

![]()
ຄະນະພັກ-ຄະນະບັນຊາ ທະຫານແຂວງໄຊສົມບູນ ຢ້ຽມຢາມ, ໂອ້ລົມພະນັກງານ-ນັກຮົບ
ເວລາອອກຂ່າວ: 2023-02-03 08:48:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 201 | ຄວາມນິຍົມ:
ວັນທີ 24 ມັງກອນ 2023 ນີ້, ສະຫາຍ ພັນເອກ ສຸດໃຈ ເຈີບົວແພງ ຄະນະປະຈຳພັກ ກອງບັນຊາການ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊສົມບູນ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນ, ຊາວໜຸ່ມ, ແມ່ຍິງ ໄດ້ເຄື່ອນໄຫວຢ້ຽມຢາມ ໂອ້ລົມອ້າຍນ້ອງປະຈຳຕາມເສັ້ນ ທາງເທສະບານເມືອງອະນຸວົງ ຫາ ເມືອງທ່າໂທມ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 74 ປີ.
ໂອກາດຢ້ຽມຢາມ ສະຫາຍໄດ້ ໂອ້ລົມພະນັກງານ-ນັກຮົບ ເຊິ່ງໄດ້ສະແດງຄວາມຊົມເຊີຍຕໍ່ຄວາມກ້າຫານ, ເສຍສະຫຼະເພື່ອສ່ວນລວມ, ເຮັດໜ້າທີ່ປ້ອງກັນຄວາມສະຫງົບຕາມເສັ້ນທາງ ເຖິງຈະມີຄວາມຫຍຸ້ງຍາກນານາປະການ ແຕ່ດ້ວຍໜ້າທີ່ຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພະນັກງານ-ນັກຮົບໄດ້ມີຄວາມຕັດສິນໃຈ, ອົດທົນສູງ ເພື່ອເຮັດໜ້າທີ່ການເມືອງທີ່ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ ກໍຄືຂັ້ນເທິງມອບໝາຍໃຫ້, ພ້ອມທັງນຳເອົາຂອງຂວັນຈຳນວນໜຶ່ງມອບໃຫ້ອ້າຍນ້ອງ. ສະຫາຍຍັງໄດ້ອວຍພອນພະນັກງານ-ນັກຮົບ ຈົ່ງມີແຕ່ຄວາມສຸກໂຊກດີ, ເຮັດສຳເລັດໜ້າທີ່ການເມືອງຂອງຕົນ, ເຝິກຝົນຫຼໍ່ຫຼອມຕົນເອງ, ໃຫ້ເປັນພະນັກງານສືບທອດປ່ຽນແທນທີ່ມີປະສິດທິພາບ.
ໃນໂອກາດນີ້, ຜູ້ຕາງໜ້າໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ພັນເອກ ວົງພັນ ດາບຸດດີ ພ້ອມຄະນະ ທີ່ຍາມໃດກໍເປັນຫ່ວງຕໍ່ການເປັນຢູ່ຂອງອ້າຍນ້ອງທີ່ປະ
ຈຳເຂດຫ່າງໄກ, ຫຍຸ້ງຍາກ, ແຕ່ດ້ວຍຄວາມເອົາໃຈໃສ່ ແລະ ຫ່ວງໃຍອ້າຍນ້ອງ, ທັງເປັນການສ້າງຄວາມເຊື່ອໝັ້ນ ແລະ ຄວາມອຸ່ນອຽນທຸ່ນທ່ຽງທາງດ້ານການ
ເມືອງ-ແນວຄິດ, ກຽມພ້ອມເຮັດໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້. ພ້ອມອວຍພອນມາຍັງຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງໄຊສົມບູນ ກໍຄືການນຳແຂວງ ຈົ່ງມີແຕ່ຄວາມຜາສຸກທັງຊີວິດສ່ວນຕົວ ແລະ ຄອບຄົວ, ສືບຕໍ່ນຳພາ-ຊີ້ນຳກອງບັນຊາການທະຫານແຂວງໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝຂຶ້ນເລື້ອຍໆ, ພັດທະນາແຂວງໄຊສົມບູນໃຫ້ຮຸ່ງເຮືອງສີວິໄລ.
ໂດຍ: ພຸດທະພອນ ລັດດານາວ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ