ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຈົ້າແຂວງ​ ແຂວງໄຊ​ຍະ​ບູ​ລີ ເຄື່ອນ​ໄຫວ​ຢ້ຽມຢາມກອງຮ້ອຍ ທະຫານ​ຊາຍ​ແດນ
ເວລາອອກຂ່າວ: 2023-02-06 09:44:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 162 | ຄວາມນິຍົມ:



ເນື່ອງ​ໃນ​ໂອກາດ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ​ ປະຊາຊົນ​ລາວ ຄົບຮອບ 74 ປີ, ທ່ານ ພົງ​ສະຫວັນ ສິດ​ທະ​ວົງ ເຈົ້າແຂວງ ແຂວງ​ໄຊ​ຍະ​ບູລີ, ປະທານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ, ໄດ້​ລົງ​ຢ້ຽມຢາມ​ພົບ​ປະພະນັກງານ-ນັກຮົບ ທະຫານ​ຊາຍ​ແດນ ເຂດເມືອງ​ບໍ່​ແຕນ, ໃນ​ວັນ​ທີ 2 ກຸມພາ 2023 ນີ້, ໂດຍ​ໃຫ້ການ​ຕ້ອນຮັບ​ຂອງ ທ່ານ ສົມ​ສະນຸກ ໄຊ​ອຸດົມ ວ່າການ​ເຈົ້າເມືອງ ເມືອງບໍ່​ແຕນ, ມີ​ສະຫາຍ ພັນ​ຕີ ຫຸມແພງ ຈັນທະສອນ ຫົວໜ້າ​ການເມືອງ ກອງຮ້ອຍ​ທະຫານ​ຊາຍ​ແດນ 159 ພ້ອມ​ດ້ວຍ​ພະນັກງານ​ຫຼັກ​ແຫຼ່ງ​ຂອງ​ເມືອງ ແລະ ພະນັກງານ-ນັກຮົບ​ທະຫານ​ຊາຍ​ແດນ​ເຂົ້າ​ຮ່ວມ. ທ່ານເຈົ້າແຂວງ ແຂວງ​ໄຊ​ຍະ​ບູ​ລີ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ພະນັກງານ-ນັກຮົບ ທະຫານ​ຊາຍ​ແດນ ທີ່ປະຕິບັດ​ໜ້າທີ່​ວຽກ​ງານ​ວິຊາ​ສະເພາະ ຢ່າງ​ເຂັ້ມ​ງວດ ແລະ ຖາມ​ຂ່າວ​ຄາວ, ຄວາມສຸກ-ທຸກ ພ້ອມ​ທັງ​ໄດ້​ໃຫ້​ກຳລັງ​ໃຈຕໍ່ພະນັກງານ-ນັກຮົບ​ທະຫານ​ຊາຍ​ແດນ ທີ່​ເຮັດ​ໜ້າທີ່​ປ້ອງ​ກັນ​ຊາຍ​ແດນ, ພ້ອມ​ທັງ​ໄດ້​ຮຽກຮ້ອງ​ໃຫ້​ແຕ່​ລະ​ສະຫາຍ​ຈົ່ງ​ເຊີດ​ຊູ​ທຸກ​ກຳລັງ​ແຮງ​ເຂົ້າ​ໃນ​ການ​ປະຕິບັດ​ໜ້າທີ່, ທີ່​ພັກ-ລັດ​ໄດ້​ມອບ​ໝາຍ​ໃຫ້, ກໍ​ຄື​ການ​ຮັກສາ​ເຂດ​ຊາຍ​ແດນ, ເຂດ​ນ້ຳ​ແດນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ, ເວົ້າ​ລວມ, ເວົ້າ​ສະເພາະ​ແມ່ນ​ເຂດ​ນ້ຳ​ແດນ​ດິນ​ຂອງ​ແຂວງໄຊ​ຍະ​ບູ​ລີ ກໍ​ຄື​ເຂດ​ແດນ​ຂອງ​ເມືອງບໍ່​ແຕນ ໄວ້​ໃຫ້​ໝັ້ນຄົງ, ມີ​ສະຕິ​ລະວັງ​ຕົວ​ທຸກ​ເວລາ, ລາດຕະເວນ​ເຂດ​ແດນ​ທີ່​ຮັບຜິດຊອບ​ໃຫ້​ເປັນ​ປົກກະຕິ-ຕໍ່​ເນື່ອງ ແລະ ພ້ອມ​ກັນ​ອົດທົນ​ຜ່ານ​ຜ່າ​ອຸປະສັກ​ນາໆ​ປະການ ເພື່ອ​ເຮັດ​ໃຫ້ການ​ປະຕິບັດ​ໜ້າທີ່​ວິຊາສະເພາະ​ໄດ້​ຮັບ​ຜົນສຳເລັດ​ເປັນ​ຢ່າງ​ດີ, ການເຄື່ອນໄຫວ​ຢ້ຽມຢາມ​ຂອງທ່ານເຈົ້າແຂວງຄັ້ງ​ນີ້ຍັງ​ໄດ້​ນຳ​ເອົາ​ເຄື່ອງ​ອຸປະໂພກ-ບໍລິໂພກ ມອບ​ໃຫ້​ອ້າຍ​ນ້ອງ​ທະຫານ​ທີ່​ເຮັດ​ໜ້າທີ່​ຢູ່​ແນວ​ໜ້າ. ຈາກ​ນັ້ນ​, ກໍ​ໄດ້ລົງ​ກວດກາ​ເສັ້ນທາງ​ລະຫວ່າງ​ເຂດ​ບ້ານເຕົາ​ເກືອ ຫາບ້ານ ເໝືອງ​ແພ່ ແລະ ອ່າງເກັບນ້ຳ​ເຂດບ້ານບໍ່​ສານ ເມືອງບໍ່​ແຕນ. ໂດຍ: ອຸ່ນ​ເຮືອນ ໂພທິ​ລັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ