

![]()
ຫຼາຍພາກສ່ວນສືບຕໍ່ອວຍພອນກົມກອງທະຫານ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 74 ປີ
ເວລາອອກຂ່າວ: 2023-02-03 09:04:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 266 | ຄວາມນິຍົມ:
ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ, ຫຼາຍພາກສ່ວນໄດ້ສືບຕໍ່ເຂົ້າອວຍພອນກົມກອງທະຫານ ບົນຈິດໃຈຄວາມສາມັກຄີຮັກ
ແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນແບບມູນເຊື້ອອັນດີງາມທີ່ເຄີຍປະຕິບັດກັນມາແຕ່ດົນນານ.
ໃນນີ້, ຢູ່ກອງພົນທີ 4 ການນຳເມືອງອຸທຸມພອນ, ການນຳກຸ່ມຮາກຖານບ້ານໄຊຍະເພັດ, ປກສ ເມືອງ ອຸທຸມພອນ, ອົງການຈັດຕັ້ງມະຫາຊົນເມືອງ, ເຈົ້າອະ
ທິການວັດແກ້ວດວງດີ ແລະ ບໍລິສັດຂົນສົ່ງສາຍສະໝອນ ເມືອງອຸທຸມພອນ ແຂວງ ສະຫວັນນະເຂດ ໄດ້ນຳວັດຖຸປັດໄຈ, ກະຕ່າຂອງຂວັນ ແລະ ເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງເຂົ້າອວຍພອນກອງພົນທີ 4 ໂດຍມີ ສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ຫົວໜ້າການເມືອງ ກອງພົນທີ 4 ພ້ອມດ້ວຍຄະນະໃຫ້ການຕ້ອນຮັບຢ່າງອົບອຸ່ນ. ຢູ່ກອງພັນກອງພັນ 791 ກອງພັນໃຫຍ່ 279 ໄດ້ຕ້ອນຮັບການອວຍພອນຂອງອຳນາດການປົກຄອງບ້ານໂພນເຄັງ , ບ້ານທາດຫຼວງເໜືອ, ບ້ານຮ່ອງໄກ່ແກ້ວ, ບ້ານໂຊກໃຫຍ່, ບ້ານໂພນປ່າເປົ້າ, ບ້ານໜອງສ້າງທໍ່ ແລະ
ອຸປະໂພກ-ການເງິນ ກອງພັນ 791 ໂດຍແຕ່ລະພາກສ່ວນໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ ແລະ ຄຳອວຍພອນ
ໄຊ ພ້ອມດ້ວຍວັດຖຸປັດໄຈເປັນເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງມາມອບໃຫ້ ໂດຍມີ ສະຫາຍ ພັນໂທ ພົງສະຫວັນ ສິມພິມມະລາ ຫົວໜ້າການເມືອງ ກອງພັນ 791 ພ້ອມຄະນະໃຫ້ການຕ້ອນຮັບ. ຢູ່ກອງພັນໃຫຍ່ 302 ກອງພົນທີ 3 ທ່ານ ຈັນທອນ ພົນທະລາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ເມືອງຜາອຸດົມ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນຊາວໜຸ່ມ, ສະຫະພັນແມ່ຍິງ, ກຳມະບານ ເມືອງຜາອຸດົມ ເຂົ້າອວຍພອນຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບທົ່ວກອງພັນໃຫຍ່ 302, ໂດຍການຕ້ອນຮັບອັນອົບອຸ່ນຂອງ ສະຫາຍ ພັນເອກ ຈອມໃຈ ໄຊພະວົງ ຫົວໜ້າການເມືອງ ກອງພັນໃຫຍ່ 302 ພ້ອມຄະນະ. ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຕ້ອນຮັບການນຳຂັ້ນແຂວງ, ເມືອງ ແລະ ພະແນກການ
ອ້ອມຂ້າງແຂວງ, ລັດວິສະຫະກິດ, ບໍລິສັດຫ້າງຮ້ານທັງພາກລັດ ແລະ ເອກະຊົນ ເຂົ້າອວຍພອນ ນາຍ ແລະ ພົນທະຫານ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ເພື່ອເປັນການຊຸກຍູ້ໃຫ້ກຳລັງໃຈອ້າຍນ້ອງທະຫານທີ່ປະຕິບັດໜ້າທີ່ປົກປັກຮັກສາເຂດນ້ຳແດນດິນ ໃຫ້ມີຄວາມສະຫງົບ ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ບຸນມີ ພາມີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມດ້ວຍຄະນະ. ສຳລັບຢູ່ ວິທະຍາຄານເຕັກນິກການທະຫານ (ວຕກ) ຫຼາຍພາກສ່ວນໄດ້ນຳເອົາກະຕ່າຂອງຂວັນ ແລະ ຄຳອວຍພອນໄຊອັນປະເສີດ ເຂົ້າອວຍພອນຄະນະພັກ-ຄະນະອຳນວຍການ ວຕກ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ, ໃນນັ້ນ ປະກອບມີ ວິທະຍາຄານສັນຕິບານປະຊາຊົນ, ວິທະຍາຄານຕຳຫຼວດປະຊາຊົນ, ຄະນະ
ວິທະຍາສາດທຳມະຊາດ, ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ, ທະນາຄານຮ່ວມພັດທະນາ (JDB), ກຸ່ມໂຄກສີວິໄລ, ປກສ ກຸ່ມໂຄກສີວິໄລ, ອຳນາດການປົກຄອງກຸ່ມບ້ານໂຄກສີວິໄລ ເຊິ່ງປະກອບມີ ຄະນະບ້ານໂຄກສີວິໄລ, ຄະນະບ້ານສະພັງຄະນົງ, ຄະນະບ້ານໂຄກໃຫຍ່, ຄະນະບ້ານໂຄກນ້ອຍ, ຄະນະບ້ານໂພຄຳ, ຄະນະບ້ານທ່ານາກ ແລະ ຄະນະບ້ານນາລ້ອມ ໂດຍໃຫ້ການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ຫົວໜ້າການເມືອງ ວຕກ ພ້ອມດ້ວຍຄະນະ. ຢູ່ກອງພັນໃຫຍ່ 497 ສະຫາຍ ພັນເອກ ຄຳສຸກ ໄຊມວນສິນ ຫົວໜ້າການທະຫານ ກອງພັນໃຫຍ່ 497 ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າອວຍພອນຂອງຂະແໜງຊາວໜຸ່ມກອງພັນໃຫຍ່, ຄະນະບໍລິຫານງານຊາວໜຸ່ມ ກອງພັນ 423, ກອງພັນ 424, ກອງພັນ 428, ກອງຮ້ອຍກຳລັງໄຟ, ຄະນະບໍລິຫານງານຊາວໜຸ່ມພະແນກເສນາທິການ, ພະແນກພະລາທິການ, ໜ່ວຍຊາວໜຸ່ມພະແນກການເມືອງ, ພະແນກເຕັກນິກແລະ ໜ່ວຍຊາວໜຸ່ມພະແນກບໍລິຫານ. ອົງການປົກຄອງເມືອງທຸລະຄົມ, ບ້ານນາຫວ້າ, ໂຮງຮຽນ, ບັນດາບໍລິສັດ ເຊິ່ງນຳໂດຍ ທ່ານບຸນທັບ ວົງໄຊ ຮອງເຈົ້າເມືອງເມືອງທຸລະຄົມ ພ້ອມຄະນະໄດ້ເຂົ້າອວຍພອນ ຄະນະພັກ-ຄະນະບັນຊາກອງພັນໃຫຍ່ 497. ຢູ່ກອງພັນໃຫຍ່ 703 ໄດ້ຕ້ອນຮັບຄະນະກອງບັນຊາການປ້ອງກັນທີ່ຕັ້ງກະຊວງ ປກສ, ນຳໂດຍສະຫາຍ ພັນເອກ ຄຳແກ້ວ ມະໂນລາ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ແລະ ສະຫາຍ ພັນໂທ ຄຳພຽງ ສາລະພູຮັບ ຫົວໜ້າດ່ານ ຕມ ສະໜາມບິນ ແລະ ບ້ານອາກາດ ພ້ອມຄະນະເຂົ້າອວຍພອນໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 74 ປີ ໂດຍການຕ້ອນຮັບຂອງສະຫາຍ ພັນເອກ ຄຳສຸກ ຄຳເລືອງເທບ ຫົວໜ້າການທະຫານ ກອງພັນໃຫຍ່ 703 ພ້ອມດ້ວຍຄະນະ. ສ່ວນຢູ່ກອງພົນທີ 2 ຄະນະພັກ,
ພະນັກງານຫຼັກແຫຼ່ງຫ້ອງການເມືອງ, ຫ້ອງເສນາທິການ, ຫ້ອງພະລາທິການ, ຫ້ອງເຕັກນິກ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ພ້ອມກັນເຂົ້າອວຍພອນຄະນະພັກ-ຄະນະບັນຊາກອງພົນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ແລະ ຢູ່ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ສະຫາຍ ພົນຈັດຕະວາ ບຸນເຫຼືອ ໄຊຍະເພັນ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະໄດ້ຕ້ອນຮັບ ສະຫາຍ ພັນເອກ ນາງ ໄລທອງ ໄຊຍະສອນ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ພ້ອມດ້ວຍຄະນະເຂົ້າອວຍພອນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 74 ປີເຊັ່ນດຽວກັນ.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ