ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບ-ຮັບ​ເຄື່ອງ​ອຸປະກອນ​ການ​ແພດ
ເວລາອອກຂ່າວ: 2023-02-02 08:42:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 42 | ຄວາມນິຍົມ:



ຕອນ​ເຊົ້າ​ຂອງ​ວັນ​ທີ 26 ມັງກອນ 2023 ​ນີ້, ທີ່​ສູນ​ສະ ໜອງ-ອຸປະກອນ​ການ​ແພດ ບ້ານ​ຊຽງ​ດາ. ທ່ານ ​ດຣ ນາງ ຜາ​ສຸກ ວົງ​ວິຈິດ ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ປະທານ​ສະຫະພັນ​ແມ່ຍິງ​ກະຊວງ​ສາທາລະນະ​ສຸກ ພ້ອມ​ດ້ວຍ​ຄະນະ ໄດ້​ນຳ​ເອົາ​ເຄື່ອງ​ອຸປະ ໂພກ (ຕຽງ​ນອນ​ພັບ​ໝອນ ແລະ ຜ້າ​ຫົ່ມ) ລວມ​ມູນ​ຄ່າ​ທັງ​ໝົດ 332.326.000 ກີບ ມອບ​ໃຫ້​ສະຫະພັນ​ແມ່ຍິງ ​ກະຊວງ​ປ້ອງ​ກັນ​ປະເທດ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບປະຊາຊົນ​ລາວ ຄົບຮອບ 74 ປີ ( 20 ມັງກອນ 1949-20 ມັງກອນ 2023), ຮັບ​ໂດຍ ສະຫາຍ ພັນ​ເອກ ນາງ ໄພ​ວອນ ອິນ​ທະ​ບຸດ ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ຫົວໜ້າ​ຫ້ອງການ​ສະຫະພັນ​ແມ່ຍິງ​ກອງທັບ ພ້ອມ​ດ້ວຍ​ຄະນະ, ເຄື່ອງ​ທີ່​ໄດ້​ຮັບ​ໃນ​ຄັ້ງ​ນີ້​ ຈະ​ໄດ້​ນຳໄປ​ມອບ​ໃຫ້​ບັນດາ​ຈຸດ​ສຸມ ແລະ ບັນດາ​ກົມ​ກອງ​ຢູ່​ເຂດ​ທຸລະກັນດານ​ຫ່າງ​ໄກ​ສອກຫຼີກ. (ຂ່າວ ແລະ ຮູບ​ພາບ: ຈາກ​ຫ້ອງ ການ​ສະຫະພັນ​ແມ່ຍິງ​ກອງທັບ)



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ