ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນ​ໃຫຍ່ 661 ສະຫຼຸບ​ວຽກ​ງານ​ຮອບດ້ານ​ປະຈຳ​ປີ 2022
ເວລາອອກຂ່າວ: 2023-02-03 08:55:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 111 | ຄວາມນິຍົມ:



ໃນ​ວັນ​ທີ 1 ກຸມພາ 2023 ນີ້, ກອງພັນ​ໃຫຍ່ 661 ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ​ປີ 2022 ແລະ ວາງ​ທິດ​ທາງ​ແຜນການ​ຈຳປີ 2023, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ຄຳ​ປານ ແພງ​ພັນ ຫົວໜ້າ​ການເມືອງ​ກອງພັນ​ໃຫຍ່ 661, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ​ໃຫຍ່, 5 ພະ ແນກການ, 4 ກອງພັນ, ຕະຫຼອດ​ຮອດ​ພະນັກງານ​ຫຼັກ​ແຫຼ່ງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ແຫຼວ​ຄຳ ຈັນທະ​ວົງ ຮອງ​ຫົວໜ້າ​ພະ​ແນກ​ບໍລິຫານ ກອງພັນ​ໃຫຍ່ 661 ໄດ້​ຜ່ານ​ບົດ​ສະຫຼຸບ​ວຽງ​ງານ​ຮອບດ້ານ​ໃນ​ໄລຍະ 1 ປີຜ່ານມາ, ຄະ ນະພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ​ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ ໃຫ້​ພະນັກງານ-ນັກຮົບ ຮັບຮູ້, ເຊື່ອມ​ຊຶມ ແລະ ກຳ​ແໜ້ນ​ຕໍ່​ແນວທາງ​ນະ ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ກອງທັບ ແລະ ນິຕິ​ກຳ​ຂອງ​ກົມ​ກອງ​ວາງ​ອອກ. ເປັນເຈົ້າ​ການ​ໃນ​ການຈັດຕັ້ງ​ຜັນ​ຂະຫຍາຍ​ເນື້ອ ​ໃນ ບັນດາ​ມະຕິ, ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ​ເຂົ້າ​ໃນ​ການ​ປະຕິ​ບັດ​​ໜ້າທີ່​ວິຊາ​ສະເພາະ​ຂອງ​ຕົນ. ໃນ​ນີ້, ປະຕິບັດ​ຕາມ​ທິດ​ຊີ້​ນຳ​ຂອງ​ຂັ້ນ​ເທິງ ໃນ​ການ​ອົບຮົມ-​ຫັດ​ແອບ​ປະຈຳ​ປີ, ອົບຮົມ​ທະຫານ​ໃໝ່, ອົບຮົມ​ໄປ​ແຂ່ງຂັນ​ລົດ​ຕັງ​ນານາຊາດ ແລະ ຊ້ອມ​ຮົບ​ຮ່ວມ​ລາວ-ຣັດ​ເຊຍ ຄັ້ງ​ທີ III ຢູ່​ແຂວງ​ຊຽງ​ຂວາງ, ໃນ​ການ​ອົບຮົມ​-ຫັດ​ແອບ​ປະຈຳ​ປີ ກົມ​ກອງ​ໄດ້​ກຳນົດ​ເອົາ​ຫົວຂໍ້, ເນື້ອ​ໃນ​ອົບຮົມ​ໃຫ້​ແຕ່​ລະ​ເປົ້າ​ໝາຍ​ຂອງ​ກົມ​ກອງ​ຕາມ​ໜ້າທີ່​ການເມືອງ ແລະ ຄົ້ນຄວ້າ​ປັບປຸງ​ເນື້ອ​ໃນ​ອົບຮົມ-​ຫັດ​ແອບ ໂດຍ​ຖອດ​ຖອນ​ເອົາ​ບົດຮຽນ​ຈາກ ການເຄື່ອນໄຫວ​ເຮັດ​ໜ້າທີ່​ຕົວ​ຈິງ ເອົາ​ມາ​ອົບຮົມ​ໃຫ້​ແຕ່​ລະ​ເປົ້າ​ໝາຍ. ພ້ອມ​ນີ້, ຄະນະ​ພັກ-ຄະນະ​ບັນ​ຊາຍັງ​ໄດ້​ຖື​ເອົາ​ວຽກ​ງານ​ກໍ່ສ້າງ​ພັກ ຕາມ 5 ຫຼັກການ 3 ທິດ​ນຳ ແລະ ຄຳ​ສັ່ງ​ແນະນຳ​ຂອງ​ຄະນະ​ພັກ ກະຊວງ​ປ້ອງ​ກັນ​ປະເທດ ໂດຍ​ການ​ຊີ້​ນຳ​ບັນດາ​ຄະນະ​ພັກ​​​ຮາກ​ຖານ​ປະຕິບັດ​ແຜນການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ. ​ຕີ​ລາຄາ​ໄດ້​ຄະນະ​ພັກ​ຮາກ​ຖານ​ແຂງ 3 ຄະນະ, ກາງ 2 ຄະນະ, ໜ່ວຍ​ພັກ​ແຂງ 17 ໜ່ວຍ, ໜ່ວຍ​ພັກ​ກາງ 6 ໜ່ວຍ, ສະມາຊິກ​ພັກ​ແຂງ ກວມ​ເອົາ 88,73 %, ກາງ ກວມ​ເອົາ 9,84 %. ນອກ​ນີ້, ຍັງ​ໄດ້​ຊຸກຍູ້​ຂະ​ບວນ​ການ 4 ປູກ 4 ລ້ຽງ​ຂອງ​ກົມ​ກອງ ເພື່ອ​ສະໜອງ​ເຂົ້າ​ເຮືອນຄົວ​ລວມ ແລະ ສົ່ງ​ຂາຍ​ອອກ​ທ້ອງ​ຕະຫຼາດ ເຊິ່ງ​ໃນ​ໜຶ່ງ​ປີຜ່ານມາປູກ​ພືດ​ກິນ​ໃບ, ກິນ​ໝາກ​ໄດ້: 35.873 ກິ​ໂລກ​ຣາມ, ຄິດ​ເປັນ​ເງິນ: 125.555.000 ກີບ, ກ້າ​ເບ້ຍ​ໄມ້​ອຸດສາຫະກຳ ແລະ ເບ້ຍ​ໄມ້​ກິນ​ໝາກ​ຂາຍ ຈຳນວນ: 410 ຕົ້ນ, ເປັນ​ເງິນ 6.150.000 ກີບ, ເກັບ​ກູ້​ເຂົ້ານາ​ປີ​ໄດ້: 4.675 ກິ​ໂລກ​ຣາມ, ຂາຍ​ໄດ້​ເງິນ: 29.452.500 ກີບ, ມີ​ງົວ​ລວມ ຈຳນວນ: 55 ໂຕ, ໝູ 56 ໂຕ ແລະ ຂາຍ​ໝູ​ນ້ອຍ ຈຳນວນ 15 ໂຕ, ໄດ້​ເງິນ 8.000.000 ກີບ, ປ່ອຍ​ປາ ຈຳນວນ: 23.500 ໂຕ, ເອົາ​ອອກ​ຂາຍ ຈຳນວນ 1,298 ກິ​ໂລກ​ຣາມ, ໄດ້​ເງິນ 25,990.00 ກີບ, ເພາະ​ພັນ​ກົບ​ໄດ້ 4 ຊຸດ, ຈຳນວນ: 15.500 ໂຕ, ຂາຍ​ກົບ​ນ້ອຍ​ໄດ້: 7.500 ໂຕ, ໄດ້​ເງິນ 3.750.000 ກີບ, ລ້ຽງສັດ​ປີກ ຈຳນວນ 6.834 ໂຕ. ໃນ​ນີ້, ກົມ​ກອງ​ທີ່​ພົ້ນ​ເດັ່ນ​ໃນ​ວຽກ​ງານ​ຜະລິດ​ແມ່ນ ກອງພັນ 17, 16 ແລະ 162 ສາມາດ​ຜະລິດ​ຜັກ​ກິນ​ໄດ້ 70% ຕໍ່​ປີ, ເຊິ່ງ​ໃນ​ໜຶ່ງ​ປີ​ຜ່ານ​ກົມ​ກອງ​ສາມ​ສາມາດ​ລາຍ​ຮັບ​ຈາກ​ການ​ປູກຝັງ-ລ້ຽງສັດ ແລະ ບໍລິການ​ອື່ນໆ​ໄດ້​ທັງ​ໝົດ 224.056.500 ກີບ. ໂດຍ: ອາ​ຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ