ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫຼາຍ​ຝ່າຍ​ເຫັນ​ດີ ຟື້ນ​ຟູ​ຄືນ​ຂໍ້​ຕົກລົງ​ນິວ​ເຄລຍ​ປີ 2015
ເວລາອອກຂ່າວ: 2023-02-02 08:47:38 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



  ສຳນັກ​ຂ່າວ​ຫວຽດນາມ​ນິວ​ລາຍ​ງານ​ວັນ​ທີ 1 ກຸມພາ ນີ້​ໂດຍ​ອີງ​ຕາມ ທ່ານ ໂຮ​​ສ​ຊຽນ ອາ​ເມີ ອັບ​ດູນ​ລາ​ຮິ​ອານ ລັດຖະມົນຕີ​ການ​ຕ່າງປະເທດ ອີ​ຣານ  ໃຫ້​ຮູ້​ວ່າ: ອີ​ຣານ​ໄດ້​ຮັບ​ສານ​ຕອບ​ຮັບ​ຈາກ​ບັນດາ​ປະເທດ​ເຂົ້າ​ຮ່ວມ​ຂໍ້​ຕົກລົງ​ນິວ​ເຄລຍ​ປີ 2015 ແລ້ວ​ລວມ​ທັງ ອາ​ເມ​ຣິ​ກາ ໂດຍ​ຜ່ານ​ປະເທດ ກາ​ຕາ. ທ່ານ ອາ​ເມີ ອັບ​ດູນ​ລາ​ຮິ​ອານ ໄດ້​ຕີ​ລາຄາ​ສູງ​ເຈດ​ຕະ​ນາ​ດີ​ຂອງ ກາ​ຕາ ທີ່​ໄດ້​ຊ່ວຍ​ນຳ​ທຸກ ຝ່າຍ​ກ້າວ​ເຂົ້າ​ສູ່ ບາດກ້າວ​ສຸດ​ທ້າຍ ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ການ​ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ກ່ຽວ​ກັບ​ການ​ຟື້ນ​ຟູ​ຂໍ້​ຕົກລົງ​ນິວ​ເຄລຍ. ​ທ່ານ​ລັດຖະມົນຕີ​ການ​ຕ່າງປະເທດ​ກາ​ຕາ ໃຫ້​ຮູ້​ວ່າ: ອາ​ເມ​ຣິ​ກາ ໄດ້​ສົ່ງ​ບັນດາ​ສານ​ໃຫ້​ແກ່ ກາ​ຕາ ເພື່ອ​ສົ່ງ​ໄປ​ຍັງ ອີ​ຣານ. ອີ​ຣານ ພ້ອມ​ກັບ​ບັນດາ​ປະ ເທດ​ມະຫາ​ອຳນາດ​ໃນ​ໂລກ (ກຸ່ມ P5 + 1 ລວມ​ມີ: ອາ​ເມ​ຣິ​ກາ, ອັງ ກິດ, ຝຣັ່ງ, ຣັດ​ເຊຍ, ຈີນ ແລະ ເຢຍ​ລະ​ມັນ) ໄດ້​ເຊັນ​ຂໍ້​ຕົກລົງ​ນິວ​ເຄລຍ ເຊິ່ງ​ຍັງ​ໄດ້​ເອີ້ນ​ວ່າ :ແຜນການ ເຄື່ອນ​ໄຫວ​ລວມ​ຮອບດ້ານ (JCPOA),  ເມື່ອ​ເດືອນ​ກໍລະກົດ​ປີ 2015. ບັນດາ​ການ​ເຈລະຈາ​ເພື່ອ​ແນໃສ່​ຟື້ນ​ຟູ JCPOA ໄດ້​ເລີ່ມ​ແຕ່​ເດືອນ ເມສາ ປີ 2021 ຢູ່ ນະຄອນຫຼວງ​ວຽນ ປະເທດ ໂອ​ຕຣິດ. ​ເຖິງ​ຢ່າງໃດ​ກໍ​ຕາມ, ຍັງ​ບໍ່​ທັນ​ມີ​ບາດ ກ້າວ​ບຸກ​ທະລຸ​ໃດ ພາຍຫຼັງ​ຮອບ​ເຈລະຈາ​ຄັ້ງ​ຫຼ້າ​ສຸດ ໃນ​ເດືອນ ສິງຫາ​ປີ 2022 ທີ່​ຜ່ານ​ມາ ​ເທື່ອ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ