ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫວຽດນາມ-ໄທ ຈະ​ສືບຕໍ່ການ​ພົວພັນ​ເສດຖະກິດ, ການ​ຄ້າ ແລະ ການ​ລົງທຶນ
ເວລາອອກຂ່າວ: 2023-02-02 08:48:46 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ສຳນັກ​ຂ່າວ ໄທ​ຣັດ ໄດ້​ນຳ​ສະເໜີ ບົດ​ວິເຄາະ ໃນ​ພາກ​ພຶ້ນ​ອາ​ຊຽນ ເມື່ອບໍ່ດົນມານີ້ໃຫ້​ຮູ້​ວ່າ: ໃນ​ການ​ຢ້ຽມຢາມ ໄທ ຂອງ​ທ່ານ​ອະດີດ​ປະທານ​ປະເທດ ຫວຽດນາມ ຫງວ​​ຽນ​ຊວນ​ຟຸກ ໃນ​ທ້າຍ​ປີ 2022, ໂດຍ​ທ່ານ ຫງວ​​ຽນ​ຊວນ​ຟຸກ ແລະ ທ່ານ ປຣະ​ຢຸດ ຈັນ​ໂອຊາ ນາຍົກລັດຖະ ມົນຕີ ໄດ້​ຢືນ​ຢັນ​ຄືນກ່ຽວ​ກັບ​ເລື່ອງ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພີ່ມ​ທະວີ​ລະຫວ່າງ ຫວຽດນາມ ແລະ ໄທ ເພື່ອ​ແນໃສ່​ປະກອບສ່ວນ​ສ້າງ​ດ້ານ​ເສດຖະກິດ - ສັງຄົມ​ສອງ​ປະເທດ​ໃຫ້​ໝັ້ນຄົງ​ເຂັ້ມແຂງ ຜ່ານ​ຍຸດ​ທະ​ສາດ 10 ປີ 2013-2023, ຫວຽດນາມ ແລະ ໄທ ລ້ວນ​ແຕ່​ມຸ່ງ​ໄປ​ເຖິງ​ການ​ຟື້ນ​ຟູ ແລະ ພັດທະນາ​ເສດຖະກິດ​ພາຍຫຼັງ​ພະຍາດ​ລະບາດ​ໂຄ​ວິດ- 19 ແລະ ກຽມພ້ອມ​ຮ່ວມ​ມື​ເພື່ອ​ພ້ອມ​ກັນ​ພັດທະນາ. ຜ່ານ​ການ​ຕິດຕາມ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ ຫວຽດນາມ ໃນ​ໄຕ​ມາດ 4 ປີ 2022 ຫວຽດນາມ ມີ​ລະດັບ​ເຕີບ​ໂຕ​ເກືອບ 8%. ​ສຳ ລັບ​ໄທ, ພາຍຫຼັງ​ເປີດ​ປະຕູ​ປະ ເທດ​ຢ່າງ​ສົມບູນ​ຄືນໃໝ່ ແລະ ບັນ ດາ​ການເຄື່ອນໄຫວ​ຮ່ວມ​ມືຟົດ ຟື້ນ​ເນື່ອງ​ໃນ​ໂອກາດສະເຫຼີມສະ ຫຼອງ 10 ປີ​ແຫ່ງ​ການ​ພົວພັນ​ຍຸດ​ທະ​ສາດ ຫວຽດນາມ - ໄທ, ທັງ​ສອງ​ປະເທດ​ຈະ​ສືບຕໍ່​ບັນລຸ​ໄດ້​ບັນດາ​ຜົນສຳເລັດ​ສຳຄັນ​ໃນ​ການ​ພົວພັນ​ເສດຖະກິດ, ການ​ຄ້າ ແລະ ການ​ລົງທຶນ​ໃນ​ອະນາຄົດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ