ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອິນ​ໂດ​ເນ​ເຊຍ ​ເປັນປະທານ​ໝູນວຽນ​ອາ​ຊຽນ 2023
ເວລາອອກຂ່າວ: 2023-02-02 08:46:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 31 | ຄວາມນິຍົມ:



ພິທີ​ເລີ່ມ​ດຳລົງ​ຕຳແໜ່ງ​ປະທານ​ໝູນວຽນ​ອາ​ຊຽນ 2023 ຂອງ​ອິນ​ໂດ​ເນ​ເຊຍ ແລະ​ກິດຈະກຳ ອື່ນໆ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 29 ມັງກອນ​ນີ້. ທ່ານ​ໂຈ​ໂກ ວີ​ໂດ​ໂດ ປະ​ທາ​ນາ​ທິ​ບໍ​ດິ​ອິນ​ໂດ​ເນ​ເຊຍ ແລະ ຜູ້​ຮັກສາ​ການ​ເຈົ້າແຂວງ​ແຂວງ​ຈາ​ກາ​ຕາ ພ້ອມ​ດ້ວຍ​ທູຕານຸທູດ​ຂອງ​ປະເທດ​ຕ່າງໆ​ປະຈຳ​ອິນ​ໂດ​ເນ​ເຊຍ, ທູຕານຸທູດ​ຂອງ​ປະເທດ​ຕ່າງໆ​ປະຈຳ​ອາ​ຊຽນ ແລະ ຜູ້ ຕາງໜ້າ​ອົງ​ການຈັດຕັ້ງ​ສາກົນ​​ປະຈຳ​ອິນ​ໂດ​ເນ​ເຊຍ ໄດ້​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ. ທ່ານ ​ໂຈ​ໂກ ວີ​ໂດ​ໂດ ປະ​ທາ​ນາ​ທິ​ບໍ​ດິ​ອິນ​ໂດ​ເນ​ເຊຍ ພ້ອມ​ດ້ວຍ​ແຂກ​ຜູ້​ມີ​ກຽດ ໄດ້​ເຂົ້າ​ຮ່ວມ​ການ​ຍ່າງ​ໃນ​ກິດຈະກຳ​ວັນ​ບໍ່​ໃຊ້​ລົດ. ຫຼັງ​ຈາກ​ນັ້ນ, ທ່ານ​ໂຈ​ໂກ ວີ​ໂດ​ໂດ​ໄດ້​ກ່າວ​ຄຳ​ປາ​ໄສ ໂດຍ​ປະກາດ​ຢ່າງ​ເປັນ​ທາງ​ການ​ວ່າ: ອິນ​ໂດ​ເນ​ເຊຍ​ເລີ່ມ​ປະຕິບັດ​ວຽກ​ງານ​ທີ່​ກ່ຽວຂ້ອງ​ເພື່ອ​ດຳລົງ​ຕຳແໜ່ງ​ເປັນ​ປະເທດ​ປະທານ​ໝູນວຽນ​ອາ​ຊຽນ 2023 ແລະ ໃນ​ອະນາຄົດ​ອັນ​ໃກ້​ນີ້​ຈະ​ມີ​ບັນດາ​ກອງ​ປະຊຸມ​ປີ່ນ​ອ້ອມ​ອາ​ຊຽນ​ໄຂ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ເຊິ່ງ​ທັງ​ໝົດ​ນີ້​ແມ່ນ​ເປັນ​ກຽດ​ຢ່າງ​ສູງ​ຕໍ່​ກັບ​ປະຊາຊົນ ອິນ​ໂດ​ເນ​ເຊຍ ແລະ ຍັງ​ໄດ້​ຮຽກຮ້ອງ​ໃຫ້​ຊາວ​ອິນ​ໂດ​ເນ​ເຊຍ​ທຸກ​ຄົນ​ຈົ່ງ​ເປັນ​ເຈົ້າພາບ​ທີ່​ດີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ