ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຊາວ​ຝຣັ່ງ​ຫຼາຍ​ລ້ານ​ຄົນ​ພາກັນ​ເດີນ​ຂະ​ບວນ​ປະ​ທ້ວງ​ການ​ປະຕິ​ຮູບ​ເງິນ​ບຳນານ
ເວລາອອກຂ່າວ: 2023-02-02 08:44:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



ສຳນັກ​ຂ່າວ​ຫວຽດນາມ​ນິວ​ລາຍ​ງານ​ວັນ​ທີ 1 ກຸມພາ​ນີ້​ວ່າ: ຢູ່​ນະຄອນຫຼວງ​ປາ​ຣີ ປະຊາຊົນ​ຝຣັ່ງ ປະມານ​ກວ່າ 1,1 ລ້ານ​ຄົນ ​ໃນ​ນັ້ນ​ລວມ​ມີ​ສະຫະພັນ​ແຮງ​ງານ​ໃຫຍ່ 8 ແຫ່ງ​ຂອງ​ຝຣັ່ງ ໄດ້​ເດີນ​ຂະ​ບວນ​ໃນ​ວັນ​ທີ 31 ມັງກອນ​ທີ່​ຜ່ານ​ມາ, ​​ການ​ປະ​ທ້ວງ​ດັ່ງກ່າວ​ເພື່ອ ຄັດຄ້ານ​ຮ່າງ​ກົດໝາຍ​ປະຕິ​ຮູບ​ເງິນ​ບຳນານ​ຂອງ​ລັດຖະບານ​ທີ່​ຫາ​ກໍ​ປະກາດ​ໃຊ້​ໃນ​ກາງ​ເດືອນ​ມັງກອນ​ທີ່​ຜ່ານ​ມາ. ການ​ເດີນ​ຂະ​ບວນ​ການ​ປະ​ທ້ວງ​ຄັ້ງນີ້​ໄດ້​ເຮັດ​ໃຫ້​ລະບົບ​ການ​ຈະ​ລາຈອນ​ຕິດ​ຂັດ​ຢ່າງ​ໜັກ ໜ່ວງ​ເປັນຕົ້ນ​ແມ່ນ ລົດເມ ແລະ ລົດໄຟ​ໃຕ້​ດິນ​ໃນ​ຕົວ​ເມືອງ​ປະຕິ ບັດ​ງານ​ໃນ​ລະດັບ​ໜຶ່ງ​ສ່ວນ​ສາມ​ຂອງ​ຄວາມ​ສາມາດ​ປົກກະຕິ​ຂອງ​ຕົນ, ໃນ​ຂະນະ​ທີ່​ໜຶ່ງ​ສ່ວນ​ຫ້າ​ຂອງ​ຖ້ຽວ​ບິນ​ຢູ່​ສະໜາມ​ບິນ​ໃຫຍ່​ໃນ​ປະເທດ​ກໍ ໄດ້​ຖືກ​ເລື່ອນ ແລະ ຍົກເລີກ. ປັດຈຸບັນ ຕຳຫຼວດ​ປະມານ 11 ພັນ​ຄົນ ໄດ້​ຖືກ​ສົ່ງ​ໄປ​ປ້ອງ​ກັນ​ການ​ເດີນ​ຂະ​ບວນ​ດັ່ງກ່າວ​ເພ​​ື່ຶອ​ບໍ່​ໃຫ້​ກາຍເປັນ​ການ​ຈະລາຈົນໂດຍ ການທຳລາຍ, ຈູດເຜົາພາຫະ ນະ, ອາຄານສະຖານທີ່ ລວມ ທັງຮ້ານຄ້າທີ່ເປັນຊັບສິນຂອງ ລັດ ແລະ ຂອງສ່ວນບຸກຄົນ ດັ່ງເຄີຍເກີດຂຶ້ນເລື້ອຍໆໃນໄລ ຍະຜ່ານມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ