ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຣັດ​ເຊຍ​ວາງ​ມາດ​ຕະການ​ເພື່ອ​ຕ້ານ​ການ​ຈຳກັດ​ ລາຄາ​ນ້ຳມັນ​ເຊື້ອ​ໄຟ​ຂອງ​ປະເທດ​ຕາເວັນຕົກ
ເວລາອອກຂ່າວ: 2023-02-02 08:45:20 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:



ສຳນັກ​ຂ່າວຕາດ ລາຍ​ງານ​ໃນ​ວັນ​ທີ 1 ກຸມພາ​ນີ້​ວ່າ: ເວັບ​ໄຊ​ຂໍ້​ມູນ​ດ້ານ​ກົດໝາຍ​ຂອງ​ຣັດ​ເຊຍ​ໄດ້​ເປີດເຜີຍ​ເອກະສານ​ກົດໝາຍ​ສະບັບ​ໜຶ່ງ ເຊິ່ງ​ມີ​ເນື້ອ​ໃນ​ ເພື່ອ​ປະຕິບັດ​ດຳລັດ​ຂອງ ​ທ່ານ ​ວະ​ລາ​ດີ​ເມຍ ປູ​ຕິນ ປະທານາທິບໍດີ​ຣັດ​ເຊຍ​ທີ່​ລົງ​ນາມ​ໃນ​ເມື່ອ​ກ່ອນ, ເພື່ອ​ຕອບ​ໂຕ້​ປະເທດ​ຕາເວັນຕົກ​ທີ່​ວາງ​ມາດ​ຕະການ​ຈຳກັດ​ລາຄາ​ນ້ຳມັນ​ເຊື້ອ​ໄຟ ແລະ​ຜະລິດ​ຕະ​ພັນ​ນ້ຳມັນ​ເຊື້ອ​ໄຟ​ຂອງ​ຣັດ​ເຊຍ. ດຳລັດ​ດັ່ງກ່າວ​ລະບຸ​ວ່າ: ບຸກຄົນ ຫຼື​ນິຕິບຸກຄົນ​ທີ່​ສົ່ງ​ອອກ​ນ້ຳມັນ​ເຊື້ອ​ໄຟ ແລະ​ຜະລິດ​ຕະ​ພັນ​ນ້ຳມັນ​ເຊື້ອ​ໄຟ​ຂອງ​ຣັດ​ເຊຍ ມີ​ພາລະ​ໜ້າທີ່​ຕິດຕາມ​ວ່າ ໃນ​ຕ່ອງ​ໂສ້​ການ​ສະໜອງ​ມີ​ການ​ກະທຳ​ທີ່​ນຳ​ໃຊ້​ກົນ​ໄກ​ຈຳກັດ​ລາຄາ​ຫຼື​ບໍ. ຖ້າ​ພົບ​ເຫັນ​ມີ​ການ​ກະທຳ​ດັ່ງກ່າວ, ຕ້ອງ​ແຈ້ງ​ໃຫ້​ດ່ານ​ພາສີ​ຣັດ​ເຊຍ ແລະ​ກະຊວງ​ພະລັງງານ​ຣັດ​ເຊຍ​ຮັບ​ຮູ້​ພາຍ​ໃນ​ເວລາ​ກຳນົດ ແລະ​ໃຫ້​ມີ​ການ​ດັດແປງ. ກ່ອນ​ໜ້າ​ນັ້ນ​ຣັດ​ເຊຍ​ປະຕິເສດ​ຮ່ວມ​ມື​ກັບ​ບໍລິສັດ​ການ​ຄ້າ​ທີ່​ປະຕິບັດ​ມາດ​ຕະການ​ຈຳກັດ​ລາຄາ​ນ້ຳມັນ​ເຊື້ອ​ໄຟ​ຣັດ​ເຊຍ​ຂອງ​ປະເທດ​ຕາເວັນຕົກ​ບໍ່​ວ່າ​ດ້ວຍ​ຮູບ​ແບບ​ໃດ. ການ​ແຊກ​ແຊງ​ແບບ​ຜິດ​ກົດໝາຍ​ຂອງ​ປະເທດ​ຕາເວັນຕົກ​ຕໍ່​ກົນ​ໄກ​ຕະຫຼາດ ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ ແລະ​ຄວາມ​ໝັ້ນ​ທ່ຽງ​ດ້ານ​ການ​ສະໜອງ​ໃນ​ທົ່ວ​ໂລກ, ປະເທດ​ທີ່​ກ່ຽວຂ້ອງ​ຄວນ​ຮ່ວມ​ກັນ​ພະຍາຍາມ​ດັດແປງ ​ແກ້ໄຂພ້ອມທັງຕ້ານການ​ກະທຳ​ທີ່ບໍ່ສອດຄ່ອງດັ່ງກ່າວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ