ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຊີນຊວນ​ທ່ຽວ​ຊົມ​ງານ​ວາງສະແດງ​ສິນຄ້າ​ຜະລິດ​ຕະ​ພັນ​ລາວ
ເວລາອອກຂ່າວ: 2023-02-02 08:43:07 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 58 | ຄວາມນິຍົມ:



30 ມັງກອນ 2023 ນີ້, ທີ່ສະພາ​ການ​ຄ້າ ແລະ ອຸດສາ ຫະກຳ​ແຫ່ງ​ຊາດ​ລາວໄດ້​ຈັດ​ງານ​ພິທີ​ຖະ​ແຫຼ່ງ​ຂາວງານ​ວາງ ສະແດງ​ຜະລິດ​ຕະ​ພັນ​ລາວ ປະ ຈຳ​ປີ 2023, ໃຫ້​ກຽດ​ການ​ເປັນ​ປະທານ​ໂດຍ​ ທ່ານ ໄຊ​ສົມ ເນັດ ນໍລະ​ນີງ ຫົວໜ້າ​ກົມ​ສົ່ງເສີມ​ ການ​ຄ້າ​ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ​ມີ ທ່ານ ນາງ ຈັນ ທະ​ຈອນ ວົງ​ໄຊ ຮອງ​ປະທານ ສະພາ​ການ​ຄ້າ ແລະ ອຸດສາຫະ ກຳ​ແຫ່ງ​ຊາດ​ລາວ (​ສຄອຊ) ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ທ່ານ ນາງ ຈັນທະ​ຈອນ ວົງ​ໄຊ ຮອງ​ປະທານ ​ສຄອຊ ຜູ້​ຊີ້​ນຳ​ວຽກ​ງານ​ວາງສະແດງໄດ້ ໃຫ້​ຮູ້​ວ່າ​: ສະພາ​ການ​ຄ້າ ແລະ ອຸດສາຫະກຳແຫ່ງ​ຊາດ​ລາວ ຮ່ວມ​ກັບສະພາ​ການ​ຄ້າ ແລະ ອຸດສາຫະກຳແຂວງຈຳປາ​ສັກ ແລະ ​ສຄອ ແຂວງ​ທົ່ວ​ປະເທດ ຈະໄດ້​ຈັດງານຜະລິດ​ຕະ​ພັນ​ລາວ ປະຈຳ​ປີ 2023 ເຊິ່ງ​ຈະ​ຈັດຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 10-19 ກຸມ ພາ 2023 ທີ່​ສູນ​ວາງສະແດງ​ສິນຄ້າ​ ລາວ-ໄອ​ເຕັກ, ງານ​ວາງ ສະແດງ​ຜະລິດ​ຕະ​ພັນ​ລາວ​ໄດ້​ຈັດ​ຂຶ້ນ​ຄັ້ງ​ທຳ​ອິດ ໃນ​ປີ 2011 ຈົນ​ເຖິງ​ປັດຈຸບັນ ແລະ ປີ​ນີ້ ​ສຄອ ແຂວງຈຳປາ​ສັກ ເປັນ​ເຈົ້າພາບ​ຮ່ວມ​ຫຼັກ​ໃນ​ການ​ຈັດ​ງານ, ເຊິ່ງ​​ສຄອ ແຂວງຈຳປາ​ສັກ ຈະ​ໄດ້​ມີ​ ການ​ອອກ​ແບບ​ຕົບແຕ່ງເປັນພິ ເສດ ແລະ ສວຍ​ງາມ​ເພື່ອ​ສື່ໃຫ້​ ເຫັນວິທີ​ຊີວິດ​ການ​ເປັນ​ຢູ່, ຮີດ ຄອງ​ປະເພນີ, ວັດທະນະທຳ​ທີ່​ສວຍ​ງາມ ແລະ ບັນດາ​ແຫຼ່ງ ທ່ອງ​ທ່ຽວ​ຕ່າງໆທາງ​ດ້ານວັດ ທະນະທຳ ແລະ ທຳ​ມະ​ຊາດທີ່​ ຕິດ​ພັນ​ກັບ​ການ​ດຳລົງ​ຊີວິດຂອງ​ຊາວແຂວງ​ຈຳປາ​ສັກ ນອກ ຈາກນັ້ນ, ​ຍັງ​ໄດ້​ເຫັນ​ເຖິງ​ການ​ຂະຫຍາຍຕົວ​ທາງ​ດ້ານ​ເສດ​ກິດ ບໍ່​ວ່າ​ຈະ​ເປັນ​ເຂດ​ເສດຖະກິດ​ພິ ເສດ ແລະ ສະຖານທີ່​ທ່ອງ​ທ່ຽວ​ທາງ​ທຳມະ​ຊາດ​ທີ່​ສວຍ​ງາມ ແລະ ສິນຄ້າ​ອື່ນໆທີ່​ເປັນ​ທ່າແຮງ​ຂອງ​ແຂວງຈຳປາ​ສັກ, ງານ​ວາງສະແດງ​ໃນ​ຄັ້ງ​ນີ້ ໄດ້​ຮັບ​ການ​ສະໜັບສະໜູນ​ຫຼັກ​ຈາກ​ຄູ່​ຮ່ວມ​ຍຸດ​ທະ​ສາດ ຈາກ 2 ບໍລິສັດ​ຄື: ບໍລິສັດປີ​ໂຕຣ​ລ້ຽມ​ເທຣດ​ດິງ​ ລາວມະຫາຊົນ ແລະ ບໍລິສັດເບຍ​ລາວ, ນອກຈາກ​ນັ້ນ​ ກໍ​ມີບັນດາ​ບໍລິສັດ ແລະ ໂຄງການທີ່​ໃຫ້ການ​ສະໜັບສະໜູນງານ​ອີກ​ດ້ວຍ. ຈຸດປະສົງ​ຫຼັກ​ໃນ​ການ​ຈັດງານ ​ໃນ​ປີ​ນີ້ ເພື່ອ​ຊຸກຍູ້​ສົ່ງເສີມ​ໃຫ້​ຄົນ​ລາວ​ຫັນ​ມາ​ນຳ​ໃຊ້​ຜະລິດ​ຕະ​ພັນ​ລາວ​ໃຫ້​ຫຼາຍ​ຂຶ້ນ ພ້ອມດຽວກັນ​ ນັ້ນ​ ກໍເປັນ​ການ​ປຸກລະດົມ​ຂົນ ຂວາຍ​ເພີ່ມ​ທະວີ​ການ​ຜະລິດ​ໃນ​ລະດັບ​ຄອບຄົວ​ໃຫ້​ກາຍເປັນ​ສິນ ຄ້າທີ່​ສາມາດ​ສ້າງ​ລາຍ​ຮັບໃຫ້​ແກ່​ຄອບຄົວ​ໄດ້, ອີກ​ທັງ​ເພື່ອສົ່ງ ເສີມ​ການ​ຜະລິດ​ຂະໜາດ​ນ້ອຍ ໃຫ້​ກ້າວ​ສູ່​ຂະໜາດ​ກາງ ແລະ ໃຫ້​ກາຍເປັນ​ຂະໜາດ​ໃຫຍ່ ໃຫ້ ກາຍເປັນ​ອຸດສາຫະກຳ​ການ​ຜະ ລິດ​ທາງ​ດ້ານ​ປະລິມານ ແລະ ຄຸນ​ນະ​ພາບ​ໄດ້​ມາດຕະຖານ ທີ່​ພຽບ​ພ້ອມ​ແຂ່ງຂັນ​ຈຳໜ່າຍ ຕະຫຼາດ​ພາຍ​ໃນ​ ແລະ​ ສົ່ງ​ມາ ​ຫຼື​ ສູ່​ສາກົນ​ໄດ້, ພ້ອມ​ດຽວ​ກັນ, ການ​ຈັດ​ງານ​ໃນ​ຄັ້ງ​ນີ້ ຍັງ​ຈະ​ເປັນ​ການ​ເປີດ​ໂອກາດ​ໃຫ້​ບັນດາ​ຫົວ ໜ່ວຍ​ທຸລະ​ກິດ​ທີ່​ກຳລັງ​ຊອກ​ຫາ​ຄູ່​ຄ້າ​ໃໝ່ໆ ແລະ ຕ້ອງການ​ເປີດ​ຕົວ​ສິນຄ້າ ແລະ ບໍລິການ​ໃໝ່ໆ​ຂອງ​ບໍລິສັດໃຫ້​ບັນດາ​ແຂກ​ທີ່ມາ​ຊົມ​ງານ​ທັງ​ພາຍ​ໃນ ແລະ ສາ ກົນ​ໄດ້​ຮັບ​ຊາບ, ອີກ​ທັງ​ຍັງ​ເປັນ​ການ​ແລກປ່ຽນ​ຄວາມ​ຮູ້, ເຕັກນິກ​ດ້ານ​ວິຊາ​ການ, ວິທີ​ການຜະລິດ ເພື່ອ​ນຳ​ມາ​ພັດທະນາ​ການ​ຜະລິດ​ສິນຄ້າ​ຂອງ​ຕົນ. ພ້ອມ​ທັງ​ເປັນ​ການ​ໂຄສະນາ​ຄວາມ​ອຸດົມສົມ ບູນ​ທາງ​ດ້ານ​ຮີດຄອງປະເພນີ-ວັດທະນະທຳ, ການ​ຄ້າ-ການ​ລົງທຶນ, ສະຖານທີ່​ທ່ອງ​ທ່ຽວ ແລະ ອື່ນໆ ທີ່​ເປັນ​ເອກະລັກຂອງ​ແຂວງ​ທີ່​ເປັນ​ເຈົ້າພາບ​ຮ່ວມຈັດ​ງານຕະຫຼອດ​ເຖິງ​ທຸກ​ແຂວງ​ທີ່​ເຂົ້າ​ຮ່ວມ​ງານ​ໃນ​ຄັ້ງ​ນີ້​ອີກ​ດ້ວຍ. ງານ​ວາງສະແດງ​ໃນ​ຄັ້ງ​ນີ້ ມີ​ຫຼາກ​ຫຼາຍ​ຜະລິດ​ຕະ​ພັນ, ຜະລິດ ແລະ ປະກອບຢູ່ ​ສປປ ລາວ, ເຂົ້າ​ຮ່ວມ​ຫຼາຍ​ກວ່າ 200 ຫ້ອງ​ວາງສະແດງຈາກ​ຫຼາຍ​ກວ່​​າ 130 ຜູ້​ປະກອບ​ການ ແລະ ຫົວ ໜ່ວຍ​ທຸລະ​ກິດ ແລະ ມີ​ຫຼາກ​ຫຼາຍ​ຂະແໜງການ ​ເຊັ່ນ:1. ຂະແໜງ ຜະລິດ​ຕະ​ພັນສິນຄ້າ​ໜຶ່ງ​ເມືອງ​ໜຶ່ງ​ຜະລິດ​ຕະ​ພັນ (ໂອ​ດັອບ) 2. ຂະແໜງ ຜະລິດ​ຕະ​ພັນ ເມດ​ອີນ​ລາວ 3. ຂະແໜງຜະລິດ​ຕະ​ພັນຫັດຖະ​ກຳ 4. ຂະແໜງຜະ ລິດ​ຕະ​ພັນອາຫານ ແລະ ເຄື່ອງ​ດື່ມ 5. ຂະແໜງຜະລິດ​ຕະ​ພັນ​ອຸດສາຫະກຳ 6. ຂະແໜງຜະລິດ​ຕະ​ພັນໄອ​ທີ, ຂົນສົ່ງ, ທະນາຄານ ແລະ ການ​ບໍລິການ 7. ຂະແໜງ ຜະລິດ​ຕະ​ພັນ​ລາວ ຫັດຖະກຳ​ໄມ້ ປ່ອງ 8. ຂະແໜງຜະລິດ​ຕະ​ພັນ ເຟີ້​ນີ​ເຈີ 9. ຂະແໜງ ຜະລິດ​ຕະ​ພັນກະສິກຳ. ນອກຈາກ​ນີ້​ ພາຍ​ໃນ​ງານມີ​ ຫຼາກ​ຫຼາຍ​ກິດຈະກຳ​ເຊັ່ນ​ໃຫ້​ຄວາມ​ຮູ້, ງານ​ພົບ​ປະ​ທຸລະ​ກິດ, ກິດຈະກຳ​ແຈກ​ຂອງ​ລາງວັນ ແລະ ກິດຈະກຳ​ບັນເທີງ​ອື່ນ​​ໆ​ຕະ ຫຼອດ​ໄລຍະ​ການ​ຈັດ​ງານ. ໂດຍ: ບຸນ​ຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ