ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ ​ໃນ​ປີ 2023 ຈະ​ຫຼຸດ​ລົງ 2,9%
ເວລາອອກຂ່າວ: 2023-02-02 08:46:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ຕາມ​ຂ່າວ​ຫວຽດນາມ​ນິວ​ລາຍ​ງານ​ວັນ​ທີ 1 ກຸມພາ ​ນີ້​ວ່າ: ຕາມ​ບົດ​ລາຍ​ງານ​ຫຼ້າ​ສຸດ​ຂອງ​ອົງການ​ກອງ​ທຶນການ​ເງິນ​ສາ ກົນ (IMF)ໄດ້​ເປີດເຜີຍ​ການ​ຄາດ​ຄະເນ​ເສດຖະກິດ​ໂລກ​ໃນ​ປີ 2023 ໃຫ້​ຮູ້, ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ​ຈະ​ຫຼຸດ​ລົງ ຈາກ 3,4% ໃນ​ປີ 2022 ມາ​ເປັນ 2,9%. ໃນ​ປີ2023, ກ່ອນ​ທີ່​ຈະ​ເພີ່ມ​ຂຶ້ນ​ເປັນ 3.1% ໃນ​ປີ 2024 ເນື່ອງ​ຈາກ​ສະຖານະ​ການ​ຂອງ​ໂລກ​ຍັງ​ສືບຕໍ່​ຜັນ​ແປ​ຢ່າງ​ສັບ​ສົນ​ຍາກ​ທີ່​ຈະ​ຄາດ​ຄະເນ​ໄດ້. ຢ່າງໃດ​ກໍ​ຕາມ, ການ​ຄາດ​ຄະ ເນ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ​ໃນ​ປີ 2023ຄັ້ງ​ນີ້ ຍັງ​ສູງ​ກວ່າ 0.2% ເມື່ອ​ທຽບໃສ່​ການ​ຄາດ​ຄະເນ​ໃນ​ການ​ພິມ​ເຜີຍແຜ່ ໃນ​ເດືອນ​ຕຸລາ 2022. ເຊິ່ງ​ການ​ເຕີບ​ໂຕ​ດັ່ງກ່າວ​ແມ່ນ​ເນ​​ື່ຶອງ​ຈາກ​ລາຄາ ພະລັງງານ​ໃນ​ຕະຫຼາດ​ໂລກ​ໄດ້​ຫຼຸດ​ລົງ​ແລະ​ການ​ເປີດ​ຄືນໃໝ່​ຂອງ​ເສດຖະກິດ​ຂອງ​ຈີນ ອອກ​ຂໍ້​ຈຳກັດ​ທີ່​ເຄັ່ງ​ຄັດ​ເພື່ອ​ສະກັດ​ກັ້ນ​ປ້ອງ​ກັນ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ