ອງຖິ່ນ ແລະ ປະຊາຊົນ​ລົບ​ລ້າງ​ທາດ​ເບື່ອ​ເຄ​ມີ​ທີ່​ສັດຕູ​ໃຊ້​ທຳລາຍ​ຕົ້ນໄມ້ ແລະ ຜົນລະປູກ​ຂອງ​ປະຊາຊົນ 4 ບ້ານ ແລະ ສົມທົບ​ກັບ​ກຳລັງ​ທ້ອງຖິ່ນ​ສົມ​ຮົບ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ຮັກສາ​ເຂດ​ທີ່​ໝັ້ນ​ພູ​ປ່າ​ມັນ​ວຽງ​ຈັນ ຕາເວັນ​ອອກ​ບໍ່​ໃຫ້​ສັດຕູ​ທຳລາຍ​ຄື: ບ້ານ​ຜາ​ລະແວກ 1 ຈຸດ(ບ້ານ​ເຜົ່າ​ມົ້ງ), ບ້ານ​ນ້ຳ​ຍິງ​ລ່ອງ​ຊານ 2 ຈຸດ(ເຜົ່າ​ຢ້າວ) ບ້ານ​ພູ​ໂສດ 1 ຈຸດ(ເຜົ່າ​ຢ້າວ)ໂດຍ​ການ​ຊີ້​ນຳ​ຂອງ​ທ່ານ ສາລີ ວົງ​ຄຳ​ຊາວ, ທ່ານ ທອງ​ແປນ ເປັນ​ເຈົ້າແຂວງ, ທ່ານ​ນາຍ​ພົນ ບົວ​ໄລ ແສນ​ຈົງ​ຮັກ ເປັນ​ຄະນະ​ພັກ​ແຂວງ ແລະ ອ້າຍ​ນ້ອງ​ພວກ​ເຮົາ​ໄດ້​ສຸມ​ກຳລັງ​ຕອບ​ຕ້ານ​ເຊື້ອ​ເຄ​ມີ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ແລະ ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ຮາກ​ຖານ​ປະຊາຊົນ​ທີ່​ຖືກ​ຜົນ​ກະທົບ​ໃນ​ແຕ່​ລະ​ຈຸດ. ວັນ​ທີ 19 ກັນຍາ 1968 ໄດ້​ຮັບ​ມອບ​ໝາຍ​ໜ້າທີ່​ຈາກ​ທ່ານ​ເຈົ້າແຂວງ ແລະ ນາຍ​ພົນ ບົວ​ໄລ ແສນ​ຈົງ​ຮັກ ໃຫ້​ໝູ່​ເຄ​ມີ​ພວກ​ເຮົາ​ຕີ​ສັດຕູ​ຢູ່​ບ້ານ​ແກ້ງ​ນ້ອຍ(ຮູ​ນ້ຳ​ງື່ມ​ດຽວນີ້) ສົມທົບ​ກັບ​ກອງພັນ 500 ຈຳນວນ 1 ໝວດ. ວັນ​ທີ 20 ພະຈິກ ເຄື່ອນ​ກຳລັງ​ໄປ​ຫາ​ບ້ານ​ແກ້ງ​ເປີນ​ແບບ​ປິດ​ລັບ​ຫຼອນ​ຕີ, ສະຫາຍ ວີ​ສອນ ບັນຊາ​ປີກ​ຈຸດ​ໜັກ​ມີ 1 ໝວດ, ເຄ​ມີ 1 ຈຸ ປືນ​ຟົ່ນ​ໄຟ 1 ກະບອກ ລົງ​ໄປ​ຫາ​ຄ້າຍ​ສັດຕູ, ສ່ວນ​ຂ້າພະເຈົ້າ​ບັນຊາ​ປີກ​ສຳຮອງ 1 ໝູ່, ເຄ​ມີ 1 ຈຸ, ປືນ​ຟົ່ນ​ໄຟ 1 ກະບອກ ທາງ​ລົງ​ນ້ຳ​ສາງ​ຂອງ​ທະຫານ​ສັດຕູ ແຕ່​ຍ້ອນ​ພື້ນຖານ​ຍ້ານ​ປະຊາຊົນ​ຕາຍ​ຈິງ​ບອກ​ພີ້​ນ້ອງ​ໄວ້​ວ່າ: ຖ້າ​ໄດ້​ຍິນ​ສຽງ​ປືນ​ໃຫ້​ພາກັນ​ລົງ​ລົບ​ລີ້​ຢູ່​ກອງ​ລາງ​ເຮືອນ. ຄະນະ​ຊີ້​ນຳ​ລວມ​ບອກ​ວ່າ: ໃຫ້​ກອງຮ້ອຍ 14 ຕີ​ພິເສດ​ສູນ​ກາງ​ແຕກ​ສຽງ​ປືນ​ກ່ອນ, ກອງພັນ 500 ແຕກ​ສຽງ​ປືນ​ຕາມ​ຫຼັງ, ເວລາ 4 ໂມງ 30 ຂອງ​ເຊົ້າ​ວັນ​ທີ 21 ກັນຍາ 1968 ສຽງ​ປືນ​ແຕກ​ຂຶ້ນ​ສັດຕູ​ຮ້ອງ​ກັນ​ລົງ​ຂຸມ​ຄອງ​ທັນທີ, ປີກ​ຈຸດ​ໜັກ ແລະ ປີກ​ສຳຮອງ​ພວກ​ເຮົາ​ບຸກ​ຕີ​ສັດຕູ​ຢ່າງ​ແຂງແຮງ​ທີ່​ສຸດ ປີກ​ຈຸດ​ໜັກ​ສົມທົບ​ກັບ​ທະຫານ​ຮາບ​ກອງພັນ 500 ໃຊ້​ປືນ​ພົ່ນ​ໄຟ​ບັ້ງ​ທີ 1 ແລະ ທີ 2 ແຕ່​ກໍ​ທຳລາຍ​ຮົ້ວ​ໄມ້​ຝາງ​ສອງ​ຊັ້ນ​ບໍ່​ໄດ້​ເຮັດ​ໃຫ້​ອ້າຍ​ນ້ອງ​ກອງພັນ 500 ຖືກ​ຍິງ​ເສຍ​ຊີວິດ 2 ສະຫາຍ ແລະ ບາດເຈັບ 3 ສະຫາຍ, ສະຫາຍ ວີ​ສອນ ຫົວໜ້າ​ບັນຊາ​ປີກ​ຈຸດ​ໜັກ​ກໍ​ຖືກ​ລູກປືນ​ຄົກ 60 ​ມມ ຢູ່​ກະໂພກ​ຍ່າງ​ບໍ່​ໄດ້,ສະນັ້ນ​ຜູ້​ບັນຊາ​ຈິງ​ໄດ້​ສັ່ງ​ຖອນ​ເພື່ອ​ຮັກສາ​ກຳລັງ. ສ່ອນ​ປີກ​ສຳຮອງ​ທີ່​ຂ້າພະເຈົ້າ​ບັນຊາ​ນັ້ນ​ກໍ​ບຸກ​ຂຶ້ນ​ຄັ້ງ​ທີ 1 ຍິງ​ປືນ​ພົ່ນ​ໄຟ​ໝົດ​ສອງ​ບັ້ງ​ກໍ່​ທຳລາຍ​ຮົ້ວ​ບໍ່​ໄດ້ ແລະ ບຸກ​ຂຶ້ນ​ຄັ້ງ​ທີ 2 ຈຳ​ຮົ້ວ​ຂອງ​ສັດຕູ​ຍິງ​ປືນ​ພົ່ນ​ໄຟ​ຄັ້ງ​ທີ 3 ກໍ່​ບໍ່​ສາມາດ​ທຳລາຍ​ຮົ້ວ​ສອງ​ຊັ້ນ​ຂອງ​ພວກ​ມັນ​ໄດ້ ແລະ ໄດ້​ຖອນ​ກຳລັງ​ລົງ​ມາ​ຫາ​ນ້ຳ​ສາງ​ຂອງ​ພວກ​ມັນ, ພາ​ອ້າຍ​ນ້ອງ​ເລາະ​ລຽບ​ຂຶ້ນ​ຕາມ​ສາຍ​ນ້ຳ​ງື່ມ ເພື່ອ​ຂ້າມ​ໄປ​ຫາ​ແກ້ງ​ເປີນ​ຂຶ້ນ​ຮອດ​ປາກ​ນ້ຳ​ງາວ​ລົງ​ໃຊ້​ນ້ຳ​ງື່ມ​ຖືກ​ຍົນ​ແອບ 105 ຈຳນວນ 4 ລຳ​ຍິງ​ທະ​ລົ່ມ​ຢ່າງ​ໜັກ ແຕ່​ພວກ​ເຮົາ​ກໍ່​ສາມາດ​ລົບ​ລີ້​ໄປ​ຢູ່​ບ່ອນ​ປອດ​ໄພ. ມື້ຕໍ່ມາ​ໄດ້​ຍິນ​ຂ່າວ​ຈາກ​ຮາກ​ຖານ​ປະຊາຊົນ​ວ່າ​ກຳລັງ​ພວກ​ມັນ​ຖືກ​ດັບ​ສູນ 19 ຄົນ ແລະ​ບາດເຈັບ 25 ຄົນ. ເມື່ອ​ສະພາບ​ການ​ເປັນ​ຄື​ແນວ​ນັ້ນ​ກຳລັງ​ໃຈ​ຕໍ່ສູ້​ຂອງ​ພວກ​ມັນ​ກໍ່​ຖົດ​ຖ່ອຍ​ເກີດ​ມີ​ແນວ​ຄິດ​ເຕັນ​ໂຕນ​ໂຍນ​ໜີ້​ຈາກ​ປົດ​ຄ້າຍ​ຂອງ​ພວກ​ມັນ. ບັ້ນ​ຮົບ​ກູ້​ກຽດ​ຖືກ​ສັດຕູ​ປິດ​ລ້ອມ​ຢູ່​ພູ​ເລັງ​ເປັນ​ເວລາ 7 ເດືອນ ວັນ​ທີ 25 ກໍລະກົດ 1969 ຂ້າພະເຈົ້າ ແລະ ອ້າຍ​ນ້ອງ​ກັບ​ຮອດ​ພູ​ເລັງ ຊຽງ​ຂວາງ ໃນ​ເວລາ​ປະ​ມາ 19 ໂມງ, ວັນ​ທີ 18-19 ສິງຫາ ໄດ້​ຂຶ້ນ​ປະຈຳ​ປ້ອມ​ສັງເກດ​ຕາມ​ຄຳ​ສັ່ງ​ຂອງ​ເສນາ​ທິ​ການ​ເຂດ. ວັນ​ທີ 20 ສິງຫາ ສັດຕູ​ເປີດ​ສາກ​ໃຊ້​ຍົນ​ບຸກ​ຕີ​ທາງ​ອາກາດ​ເຂົ້າ​ເຂດ​ທົ່ງ​ໄຫ​ຫີນ, ໂພນ​ສະຫວັນ, ຄັງ​ໄຂ, ສຳນັກ​ເຂດ​ພູ​ເລັງ, ນາ​ນິວ, ສາມ​ແຍກ​ໜອງ​ເປັດ ຕາມ​ສາຍ​ທາງ​ເລກ 7 ຢ່າງ​ໜັກ​ໜວງ​ໃນ​ທຸກ​ມື້. ແຕ່​ເວລາ​ນັ້ນ​ສູນ​ກາງ​ພັກ​ຮູ້​ແລ້ວ​ວ່າ ຈັກກະພັດ​ອາ​ເມ​ຣິ​ກາ​ປະຕິບັດ​ທິດ​ສະ​ດີ ນິກ​ເຊີນ ທີ່​ວ່າ: ຈູດ​ກ້ຽງ, ທຳລາຍ​ກ້ຽງ ແລະ ດັບ​ສູນ​ກ້ຽງ. ພວກ​ມັນ​ໃຊ້​ຍົນ​ແອບ 4 ຫັດ, ແອບ105, ເບ 52, ເຕ 28 ຍິງ​ຖະ​ຫຼົ່ມ​ໃສ່​ເຮືອນ​ຊານ​ບ້ານ​ຊ່ອງ​ປະຊາຊົນ, ໄຮ່ນາ​ຕາກ້າ ຈົນ​ຫູດັບ​ຕັບ​ໄໝ້ ແລະ ທາງ​ທິດເໜືອ​ທົ່ງ​ໄຫ້​ຫີນ​ໃຊ້​ເບ​ແອດ 201, ແອດ​ອູ 113 ຈາກ​ບວມ​ຫຼົງ​ເຂົ້າ​ມາ​ຍຶດ​ເອົາ​ພູ​ສັນ​ນ້ອຍ, ສັນ​ໃຫຍ່, ພູ​ຄິວ, ພູ​ນົກກົກ, ພູ​ເຝືອງ, ພູ​ໜູ​ລາວ, ພູ​ໂຮຍ, ພູ​ຫຍ້າ​ຄາ, ຕັດ​ເສັ້ນທາງ 3 ແຍກ​ໜອງ​ເປັດ ຍຶດ​ສາງ​ຂອງ​ເຂດ​ຢູ່​ຖຳ​ແອວ, ຕັດ​ເສັ້ນທາງ​ຂົນສົ່ງ​ເມືອງ​ຄຳ​ຫາ​ເມືອງ​ແປກ, ພູ​ທຸຍ, ພູ​ອວດ, ຄັງ​ໄຂ, ຈອມ​ພູ​ເລັງ, ບ້ານ​ພາດ, ລາດ​ບວກ. ສ່ວນ​ຢູ່​ທາງ​ທິດໃຕ້​ທົ່ງ​ໄຫ​ຫີນ ພວກ​ມັນ​ໄດ້​ໃຊ້​ເບ​ເວ 28, 21, 27, ເບ​ແອດ 204, 203, 209, ເບ​ເວ 101 ບິນ​ຖິ້ມ​ລະເບີດ​ຍຶດ​ສັນພູ​ຫຼວງ, ລອງ​ມາດ, ພູ​ຂີ້​ໝົດ, ບ້ານ​ນາ, ລອງ​ປົດ, ຂະຫຍາຍ​ໄປ​ທິດ​ກາງ​ແສນ. ໃນ​ເວລາ​ນັ້ນ​ຄະນະ​ພັກ​ເຂດ ທ່ານ​ສິງກະໂປ ສີ​ໂຄດ​ຈຸນ​ລະ​ມະນີ, ທ່ານ​ຄຳ​ພີມ, ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ແລະ ບັນດາ​ອົງການ​ເສນາ, ການເມືອງ, ພະ​ລາ ພ້ອມ​ດ້ວຍ​ຄອບຄົວ ໄດ້​ອອກ​ຈາກ​ວົງ​ປິດ​ລ້ອມ​ຂອງ​ພວກ​ມັນ​ກ່ອນ ແລະ ກຳລັງ​ເປັນກາງ​ຮັກ​ຊາດ ທ່ານ​ເດືອນ, ທ່ານ ທຽບ, ທ່ານ ແຈ້ງ ແລະ ທ່ານ​ອື່ນໆ ກໍ່​ໄດ້​ເຄື່ອນ​ກຳລັງ​ອອກ​ໄປ​ສູ່​ແນວ​ຫຼັງ​ທາງ​ທິດ​ໜອງ​ແຮດ​ເພື່ອ​ຮັກສາ​ກຳລັງ. ນອກ​ນັ້ນ​ພວກ​ມັນ​ຍັງ​ໃຊ້​ກຳລັງ​ພິເສດ​ວາງ​ປາວ 19 ກອງພັນ ແລະ ທະຫານ​ຫຸ່ນ​ວຽງ​ຈັນ, ທະຫານ​ຮັບຈ້າງ​ໄທ 10 ກອງພັນ ພວກ​ມັນ​ໄດ້​ໃຊ້​ຍົນ​ໂດດ​ຈ່ອງ ແລະ ກຳລັງ​ໄຟ​ໜ້າດິນ ແລະ ໜ່ວຍ​ບຸກ​ຕີ ເພື່ອ​ຫວັງ​ດັບ​ສູນ​ກຳລັງ​ປະຕິວັດ​ພວກ​ເຮົາ ແຕ່​ກໍ່​ບໍ່​ສາມາດ​ເຮັດ​ໄດ້, ເວລາ​ນັ້ນ​ຂ້າພະເຈົ້າ​ໄດ້​ອອກ​ເດີນທາງ​ຮອດ​ນ້ຳ​ຄູນ​ເມືອງ​ແປກ​ແລ້ວ, ຕອນ​ເຊົ້າ​ຂອງ​ວັນ​ທີ 21 ສິງຫາ 1969 ຫ້ອງ​ການເມືອງ​ເຂດ​ໄດ້​ຈັດ​ຕັ້ງ​ພິທີ​ໄວ້ອາໄລ​ເຖິງ​ດວງ​ວິນ​ຍານ​ຂອງ ປະທານ ໂຮ່​ຈິ​ມິງ ຜູ້ນຳ​ທີ່​ແສນ​ເຄົາລົບ​ຮັກ​ຂອງ​ປະຊາຊົນ​ຫວຽດນາມ ແລະ ເວລາ​ນັ້ນ​ເອງ ພະນັກງານ​ເສນາ 6 ສະຫາຍ, ໝູ່​ເຄ​ມີ 2 ໝູ່, ໝວດ​ສື່ສານ ຍັງ​ຄ້າງ​ຢູ່​ພູ​ເລັງ. ຍ້ອນ​ແນວ​ນັ້ນ ຂ້າພະເຈົ້າ​ໄດ້​ສະເໜີ ອ້າຍ ວີ​ສຽນ ຫົວໜ້າ​ພະ​ແນກ​ສູ້​ຮົບ​ເຂດ ຂໍ​ກັບ​ຄືນ​ໄປ​ຊ່ວຍ​ອ້າຍ​ນ້ອງ​ທີ່​ຍັງ​ຕິດ​ຄ້າງ​ຢູ່​ທີ່​ນັ້ນ ແລະ ໄດ້​ຮັບ​ການ​ອະນຸມັດ​ເຫັນ​ດີ​ຕົກລົງ​ຈາກ ທ່ານ ສະໝານ ວິ​ຍະ​ເກດ, ເວລາ 4 ໂມງ​ແລງ​ຂອງ​ວັນ​ທີ 21 ສິງຫາ 1969 ເພີ່ນ​ໄດ້​ເອີ້ນ​ຂ້າພະເຈົ້າ ແລະ ສະຫາຍ ສີ​ຮັກ ໄປ​ພົບ ພ້ອມ​ທັງ​ແນະນຳ​ໃຫ້​ສອງ​ຄົນ​ພວກ​ເຮົາ​ຢ່າງ​ເຂັ້ມແຂງ ແລະ ​ໜັຫ​ແໜ້ນ ໃນ​ການ​ຕັດສິນ​ໃຈ​ຄັ້ງ​ນີ້, ໂອກາດ​ນີ້ ທ່ານ ສີ​ພອນ ຜາ​ລີ​ຂັນ ໄດ້​ເວົ້າ​ຕໍ່ໜ້າ​ເຮົາ​ວ່າ: ດີ​ທີ່​ສຸດ​ແລ້ວ​ທີ່​ສະຫາຍ ພັນທະ​ນິດ ແສງ​ສະຫວ່າງ ສະໝັກ​ໃຈ​ເຂົ້າ​ໄປ​ຊ່ວຍ​ອ້າຍ​ນ້ອງ ເພາະວ່າ​ສະຫາຍ​ມີ​ບົດຮຽນ​ການ​ຕີ​ສັດຕູ​ປົດ​ປ່ອຍ​ຢູ່​ຊຳ​ເໜືອ, ປົດ​ປ່ອຍ​ຊຽງ​ຂວາງ​ຄັ້ງ​ທຳ​ອິດ ແລະ ລົງ​ຊ່ວຍ​ຢູ່​ແຂວງ​ວຽງ​ຈັນ ເປັນ​ຜູ້​ທີ່​ມີ​ບົດຮຽນ​ໃນ​ການ​ບັນຊາ​ອີກ​ດ້ວຍ. ວັນ​ທີ 26 ສິງຫາ 1969, ທ່ານ ສີ​ພອນ ຜາ​ລີ​ຂັນ ໄດ້​ສັ່ງ​ໃຫ້​ຂ້າພະເຈົ້າ​ໄປ​ຫາ​ເພີ່ນ​ຢູ່​ກອງພັນ​ທີ 2 ,ຂ້າພະເຈົ້າ​ໄດ້​ນຳພາ​ອ້າຍ​ນ້ອງ​ໄປ 4 ສະຫາຍ, ຫຼອດ​ຕີນ​ປ້ອມ​ສັດຕູ​ຢູ່​ບ້ານ​ພາດ, ທ່ານ ສີ​ພອນ ຜາ​ລີ​ຂັນ ໄດ້​ມອບ​ໃຫ້​ຂ້າພະເຈົ້າ​ປືກ​ສາ​ຫາລື​ກັບ ສະຫາຍ ສີ​ຮັກ, ສະຫາຍ ຄຳ​ອ້າຍ, ສີ​ເຫຼືອ ບຸນ​ຄ້ຳ ຮ່ວມ​ກຳລັງ​ເຂົ້າກັນ​ຈັດ​ຕັ້ງ​ເປັນ​ກອງພັນ​ນ້ອຍ​ປະສົມ​ກັບ​ແນວ​ລາວ​ຮັກ​ຊາດ ແລະ ກຳລັງ​ເປັນກາງ​ຮັກ​ຊາດ​ຕາມ​ການ​ຕົກລົງ​ຂອງ​ຄະນະ​ພັກ​ຫ້ອງ​ການເມືອງ​ເຂດ ໃນ​ນັ້ນ ໄດ້​ຈັດ​ຕັ້ງ​ເປັນ​ສອງ​ກອງຮ້ອຍ​ຂຶ້ນ​ກັບ​ກອງຮ້ອຍ 15 ກຳລັງ​ແນວ​ລາວ​ຮັກ​ຊາດ ແລະ ກອງຮ້ອຍ 16 ກຳລັງ​ເປັນກາງ​ຮັກ​ຊາດ. ໃນ​ເມື່ອ​ຈັດ​ຕັ້ງ​ກຳລັງ​ກັນ​ແລ້ວ​ພວກ​ເຮົາ​ໄດ້​ຫຼອນ​ຕີ​ສັດຕູ​ຢູ່ 3 ຈຸດ​ຄື: ປ້ອມ​ພູ​ເຫຼັກ​ປຽກ, ພູ​ຂຽວ ແລະ ພູ​ຄັງ​ໄຂ​ເທິງ​ໜອງ​ສະເດັດ​ຢ່າງ​ດຸເດືອດ ເຮັດ​ໃຫ້​ກຳລັງ​ພວກ​ມັນ​ອົກ​ສັ່ນ​ຂັວນ​ຫາຍ, ຂ້າພະເຈົ້າ​ກັບ​ສະຫາຍ ສົມ​ນຶກ ໄດ້​ນຳ​ເອົາ​ກຳລັງ​ຕິດຕໍ່​ສື່ສານ, ເຄ​ມີ ປິດ​ລັບ​ຕີ​ສັດຕູ​ຢູ່​ເຂດ​ພູ​ເຫຼັກ​ປຽກ ແລະ ພູ​ຂຽວ ເວລາ 10 ໂມງ​ກາງຄືນ ຂອງ​ວັນ​ທີ 28 ສິງຫາ 1969 ພວກ​ເຮົາ​ຂ້າ​ສັດຕູ​ຕາຍ​ກັບ​ທີ 18 ຄົນ, ຖືກ​ບາດເຈັບ 23 ຄົນ.ອັນ​ພົ້ນ​ເດັດ​ແມ່ນ​ສະຫາຍ ຂົມ​ມະນີ ອ້າຍ​ນ້ອງ​ເຫຼົ່າ​ເຄ​ມີ ໄດ້​ແກວ້ງ​ລະເບີດ​ໃສ່​ສັດຕູ​ຕາຍຄາ​ທີ່ 2 ຄົນ,ບາດເຈັບ 3 ຄົນ ແລະ ສະຫາຍ ອູ​ຄຳ ບັນຊາ​ຕີ​ພູ​ຄັງ​ໄຂ ເທິງ​ໜອງ​ສະເດັດ ຂ້າ​ສັດຕູ​ຕາຍ​ກັບ​ທີ 5 ຄົນ, ບາດເຈັບ 7 ຄົນ. ຕອນ​ແລງ​ວັນ​ທີ 29 ສິງຫາ 1969 ພວກ​ມັນ​ໄດ້​ໃຊ້​ຍົນ​ອີ​ເລີ​ກົບ​ແຕ 1 ລຳ​ມາ​ຫວ່ານ​ໃບ​ປິວ ບັງ​ຂັບ​ໃຫ້​ກຳລັງ​ພວກ​ເຮົາ​ອອກ​ມາ​ຍ້ອມ​ຈຳນົນ​ພາຍ​ໃນ 10 ວັນ ແລະ ໃຊ້​ປາກ​ເລີ​ປະກາດ​ພ້ອມ ຖ້າ​ບໍ່​ອອກ​ມາ​ຍ້ອມ​ຈັບ​ໄດ້​ບ່ອນ​ໃດ​ຈະ​ຍິງ​ຖິ້ມ​ຢູ່​ບ່ອນ​ນັ້ນ, ພວກ​ເຈົ້າ​ຖືກ​ປິດ​ລ້ອມ​ໄວ້​ໝົດ​ແລ້ວ​ອອກ​ບໍ່​ໄດ້ ແຕ່​ເຖິງ​ແນວໃດ​ກໍ່​ຕາມ​ຄະນະ​ພັກ​ການ​ທະຫານ​ເຂດ ໄດ້​ສັ່ງ​ໃຫ້​ກຳລັງ​ພວກ​ເຮົາ​ຕີ​ຕ້ານ​ຢ່າງ​ແຂງແຮງ ແລະ ສາມາດ​ອອກ​ຈາກ​ວົງ​ປິດ​ລ້ອມ​ຂອງ​ພວກ​ມັນ​ໄດ້​ຢ່າງ​ປອດ​ໄພ. ວັນ​ທີ 13 ກັນຍາ 1969 ຂ້າພະເຈົ້າ​ໄດ້​ພາ​ອ້າຍ​ນ້ອງ​ໄປ​ເຄື່ອນ​ໄຫວ​ທິດ​ບ້ານ​ຊ້າງ ທາງ​ຫຼັງ​ບ້ານ​ບີ,ເວລາ​ນັ້ນ​ສັດຕູ​ມາ​ຈາກ​ບ້ານ​ບີ. ຂ້າ​ພະ​ເຂົ້າ ໄດ້​ສັ່ງ​ໃຫ້​ອ້າຍ​ນ້ອງ​ແລ່ນ​ຂຶ້ນ​ປອມ​ພູ​ປາກ​ແປກ​ຍຶດ​ເອົາ​ພູມີ​ປະເທດ​ໄດ້​ປຽບ​ເພື່ອ​ຕີ​ສັດຕູ ແຕ່​ກຳລັງ​ພວກ​ມັນ​ຫຼາຍ​ກວ່າ​ມັນ​ແບ່ງ​ອອກ​ເປັນ​ສອງ​ປີກ, ປີກ​ທີ 1 ຕີ​ເຊິ່ງ​ໜ້າ, ປີກ​ທີ 2 ຕີ​ເຂົ້າ​ດ້ານ​ຫຼັງ​ກຳລັງ​ພວກ​ເຮົາ. ເມື່ອ​ເຫັນ​ທ່າ​ເສຍປຽບ​ຍ້ອນ​ເຫຼັກ​ຫຼາຍ​ກວ່າ​ຖ່ານ ຂ້າພະເຈົ້າ​ຈຶ່ງ​ສັ່ງ​ອ້າຍ​ນ້ອງ​ກິ້ງ​ລົງ​ພູ​ເພື່ອ​ບໍ່​ໃຫ້​ຖືກ​ດັບ​ສູນ​ຈົນ​ຮອດ​ຂຸມ​ລີ້​ຍົນ​ຂອງ​ບ້ານ​ຟາດ​ຢ່າງ​ປອດ​ໄພ​ສາມາດ​ດັບ​ສູນ​ສັດຕູ​ໄດ້ 3 ຄົນ, ບາດເຈັບ 5 ຄົນ. ວັນ​ທີ 2 ຕຸລາ 1969 ໃຊ້​ຍົນ​ຍິງ​ຂຸມ​ຂອງ​ສູ້​ຮົບ​ຂອງ ທ່ານ ເດືອນ ບ່ອນ​ສຳນັກງານ​ກອງພັນ​ຕັ້ງ​ຢູ່​ສັນພູ​ເລັງ ເທິງ​ຂຸມ​ຄອງ​ສູ້​ຮົບ ທ່ານ ສິງກະໂປ ສີ​ໂຄດ​ຈຸນ​ລະ​ມະນີ ຫ່າງ​ຈາກ​ບ້ານ​ຮາງ​ເຜົ່າ​ມົ້ງ​ປະມານ 150 ແມັດ(ດຽວນີ້​ເອີ້ນ​ວ່າ: ຂຸມ​ໂນນ​ຕີ) ຄວາມ​ຈິງ​ແລ້ວ​ມັນ​ເປັນ​ຂຸມ​ຄອງ​ສູ້​ຮົບ​ຂອງ ທ່ານ ເດືອນ ແຕ່​ທຳ​ອິດ. ຕົກ​ມາ​ຮອດ 2 ໂມງ​ແລງ ສັດຕູ​ໃຊ້​ຍົນ​ແອບ 105 ມາ​ຍິງ​ຂຸມ​ຄອງ​ບັນຊາ​ສຳນັກ 4 ຄັ້ງ​ແຕ່​ລະ​ຄັ້ງ​ມີ​ຍົນ 4 ລຳ ລວມ 16 ຖ້ຽວ​ລຳ ແລະ ໃຊ້​ກຳລັງ​ທະຫານ​ຮາບ​ບຸກ​ຕີ​ອັດ​ປາກ​ຂຸມ ທາງ​ລົງ​ບ້ານ​ຕ່າຍ,ບ້ານ​ຄອງ. ເວລາ​ນັ້ນ ສະຫາຍ ສີ​ຮັກ ແລະ ສະຫາຍ ແປນ ຢ້ານ​ສຳນັກ​ກອງພັນ​ຖືກ​ດັບ​ສູນ​ຈຶ່ງ​ມາ​ຂໍ​ຄຳ​ເຫັນ​ນຳ​ຂ້າພະເຈົ້າ​ເພື່ອ​ຈະ​ຖອນ​ກຳລັງ​ອອກ ແຕ່​ຂ້າພະເຈົ້າ​ທຸ່ນ​ທ່ຽງ​ບໍ່​ຢ້ານ, ປ້ອມ​ເທິງ​ຂຸມ​ສຳນັກ​ກອງພັນ​ສັດຕູ​ຢຶດ​ໝົດ​ແລ້ວ ຍິນ​ແຕ່​ສຽງ​ລົມ​ກັນ​ຂອງ​ທະຫານ​ພວກ​ມັນ​ແຊວໆ. ຂ້າພະເຈົ້າ ສັ່ງ​ໃຫ້​ສະຫາຍ ສີ​ຮັກ, ສະຫາຍ ແປນ ຊຽ່ວ​ຊານ​ຫວຽດນາມ ຖອນ​ກຳລັງ​ລົງ​ໄປ​ຫາ​ບ້ານ​ຕ່າຍ, ບ້ານ​ເຫຼັກ, ບ້ານ​ຄອງ ບ່ອນ​ກອງຮ້ອຍ 15 ຕັ້ງ​ທັບ​ຢູ່. ຂ້າພະເຈົ້າ​ສັ່ງ​ໃຫ້​ສະຫາຍ ໂສພາ ກຳລັງ​ສື່ສານ​ຈັບ​ປືນ​ອາ​ກາ​ລີ້​ຢູ່​ຂຸມ​ຄອງ​ສູ້​ຮົບ​ກັບ​ເຮົາ​ລໍຖ້າ​ສັດຕູ​ລົງ​ມາ​ເພື່ອ​ດັບ​ສູນ ແລະ ປ້ອງ​ກັນ​ບໍ່​ໃຫ້​ພວກ​ມັນ​ຢຶດ​ໄດ້​ພູ​ເລັງ​ທັງ​ໝົດ.ຂ້າພະເຈົ້າ​ຈັບ​ປືນ​ເບ 40 ແລະ ປືນ​ສັ້ນ ສັງເກດ​ສະຖານະ​ການ​ເພື່ອ​ລໍຖ້າ​ໃຫ້​ພວກ​ມັນ​ລົງ​ມາ​ຫາ​ຂຸມ​ຄອງ​ແຕ່​ພວກ​ມັນ​ກໍ່​ບໍ່​ກ້າ​ລົງ​ມາ. ຫຼັງ​ຈາກ​ນັ້ນ​ສັດຕູ​ໄດ້​ໃຊ້​ຍົນ​ຖິ້ມ​ລູກ​ລະເບີດ​ຢ່າງ​ຕໍ່​ເນື່ອງ​ແຕ່​ພວກ​ເຮົາ​ສອງ​ຄົນ​ກໍ່​ທຸ່ນ​ທ່ຽງ ມື​ກຳ​ປືນ​ຢ່າງ​ແໜ້ນ​ລໍຖ້າ​ລັ່ນໄກ​ປືນ​ແຕ່​ກໍ່​ມິດ​ງຽບ​ໄປ​ພວກ​ມັນ​ບໍ່​ໄດ້​ລົງ​ມາ, ຈາກ​ນັ້ນ​ປະມານ 30 ນາທີ​ກວ່າ ຂ້າພະເຈົ້າ​ສັ່ງ​ໃຫ້​ສະຫາຍ ໂສພາ ລົງ​ໄປ​ຫາ​ກອງຮ້ອຍ 15 ເທິງ​ບ້ານ​ເຫຼັກ. ຫຼັງ​ຈາກ​ນັ້ນ​ໄດ້ 2 ມື້ ຂ້າພະເຈົ້າ​ໄດ້​ພາ ສະຫາຍ ອູ​ຄຳ, ສະຫາຍ ປອງ, ສະຫາຍ ຕັ້ງ ຂຶ້ນ​ຕາມ​ສັນພູ​ເລັງ​ທິດ​ບ້ານ​ຄອງ​ຫ່າງ​ຈາກ​ກອງຮ້ອຍ 15 ໄປ​ຕາມ​ປ່າ​ຫຍ້າ​ຄາ, ສະຫາຍ ຕັ້ງ ບໍ່​ກ້າ​ໄປ​ກ່ອນ ຂ້າພະເຈົ້າ​ຈຶ່ງ​ເວົ້າ​ວ່າ: ເຮົາ​ຈະ​ເດີນ​ໜ້າ​ໄປ​ກ່ອນ​ພວກ​ສະຫາຍ ຖ້າ​ເຮົາ​ເຕະ​ມິ່ນ​ທີ່​ສັດຕູ​ຫ້າງ​ໄວ້ ເຮົາ​ຈະ​ສັ່ງ​ໃຫ້​ບັນດາ​ສະຫາຍ​ມູບ​ລົງ​ເນີ! ຫ່າງ​ຈາກ​ບ່ອນ​ນັ້ນ​ປະມານ 500 ແມັດ ເຮົາ​ກໍ່​ເຕະ​ມິ່ນ​ແທ້​ແຕ່​ໂຊກ​ດີ​ມິ່ນ​ບໍ່​ແຕກ ເມື່ອ​ໄປ​ຮອດ​ປ້ອມ​ສັດຕູ ເຫັນ​ແຕ່​ເປົາ​ເຂົ້າ​ສອງ​ເປົາ​ປະ​ໄວ​ປ້ອມ​ນັ້ນ ພວກ​ມັນ​ໄດ້​ຖອຍ​ໜີ​ໄປ​ທິດ​ບ້ານ​ຟາດ​ໝົດ​ແລ້ວ. ສັດຕູ​ປິດ​ລ້ອມ​ພວກ​ເຮົາ​ໃນ​ບັ້ນ​ຮົບ​ກູ້​ກຽດ​ຢູ່​ພູ​ເລັງ​ແຕ່​ຕົ້ນ​ເດືອນ​ສິງຫາ​ຈົນ​ເຖິງ​ເດືອນ​ກຸມພາ 1970, ມື້​ປົດ​ປ່ອຍ​ທົ່ງ​ໄຫ​ຫີນ​ຄັ້ງ​ສຸດ​ທ້າຍ​ລວມ​ເປັນ​ເວລາ 7 ເດືອນ. ດ້ວຍ​ການ​ສູ້​ຮົບ​ຂອງ​ກຳລັງ​ພວກ​ເຮົາ​ສາມາດ​ຕີ​ຕ້ານ​ດັບ​ສູນ​ພວກ​ມັນ​ໄດ້​ຢ່າງ​ອົງອາດ​ກ້າຫານ. ຈາກ​ຜົນງານ​ດັ່ງກ່າວ ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ໄດ້​ສັ່ງ​ໃຫ້​ເຮົາ​ພັກຜ່ອນ​ໃນ​ການເຄື່ອນໄຫວ​ສູ້​ຮົບ​ເປັນ​ເວລາ 1 ເດືອນ ຍ້ອນ​ຂ້າພະເຈົ້າ​ໄດ້​ກິ້ງເກືອກ​ລີເລືອ​ໃນ​ສະໜາມ​ສູ້​ຮົບ​ມາ​ຫຼາຍ​ແລ້ວ. ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ໄດ້​ແນະນຳ​ໃຫ້​ຂ້າພະເຈົ້າ ສະຫຼຸບ​ຜົນງານ​ການເຄື່ອນໄຫວ​ສູ້​ຮົບ​ຂອງ​ກອງພັນ​ນ້ອຍ​ປະສົມ​ແນວ​ລາວ​ຮັກ​ຊາດ ແລະ ກຳລັງ​ເປັນກາງ​ຮັກ​ຊາດ ພ້ອມ​ກັບ​ກຳລັງ​ຫຼວງ, ກຳລັງ​ທະ​ຫາ​ອາສາ​ສະໝັກ​ຫວຽດນາມ ສາມາດ​ປົດ​ປ່ອຍ​ທົ່ງ​ໄຫ​ຫີນ​ໄດ້​ຢ່າງ​ສົມບູນ.ສາມາດ​ຕີ​ສັດຕູ​ທັງ​ໝົດ 51 ຄັ້ງ, ຂ້າ​ຕາຍ​ກັບ​ທີ 81 ຄົນ, ບາດເຈັບ 217 ຄົນ. ບັ້ນ​ປ້ອງ​ກັນ ທ່ານ ສີ​ສະຫວາດ ແກ້ວ​ບຸນ​ພັນ ແລະ ຄະນະ​ພັກ​ທະຫານ​ເຂດ​ຊຽງ​ຂວາງ ອອກ​ຈາກ​ເມືອງ​ສຸຍ ແລະ ພູ​ເລັງ​ກັບ​ຄືນ​ຖານ​ທີ່​ໝັ້ນ​ຢ່າງ​ປອດ​ໄພ. ເດືອນ ຕຸລາ 1972 ທ່ານ ເຂັມ​ພອນ ຄະນະ​ພັກ​ການ​ທະຫານ​ເຂດ ມອບ​ໃຫ້​ຂ້າພະເຈົ້າ​ນຳພາ​ອ້າຍ​ນ້ອງ​ເຄ​ມີ 7 ສະຫາຍ ໄປ​ຫາ ທ່ານ ບຸນ​ທອນ ຈິດ​ວິລະ​ພົນ ຢູ່​ພູ​ປ່າ​ລັນ ພາກ​ນ້ຳ​ຈັດ ເມື່ອ​ໄປ​ຮອດ​ຕີນ​ພູ​ຈອມ​ທົວ​ແລ້ວ, ພວກ​ເຮົາ​ໄດ້​ຂຸດ​ຂຸມ​ຄອງ​ລີ້​ຍົນ 2 ຈຸດ, ຈຸດ​ທີ 1 ໃຫ້​ຄະນະ​ພັກ​ທະຫານ​ເຂດ, ຈຸດ​ທີ 2 ໃຫ້ ທ່ານ ສີ​ສະຫວາດ ແກ້ວ​ບຸນ​ພັນ ຫົວໜ້າ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ສູງ​ສຸດ ທີ່​ລົງ​ມາ​ແຕ່​ຊຳ​ເໜືອ​ບັນຊາ​ດ້ານ​ຮົບ​ບຸກ​ຕີ​ເຂົ້າ​ເຂດ​ພູ​ສູງ, ພູ​ຄູນ, ມົກ​ລັງ​ຈັງ, ກິວ​ກະ​ຈຳ, ບັງ​ກະ​ໂລ. ເວລາ​ນັ້ນ​ກອງພັນ​ທີ 1, ກອງພັນ​ທີ 2 ບຸກ​ຕີ​ເຂົ້າ​ເຂດ​ກາສີ, ວັງ​ວຽງ​ໂດຍ​ແມ່ນ ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ເປັນ​ຜູ້​ບັນຊາ, ຄະນະ​ພັກ​ການ​ທະຫານ​ເຂດ ມອບ​ໃຫ້​ຂ້າພະເຈົ້າ​ກັບ ສະຫາຍ ບຸນ​ທອມ ສື່ສານ​ຂຶ້ນ​ຢູ່​ປ້ອມ​ສັງເກດ​ຕິດຕາມ​ສັດຕູ ເພື່ອ​ລາຍ​ງານ​ໃຫ້​ດ້ານ​ຮົບ​ເປັນ​ເວລາ​ສອງ​ມື້​ສອງ​ຄືນ​ພ້ອມ​ກັບ​ຈຸ​ຕິດຕໍ່​ສື່ສານ​ໂດຍ​ແມ່ນ​ທ່ານ ນາງ ທຸມ​ມະນີ ເປັນ​ຫົວໜ້າ​ຈຸ​ສື່ສານ, ສັດຕູ​ໂຈມ​ຕີ​ພວກ​ເຮົາ​ຢ່າງ​ໜັກ​ແຕ່​ສະຫາຍ ບຸນ​ທອມ ບັນຊາ​ສື່ສານ​ໃຊ້​ໄຫວ​ພິກ​ສື່ສານ​ຫຼອກ​ສັດຕູ​ໃຊ້​ຍົນ​ຍິງ​ປົດ​ຄ້າຍ​ຂອງ​ພວກ​ມັນ​ເອງ ເຮັດ​ໃຫ້​ປ້ອມ​ບັນຊາ​ພວກ​ມັນ​ເສຍ​ຫາຍ​ໜັກ ແລ້ວ​ກຳລັງ​ພວກ​ເຮົາ​ຈຶ່ງ​ຖື​ເອົາ​ກາລະ​ໂອກາດ​ນັ້ນ​ຍຶດ​ເຂດ​ສາລາ​ພູ​ຄູນ, ບັງ​ກະ​ໂລ​ໄດ້​ຢ່າງ​ມີ​ໄຊ. ເດືອນ​ພະຈິກ 1972 ໄດ້​ຮັບ​ຄຳ​ສັ່ງ​ຈາກ ທ່ານ ເຂັມ​ພອນ ໃຫ້​ຂ້າພະເຈົ້າ​ປ້ອງ​ກັນ ທ່ານ ສີ​ສະຫວາດ ແກ້ວ​ບຸນ​ພັນ ກັບ​ຄືນ​ພູ​ເລັງ​ມາ​ຢູ່​ຂຸມ​ຄອງ​ລີ້​ຍົນ​ຂອງ ທ່ານ ສິງກະໂປ ສີ​ໂຄດ​ຈຸນ​ລະ​ມະນີ. ເວລາ​ມາ​ຮອດ​ໜອງ​ຕັ້ງ​ເຊິ່ງ​ໜ້າ​ຕີນ​ພູ​ກູດ​ຈອມ​ເຫຼັກ ຖືກ​ຍົນ​ເບ 52 ຍິງ​ຕາມ​ເສັ້ນທາງ​ຂະໜານ​ລັດ​ໜ້າ​ພວກ​ເຮົາ​ປະມານ 200 ກວ່າ​ແມັດ. ຫຼັງ​ຈາກ​ສຽງ​ໝາກ​ໂບມ​ແຕກ​ໝົດ​ແລ້ວ, ຂ້າພະເຈົ້າ​ໄດ້​ເວົ້າ​ນຳ​ເພີ່ນ​ວ່າ ບໍ່​ມີ​ຫຍັງ​ແລ້ວ​ສະພາບ​ປົກ​ກະ​ຕີ, ພວກ​ເຮົາ​ເດີນທາງ​ຕໍ່ ແລະ ມຸ້ງ​ໜ້າ​ເຂົ້າ​ໄປ​ທາງ​ບ້ານ​ນາ​ນີວ​ພູ​ເລັງ. ເມື່ອ​ໄປ​ຮອດ​ເຂດ​ບ້ານ​ນາ​ນິ​​ີວ, ຂ້າພະເຈົ້າ​ເວົ້າ​ນຳ ທ່ານ ສີ​ສະຫວາດ ແກ້ວ​ບຸນ​ພັນ ວ່າ: ໃຫ້​ທ່ານ​ພັກ​ເຊົ່າ​ຢູ່​ເຂດ​ນີ້​ກ່ອນ​ເພາະວ່າ​ຕາມ​ເສັ້ນທາງ​ເຂດ​ດັ່ງກ່າວ​ແມ່ນ​ມີ​ຍົນ​ຂອງ​ສັດຕູ​ມາ​ຖິ້ມ​ລະເບີດ​ເວລາ 4-7ໂມງ​ເຊົ້າ ແລະ 17 ໂມງ​ແລງ​ຮອດ 22 ໂມງ​ທຸກ​ມື້, ດັ່ງນັ້ນ ເພື່ອ​ຄວາມ​ປອດ​ໄພ​ໃຫ້​ຄະນະ​ພວກ​ເຮົາ​ຕິດຕາມ​ສະພາບ​ກ່ອນ​ຈຶ່ງ​ສືບຕໍ່​ເດີນທາງ​ເຂົ້າ​ສູນ​ບັນຊາ ເມື່ອ​ພວກ​ເຮົາ​ໄປ​ຮອດ​ພູ​ເລັງ​ສູນ​ບັນຊາ​ແລ້ວ, ທ່ານ ກໍ່​ເວົ້າ​ກັບ​ຂ້າພະເຈົ້າ​ວ່າ: ສະຫາຍ​ນີ້​ເກັ່ງ​ຫຼາຍ ກຳ​ສະພາບ​ຮາກ​ຖານ​ປະຊາຊົນ ແລະ ຈຸດ​ທີ່​ຍົນ​ຂອງ​ສັດຕູ​ຖິ້ມ​ລະເບີດ​ໄດ້​ດີ ສົມ​ແລ້ວ​ທີ່​ເປັນ​ນັກຮົບ​ປະຕິວັດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ