ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຍົກ​ສູງ​ວິຊາ​ຊີບ​ປິ່ນປົວ​ໃຫ້​ແກ່​ພະນັກງານ​ແພດ​ໝໍ, ທັນ​ຕະ​ແພດ, ພະຍາບານ ແລະ ຜະດຸງຄັນ​ໂຮງໝໍ​ສູນ​ກາງ 103 ກອງທັບ
ເວລາອອກຂ່າວ: 2023-02-06 09:03:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 71 | ຄວາມນິຍົມ:



ປະຕິບັດ​ຕາມ​ແຜນການ​ກໍ່ສ້າງ​ຊັບພະຍາກອນ​ມະນຸດ​ຂະແໜງ​ສາທາລະນະ​ສຸກ ​ແຕ່​ນີ້​ຮອດ​ປີ 2025 ແມ່ນ​ຕ້ອງ​ມີ​ຊັບພະຍາກອນ​ມະນຸດ​ສາທາລະນະ​ສຸກ​ຄົບ​ທຸກ​ຂະແໜງການ, ທຸກ​ສາຂາ​ວິຊາ ແລະ ພະນັກງານ 3 ຮຸ່ນ ທີ່​ເຄື່ອນ​ໄຫວ​ໃນ​ຂົງເຂດ​ຂອງ​ພາກ​ລັດ, ເອກະ​ຊົນ ແລະ ຊຸມ​ຊົນ​ຢ່າງ​ພຽງພໍ​ທາງ​ດ້ານ​ປະລິມານ ແລະ ຄຸນ​ນະ​ພາບ, ມີ​ປະສິດທິພາບ ພ້ອມ​ກັນ​ສ້າງ​ຄວາມ​ເຂັ້ມແຂງ​ໃຫ້​ແກ່​ການ​ສຶກ​ສາ​ຂະແໜງ​ສາທາລະນະ​ສຸກ​ໃນ​ການ​ຕອບ​ສະໜອງ​ວຽກ​ງານ​ປິ່ນ​ປົວ​ພະຍາບານ​ທັງ​ບຳລຸງ ແລະ ກໍ່ສ້າງ, ຍົກ​ລະດັບ​ຄວາມ​ຮູ້-ຄວາມ​ສາມາດ​ໃຫ້​ພະນັກງານ​ແພດ​ໝໍ​ໃຫ້​ຖືກຕ້ອງ​ຕາມ​ເງື່ອນໄຂ​ມາດຖານ ແລະ ເປົ້າ​ໝາຍ. ໃນ​ນີ້ ເວົ້າ​ສະເພາະ​ຢູ່​ໂຮງໝໍ​ສູນ​ກາງ 103 ກອງທັບ ແມ່ນ​ໂຮງໝໍ​ສູນ​ກາງ​ແຫ່ງ​ໜຶ່ງ​ທີ່​ມີ​ຄວາມ​ທັນ​ສະໄໝ​ໃນ​ກອງທັບ​ເທົ່າ​ທຽມ​ກັບ​ໂຮງໝໍ​ສູນ​ກາງ​ແຫ່ງ​ອື່ນໆ​ໃນ ​ສປປ ລາວ. ສະນັ້ນ ເພື່ອ​ເປັນ​ການ​ຍົກ​ສູງ​ວິຊາ​ຊີບ​ປິ່ນປົວ​ໃຫ້​ພະນັກງານ​ແພດ​ໝໍ, ທັນ​ຕະ​ແພດ, ພະຍາບານ ແລະ ຜະດຸງຄັນ ສາມາດ​ຕອບ​ສະໜອງ​ກັບ​ໜ້າທີ່​ວິຊາ​ສະເພາະ​ຂອງ​ຕົນ​ໃນ​ສະເພາະ​ໜ້າ ແລະ ຍາວ​ນານ ໂດຍ​ສະເພາະ​ແມ່ນ​ຂະແໜງການ​ຕ່າງໆ​ທີ່​ກ່າວ​ມາ​ນັ້ນ, ຄະນະ​ພັກ-ຄະນະ​ອຳນວຍ​ໂຮງໝໍ​ສູນ​ກາງ 103 ກອງທັບ​ໄດ້​ເປັນ​ເຈົ້າ​ການ​ຊີ້​ນຳ ແລະ ຈັດ​ຊຸດ​ ເຝິກອົບຮົມ​ໃຫ້​ພະນັກງານ​ແພດ​ໝໍ​ຂອງ​ຕົນ​ໂດຍ​ເຊີນ​ພະນັກງານ​ຄູ​-ອາຈານ​ຜູ້​ທີ່​ມີ​ບົດຮຽນ​ປະສົບ​ການ​ສູງ​ຈາກ​ກະຊວງ​ສາທາລະນະ​ສຸກ ແລະ ວິທະຍາໄລ​ສຸຂະ ພາບ ມາ​ຂຶ້ນ​ຫ້ອງ​ສິດສອນ. ສະຫາຍ ​ຮສຈ ​ດຣ ບຸນ​ໜັກ ໄຊຊະນະ​ສົງຄາມ ຮອງ​ປະທານ​ສະພາ​ຄຸ້ມ​ຄອງ​ວິຊາ​ຊີບ​ປິ່ນປົວ ກະຊວງ​ສາທາລະນະ​ສຸກ ໃຫ້​ຮູ້​ວ່າ: ການຈັດຕັ້ງ​ເຝິກອົບຮົມ​ຄັ້ງ​ ນີ້​ ​ເປັນ​ການ​ຍົກ​ສູງ​ຂີດ​ໝາຍ​ຄວາມ​ຮູ້, ຄວາມ​ສາມາດ, ຄວາມ​ຊຳນານ​ງານ, ຂອບ​ເຂດ​ການ​ປະຕິບັດ​ງານ, ຈັນ​ຍາ​ບັນ, ຈັນຍາທຳ, ຄຸນສົມບັດ-ສິນ​ທຳ​ປະຕິວັດ​ຂອງ​ຜູ້​ປະກອບ​ວິຊາ​ຊີບ​ປິ່ນປົວ​ເຊັ່ນ: ທ່ານໝໍ, ທັນ​ຕະ​ແພດ, ພະຍາບານ, ຜະດຸງຄັນ ແລະ ອື່ນໆ ທັງ​ເປັນ​ການ​ຢັ້ງຢືນ​ເຖິງ​ຄຸນ​ນະ​ພາບ​ຂອງ​ຜູ້​ໃຫ້​ບໍລິການ​ປິ່ນປົວ ເຊິ່ງ​ໝາຍ​ເຖິງຄຸນ​ນະ​ພາບ​ຂອງ​ການ​ໃຫ້ການ​ບໍລິການ​ປິ່ນປົວ​ສອດຄ່ອງ​ກັບ​ນະໂຍບາຍ 5 ດີ 1 ພໍໃຈ ຂອງ​ກະຊວງ​ສາທາລະນະ​ສຸ​ກວາງ​ອອກ ແລະ ມີ​ໃບຢັ້ງຢືນ​ການ​ອະນຸຍາດ​ເຄື່ອນ​ໄຫວ​ວິຊາ​ຊີບ​ປິ່ນປົວ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ປະເທດ ແລະ ເປັນ​ການ​ຢັ້ງຢືນ​ໃນ​ການ​ປະກອບ​ອາຊີບ​ແພດ​ໝໍທີ່​ຖືກຕ້ອງ​ຕາມ​ລະບຽບ​ກົດ ໝາຍ ແລະ ຂໍ້​ກຳນົດ​ທີ່​ກະຊວງ​ສາທາລະນະ​ສຸ​ກວາງ​ອອກ​ກໍ​ຄື​ບັນດາ​ປະເທດ​ພາກ​ພື້ນອາ​ຊຽນ ແລະ ສາກົນ. ຜູ້​ປະກອບ​ວິຊາ​ຊີບ​ປິ່ນປົວ​ທີ່​ປະຕິບັດ​ວຽກ​ງານ​ປິ່ນ ປົວ​ມາ​ກ່ອນ​ປີ 2020 ພັກ-ລັດ​ມີ​ນະໂຍບາຍ​ມອບ​ໃບ​ອະນຸຍາດ​ເຄື່ອນ​ໄຫວ​ວິຊາ​ຊີບ​ປິ່ນປົວ​ໃຫ້​ໂດຍ​ບໍ່​ໄດ້​ສອບເສັງ​ລະດັບ​ຊາດ, ແຕ່​ຕ້ອງ​ມີ​ການ​ຄົ້ນຄວ້າ​ສັງ​ລວມ​ຂອງ​ແຕ່​ລະ​ການຈັດຕັ້ງ ແລະ ກົມ​ກອງ​ໃຫ້​ໄດ້​ເງື່ອນໄຂ​ຄົບ​ຖ້ວນ​ຕາມ​ບົດ​ແນະນຳ 0182/ສວ​​ປ ຂອງ​ສະພາ​ຄຸ້ມ​ຄອງ​ວິຊາ​ຊີບ​ປິ່ນປົວ ວ່າ​ດ້ວຍ​ ການຈັດຕັ້ງ​ປະຕິບັດ​ການ​ຂຶ້ນ​ທະບຽນ ແລະ ອອກ​ໃບ​ອະນຸຍາດ​ເຄື່ອນ​ໄຫວ​ວິຊາ​ຊີບ​ປິ່ນປົວ​ໄລຍະ​ຂ້າມ​ຜ່ານ​ຮອດ​ປີ 2020 ໂດຍ​ບໍ່​ໄດ້​ສອບເສັງ​ລະດັບ​ຊາດ. ຜ່ານ​ການ​ຄົ້ນຄວ້າ ສາມາດ​ຢັ້ງຢືນ ແລະ ອອກ​ໃບ​ອະນຸຍາດ​ເຄື່ອນ​ໄຫວ​ວິຊາ​ຊີບ​ປິ່ນປົວ ໃຫ້​ພະນັກງານ​ໂຮງໝໍ​ສູນ​ກາງ 103 ກອງທັບ ຈຳນວນ 251 ທ່ານ, ໃນ​ນີ້, ມີ​ທ່ານໝໍ 177 ທ່ານ, ທັນ​ຕະ​ແພດ 29 ທ່ານ, ພະຍາບານ 36 ທ່ານ ແລະ ຜະດຸງຄັນ 9 ທ່ານ ເຊິ່ງ​ມີ​ອາຍຸ​ການ​ນຳ​ໃຊ້ 5 ປີ . ທ່ານ ​ສຈ ​ດຣ ຈັນ​ເພັງ ທຳ​ມະ​ວົງ ຮອງປະທານສະພາຄຸ້ມຄອງ ວິຊາຊີບປິ່ນປົວ,ກະຊວງສາທາ ລະນະສຸກ ໄດ້​ເນັ້ນ​ໜັກ​ຕໍ່​ຜູ້​ທີ່​ໄດ້​ຮັບ​ໃບ​ອະນຸຍາດ​ເຄື່ອນ​ໄຫວ​ວິຊາ​ຊີບ​ປິ່ນປົວ​ໃນ​ຄັ້ງ​ນີ້ ໃຫ້​ພ້ອມ​ກັນ​ເອົາໃຈໃສ່​ໃນ​ການ​ບໍລິການ, ການ​ປິ່ນປົວ, ດູ​ແລ​ເບິ່ງແຍງ​ປະຊາຊົນ​ບັນດາເຜົ່າ ໃຫ້​ເປັນ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ຮັກສາ​ໄດ້​ຄຸນສົມບັດ​ສິນ​ທຳ​ປະ​ຕິວັດ, ມີ​ຈັນ​ຍາ​ບັນ, ຈັນຍາທຳ ຂອງ​ແພດ​ປະຕິວັດ​ສອດຄ່ອງ​ກັບ​ນະໂຍບາຍ 5 ດີ 1 ພໍໃຈຂອງ​ກະຊວງ​ສາທາລະນະ​ສຸ​ກວາງ​ອອກ​ຢ່າງ​ເຂັ້ມ​ງວດ. ໂດຍ: ອາຄົມ ສີ​ພາລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ