ວິທະຍາຄານ ນາຍທະຫານບົກ ກົມມະດຳ ເປີດຊຸດຮຽນບຳລຸງໃຫ້ພະນັກງານນຳພາ-ບັນຊາ ລະບົບ 6 ເດືອນ
ເວລາອອກຂ່າວ: 2023-02-02 08:33:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 191 | ຄວາມນິຍົມ:
ວັນທີ 31 ມັງກອນ 2023 ນີ້, ວິທະຍາຄານ ນາຍທະຫານບົກ ກົມມະດຳ ໄດ້ຈັດຕັ້ງເປີດຊຸດຮຽນບຳລຸງໃຫ້ແກ່ພະນັກງານສາຍນຳພາ-ບັນຊາລະບົບ 6 ເດືອນຊຸດທີ 9 ຂຶ້ນ. ໂດຍການ ເປັນປະທານຂອງ ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນເອກ ບົວໄລ ສີລັກສາ ຫົວໜ້າການທະຫານ ວິທະຍາຄານ ນາຍທະຫານບົກ ກົມມະດຳ, ມີຄະນະພັກ-ຄະນະບັນຊາ, ມີບັນດາກົມອ້ອມຂ້າງກະຊວງປ້ອງກັນປະເທດ, ຄະນະຫ້ອງ, ພະແນກການ, ຄະນະວິຊາຄູ, ກອງພັນ, ພະນັກງານຫຼັກແຫຼ່ງນັກຮຽນ-ນັກສຶກສາ ເຂົ້າຮ່ວມ.
ສະຫາຍ ພັນໂທ ພອນສະຫວັນ ສີບຸນເຮືອງ ຮອງຫົວໜ້າຫ້ອງ ອົບຮົມ-ກໍ່ສ້າງ ວິທະຍາຄານ ນາຍທະຫານບົກ ກົມມະດຳ ໄດ້ຜ່ານແຜນການເປີດຮຽນຊຸດທີ 9 ໂດຍປະຕິບັດຕາມຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອະນຸມັດໃຫ້ ວິທະຍາຄານ ນາຍທະຫານບົກ ກົມມະດຳ ເປີດຊຸດຮຽນ ບຳລຸງໃຫ້ພະນັກງານນຳພາ-ບັນຊາຂັ້ນກອງຮ້ອຍ, ກອງພັນ ລະບົບ 6 ເດືອນຊຸດທີ 9 ປະຈຳ ປີ 2022-2023 ໃຫ້ມີຄຸນນະພາບສູງ ເຊິ່ງມີນັກຮຽນເຂົ້າບຳລຸງ ຈຳນວນ 60 ສະຫາຍ. ໃນນີ້, ໄດ້ແບ່ງອອກເປັນ 2 ສາຍຄື: ສາຍ ນຳພາ 30 ສະຫາຍ ແລະ ສາຍບັນຊາ 30 ສະຫາຍ, ພ້ອມທັງແບ່ງອອກເປັນ 3 ກຸ່ມຄວາມຮູ້ຄື: ກຸ່ມຄວາມຮູ້ດ້ານວິຊາລວມ 238 ຊົ່ວໂມງ ເທົ່າກັບ 22,36%, ກຸ່ມຄວາມຮູ້ດ້ານວິຊາສະເພາະ 336 ຊົ່ວໂມງ ເທົ່າກັບ 9,87%, ສາຍບັນຊາມີ 3 ກຸ່ມຄວາມຮູ້ຄື: ກຸ່ມຄວາມຮູ້ດ້ານວິຊາລວມ 168 ຊົ່ວໂມງ ເທົ່າກັບ 15,79%, ກຸ່ມ ຄວາມຮູ້ດ້ານວິຊາສະເພາະ 406 ຊົ່ວໂມງ ເທົ່າກັບ 38,16%, ໂຄງການທ້າຍຊຸດຮຽນ 105 ຊົ່ວໂມງ ເທົ່າກັບ 9,87%. ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ພະນັກງານ ບັນຊາ-ນຳພາໃນກຳລັງປະກອບອາວຸດຢູ່ໃນກຳລັງຫຼວງ ກຳລັງທ້ອງຖິ່ນກຳແໜ້ນ ແລະ ມີປະສິດທິພາບສູງທາງດ້ານທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງໄປພ້ອມກັນ ແລະ ທັງເປັນການພັດທະນາໂຄງການຫຼັກສູດການຮຽນ-ການສອນຂອງວິທະຍາຄານໃຫ້ມີຄຸນນະພາບ ແລະ ເຂັ້ມແຂງດ້ານການເມືອງ-ການທະຫານສູງຂຶ້ນເລື້ອຍໆ.
ໂອກາດນີ້ ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ໄດ້ໂອ້ລົມ ແລະ ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາແຕ່ລະຂັ້ນຈົ່ງເອົາໃຈໃສ່ໃນການຊີ້ນຳ-ນຳພາ ແລະ ເນັ້ນໝັກໃຫ້ຄູ-ອາຈານ, ນັກຮຽນທຸກສະຫາຍຈົ່ງພ້ອມກັນຕັ້ງໜ້າຂຶ້ນຫ້ອງປະຕິບັດຕາມໂຄງການຫຼັກສູດການຮຽນ-ການສອນໃຫ້ເຂັ້ມງວດ, ນັກຮຽນຕ້ອງພ້ອມກັນຮ່ຳຮຽນຫັດແອບເອົາ ວິຊາສິລະປະຍຸດ-ຍຸດທະວິທີນຳ ຄູ-ອາຈານໃຫ້ແໜ້ນ, ເພື່ອນຳໄປຈັດຕັ້ງໝູນໃຊ້ເຂົ້າໃນໜ້າທີ່ການ ເມືອງຢູ່ກົມກອງຂອງຕົນໃຫ້ບັນລຸໝາກຜົນສູງ.
ໂດຍ: ລຸນທອງ ສີບຸນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ